ໜ້າຫຼັກ ຄວາມສຳພັນ

ຄວາມສຳພັນ

98 ບົດຄວາມ

ອາການ Orbiting ເລີກລາກັນແລ້ວ ແຕ່ຍັງສ່ອງໄອຈີ ເຟສບຸກແບບງຽບໆ

ເຖິງວ່າຄວາມ​ສຳພັນ​ຈະ​ຈົບ​ໄປ​ແລ້ວ ແຕ່​ກໍຍັງຄອຍ​ຖ້າ​ຈອບເບິ່ງ​ຫ່າງ​ໆ ຈອບສ່ອງ​ໄອ​ຈີ, ເຟ​ສ​ບຸ​ກ, ​ຖ້າ​ກົດຍົກໂປ້ໃຫ້​ຮູບ ​ແລະ ຂໍ້ຄວາມສະຖານະ​ແບບ​ງຽບ​ໆ ຢູ່​ເລື້ອຍ​ໆ, ໂຄຈອນ​ຢູ່​ອ້ອມຮອບ ປານ​ກັບ​ດາວ​ເຄາະ​ທີ່​ຄອຍເບິ່ງດວງຕາເວັນແບບ​ຫ່າງ​ໆ. ມື້​ນີ້​ມີ​ອີກ​ໜຶ່ງ​ຊື່​ເລື່ອງ​ຂອງ​ຄວາມ​ສຳພັນ​ອີກ​ຢ່າງ​ທີ່​ໜ້າ​ສົນ​ໃຈ ມັນ​ມີ​ຊື່​ວ່າ Orbiting ແປໄດ້​ກົງ​ໂຕ​ວ່າ ການ​ໂຄຈອນ ຄ້າຍ​ໆ​ກັບ​ຄວາມ​ສຳພັນ Ghosting ຢູ່​ພໍ​ສົມຄວນ ມັນ​ຄື​ອາການ​ທີ່​ເຮົາ​ຫາຍ ຫຼື ​ຈົບ​ຄວາມ​ສຳພັນ​ກັບ​ໃຜ​ຈັກ​ຄົນ ແຕ່​ເຮົາຍັງຖືກ​ໃຈ​ໂຊ​ຊຽວ​ມີ​ເດຍ ຕິດ​ຕາມ​ເຂົາ​ຢູ່​ຫ່າງ​ໆ...

ຊູນໂຕກັນແລ້ວມັນຟິນ? ຮູ້ຈັກອາການເສບຕິດການສຳຜັດຈາກຄົນຮັກ

ໄຂຂໍ້ສົງໄສວ່າເປັນຫຍັງຄົນມີຄູ່, ມີຊູ້, ມີແຟນ ຄືມັກຈັບມື, ເກາະແຂນ, ກອດ ແລະ ສໍາຜັດໂຕກັນທຸກຄັ້ງທີ່ມີໂອກາດ (ໜ້ອຍໜຶ່ງກະເອົາ) ເຊິ່ງພຶດຕິກຳເຫຼົ່ານີ້ນັ້ນລ້ວນແຕ່ເປັນສິ່ງທີ່ປົກກະຕິຫຼາຍສໍາລັບຄົນທີ່ມີຄວາມຮູ້ສຶກຫວານຊຶ້ງຕໍ່ກັນ. ການສໍາຜັດເປັນການສະແດງຄວາມຮັກທີ່ສໍາຄັນທີ່ສຸດຂອງມະນຸດ, ເຮົາສາມາດກຳນົດປະລິມານຄວາມຮັກຂອງເຮົາຜ່ານການສໍາຜັດໄດ້, ຖ້າທັງສອງຄົນສະໜິດກັນກັນທາງໃຈເທົ່າໃດ ການສໍາຜັດກໍຈະໃກ້ຊິດເທົ່ານັ້ນ. ໃນທາງວິທະຍາສາດເອີ້ນການສໍາຜັດເຫຼົ່ານີ້ວ່າ “ລະບົບປະສາດຮັບຄວາມຮູ້ສຶກທາງຮ່າງກາຍ” ເຊິ່ງໃນເວລາເຮົາຖືກສໍາຜັດ, ສະໝອງຈະປະມວນຜົນວ່າການສໍາຜັດນີ້ມີອັນຕະລາຍ, ມີຄວາມຮັກ, ຄວາມຝືນໃຈມານໍາ. ແລ້ວການສໍາຜັດໂຕຈາກຄົນທີ່ຮັກກັນດ້ວຍໃຈຈິງຈະສາມາດເຮັດໃຫ້ເຮົາເສບຕິດຄວາມສຸກຈາກອ້ອມກອດແຫ່ງຄວາມຈິງໃຈໄດ້. ມີງານວິໄຈບອກອີກວ່າ, ການສໍາຜັດໂຕແບບສກິນຊິບ...

ແມວມີຫຼາຍຢ່າງຄືເຈົ້າຂອງ ເຈົ້າເປັນແນວໃດ ແມວກໍເປັນແບບນັ້ນ

ແມວເປັນສັດຮັກສັນໂດດ ເລີຍເຮັດໃຫ້ຫຼາຍຄົນລວມເຖິງເຈົ້າຂອງແມວຄິດວ່າ ເຮົາບໍ່ສາມາດປ່ຽນນິດໄສຂອງແມວໄດ້, ແຕ່ມີງານວິໄຈອອກມາບອກວ່າບຸກຄະລິກກະພາບ ແລະ ນິດໄສຂອງເຈົ້າຂອງສາມາດສົ່ງຜົນກະທົບຕໍ່ພຶດຕິກຳແມວໄດ້. Dr. Lauren Finka, ຄະນະຂອງ University of Lincoln ແລະ Nottingham Trent University ໄດ້ເຮັດການວິໄຈເລື່ອງຄວາມສຳພັນຂອງຄົນລ້ຽງ ແລະ ແມວ ໂດຍອິງໃສ່ຄວາມສຳພັນແບບຄອບຄົວ ເນື່ອງຈາກການເບິ່ງແຍງຂອງຜູ້ປົກຄອງຈະສົ່ງຜົນຕໍ່ນິດໄສຂອງລູກ, ດັ່ງນັ້ນຄົນທີ່ລ້ຽງແມວແບບເປັນໜຶ່ງໃນສະມາຊິກຄອບຄົວກໍອາດຈະສົ່ງຜົນຕໍ່ນິດໄສແມວໄດ້ເຊັ່ນກັນ....

ເປັນຫຍັງເຮົາຈຶ່ງມັກເວົ້າວ່າ “ບໍ່ເປັນຫຍັງ” ທັງໆທີ່ຂ້າງໃນແສນເຈັບປວດ

ການທີ່ບອກວ່າບໍ່ເປັນຫຍັງ ແຕ່ຄວາມໃນໃຈມີເປັນໝື່ນລ້ານຄຳ. “ໂອເຄ ບໍ່ເປັນຫຍັງ”, ເຈົ້າເຄີຍເວົ້າຄຳນີ້ບໍ? ເຮົາມັກຈະເວົ້າຄຳນີ້ເຖິງແມ່ນວ່າຄວາມໃນໃຈຈະເຈັບປວດປານໃດ ແລ້ວເປັນຫຍັງເຮົາຈຶ່ງບໍ່ເວົ້າຄຳອື່ນແທນຄຳນີ້. ມື້ນີ້ເຮົາມາຫາຄຳຕອບພ້ອມໆກັນວ່າເປັນຫຍັງເຮົາຈຶ່ງເວົ້າແບບນັ້ນອອກໄປ ທັງທີ່ພາຍໃນໃຈເຮົາບໍ່ໄດ້ໂອເຄເລີຍ? 1. ຫຼີກເວັ້ນຄວາມຮູ້ສຶກເຈັບປວດ ຄົນເຮົາມັກທີ່ຈະເລືອກປົກປິດຄວາມຮູ້ສຶກແທ້ໆຂອງຕົວເອງ ສ່ວນໃຫຍ່ຄົນເຮົາມັກຈະຮູ້ສຶກບໍ່ດີຫາກຕ້ອງໃຫ້ຄົນຮອບຕົວຮູ້ສຶກເສົ້າເສຍໃຈ ໃຈຮ້າຍໄປກັບເຮົາ. ບາງເທື່ອກໍມາຈາກພື້ນຖານການລ້ຽງດູຕັ້ງແຕ່ເຮົາຍັງນ້ອຍ ເມື່ອເຮົາຮ້ອງໄຫ້ເຮົາກໍຖືກສັ່ງໃຫ້ຢຸດໂດຍທັນທີ່ ມັນກາຍເປັນພຶດຕິກຳທີ່ຕິດຕົວເຮົາ ເຮົາເລີຍພາຍາຍາມຫຼີກເວັ້ນຄວາມຮູ້ສຶກ ແລະ ກໍຄິດວ່າຖ້າເວົ້າອອກໄປກໍຄົງບໍ່ມີໃຜສົນໃຈ ພ້ອມທັງອາດຈະຖືກຮ້າຍ ຫຼື ຖືກເບິ່ງວ່າເປັນຄົນອ່ອນແອ...

ບໍ່ມີເງິນໄປຫຼິ້ນ ຈະປະຕິເສດໝູ່ແນວໃດດີ?

ເມື່ອໝູ່ຊວນໄປກິນເຂົ້າຮ້ານອາຫານຫຼູ ຫຼື ລາຄາແພງແລ້ວເຮົາມີປັນຫາເລື່ອງເງິນແຕ່ບໍ່ຮູ້ຊິບອກແນວໃດ ຈະປະຕິເສດແນວໃດດີ? ຫຼື ຊວນກັນຈັດທຣິບໄປທ່ຽວແລ້ວມີໝູ່ບອກວ່າເງິນບໍ່ພ້ອມໄປກັນເລີຍ ເຮັດໃຫ້ໝູ່ໄປບໍ່ຄົບກັນ ກໍຈະມີຄວາມຮູ້ສຶກຜິດ ແລະ ເສຍດາຍໄປອີກ. ຖ້າເບິ່ງອີກມຸມໜຶ່ງເງິນບໍ່ໄດ້ມີສ່ວນກ່ຽວຂ້ອງຫຍັງກັບຄວາມສຳພັນຂະໜາດນັ້ນ ແຕ່ມັນກໍເປັນປັດໃຈໜຶ່ງທີ່ເຮົາຕ້ອງມີ ແລະ ຕ້ອງໃຊ້ ແຕ່ກໍບໍ່ໄດ້ໝາຍຄວາມວ່າຈະພ້ອມໃຊ້ຕະຫຼອດເວລາ. ຖ້າປະຕິເສດໄປເລີຍກໍຢ້ານໝູ່ເວົ້າໃຫ້ ຫຼື ເວົ້າໃສ່ ແລະ ອາດຈະມີການນ້ອຍໃຈ ຫຼື ຄຽດໄປເລີຍກະມີ, ຍ້ອນເຫດຜົນທີ່ວ່າໄດ້ນັດກັນໄວ້ແລ້ວ...

5 ຄວາມສຳັພນແປກໆ ໃຜທີ່ຢາກມີຮັກແທ້ຄວນຫຼີກລ້ຽງ

ເລື່ອງຂອງຄວາມສຳພັນ ເປັນເລື່ອງທີ່ຊັບຊ້ອນ, ເພາະຮູບແບບຂອງຄວາມສຳພັນ ນອກຈາກຈະຮັກກັນແລະຄົບກັນເປັນແຟນ ກໍຍັງມີອີກຫຼາກຫຼາຍຮູບແບບ, ບາງແບບກໍອາດຈະບໍ່ໄດ້ເປັນແຟນກັນ ແຕ່ມີຄວາມສຳພັນທີ່ເລິກເຊິ່ງນຳກັນ, ບາງຄົນກໍອາດຈະຮັກກັນ ຫຼື ຮັກຝ່າຍດຽວ ແຕ່ມີຮູບແບບຄວາມສຳພັນອີກແບບອື່ນ, ສະນັ້ນ ມື້ນີ້ມ່ວນຈະມາທຸກຄົນມາຮູ້ຈັກກັບ 5 ຮູບແບບຄວາມສຳພັນແປກໆ ທີ່ທຸກຄົນອາດຈະບໍ່ເຄີຍໄດ້ຍິນ ຫຼື ເຄີຍໄດ້ຍິນມາກ່ອນແລ້ວ. 1. ແອບແຊັບ (Stashing) ປັນຄວາມສຳພັນທີ່ໄດ້ຮັບຄວາມນິຍົມຫຼາຍໃນໝູ່ໄວລຸ້ນຍຸກນີ້ ໂດຍເລີ່ມຈາກການລົມກັນ,...

ຄົນນີ້ໜ້າຄຸ້ນໜ້າຄືແຟນເກົ່າເຈົ້າແທ້? 3 ເຫດຜົນທີ່ເຮັດໃຫ້ເຮົາວົນວຽນກັບສະເປັກເກົ່າໆ

ຮູ້ສຶກບໍ່ວ່າເຮົາເອງ ຫຼື ໝູ່ເຮົາ ມັກຈະມີຄົນລົມໃຫມ່ທີ່ມີນິໄສ, ຮູບຮ່າງ, ບຸກຂະລິກ ທີ່ຄ້າຍຄືກັບແຟນເກົ່າ, ຄົນລົມເກົ່າ ບາງເທື່ອກໍແມ່ນຄົນທີ່ເຄີຍແອບມັກມາດົນ ບໍ່ກະຮັກຄັ້ງທໍາອິດ. ຜົນວິໄຈຈາກ ມະຫາວິທະຍາໄລໂຕຣອນໂຕ (University of Toronto) ໄດ້ບອກວ່າ ຄົນເຮົາມັກຈະເລືອກຄົບຕາມຄວາມມັກສະເພາະໂຕ ແລະ ມັກຈະຖືກດຶງດູດເຂົ້າຫາຄົນປະເພດດຽວກັນແບບຊໍ້າໆໃນເກືອບທຸກໂອກາດ. ຈາກການເກັບຂໍ້ມູນຂອງງານວິໄຈ ທີ່ໄດ້ສອບຖາມກຸ່ມຄົນທີ່ມີປະສົບການຄວາມຮັກມາຫຼາຍກວ່າ 1 ຄັ້ງພົບວ່າ,...

ຢ່າເອົາແຕ່ໂທດຕົວເອງ ເຈົ້າກຳລັງບໍ່ຮັກຕົວເອງຢູ່ແມ່ນບໍ? ສັງເກດພຶດຕິກຳເຈົ້າເລີຍ

ລອງມາສັງເກດໂຕເອງເບິ່ງວ່າ ຕອນນີ້ໝູ່ເພື່ອນກຳລັງຮັກຄົນອື່ນເກີນໄປຈົນລືມໃສ່ໃຈຄວາມຮູ້ສຶກໂຕເອງຢູ່ ຫຼື ບໍ່? ຈົນປ່ອຍໃຫ້ຄົນອື່ນທຳຮ້າຍຈິດໃຈໂຕເອງ ກາຍເປັນຄົນທີ່ຮັກໂຕເອງໜ້ອຍລົງ. ລອງຖາມໂຕເອງກັນເບິ່ງ ເພາະມັນບໍ່ແມ່ນສິ່ງທີ່ດີຢ່າງແນ່ນອນ ຖ້າກາຍເປັນຄົນທີ່ບໍ່ຮັກໂຕເອງ ແລະ ຂັບເຄື່ອນຊີວິດດ້ວຍຄວາມຮັກຈາກຄົນອື່ນຈົນສູນເສຍຄວາມເປັນໂຕເອງໄປ. ມາລອງກວດເບິ່ງກັນວ່າ ໝູ່ເພື່ອນກຳລັງບໍ່ຮັກໂຕເອງຢູ່ ຫຼື ບໍ່? 1. ໃຫ້ຄວາມສຳຄັນກັບຄົນອື່ນຫຼາຍເກີນໄປ ເປັນເລື່ອງທີ່ບໍ່ສົມຄວນປານໃດ ເພາະຍິ່ງໃຫ້ໃຈໄປກັບຄົນທີ່ເບິ່ງເຫັນຄ່າຂອງເຈົ້າພຽງແຕ່ບາງເວລາ ຍິ່ງຖືວ່າເປັນການທຳຮ້າຍໂຕເອງແບບບໍ່ທັນຮູ້ໂຕອີກຊໍ້າ. 2. ຮ້ອງໄຫ້ເສຍໃຈກັບຄວາມຮັກທີ່ບໍ່ດີ ຈົນບໍ່ເປັນອັນເຮັດຫຍັງອັນອື່ນ....

4 ເຫດຜົນທີ່ຄວນເຂົ້າໃຈອາລົມຂອງຕົວເອງ

ອາລົມຂອງຄົນເປັນສິ່ງທີ່ບໍ່ແນ່ນອນ, ມັນສາມາດຂຶ້ນ ຫຼື ລົງໄດ້ກະທັນຫັນໃນຊ່ວງເວລາໃດໜຶ່ງເຊັ່ນ: ໃຈຮ້າຍໃຫ້ໝູ່/ຄົນໃກ້ໂຕ ຫຼື ຄວາມຮູ້ສຶກໂສກເສົ້າ ໃນການສູນເສຍບາງຢ່າງ ອາດຈະເປັນຄວາມສຳພັນ ຫຼື ສິ່ງທີ່ມີຄຸນຄ່າຕໍ່ຈິດໃຈ. ແຕ່ເປັນຫຍັງເວລາເກີດຫຍັງຂຶ້ນ ສິ່ງທໍາອິດທີ່ມີປະຕິກິລິຍາຈະແມ່ນອາລົມ? ມັນມີບົດບາດຫຍັງກັບເຮົາ? ມື້ນີ້ມ່ວນຈະພາທຸກຄົນຮູ້ເຫດຜົນວ່າ ເປັນຫຍັງເຮົາຕ້ອງທຳຄວາມເຂົ້າໃຈກັບອາລົມຂອງຕົນເອງ? ແລະ ນີ້ແມ່ນບົດບາດຂອງອາລົມທີ່ສາມາດຊ່ວຍໃຫ້ຊີວິດເຮົາດີຂຶ້ນໄດ້. 1. ອາລົມເປັນໂຕຊ່ວຍໃນການຕັດສິນໃຈ ບໍ່ວ່າຈະເປັນເລື່ອງນ້ອຍໆຢ່າງເຊັ່ນ ມື້ແລງຊິກິນຫຍັງດີ? ຈົນໄປເຖິງການຕັດສິນໃຈໃຫຍ່ໆໃນໜ້າທີ່ວຽກງານ,...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.