ຄວາມຝັນກິນໄດ້! LIL ROXZ ສົ່ງເພງ “ຫ້າລ້ານ” ພິສູດຄວາມສຳເລັດເພື່ອລ້າງຄຳດູຖູກ

ແບ່ງປັນ

ຄວາມຝັນກິນໄດ້! LIL ROXZ ສົ່ງເພງ “ຫ້າລ້ານ” ພິສູດຄວາມສຳເລັດເພື່ອລ້າງຄຳດູຖູກ

03 March 2026 26

Highlights

  • ຈຸດເລີ່ມຕົ້ນຂອງຄວາມສໍາເລັດຂອງເພງ “ຫ້າລ້ານ” ແມ່ນລາຍໄດ້ກ້ອນທຳອິດທີ່ພິສູດໃຫ້ເຫັນວ່າ ຄວາມຝັນໃນການເປັນສິລະປິນສາມາດກາຍເປັນຄວາມຈິງ ແລະ ຈັບຕ້ອງໄດ້.
  • ເພງນີ້ຄືຄຳຕອບຕໍ່ຄົນທີ່ເຄີຍບອກວ່າ ສິ່ງທີ່ LIL ROXZ ເຮັດນັ້ນບໍ່ມີຄຸນຄ່າ. ເພງ “ຫ້າລ້ານ” ຈຶ່ງແມ່ນເພງທີ່ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ “ເດັກຫຼວງພະບາງ” ທີ່ກ້າວຂຶ້ນມາເປັນດາວໃນວົງການ.
  • ຄຸນຄ່າທີ່ຫຼາຍກວ່າຕົວເລກສຳລັບ LIL ROXZ ແລ້ວ ແມ່ນສິ່ງທີ່ສຳຄັນກວ່າເງິນຄືການໄດ້ພິສູດໂຕເອງ, ການສ້າງຄຸນຄ່າໃຫ້ຊີວິດ ແລະ ນີ້ເປັນພຽງຈຸດເລີ່ມຕົ້ນຂອງການເດີນທາງທີ່ຍັງອີກໄກ.


LIL ROXZ ແຣັບເປີໜຸ່ມຈາກຫຼວງພະບາງ ປ່ອຍເພງໃໝ່ “ຫ້າລ້ານ” ທີ່ໝາຍເຖິງຈຳນວນເງິນກ້ອນທຳອິດທີ່ລາວໄດ້ຮັບຈາກເພງ ແຕ່ມັນບໍ່ແມ່ນເປັນພຽງແຕ່ຕົວເລກທີ່ເຂົ້າໃນບັນຊີເທົ່ານັ້ນ ເພາະນີ້ເປັນຜົນຈາກຄວາມພະຍາຍາມຂອງລາວທີ່ຖືກດ້ອຍຄ່າວ່າ ”ເຮັດສິ່ງນີ້ໄປ ກໍບໍ່ໄດ້ຫຍັງ”

ເພງນີ້ຈຶ່ງໄດ້ສື່ສານໃຫ້ຄົນຟັງເຂົ້າໃຈເຖິງຄວາມພະຍາຍາມ ແລະ ການຕ້ອງຕໍ່ສູ້ຂອງ LIL ROXZ ໃນນາມການເປັນສິລະປິນລາວທີ່ຕ້ອງໄດ້ກ້າວຂ້າມຄວາມລຳບາກມາສູ່ຄວາມສຳເລັດ.

LIL ROXZ ຍັງໄດ້ຍຶດຖືເອົາເອກະລັກບ່ອນກຳເນີດຂອງໂຕເອງ ມາເປັນໂຕຂັບເຄື່ອນໃນການເຮັດເພງໃນຖານະ “ເດັກນ້ອຍລາວທີ່ຢູ່ຫຼວງພະບາງ” ທີ່ມີຄວາມມຸ່ງໝັ້ນຕ້ອງການສ້າງຊື່ສຽງ ຈົນເຮັດໃຫ້ສາມາດກາຍມາເປັນດາວເດັ່ນໃນວົງການເພງໄດ້.

ສະນັ້ນ, ເພງ ”ຫ້າລ້ານ” ຈື່ງມີຄວາມໝາຍຫຼາຍສຳລັບລາວ ເພາະບໍ່ແມ່ນພຽງແຕ່ໄດ້ຮັບເງິນ ແຕ່ມັນເປັນຫຼັກຖານທີ່ໄດ້ສະແດງໃຫ້ເຫັນວ່າຄວາມຝັນ ທີ່ມັນສາມາດຈັບຕ້ອງໄດ້ນັ້ນເອງ

ເພງນີ້ກໍປຽບເໝືອນເປັນການມັນໃຫ້ ຄຳຕອບຂອງຄຳຖາມທີ່ຄົນອື່ນເຄີຍສົງໄສມາຕະຫຼອດ ກ່ຽວກັບໂຕຂອງລາວວ່າຈະສາມາດໄປໄດ້ໄກປານໃດໃນເສັ້ນທາງສາຍນີ້.

ມ່ວນຊວນຟັງ ກໍເລີຍໄດ້ຖາມກັບ LIL ROXZ ຕື່ມວ່າ ມີຫຍັງຢາກບອກກັບຄົນຟັງກ່ຽວກັບເພງນີ້ບໍ? ແລະ ລາວກໍໄດ້ຝາກມາບອກກັບທຸກຄົນວ່າ:

ອ່ານຕື່ມ:  ວາເລັນໄທນ໌ນີ້ຈະເປັນແນວໃດ? ຖ້າຟັງເພງ ຄືນຂອງເຮົາ ຈາກ ຕ່າຍ ອາກາດ ໃນວັນທີ 14 ກຸມພາ 2025

“ມັນເປັນສິ່ງທີ່ສຳຄັນທີ່ສຸດໃນຄວາມຄິດຂອງຂ້ອຍ, ເປັນການເລີ່ມຕົ້ນ ແລະ ນີ້ຍັງບໍ່ແມ່ນຈຸດຈົບ ເພາະວ່າເງິນຈຳນວນທຳອິດທີ່ໄດ້ນັ້ນ, ອາດຈະເຮັດໃຫ້ຂ້ອຍພູມໃຈ ແຕ່ສິ່ງທີ່ມີຄຸນຄ່າຫຼາຍກວ່ານັ້ນຄືມື້ທີ່ຂ້ອຍໄດ້ພິສູດໂຕເອງວ່າ ສາມາດສ້າງບາງຢ່າງໃຫ້ມັນມີຄຸນຄ່າ ແລະ ຄວາມໝາຍແກ່ຕົວເອງຫຼາຍເທົ່າໃດ”.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.