ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ຊີວິດມັນເບຼີໆ ຮູ້ຕົວ ແຕ່ຍັງຄົງຫຼົງທາງໃນຄວາມເຈັບປວດ – ເພງໃໝ່ “ສຳປະຊັນຍະ” ຈາກ Senjx & XXXVVIIV
Muan Listen - ມ່ວນຊວນຟັງ

ຊີວິດມັນເບຼີໆ ຮູ້ຕົວ ແຕ່ຍັງຄົງຫຼົງທາງໃນຄວາມເຈັບປວດ – ເພງໃໝ່ “ສຳປະຊັນຍະ” ຈາກ Senjx & XXXVVIIV

ແບ່ງປັນ

ເຈົ້າເຄີຍຮູ້ສຶກບໍ່ວ່າ ຊີວິດມັນເບຼີໆ ເຖິງຈະຮູ້ຕົວແຕ່ກໍຍັງຫຼົງທາງໃນຄວາມເຈັບປວດ? Senjx ສິລະປິນໄຟແຮງຈາກ HUEN CREW, ກັບມາພ້ອມເພງ “ສຳປະຊັນຍະ (Sober But Blurr)” ຜົນງານຮ່ວມກັບ XXXVVIIV ທີ່ບໍ່ພຽງແຕ່ຈັງຫວະໂດດເດັ່ນດ້ວຍການປະສົມປະສານດົນຕີລາວສະໄຕລ໌ໝໍລຳເຂົ້າມາ ແຕ່ຍັງເປັນກະຈົກສະທ້ອນຄວາມຮູ້ສຶກສັບສົນຂອງໄວລຸ້ນ, ຄວາມຮັກ, ຄວາມບໍ່ໝັ້ນໃຈ ແລະ ການປ່ອຍວາງ. ມາເບິ່ງກັນວ່າເພງນີ້ຈະມັດໃຈຜູ້ຟັງຄືເຮົາໄດ້ແນວໃດ.

Senjx ເປັນທີ່ຮູ້ຈັກກັນດີຈາກຜົນງານເພງ ຫຍັບອອກ ທີ່ປ່ອຍອອກມາເມື່ອປາຍປີ 2022 ເຊິ່ງເປັນການເຮັດວຽກຮ່ວມກັບສິລະປິນຄົນອື່ນເຊັ່ນ HORLOCK, LILFISHY ແລະ TONGFLOW. ສ່ວນຜົນງານກ່ອນໜ້ານີ້ຂອງລາວແມ່ນ ເມົາຄວາມເຈັບປວດ ທີ່ປ່ອຍອອກມາເມື່ອທ້າຍປີ 2024. Senjx ຍັງເປັນໜຶ່ງໃນສະມາຊິກຂອງກຸ່ມສິລະປິນຮຸ່ນໃໝ່ທີ່ຊື່ວ່າ HUEN CREW ອີກດ້ວຍ.

ສຳລັບຜົນງານຫຼ້າສຸດທີ່ Senjx ປ່ອຍອອກມາໃໝ່ ມີຊື່ເພງວ່າ ສຳປະຊັນຍະ (Sober But Blurr) ເຊິ່ງເປັນການເຮັດວຽກຮ່ວມກັນກັບ XXXVIIV. ໃນສ່ວນຂອງຊື່ເພງກໍໜ້າສົນໃຈຫຼາຍ ເຊິ່ງຄຳວ່າ ສຳປະຊັນຍະ ໝາຍເຖິງຄວາມຮູ້ສຶກຕົວ, ຄວາມຕະໜັກຮູ້. ສ່ວນ Sober But Blurr ໃນພາສາອັງກິດກໍໃຫ້ຄວາມໝາຍທີ່ໃກ້ຄຽງກັນຄື ຮູ້ສຶກຕົວ ແຕ່ກໍຍັງເບຼີໆ ຫຼື ມົວໆ ບໍ່ຊັດເຈນ.

ເມື່ອໄດ້ຟັງຈາກເນື້ອເພງໃນວັກຕ່າງໆ ກໍພໍຈະສຳຜັດໄດ້ເຖິງອາລົມ ແລະ ຄວາມຮູ້ສຶກບາງຢ່າງທີ່ຂ້ອນຂ້າງເລິກເຊິ່ງເລີຍ. ມີການກ່າວເຖິງ ຄວາມຢ້ານກົວ ແຕ່ບໍ່ແມ່ນຢ້ານຜີໃດ ແຕ່ເປັນຄວາມຢ້ານກົວວ່າຄົນທີ່ເຮົາຮັກຈະໄປຮັກກັບຄົນທີ່ເປັນ “ຄົນຜີບ້າ” ແບບໂຕເອງ ເຊິ່ງອາດຈະສື່ເຖິງຄວາມຮູ້ສຶກບໍ່ໝັ້ນໃຈໃນຕົວເອງ ຫຼື ເບິ່ງວ່າຕົວເອງບໍ່ດີພໍ.

ເນື້ອເພງຍັງເວົ້າເຖິງຊີວິດທີ່ອາດຈະເບິ່ງລຽບງ່າຍ ຫຼື ແຕກຕ່າງຈາກຄົນທົ່ວໄປ ເຊັ່ນວັກທີ່ວ່າ “ມັກນອນນາ ລ້ຽງໄກ່” ແລ້ວກໍຍັງມີຄົນເວົ້າເຖິງໃນແງ່ທີ່ບໍ່ດີອີກ “ໄປຢູ່ໃສເຂົາກະຊ່າວ່າອ້າຍບໍ່ດີ” ສະແດງໃຫ້ເຫັນເຖິງມຸມມອງທີ່ສັງຄົມອາດຈະມີຕໍ່ຕົວລາວ ແລະ ສິ່ງທີ່ລາວຄິດວ່າສັງຄົມເບິ່ງລາວແບບນັ້ນ. ນອກຈາກນີ້ ເພງນີ້ຍັງເຕັມໄປດ້ວຍຄວາມຮູ້ສຶກເສຍດາຍ ແລະ ຢາກຍ້ອນເວລາກັບໄປແກ້ໄຂ ແລະ ຄວາມປາດຖະໜາທີ່ຢາກໃຫ້ຄົນຮັກກັບມາ. ແຕ່ໃນຂະນະດຽວກັນ ກໍມີຄວາມຄິດທີ່ຈຽມຕົວ ແລະ ຫຼີກໜີໄປ.

ຖ້າຫາກວ່າອ້າຍຈຽມໂຕ ແລະ ຈຽມໃຈ ຄົນຜູ້ຮ້າຍຄືຈັ່ງອ້າຍ ຊິໜີໄປຢູ່ເມາະໆ ແມະໆ ບໍ່ໃຫ້ເຈົ້າເຫັນດອກຍາມຊົ່ວ

ນີ້ເປັນຄວາມຮູ້ສຶກທີ່ຊັບຊ້ອນ ລະຫວ່າງຄວາມຫວັງກັບຄວາມເປັນຈິງທີ່ເບິ່ງຄືວ່າຈະບໍ່ສົມຫວັງ.

ອ່ານຕື່ມ:  ຂ້ອຍຫຼົງເຈົ້າແລ້ວ ຢາກໄດ້ເຈົ້າມາເປັນ "Gravity" ຟັງເພງຈາກ ຖິ່ນລຳພອນ

ຂະນະດຽວກັນ ມີວັກທີ່ເວົ້າເຖິງຄວາມຫ່າງໄກ ແລະ ຄວາມຮູ້ສຶກວ່າຕົວເອງບໍ່ເໝາະສົມ ເຊິ່ງສະແດງເຖິງການຍອມຮັບໃນຄວາມແຕກຕ່າງທາງຖານະ ຫຼື ສະຖານະ ແລະ ການອວຍພອນໃຫ້ຄົນທີ່ຮັກໄປເຈິຄົນທີ່ດີກວ່າ.

ດັ່ງນັ້ນ ເພງ ສຳປະຊັນຍະ ອາດຈະສະທ້ອນເຖິງສະພາວະທີ່ຮັບຮູ້ຄວາມຈິງທຸກຢ່າງ ຢ່າງຊັດເຈນ (Sober) ແຕ່ຄວາມຈິງນັ້ນມັນເຈັບປວດ ແລະ ເຮັດໃຫ້ຄວາມຮູ້ສຶກທຸກຢ່າງມັນເບຼີໆ ມົວໆ ໄປໝົດ (Blurr) ທັງຄວາມເສຍໃຈ, ຄວາມຄິດຮອດ, ຄວາມບໍ່ໝັ້ນໃຈໃນຕົນເອງ ແລະ ການຍອມຮັບຄວາມຈິງທີ່ວ່າ ຄວາມຮັກຄັ້ງນີ້ອາດຈະບໍ່ມີທາງເປັນໄປໄດ້.

ເພງນີ້ເປັນອີກໜຶ່ງຜົນງານທີ່ໜ້າຕິດຕາມຈາກ Senjx ທີ່ສະແດງໃຫ້ເຫັນເຖິງພັດທະນາການ ແລະ ມຸມມອງທາງດົນຕີຂອງສິລະປິນຮຸ່ນໃໝ່ຄົນນີ້.

ທຸກຄົນສາມາດໄປຮັບຟັງ ແລະ ເບິ່ງ MV ເພງ ສຳປະຊັນຍະ (Sober BUt Blurr) ຂອງ Senjx ແລະ XXXVVIIV ໄດ້ແລ້ວ ທາງຊ່ອງ YouTube ຂອງ Senjx ເພື່ອສຳຜັດອາລົມ ແລະ ເລື່ອງລາວໃນເພງນີ້ໄດ້ຢ່າງເຕັມທີ່.

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ກ່ຽວຂ້ອງ
OOPS ກຸ່ມສິລະປິນລາວ 5 ຄົນທີ່ມີຜົນງານເພງອິນດີ້ທີ່ມີເອກະລັກ
Muan Listen - ມ່ວນຊວນຟັງ

ຈະເປັນແນວໃດ ຖ້າວ່າ… OOPS ປ່ອຍເພງໃໝ່ໃນຮອບເກືອບ 2 ປີ ທີ່ຟັງແລ້ວຕ້ອງມີຄຳຖາມໃນໃຈ

ໃນຮອບເກືອບ 2 ປີ OOPS BAND ກັບມາດ້ວຍ “What If?” ເພງອິນດີ້ທີ່ຊວນໃຫ້ຜູ້ຟັງຄິດຕາມ ແລະເປີດໃຈກັບຄວາມຮູ້ສຶກ.

Muan Listen - ມ່ວນຊວນຟັງ

ລົມຫາຍໃຈ: ບົດເພງທີ່ປ່ຽນຄວາມເຈັບປວດໃຫ້ເປັນພະລັງໃຈ

"ລົມຫາຍໃຈ" ເພງທີ່ສ້າງແຮງບັນດານໃຈຈາກ ທະວີໄຊ ແກ້ວບຸນພັນ ເລົ່າເຖິງຄວາມເຈັບປວດ ແລະ ຄວາມສູນເສຍ ພ້ອມຊຸກດັນໃຫ້ຜ່ານພົ້ນໃນການເລີ່ມຕົ້ນໃໝ່ດ້ວຍພະລັງໃຈຂອງຕົນເອງ.

Muan Listen - ມ່ວນຊວນຟັງ

ຢາຫຼອກ: ຟັງຄວາມໝາຍທີ່ສື່ເຖິງຄວາມເຈັບປວດດ້ວຍຮັກປອມໆ ໂດຍ JENNY BELLA ft. SENJX

ເມື່ອເຮົາກຳລັງຢູ່ໃນຊ່ວງເວລາທີ່ຫົວໃຈບອບບາງ ຄວາມຮັກທີ່ບໍ່ມີຢູ່ຈິງກໍອາດກາຍເປັນສິ່ງທີ່ຄ່ອຍໆປອບໃຈເຮົາໄດ້. ມັນຄືກັບ “ຢາຫຼອກ (Placebo)” ທີ່ເຖິງແມ່ນບໍ່ມີສານອອກລິດແທ້, ແຕ່ຄວາມເຊື່ອທີ່ວ່າມັນຈະຊ່ວຍປິ່ນປົວກໍສາມາດເຮັດໃຫ້ເຮົາຮູ້ສຶກດີຂຶ້ນໄດ້ຊົ່ວຄາວ. ຄວາມສຸກແບບປອມໆນີ້ເຮັດໃຫ້ເຮົາຫຼົງຢູ່ໃນພາບລວງຕາ, ຫຼົງຄິດວ່າຄວາມຮັກນັ້ນເປັນຄວາມຈິງ. ແຕ່ເມື່ອຄວາມຈິງຖືກເປີດເຜີຍ, ຄວາມສຸກນັ້ນກໍຫາຍໄປຢ່າງສິ້ນເຊີງ, ເຫຼືອໄວ້ພຽງຄວາມເຈັບປວດທີ່ຍິ່ງໃຫຍ່ກວ່າເກົ່າ....

The Interview

“ຮອຍຍິ້ມຂອງເຈົ້າມັນຫວານໄປ” ເພງທີ່ປ່ຽນຊີວິດຂອງ ZiXNA ໃຫ້ກາຍເປັນທີ່ຮູ້ຈັກ

ZiXNA ນັກຮ້ອງ-Rapper ຜູ້ມີຄວາມສາມາດ ແລະ ຄວາມຝັນໃນການສ້າງຜົນງານດົນຕີທີ່ສະທ້ອນອາລົມ ແລະ ຄວາມຮູ້ສຶກຂອງຄົນຮຸ່ນໃໝ່ທີ່ກຳລັງໄດ້ຮັບຄວາມນິຍົມໃນ TikTok ຢ່າງຕໍ່ເນື່ອງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.