Senjx

4 ບົດຄວາມ
The Interview

SenJx ເຜີຍ “ຢາກເປັນສິລະປິນຕົວຢ່າງ” ສົ່ງເສີມຄົນຮຸ່ນໃໝ່ໃນທາງທີ່ດີ

ໃນການສົນທະນາທີ່ເຕັມໄປດ້ວຍແຮງບັນດານໃຈກັບ SenJx ຈາກ HUEN CREW ໄດ້ພາເຮົາໄປສຳຜັດກັບມຸມມອງຂອງສິລະປິນຮຸ່ນໃໝ່ທີ່ບໍ່ພຽງແຕ່ຢາກສ້າງສັນຜົນງານຜ່ານສຽງດົນຕີເທົ່ານັ້ນ, ແຕ່ຍັງມຸ່ງສ້າງຊຸມຊົນຮິບຮັອບ-ແຣັບເປີ ໃຫ້ເປັນພື້ນທີ່ປອດໄພ ພ້ອມທັງສົ່ງເສີມຄົນຮຸ່ນໃໝ່ໃຫ້ກ້າວເດີນໃນແນວທາງທີ່ດີຜ່ານເນື້ອຮ້ອງ ແລະ ວິຖີຊີວິດທີ່ແທ້ຈິງຂອງລາວ. ການທີ່ໄດ້ລົມກັບ SenJx ນັ້ນເຮັດໃຫ້ທີມມ່ວນໄດ້ເຫັນເຖິງຕົວຕົນຂອງລາວຊັດເຈນຂຶ້ນຜ່ານການບອກເລົ່າເລື່ອງຈາກລາວເອງ, ທັງສິ່ງທີ່ກຳລັງເຮັດ, ຄວາມຮັບຜິດຊອບ ແລະ ທັດສະນະຄະຕິທີ່ດີ. ລາວຖືວ່າເປັນຄົນຮຸ່ນໃໝ່ທີ່ເບິ່ງເຫັນໂອກາດໃນການປ່ຽນແປງໃນດ້ານສັງຄົມທີ່ເປັນຢູ່ໃຫ້ດີຂຶ້ນໄປຕື່ມ, ຄວາມຕ້ອງການທີ່ຢາກສ້າງຊຸມຊົນຮິບຮັອບ-ແຣັບເປີ ໃຫ້ເປັນພື້ນທີ່ປອດໄພສຳລັບທຸກຄົນ ໂດຍຈັບເອົາສິ່ງທີ່ຮັກ ແລະ...

Muan Listen - ມ່ວນຊວນຟັງ

ຊີວິດມັນເບຼີໆ ຮູ້ຕົວ ແຕ່ຍັງຄົງຫຼົງທາງໃນຄວາມເຈັບປວດ – ເພງໃໝ່ “ສຳປະຊັນຍະ” ຈາກ Senjx & XXXVVIIV

ເຈົ້າເຄີຍຮູ້ສຶກບໍ່ວ່າ ຊີວິດມັນເບຼີໆ ເຖິງຈະຮູ້ຕົວແຕ່ກໍຍັງຫຼົງທາງໃນຄວາມເຈັບປວດ? Senjx ສິລະປິນໄຟແຮງຈາກ HUEN CREW, ກັບມາພ້ອມເພງ “ສຳປະຊັນຍະ (Sober But Blurr)” ຜົນງານຮ່ວມກັບ XXXVVIIV ທີ່ບໍ່ພຽງແຕ່ຈັງຫວະໂດດເດັ່ນດ້ວຍການປະສົມປະສານດົນຕີລາວສະໄຕລ໌ໝໍລຳເຂົ້າມາ ແຕ່ຍັງເປັນກະຈົກສະທ້ອນຄວາມຮູ້ສຶກສັບສົນຂອງໄວລຸ້ນ, ຄວາມຮັກ, ຄວາມບໍ່ໝັ້ນໃຈ ແລະ ການປ່ອຍວາງ. ມາເບິ່ງກັນວ່າເພງນີ້ຈະມັດໃຈຜູ້ຟັງຄືເຮົາໄດ້ແນວໃດ. Senjx ເປັນທີ່ຮູ້ຈັກກັນດີຈາກຜົນງານເພງ...

Muan Listen - ມ່ວນຊວນຟັງ

ຖ້າຄວາມຄິດຮອດ ເປັນເລື່ອງຜິດກົດໝາຍອ້າຍຄົງຕາຍແນ່ນອນ ຊວນຟັງເພງ “ເມົາຄວາມເຈັບປວດ” ຈາກ SenJx & XXXVVIIV

ອາທິດກ່ອນມ່ວນຊວນ Sip & Chill, ພໍມາອາທິດນີ້ກໍຈະມາຊວນເມົາອີກແລ້ວເດີ. ແຕ່ບໍ່ແມ່ນເມົາແອລກໍຮໍໃດ. ມ່ວນຈະຊວນມາ “ເມົາຄວາມເຈັບປວດ” ແທນ, ຟັງເພງໃໝ່ຈາກ SenJx ແລະ XXXVVIIV ທີ່ຈະພາທຸກຄົນມາດຳດິ່ງໄປກັບຄວາມຜິດຫວັງໃນຮັກຄັ້ງນີ້ກັນ. “ເມົາຄວາມເຈັບປວດ ຕຳຫຼວດສິຈັບກູບໍ່” ປະໂຫຍກທີ່ເວົ້າຢອກກັນໃນກຸ່ມໝູ່ເພື່ອນທີ່ກຳລັງສັງສັນກັນຢູ່ໃນຕູບແຫ່ງໜຶ່ງທີ່ໃຫ້ບັນຍາກາດຊິລໆສະບາຍໆໃນມື້ພັກຜ່ອນ ແລະ ໜຶ່ງໃນນັ້ນກຳລັງອົກຫັກຢູ່. ເພາະຜູ້ສາວໄດ້ໄປກັບຄົນໃໝ່ທີ່ດີກວ່າເມື່ອງປຽບທຽບກັບຕົວເອງແລ້ວນັ້ນບໍ່ມີດີເທົ່າເຂົາໄດ້, ຕ້ອງຄອຍຖ້າໃຫ້ຜູ້ສາວຄົນນັ້ນມາສົນໃຈ, ແຕ່ມັນຈະເປັນໄປໄດ້ບໍ່ລະ? ໃນເມື່ອເຂົາໄປກັບຄົນໃໝ່ແລ້ວ....

Muan Listen - ມ່ວນຊວນຟັງ

ຍວກ ຍວກ ເພງສຸດປັ່ນຈາກສິລະປິນທັງ 5 ຄົນຈາກແກ້ງ HUEN CREW ຟັງແລ້ວຮັບຮອງວ່າ ຍວກ ກັນແນ່ນອນ

“Let’s go to YUAK!” ມ່ວນຟັງເພີນຈົນເກືອບລືມໂພສ ມື້ນີ້ເຮົາຈະພາໝູ່ເພື່ອນໄປຟັງເພງ ‘ຍວກ ຍວກ YUAK YUAK’ ເຊິ່ງເປັນຜົນງານເພງຂອງສິລະປິນໜຸ່ມທັງ 5 ຄົນຄື Horlock x Senjx x Tongflow11 x LILFISHYYY x Swagwazz ຫຼືວ່າ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.