ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ອາກາດປ່ຽນ ພາຄວາມຮູ້ສຶກປ່ຽນ? ຮູ້ຈັກສະພາວະ Seasonal Affective Disorder
Muan RelationTips

ອາກາດປ່ຽນ ພາຄວາມຮູ້ສຶກປ່ຽນ? ຮູ້ຈັກສະພາວະ Seasonal Affective Disorder

Seasonal Affective Disorder ຊຶມເສົ້າເພາະລະດູການປ່ຽນແປງ

ແບ່ງປັນ
Getting your Trinity Audio player ready...

ເປັນຫຍັງເວລາຝົນຕົກ ຫຼື ເຮົາພົບເຈິກັບອາກາດໜາວເຢັນແລ້ວມັກຈະຮູ້ສຶກເຫງົາ, ເສົ້າ, ບໍ່ຢາກອອກໄປໃສ ແລະ ເບື່ອຈົນບໍ່ຢາກເຮັດຫຍັງ ພຽງແຕ່ຢາກນອນຢູ່ຫຼ້າໆໃນກອງຜ້າຫົ່ມກັບຫ້ອງນອນສີ່ຫຼ່ຽມຂອງເຮົາເອງ.

ໂລກຊຶມເສົ້າຕາມລະດູການ Seasonal Affective Disorder

ໂລກຊຶມເສົ້າຕາມລະດູການ ຫຼື ທີ່ຫຼາຍຄົນເອີ້ນສັ້ນໆວ່າ SAD ແມ່ນສະພາວະຂອງອາລົມທີ່ປ່ຽນແປງຕາມລະດູການ ເຊິ່ງມັນມັກຈະເກີດຂຶ້ນຊ້ຳໆໃນທຸກປີໂດຍສະເພາະລະດູຝົນ-ໜາວ ຫຼື ຊ່ວງທີ່ມີແສງແດດໜ້ອຍເຮັດໃຫ້ ເຊໂຣໂທນິນ (Serotonin) ຫຼຸດລົງເຊິ່ງມີຜົນຕໍ່ອາລົມ. 

ການປ່ຽນແປງຂອງແສງ ແລະ ຄວາມມືດມີຜົນຕໍ່ເວລາຂອງຊີວິດ (Circadian rhythm) ແລະ ລະດັບ ເມລາໂທນິນ (Melatonin) ທີ່ເພີ່ມຂຶ້ນໃນລະດູໜາວອາດເຮັດໃຫ້ຮູ້ສຶກງ່ວງຊຶມ, ໂດດດ່ຽວ ແລະ ເສົ້າ.  ການປ່ຽນແປງໃນທຸກໆລະດູການມັນບໍ່ພຽງແຕ່ປ່ຽນອຸ່ນນະພູມ, ແສງ ຫຼື ບັນຍາກາດທີ່ປ່ຽນຜ່ານກ້າວເຂົ້າສູ່ລະດູການໃໝ່ ແຕ່ມັນຍັງສົ່ງຜົນຕໍ່ສະໝອງ, ອາລົມ-ພຶດຕິກຳ ແລະ ຮ່າງກາຍໄດ້.

SAD ມີຄວາມສຳພັນກັບ 4 ລະດູການຫຼັກ (ລະດູໜາວ, ລະດູຮ້ອນ, ລະດູໃບໄມ້ປົ່ງ ແລະ ລະດູໃບໄມ້ຫຼົ່ນ) ເຊິ່ງອີງຈາກລະດູການຕາມສາກົນ ມັກຈະມີຜົນຕາມທີ່ລະບົບພູມອາກາດກຳນົດໄວ້ໃນຫຼາຍປະເທດ (ໂດຍສະເພາະໃນປະເທດເຂດໜາວ) ໃນທາງການແພດ SAD ມັກຈະກ່າວເຖິງ 2 ລະດູຫຼັກໆຄື: ລະດູໜາວ Winter-pattern SAD ລະດູການນີ້ມັກພົບເຫັນຄົນຊຶມເສົ້າຫຼາຍທີ່ສຸດ ແລະ ລະດູຮ້ອນ (Summer-type) ສະພາວະຊຶມເສົ້າໃນລະດູຮ້ອນແມ່ນພົບໄດ້ໜ້ອຍກວ່າ.

ກວດເບິ່ງອາການ SAD ດ້ວຍຕົວເອງງ່າຍໆ

  • ຮູ້ສຶກເສົ້າ, ເຫງົາ ຫຼື ຫົດຫູ່ໂດຍບໍ່ຮູ້ສາເຫດ. 
  • ພະລັງງານຫຼຸດລົງ, ເມື່ອຍງ່າຍ, ບໍ່ຢາກລຸກຈາກຕຽງ. 
  • ນອນຫຼາຍກວ່າປົກກະຕິ ແຕ່ຍັງຮູ້ສຶກບໍ່ສົດຊື່ນ. 
  • ນ້ຳໜັກຂຶ້ນ ຫຼື ຢາກກິນຂອງຫວານ/ແປ້ງຫຼາຍຜິດປົກກະຕິ. 
  • ຂາດແຮງຈູງໃຈ, ບໍ່ຢາກເຂົ້າສັງຄົມ ຫຼື ເຮັດກິດຈະກຳທີ່ເຄີຍມັກ. 
  • ບາງຄົນອາດມີຄວາມຄິດກ່ຽວກັບຄວາມສິ້ນຫວັງ ຫຼື ຄວາມຕາຍ.
ອ່ານຕື່ມ:  ໃຈພັງບໍ່ໄຫວ? 5 ທຣິກງ່າຍໆ ເພື່ອຮັບມືກັບມື້ທີ່ທັງເມື່ອຍ ແລະ ຈິດຕົກ

ວິທີດູແລຕົນເອງເມື່ອຕ້ອງປະເຊີນກັບ SAD

1. ຮັບແສງທຳມະຊາດ (Light Therapy): ພະຍາຍາມອອກໄປສຳຜັດແສງແດດໃນຕອນເຊົ້າ, ເປີດຜ້າມ່ານ-ເປີດປ່ອງຢ້ຽມໃຫ້ແສງທຳມະຊາດເຂົ້າມາໃນເຮືອນ ຫຼື ບ່ອນເຮັດວຽກ. 

2. ເຮັດກິດຈະກຳທີ່ມັກ: ນັ່ງສະມາທິ, ຫຼິ້ນເກມ, ເບິ່ງນັ່ງ-ຟັງເພງ, Workshop ຫຼື ອອກກຳລັງກາຍເປັນປະຈຳ ຈະຊ່ວຍກະຕຸ້ນຮໍໂມນຄວາມສຸກ. 

3. ນອນໃຫ້ເປັນເວລາ: ຊ່ວຍຮັກສາສົມດຸນຂອງຮ່າງກາຍ ແລະ ອາລົມ. 

4. ຫຼີກລ້ຽງຂອງຫວານ/ຄາເຟອີນທີ່ຫຼາຍເກີນໄປ: ເພື່ອບໍ່ໃຫ້ຮໍໂມນປ່ຽນແປງຜິດປົກກະຕິ.

5. ປຶກສາຈິດຕະແພດ: ຫາກອາການບໍ່ດີຂຶ້ນຄວນເຂົ້າພົບຈິດຕະແພດ ເພຶ່ອຫາທາງຮັກສາອາການຊຶມເສົ້າທີ່ເກີດຈາກລະດູການທີ່ປ່ຽນແປງນີ້.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

Winter Blues: ເປັນຫຍັງຄວາມໜາວມັນເສົ້າເບີນີ້? ນີ້ແມ່ນວິທີຮັບມືສຳລັບຄົນໂສດ

ຮູ້ຈັກ “Winter Blues” ຫຼື ອາການເສົ້າໃນລະດູໜາວ ທີ່ເກີດຈາກການປ່ຽນແປງຮໍໂມນ ແລະ ສະພາບອາກາດ ພ້ອມເຄັດລັບງ່າຍໆໃນການຮັບມື.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.