ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຊູນໂຕກັນແລ້ວມັນຟິນ? ຮູ້ຈັກອາການເສບຕິດການສຳຜັດຈາກຄົນຮັກ
Muan RelationTips

ຊູນໂຕກັນແລ້ວມັນຟິນ? ຮູ້ຈັກອາການເສບຕິດການສຳຜັດຈາກຄົນຮັກ

ແບ່ງປັນ
Getting your Trinity Audio player ready...

ໄຂຂໍ້ສົງໄສວ່າເປັນຫຍັງຄົນມີຄູ່, ມີຊູ້, ມີແຟນ ຄືມັກຈັບມື, ເກາະແຂນ, ກອດ ແລະ ສໍາຜັດໂຕກັນທຸກຄັ້ງທີ່ມີໂອກາດ (ໜ້ອຍໜຶ່ງກະເອົາ) ເຊິ່ງພຶດຕິກຳເຫຼົ່ານີ້ນັ້ນລ້ວນແຕ່ເປັນສິ່ງທີ່ປົກກະຕິຫຼາຍສໍາລັບຄົນທີ່ມີຄວາມຮູ້ສຶກຫວານຊຶ້ງຕໍ່ກັນ.

ການສໍາຜັດເປັນການສະແດງຄວາມຮັກທີ່ສໍາຄັນທີ່ສຸດຂອງມະນຸດ, ເຮົາສາມາດກຳນົດປະລິມານຄວາມຮັກຂອງເຮົາຜ່ານການສໍາຜັດໄດ້, ຖ້າທັງສອງຄົນສະໜິດກັນກັນທາງໃຈເທົ່າໃດ ການສໍາຜັດກໍຈະໃກ້ຊິດເທົ່ານັ້ນ.

ໃນທາງວິທະຍາສາດເອີ້ນການສໍາຜັດເຫຼົ່ານີ້ວ່າ “ລະບົບປະສາດຮັບຄວາມຮູ້ສຶກທາງຮ່າງກາຍ” ເຊິ່ງໃນເວລາເຮົາຖືກສໍາຜັດ, ສະໝອງຈະປະມວນຜົນວ່າການສໍາຜັດນີ້ມີອັນຕະລາຍ, ມີຄວາມຮັກ, ຄວາມຝືນໃຈມານໍາ. ແລ້ວການສໍາຜັດໂຕຈາກຄົນທີ່ຮັກກັນດ້ວຍໃຈຈິງຈະສາມາດເຮັດໃຫ້ເຮົາເສບຕິດຄວາມສຸກຈາກອ້ອມກອດແຫ່ງຄວາມຈິງໃຈໄດ້.

ມີງານວິໄຈບອກອີກວ່າ, ການສໍາຜັດໂຕແບບສກິນຊິບ (Skin ship) ຫຼື ການສະແດງຄວາມຮັກດ້ວຍສຳຜັດທາງກາຍນັ້ນ ສາມາດເຮັດໃຫ້ມະນຸດມີສະພາວະທາງອາລົມດີຂຶ້ນ, ເຮັດໃຫ້ຄວາມເຄັ່ງຄຽດຫາຍໄປ ແລະ ຜ່ອນຄາຍຄວາມກັງວົນ.

ສະຫຼຸບແລ້ວການສໍາຜັດໂຕນັ້ນ, ເປັນການສະແດງຄວາມຮັກທີ່ທັງສອງມີໃຫ້ກັນ ແລະ ກັນ, ແຕ່ທຸກຄົນກໍຈົ່ງຢ່າລືມວ່າເລື່ອງນີ້ຕ້ອງໄດ້ຮັບການຍິນຍອມຈາກທັງສອງຝ່າຍກັບຕ້ອງເຮັດໃຫ້ຖືກກາລະເທສະ ແລະ ຖ້າໃຜທີ່ເຂີນອາຍກັບການບອກຮັກ ການສໍາຜັດກໍອາດເປັນວິທີສົ່ງຄວາມຮັກໄປໃຫ້ຄູ່ຂອງໃຈແບບນຽນໆໄດ້

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  5 ສິ່ງທີ່ບໍ່ຄວນເວົ້າກັບຄົນເປັນຊຶມເສົ້າ ຄຳເວົ້າມີທັງຜົນດີ ແລະ ຜົນເສຍຕໍ່ພວກເຂົາ ສຸຂະພາບຈິດເປັນສິ່ງທີ່ຕ້ອງການຄວາມໃສ່ໃຈສູງ
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.