ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ມື້ພັກຍາວຜ່ານໄປ ຮູ້ສຶກ ເສົ້າ-ເບື່ອ ບໍ່ຢາກເຮັດຫຍັງ Check ເບິ່ງວ່າເຮົາເປັນ Post Holiday Blue?
Muan RelationTips

ມື້ພັກຍາວຜ່ານໄປ ຮູ້ສຶກ ເສົ້າ-ເບື່ອ ບໍ່ຢາກເຮັດຫຍັງ Check ເບິ່ງວ່າເຮົາເປັນ Post Holiday Blue?

ວັນຢຸດຍາວຜ່ານໄປ ຮູ້ສຶກເສົ້າເບື່ອບໍ່ຢາກເຮັດຫຍັງ Check ເບິ່ງວ່າເຮົາເປັນ Post Holiday Blue?

ແບ່ງປັນ
Getting your Trinity Audio player ready...

ບໍ່ມີແຮງທີ່ຈະລຸກອອກໄປໃສ, ມັນເມື່ອຍ, ມັນເບື່ອ ແລະ ເກີດອາການບໍ່ມີແຮງກັບມາໃຊ້ຊີວິດຕາມປົກກະຕິ ຫຼື ບໍ່ຢາກຈະເຮັດຫຍັງເລີຍ. ອາການແບບນີ້ມັກຈະເກີດຂຶ້ນຫຼັງຈາກການພັກແບບຍາວໆເຊັ່ນ: ການພັກໃນຊ່ວງປີໃໝ່ລາວ, ເຄົ້າດາວ-ປີໃໝ່ສາກົນ ແລະ ການລາພັກຮ້ອນ.

ອາການແບບນີ້ເອີ້ນວ່າ Post Holiday Blues ຫຼື ອາການຊຶມເສົ້າຫຼັງຈາກພັກຍາວນັ້ນເອງ ເຊິ່ງຫຼາຍໆຄົນທີ່ກຳລັງຮູ້ສຶກແບບນີ້ຢູ່ມັນບໍ່ແມ່ນເລື່ອງແປກເດີ, ເພາະໃນສະໝອງເຮົາຍັງສັ່ງການໃຫ້ຫວນນຶກເຖິງ ແລະ ວົນວຽນໂຫຍຫາຊ່ວງເວລາແຫ່ງຄວາມສຸກ.

ເພາະໃນຊ່ວງພັກຍາວພວກເຮົາໄດ້ພັກຜ່ອນ, ໄດ້ຢູ່ກັບຄົນທີ່ຮັກ, ໄດ້ເຮັດສິ່ງທີ່ມັກ, ສະໝອງຂອງພວກເຮົາປ່ອຍໂດພາມີນ ແລະ ເຊໂຣໂທນິນ ຊຶ່ງເປັນສານທີ່ເຮັດໃຫ້ມີຄວາມສຸກ.

ພໍໝົດຊ່ວງເວລາດີໆ ແລະ ຕ້ອງກັບມາສູ່ຄວາມເປັນຈິງ, ສະໝອງຈຶ່ງເກີດສະພາບ Happy Crash ຫຼື ຄວາມສຸກຕົກຫຼົ່ນ ນັ້ນເອງ. ອີກເຫດຜົນໜຶ່ງຄືຈັງຫວະຊີວິດປ່ຽນແປງກະທັນຫັນເຊັ່ນ: ຈາກການຕື່ນນອນສວາຍສະບາຍໆ ປັບມາເປັນຕື່ນເຊົ້າກະທັນຫັນກັບສູ່ຄວາມເຄັ່ງຄຽດອີກຄັ້ງ.

ວິທີຮັບມືເບື້ອງຕົ້ນ:

1. ຄ່ອຍໆປັບຕົວ:

ບໍ່ຈຳເປັນຕ້ອງກັບມາເລັ່ງເຄື່ອງໃຫ້ໄວທັນທີ ຄ່ອຍໆເອີ້ນຫາຈັງຫວະຊີວິດ Routine ເກົ່າກັບມາເຊັ່ນ: ຈັດຕາຕະລາງຊີວິດງ່າຍໆກ່ອນ.

2. ເຕີມພະລັງນ້ອຍໆໃນມື້ທຳມະດາເຊັ່ນ:

ຟັງເພງທີ່ມັກ, ກິນກາເຟຮ້ານທີ່ມັກ, ອອກກຳລັງກາຍ ຫຼື ນັດລົມກັບໝູ່ເພື່ອນຫຼັງເລີກຮຽນ ຫຼື ເລີກວຽກ.

3. ບໍ່ໂທດຕົນເອງ:

ຄວາມຮູ້ສຶກນີ້ບໍ່ແມ່ນຄວາມຜິດຂອງເຈົ້າ, ມັນເປັນເລືອງທຳມະຊາດຂອງມະນຸດທີ່ສາມາດເກີດຂຶ້ນໄດ້.

4. ວາງແຜນພັກໃນເທື່ອຕໍ່ໄປ:

ການມີບາງສິ່ງບາງຢ່າງໃຫ້ເຮົາຕັ້ງຕາລໍຄອຍຈະຊ່ວຍໃຫ້ມີກຳລັງໃຈຫຼາຍຂຶ້ນເຊັ່ນ: ວາງແຜນທ່ຽວສັ້ນໆ ຫຼື ມື້ພັກຕໍ່ໄປທີ່ຢາກເຮັດຫຍັງ.

5. ຂອບໃຈທີ່ຕົວເອງ:

ທີ່ຜ່ານມາເຈົ້າໄດ້ເຮັດຫຍັງມາໜັກຫຼາຍແລ້ວ ຄວນຂອບໃຈຕົວເອງທີ່ໄດ້ພັກແດ່, ກັບມາໃຊ້ພະລັງງານ ແລະ ເລັ່ງໃສ່ເປົ້າໝາຍໃໝ່ໃຫ້ສຳເລັດ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

Meet Dias Paragon: The Journey to Finding His Way in Laos

From the wide-open steppes of Kazakhstan to the vibrant streets of Vientiane,...

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.