ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຕິດຢູ່ໃນໂລກໄວເດັກ ເຂົ້າໃຈ ແລະ ຮຽນຮູ້ເພື່ອຮັບມືກັບ Peter Pan Syndrome
Muan RelationTips

ຕິດຢູ່ໃນໂລກໄວເດັກ ເຂົ້າໃຈ ແລະ ຮຽນຮູ້ເພື່ອຮັບມືກັບ Peter Pan Syndrome

ແບ່ງປັນ

ເຖິງຈະເປັນຜູ້ໃຫຍ່ແລ້ວ ແຕ່ບາງເທື່ອກໍຍັງຮູ້ສຶກວ່າໃຈເຮົາຍັງຄົງເປັນເດັກນ້ອຍຢູ່ເລີຍ Peter Pan Syndrome ການທີ່ບໍ່ຢາກເປັນຜູ້ໃຫຍ່ທີ່ບາງຄົນຢ້ານການປ່ຽນແປງ, ບາງຄົນຢ້ານລືມໂລກໃນຈິນຕະນາການໃນໄວເດັກສູນຫາຍໄປ

Peter Pan Syndrome ແມ່ນຄຳທີ່ໃຊ້ເອີ້ນອາການສະພາວະທາງຈິດທີ່ບາງຄົນປະຕິເສດທີ່ຈະເຕີບໂຕເປັນຜູ້ໃຫຍ່ ຫຼື ຫຼີກລ້ຽງຄວາມຮັບຜິດຊອບໃນບົດບາດໜ້າທີ່ຂອງຜູ້ໃຫຍ່. ເຖິງວ່າຄຳນີ້ຈະບໍ່ໄດ້ຮັບການຍອມຮັບຢ່າງເປັນທາງການໃນວົງການຈິດວິທະຍາແຕ່ກໍຖືກນຳໃຊ້ໃນສັງຄົມ ເພື່ອອະທິບາຍພຶດຕິກຳບາງຢ່າງທີ່ຜູ້ໃຫຍ່ບາງຄົນບໍ່ສາມາດ ຫຼື ບໍ່ຍອມເຕີບໃຫຍ່ໃນດ້ານອາລົມ ແລະ ຄວາມຮັບຜິດຊອບ.

Peter Pan ຄຳນີ້ແມ່ນຖືກຢືມມາໃຊ້ ຫຼື ອີງມາຈາກຕົວລະຄອນປີເຕີ້ແພນ ໃນວັນນະຄະດີຂອງປະເທດອັງກິດ (United Kingdom) ທີ່ໄດ້ຮັບຄວາມນິຍົມໄປທົ່ວໂລກ ຂຽນໂດຍ J.M. Barrie (ເຈ. ເອັມ. ແບຣີ) ເຊິ່ງເປັນນັກຂຽນຊາວສະກັອດແລນ.

ເຈ. ເອັມ. ແບຣີ ລາວຂຽນເລື່ອງ Peter Pan ຂຶ້ນຄັ້ງທຳອິດໃນຮູບແບບບົດລະຄອນໃນປີ 1904 ຕໍ່ມາກໍໄດ້ດັດແປງເປັນນິຍາຍໃນນາມ “Peter Pan and Wendy”  ໃນປີ 1911. ເລື່ອງລາວຂອງ Peter Pan ເປັນເລື່ອງຂອງເດັກຊາຍທີ່ບໍ່ຕ້ອງການໃຫຍ່ຂຶ້ນ ແລະ ອາໄສຢູ່ໃນດິນແດນມະຫັດສະຈັນທີ່ເອີ້ນວ່າ Neverland.

ລັກສະນະຂອງ Peter Pan Syndrome

  • ບໍ່ຕ້ອງການເຕີບໂຕເປັນຜູ້ໃຫຍ່: ຜູ້ທີ່ມີສະພາວະນີ້ມັກບໍ່ຕ້ອງການຮັບຜິດຊອບໃນໜ້າທີ່ ຫຼື ບົດບາດຂອງຜູ້ໃຫຍ່ເຊັ່ນ ການເຮັດວຽກ, ການວາງແຜນຊີວິດ ຫຼື ການດູແລຄອບຄົວ.
  • ຫຼີກລ້ຽງຄວາມຮັບຜິດຊອບ: ມັກມີບັນຫາໃນການຮັບຜິດຊອບຕໍ່ຊີວິດເຊັ່ນ ການຈັດການດ້ານການເງິນ, ການດູແລຕົວເອງ ຫຼື ການຮັບຜິດຊອບຕໍ່ໜ້າທີ່ໃນສັງຄົມ.
  • ເພິ່ງພາຄົນອື່ນ: ມັກເພິ່ງພາຄົນອື່ນໃນການດູແລຄວາມຕ້ອງການພື້ນຖານເຊັ່ນ ພໍ່-ແມ່ ຫຼື ຄົນຮັກໃນການຈັດການຊີວິດ.
  • ມີພຶດຕິກຳການຫຼິ້ນແບບເດັກນ້ອຍ: ມັກຮັກສານິໄສ ຫຼື ພຶດຕິກຳແບບເດັກນ້ອຍເຊັ່ນ ການເຮັດຕົວມ່ວນຊື່ນເກີນໄປໂດຍບໍ່ສົນກາລະເທສະ ຫຼື ບໍ່ສາມາດວາງຕົວໃນບົດບາດຂອງຜູ້ໃຫຍ່ໄດ້.
  • ຫຼີກລ້ຽງຄວາມສຳພັນທີ່ຈິງຈັງ: ບາງຄັ້ງມັກມີບັນຫາໃນການຮັກສາຄວາມສຳພັນໃຫ້ຍາວນານ ຫຼື ຈິງຈັງ ເນື່ອງຈາກບໍ່ສາມາດຮັບມືກັບຄວາມຄາດຫວັງ ແລະ ຄວາມຮັບຜິດຊອບທີ່ຫຼາຍຂຶ້ນໃນຊີວິດຄູ່.
ອ່ານຕື່ມ:  ຄົບກັນແບບ “ກັກໆ” ໃສ່ໃຈແຕ່ບໍ່ມີສະຖານະ ຄວນພັກ ຫຼື ໄປຕໍ່?

ສາເຫດທີ່ອາດຈະເຮັດໃຫ້ເກີດເປັນ Peter Pan Syndrome

ສິ່ງທຳອິດທີ່ອາດຈະເປັນການສ້າງສະພາວະ Peter Pan Syndrome ຄືການລ້ຽງດູໃນໄວເດັກທີ່ຖືກປົກປ້ອງຫຼາຍເກີນໄປ, ການສ້າງປະສົບການທີ່ເຮັດໃຫ້ເດັກນ້ອຍຄົນນັ້ນຮູ້ສຶກບໍ່ພ້ອມ, ຢ້ານການເຕີບໂຕເປັນຜູ້ໃຫຍ່ ໂດຍການລ້ຽງດູທີ່ມັກຈະສ້າງສະຖານະການ, ການເລົ່າເລື່ອງທີ່ເຮັດໃຫ້ສະພາບແວດລ້ອມພາຍນອກເປັນສິ່ງທີ່ບໍ່ປອດໄພ ຫຼື ເປັນຕາຢ້ານ ເຮັດໃຫ້ເດັກນ້ອຍຢ້ານການຕັດສິນໃຈໃນການຈະເຮັດຫຍັງຈັກຢ່າງ ຫຼື ການທີ່ຈະອອກຈາກຂອບເຂດທີ່ ພໍ່-ແມ່ ກຳນົດໄວ້.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ
Muan RelationTips

Doorway Effect: ຍ່າງຜ່ານປະຕູແລ້ວລືມເລື່ອງທີ່ຄິດ ຊວນເຂົ້າໃຈການຈັດລະບຽບຂອງສະໝອງ

ເຄີຍຍ່າງຜ່ານປະຕູແລ້ວລືມເລື່ອງທີ່ຈະເຮັດບໍ່? ທຳຄວາມເຂົ້າໃຈກັບ Doorway Effect ແລະ ວິທີທີ່ສະໝອງຈັດລະບຽບຄວາມຈຳໃນຊີວິດປະຈຳວັນ. ຊວນຮູ້ຈັກທິດສະດີ Doorway Effect ແລະ 3 ວິທີແກ້ໄຂງ່າຍໆ

Muan RelationTips

Trust Issues: ບັນຫາທີ່ເກີດຈາກຄວາມບໍ່ໄວ້ວາງໃຈເຮັດໃຫ້ຮັກເຈັບປວດ

ບັນຫາທາງຈິດໃຈທີ່ເຮັດໃຫ້ບໍ່ສາມາດໄວ້ວາງໃຈໃຜໄດ້ ມັກເກີດຈາກການຖືກທຳຮ້າຍທາງຈິດໃຈໃນອະດີດ ເຊິ່ງສົ່ງຜົນຕໍ່ຄວາມຄິດ, ອາລົມ ແລະ ພຶດຕິກຳໃນປັດຈຸບັນ.

Muan RelationTips

ຄວາມໝັ້ນໃຈສ້າງໄດ້: Self-Efficacy Theory ກຸນແຈສູ່ການສ້າງສະເໜ່ທີ່ດຶງດູດໃຈ

ຄວາມໝັ້ນໃຈບໍ່ໄດ້ເກີດຂຶ້ນທັນທີ ແຕ່ມາຈາກການຝຶກຝົນແລະການສ້າງຄວາມເຊື່ອໝັ້ນໃນໂຕເອງຢ່າງຕໍ່ເນື່ອງ. ເມື່ອເຮົາໝັ້ນໃຈໃນໂຕເອງ, ເຮົາຈະສົ່ງສະເໜ່ ແລະ ພະລັງງານບວກໃຫ້ກັບຄົນອ້ອມຂ້າງ ສະນັ້ນ, ສິ່ງນີ້ກໍຈະເຮັດໃຫ້ເຮົາເປັນທີ່ຈື່ຈຳ ແລະ ຊວນໃຫ້ປະທັບໃຈໃນສາຍຕາຂອງຄົນອື່ນ.

Muan RelationTips

ຮັກແບບນີ້ປົກກະຕິບໍ່? ໄຂທິດສະດີທີ່ຈະຊ່ວຍເລື່ອງຄວາມສຳພັນໃຫ້ດີຂຶ້ນ

ທິດສະດີຄວາມຜູກພັນ (Attachment Theory) ແມ່ນການອະທິບາຍຮູບແບບຄວາມສຳພັນຂອງມະນຸດ ທີ່ແບ່ງອອກເປັນ 4 ຮູບແບບ: ໝັ້ນຄົງ, ກັງວົນ, ຫຼີກໜີ ແລະ ຢ້ານຄວາມຜູກພັນ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.