ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ເຂົາກຳລັງເວົ້າຂວັນແທ້ຫວາ ຫຼື ວ່າເຮົາກຳລັງຄິດໄປເອງ? ກັງວົນວ່າຄົນກຳລັງເວົ້າເຖິງເລື່ອງທີ່ບໍ່ດີ ສ່ອງພຶດຕິກຳອາການ Paranoia
Muan RelationTips

ເຂົາກຳລັງເວົ້າຂວັນແທ້ຫວາ ຫຼື ວ່າເຮົາກຳລັງຄິດໄປເອງ? ກັງວົນວ່າຄົນກຳລັງເວົ້າເຖິງເລື່ອງທີ່ບໍ່ດີ ສ່ອງພຶດຕິກຳອາການ Paranoia

ໜ້າສົນໃຈແທ້ຫວາ? ຫຼື ວ່າເຮົາກຳລັງຄິດໄປເອງ ເກີດອາການວິຕົກກັງວົນວ່າຄົນອ້ອມຂ້າງກຳລັງເວົ້າເຖິງ ສ່ອງພຶດຕິກຳຂອງອາການ Paranoia

ແບ່ງປັນ
Getting your Trinity Audio player ready...

Paranoia Behavior ຫຼື ອາການຫວາດລະແວງ ແມ່ນເປັນໜຶ່ງໃນພຶດຕິກຳການສະແດງອອກທີ່ບຸກຄົນໃດໜຶ່ງມີຄວາມເຊື່ອວ່າ: ຄົນອື່ນມີເຈດຕະນາຮ້າຍຕໍ່ລາວ, ເຖິງແມ່ນວ່າລາວຈະບໍ່ມີຂໍ້ມູນຫຼັກຖານທີ່ຈະແຈ້ງ ຫຼື ເປັນເລື່ອງທີ່ບໍ່ມີມູນຄວາມຈິງ.

ຄົນທີ່ມີພຶດຕິກຳແບບນີ້ມັກຈະມີຄວາມຄິດທາງລົບ ແລະ ຮູ້ສຶກວ່າຕົນເອງຕົກຢູ່ໃນອັນຕະລາຍ, ກັງວົນວ່າຄົນອ້ອມຂ້າງກຳລັງເວົ້າເຖິງ, ກຳລັງວາງແຜນທຳຮ້າຍລາວ ຫຼື ຄິດວ່າຕົນເອງຖືກສອດສ່ອງຈາກຄົນອື່ນໆຢູ່ຕະຫຼອດ.

ມັກເຂົ້າໃຈຜິດກ່ຽວກັບເຈດຕະນາຂອງຄົນອື່ນ, ຄິດວ່າຄຳເວົ້າ ຫຼື ການກະທຳຂອງຄົນອື່ນແມ່ນການແນ່ເປົ້າໃສ່ຕົນເອງ ໂດຍຄິດວ່າເປັນການຂົ່ມກັນ ຫຼື ໂຈມຕີ.

ແຕ່ທຸກພຶດຕິກຳທີ່ເກີດຂຶ້ນຂອງອາການຫວາດລະແວງ ກໍມີສາເຫດທີ່ອາດມາຈາກປະສົບການໃນອະດີດໃນການໃຊ້ຊີວິດ ຫຼື ບັນຫາທາງດ້ານຈິດໃຈ, ມັກເກີດຂຶ້ນກັບຜູ້ທີ່ມີບັນຫາທາງຈິດເຊັ່ນ: ໂລກຈິດທີ່ຜິດປົກກະຕິ (Schizophrenia), ໂລກວິຕົກກັງວົນ (Anxiety) ຫຼື ໂລກຈິດທີ່ຫຼົງຜິດ (Delusional Disorder).

ວິທີການຮັບມືກັບ Paranoia Behavior

ຂໍຄວາມຊ່ວຍເຫຼືອຈາກຜູ້ຊ່ຽວຊານ

ການຮັບຄຳປຶກສາຈາກຈິດແພດ ຫຼື ນັກຈິດຕະວິທະຍາອາດຈະຊ່ວຍໃຫ້ຮຽນຮູ້ວິທີການຈັດການໃຫ້ກົງກັບຄວາມຄິດທີ່ເຈົ້າກຳລັງຫວາດລະແວງຢູ່ໄດ້ດີກວ່າ.

ເຝິກການຄິດເຊີງບວກ

ການເຝິກປ່ຽນຄວາມຄິດເຊີງລົບໃຫ້ເປັນເຊີງບວກ ແລະ ການຕັ້ງຄຳຖາມກັບຄວາມເບື່ອໜ່າຍທີ່ບໍ່ສົມເຫດສົມຜົນ, ມັນອາດຈະໃຫ້ສາມາດຊ່ວຍຫຼຸດຄວາມຫວາດລະແວງໄດ້.

ການໃຊ້ຢາປິ່ນປົວ

ໃນບາງກໍລະນີ, ແພດອາດສັ່ງຢາເພື່ອຫຼຸດອາການຫວາດລະແວງ ແລະ ຊ່ວຍຄວບຄຸມຄວາມຄິດທີ່ບໍ່ສົມເຫດສົມຜົນຈາກສານເຄມີໃນສະໝອງສັ່ງການໃຫ້ຄວາມຄິດຜິດປົກກະຕິ.

ການສະໜັບສະໜຸນຈາກຄົນອ້ອມຂ້າງ

ຄົນທີ່ໃກ້ຊິດຄວນເຂົ້າໃຈ ແລະ ໃຫ້ກຳລັງໃຈຄົນທີ່ມີພຶດຕິກຳ Paranoia ເພື່ອຊ່ວຍສ້າງສະພາບແວດລ້ອມທີ່ປອດໄພ ແລະ ບໍ່ເປັນອັນຕະລາຍຕໍ່ຈິດໃຈ.

Paranoia ແມ່ນພຶດຕິກຳທີ່ຕ້ອງການຄວາມເຂົ້າໃຈ ແລະ ການດູແລຈາກຜູ້ຊ່ຽວຊານ. ຖ້າປ່ອຍໄວ້ໂດຍບໍ່ໄດ້ຮັບການປິ່ນປົວອາດສົ່ງຜົນກະທົບຕໍ່ຄວາມສຳພັນກັບຄົນອື່ນ ແລະ ຄຸນນະພາບຊີວິດໄດ້.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ?

ໂສດຈົນເມື່ອຍລະເດີ! ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ? ນີ້ເປັນບັນຫາລະດັບຊາດສຳລັບຊາວເຮົາ ແລ່ວຈະເຮັດແນວໃດຈຶ່ງຈະມີແຟນຈັກເທື່ອ? ນີ້ແມ່ນວິທີແກ້ໄຂສຳລັບຄົນທີ່ມັກຢູ່ຕິດຢ້າວຕິດເຮືຶອນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.