ຢາກເບິ່ງເປັນ “ລູກຜູ້ດີ” ຕ້ອງແຕ່ງໂຕແນວໃດ? Old Money Style ຄືຄຳຕອບ

ແບ່ງປັນ

ຢາກເບິ່ງເປັນ “ລູກຜູ້ດີ” ຕ້ອງແຕ່ງໂຕແນວໃດ? Old Money Style ຄືຄຳຕອບ

ໂດຍ: Tonmai Phoutthasack Tonmai Phoutthasack
19 March 2026 5

ໃນໂລກແຫ່ງແຟຊັ່ນທີ່ໝູນວຽນໄປຢ່າງໄວວາ, Old Money Style ຫຼື ທີ່ຂະໜານນາມກັນວ່າ “Quiet Luxury” ໄດ້ກ້າວຂ້າມການເປັນພຽງເທຣນຊົ່ວຄາວ ສູ່ການເປັນ “ຄວາມຈຳເປັນທາງຍຸດທະສາດ” ໃນການສ້າງພາບລັກລະດັບສູງ. ສະຕາຍນີ້ບໍ່ແມ່ນພຽງການເລືອກໃສ່ເສື້ອຜ້າລາຄາແພງ, ແຕ່ແມ່ນການສະທ້ອນເຖິງມໍລະດົກ (Heritage), ຄ່ານິຍົມທີ່ຝັ່ງເລິກ ແລະ ຄວາມຍືນຍົງທີ່ຢູ່ເໜືອການເວລາ.

ຄວາມແຕກຕ່າງພື້ນຖານລະຫວ່າງ Old Money ແລະ New Money ແມ່ນຢູ່ທີ່ທັດສະນະຄະຕິທາງສັງຄົມ ໃນຂະນະທີ່ New Money ມັກໃຊ້ແຟຊັ່ນເພື່ອການສ້າງຕົວຕົນໃໝ່ (Reinvention) ຜ່ານຄວາມໂດດເດັ່ນ ແລະ ໂລໂກ້ທີ່ປະກາດຄວາມມີຕົວຕົນ (Logo Mania), ແຕ່ Old Money ຍຶດຖືປັດຊະຍາຄວາມຕໍ່ເນື່ອງ (Continuity) ແລະ ຄວາມຖ່ອມຕົວ. ພວກເຂົາເລືອກທີ່ຈະສື່ສານຜ່ານ “ຄວາມໝາຍລັບໆ” ໃນລາຍລະອຽດທີ່ປານີດ ແລະ ວັດສະດຸຊັ້ນເລີດ ເພື່ອໃຫ້ສະເພາະຜູ້ທີ່ມີລົດສະນິຍົມໃນລະດັບດຽວກັນເທົ່ານັ້ນທີ່ສັງເກດເຫັນ.

ເມື່ອກ້າວເຂົ້າສູ່ປີ 2026, ນິຍາມນີ້ໄດ້ວິວັດທະນາການສູ່ “Quiet Luxury 2.0” ເຊິ່ງໃຫ້ຄວາມສຳຄັນກັບ “ຄວາມຄຸ້ມຄ່າທາງອາລົມ” (Emotional Utility) ແລະ ຄວາມໂປ່ງໃສຂອງທີ່ມາ ຫຼາຍກວ່າການໂອ້ອວດທາງຖານະ. ນີ້ຄືບົດພິສູດວ່າຄວາມຮັ່ງມີທີ່ແທ້ຈິງນັ້ນບໍ່ຈຳເປັນຕ້ອງສົ່ງສຽງທີ່ດັງ.

ຮາກຖານຂອງສະຕາຍຜູ້ດີເກົ່າ ສາມາດຍ້ອນກັບໄປເຖິງສະຕະວັດທີ 18-19 ໃນເອີຣົບ ແລະ ອາເມລິກາ ເຊິ່ງເປັນຊ່ວງເວລາແຫ່ງການປ່ຽນແປງທາງສັງຄົມທີ່ເອີ້ນວ່າ “Great Male Renunciation”. ເມື່ອຊົນຊັ້ນສູງເລີ່ມປະລະຄວາມຟຸມເຟືອຍຂອງລູກໄມ້ ແລະ ວິກຜົມໃນຍຸກຂຸນນາງ, ແລ້ວຫັນເຂົ້າຫາຄວາມລຽບງ່າຍຂອງຊຸດສູດສີເຂັ້ມ ເພື່ອສະແດງເຖິງຄວາມໜ້າເຊື່ອຖື ແລະ ຄວາມເປັນມືອາຊີບ.

ໃນປັດຈຸບັນ, ກະແສນີ້ຖືກປຸກຂຶ້ນມາອີກຄັ້ງພາຍໃຕ້ແນວຄິດ “Recessioncore” ທ່າມກາງວິກິດການທາງເສດຖະກິດທີ່ຄວາມຮັ່ງມີແບບຕະໂກນຖືກເບິ່ງວ່າບໍ່ເໝາະສົມ (Gauche). ອິດທິພົນຈາກສື່ສະໄໝໃໝ່ ເຊັ່ນ: ຊີຣີ Succession ທີ່ຖ່າຍທອດຊີວິດມະຫາເສດຖີຜ່ານເສື້ອຜ້າລຽບໆແຕ່ລາຄາແພງລະຍັບ, ລວມເຖິງພາບຈຳຂອງ ກະວນເນັດ ພັລໂທຣ (Gwyneth Paltrow) ໃນເຫດການພິຈາລະນາຄະດີ ທີ່ສະທ້ອນຄວາມສະຫງ່າງາມແບບປະຢັດຖ້ອຍຄຳ ໄດ້ກາຍເປັນຕົວເລັ່ງໃຫ້ການແຕ່ງກາຍສະຕາຍ Ivy League ແລະ ຄວາມຄລາສສິກແບບຊົນຊັ້ນສູງ ກັບມາເປັນທີ່ປາຖະໜາຂອງຄົນທຸກເຈເນີເຣຊັນ.

ອ່ານຕື່ມ:  ລົມກັນຢູ່ດີໆກະງຽບຫາຍໄປເລີຍ ນີ້ແມ່ນຄົນ ຫຼື ຜີທີ່ມາຫຼອກກັນ?

ການແຕ່ງຕົວແບບ Old Money Style ແມ່ນຫຍັງ?

ການແຕ່ງຕົວແບບ Old Money Style ໄດ້ຮັບຄວາມນິຍົມມາຈາກຝັ່ງຕາເວັນຕົກຕັ້ງແຕ່ຍຸກ 60-70. ເລີ່ມຈາກການແຕ່ງຕົວສະຕາຍມິນິມອລ (Minimal) ທີ່ປະສົມປະສານກັບຄວາມວິນເທຈ (Vintage), ເຊິ່ງມີຄວາມຄລາສສິກຂອງຜູ້ດີເກົ່າໃນຍຸກນັ້ນປະສົມເຂົ້າກັນຢ່າງລົງຕົວ. ແນ່ນອນວ່າການແຕ່ງຕົວລຸັກ Old Money ເປັນແຟຊັ່ນທີ່ເນັ້ນຄຸນນະພາບຂອງເຄື່ອງນຸ່ງ ເຊິ່ງເອີ້ນໄດ້ວ່າເປັນການສະທ້ອນໃຫ້ເຫັນເຖິງຄວາມຫຼູຫຼາ ແລະ ລຽບງ່າຍ. ການແຕ່ງຕົວແບບນີ້ຈະຕ້ອງຜະລິດມາຈາກວັດສະດຸຊັ້ນດີ, ມີການຕັດຫຍິບທີ່ສວຍງາມ ແລະ ປານີດ. ທີ່ສຳຄັນ, ເສື້ອຜ້າຈະຕ້ອງບໍ່ເນັ້ນລວດລາຍ, ບໍ່ມີໂລໂກ້ແບຣນຂະໜາດໃຫຍ່ ແລະ ສ່ວນໃຫຍ່ຈະເລືອກແຕ່ສີພື້ນ ເຊັ່ນ: ສີດຳ, ຂາວ, ນ້ຳຕານ, ເທົາ, ຄີມ, ສີຟ້າ ແລະ ສີກົມ.

ນອກຈາກນີ້, ຍັງເນັ້ນຄວາມລຽບຫຼູ ເຮັດໃຫ້ເບິ່ງຫຼໍ່ ແລະ ງາມແບບລວຍຫຼາຍ. ຢ່າງໃດກໍຕາມ, ປັດຈຸບັນລຸັກ Old Money Style ມີຫຼາຍແບຣນທີ່ນິຍົມ, ເຊິ່ງແຕ່ລະແບຣນກໍຈະມີຄວາມແຕກຕ່າງກັນອອກໄປຕັ້ງແຕ່ລາຄາຫຼັກພັນຈົນຮອດຫຼັກໝື່ນ. ໃຜທີ່ຢາກແຕ່ງລຸັກສວຍຫຼູເບິ່ງແພງ ກໍສາມາດເລືອກໄດ້ຕາມຄວາມເໝາະສົມເລີຍ.

ວິທີການແຕ່ງຕົວແບບ Old Money Style ໃຫ້ຫຼູຫຼາ

ເຮົາມາເບິ່ງກັນຕໍ່ເລີຍວ່າ ຖ້າຢາກແຕ່ງລຸັກ Old Money ໃຫ້ລຽບຫຼູ ແລະ ເບິ່ງແພງ ຕ້ອງເລືອກມິກແອນແມັດ (Mix & Match) ແນວໃດ. ຂໍບອກວ່າບໍ່ຍາກເລີຍ

  • ລັກສະນະຂອງເສື້ອຜ້າທີ່ຄວນເລືອກ: ກ່ອນອື່ນໝົດ ເຮົາຕ້ອງເລືອກເສື້ອຜ້າທີ່ບໍ່ເນັ້ນລວດລາຍ, ເນັ້ນພຽງດີຊາຍທີ່ລຽບງ່າຍ, ບໍ່ມີໂລໂກ້ຂະໜາດໃຫຍ່ ແລະ ເປັນເສື້ອຜ້າທີ່ມີຄຸນນະພາບທັງແພັດເທີນ (Pattern) ແລະ ວັດສະດຸ ເຊັ່ນ: ເສື້ອໂປໂລ, ເສື້ອເຊີດ, ເສື້ອຍືດ ຫຼື ແມ້ແຕ່ເສື້ອຄໍເຕົ່າ, ເບລເຊີ (Blazer), ໂສ້ງ ແລະ ກະໂປ່ງຕ່າງໆ ຕ້ອງເລືອກທີ່ງານເນີຍບເທົ່ານັ້ນ.
  • ໃສ່ໃຈເລື່ອງຄຸນນະພາບຂອງການຜະລິດ: ທີ່ຢາກໃຫ້ໃສ່ໃຈໃນເລື່ອງຄຸນນະພາບການຜະລິດກໍເພາະວ່າ Old Money ຈະຖືກສະແດງໃຫ້ເຮົາເຫັນຜ່ານຂະບວນການຜະລິດທີ່ເນັ້ນເລື່ອງຄຸນນະພາບ ບໍ່ວ່າຈະເປັນເນື້ອຜ້າ ແລະ ການຕັດຫຍິບ. ທຸກຢ່າງຈະຖືກຄັດສັນມາຢ່າງດີ ທັງຜ້າວູລ (ຜ້າຂົນສັດ) ແລະ ຜ້າລິນິນ.
  • ຄຸມໂທນສີຊຸດທຸກຄັ້ງ: ນອກຈາກຈະຕ້ອງເລືອກເສື້ອຜ້າທີ່ມີຄຸນນະພາບ ແລະ ບໍ່ເນັ້ນລວດລາຍແລ້ວ, ເຮົາຍັງຕ້ອງຄຸມລຸັກ Old Money ໃຫ້ເປັນສີພື້ນໆ. ຕໍ່ໃຫ້ແມັດແບບຫຼາຍຊິ້ນຄົນລະສີ ແຕ່ກໍຄວນຄຸມໂທນເດີ້! ເຊິ່ງໂທນສີກໍເນັ້ນໄປທາງທຳມະຊາດ, ສີພື້ນໆ ບໍ່ເນັ້ນຄວາມສີສັນສູດສາດເລີຍ. ຖ້າຢາກໃສ່ແບບມີສີສັນ ກໍຄວນເຟດ (Fade) ໄປໃຫ້ຮອດສີຂຽວເຂັ້ມ, ນ້ຳຕານເຂັ້ມ ຫຼື ແດງເລືອດໝູ, ແບບນີ້ຈະພໍຊ່ວຍໃຫ້ເຂົ້າກັນໄດ້.
  • ປິດທ້າຍດ້ວຍເຄື່ອງປະດັບ: ແນ່ນອນວ່າການແຕ່ງແບບ Old Money ກໍຈະມີເຄື່ອງປະດັບແນ່. ຄືເກົ່າເລີຍ, ເຮົາຈະເນັ້ນເລືອກແບບທີ່ບໍ່ຫຼາຍເກີນໄປ. ໃສ່ເປັນສາຍແອວ, ເກີບ, ກະເປົາ ທີ່ໂທນສີໃກ້ຄຽງກັບຊຸດກໍໄດ້. ຍົກຕົວຢ່າງໃຫ້ທຸກຄົນນຶກພາບຕາມງ່າຍໆຄື: ຖ້າເລືອກແຕ່ງສີນ້ຳຕານ-ຄີມ, ເຄື່ອງປະດັບທີ່ໃສ່ທັງຫົວສາຍແອວ ຫຼື ຕຸ້ມຫູກໍຄວນເປັນສີທອງ ນັ້ນເອງ.

ລວມເຕັກນິກການແຕ່ງ Old Money Style ທີ່ງ່າຍຈົນຢາກແຕ່ງຕາມ!

  1. ດູແລຕົວເອງໃຫ້ເບິ່ງດີ: ເປັນສິ່ງທຳອິດທີ່ມອງຂ້າມບໍ່ໄດ້. ກ່ອນອື່ນທີ່ອື່ນໝົດ, ການແຕ່ງລຸັກ Old Money ເຮົາຈະຕ້ອງດູແລເລື່ອງຂອງຊົງຜົມ, ຜິວໜ້າ ແລະ ເລັບມືເປັນປະຈຳ. ຜິວຄວນມີຄວາມກະຈ່າງໃສ, ເລັບສຸຂະພາບດີ ແລະ ຜົມງາມບໍ່ແຕກປາຍ ຈະຊ່ວຍສົ່ງໃຫ້ພາບລັກຂອງເຮົາຊັດເຈນ ດູດີ ແລະ ເບິ່ງສະຫງ່າງາມຫຼາຍຂຶ້ນໄດ້.
  2. ກະໂປ່ງຈະຊ່ວຍເຮັດໃຫ້ພາບລັກເບິ່ງຫວານຂຶ້ນ: ການແຕ່ງຕົວ Old Money ສຳລັບຜູ້ຍິງ ຖ້າຢາກໄດ້ພາບລັກທີ່ຫວານໜ້ອຍໜຶ່ງ ການເລືອກກະໂປ່ງມາແມັດຖືເປັນທາງເລືອກທີ່ດີເລີຍ. ອາດຈະເລືອກກະໂປ່ງເປັນຊົງສໍ (Pencil Skirt) ຫຼື ກະໂປ່ງຮັດຮູບໜ້ອຍໜຶ່ງ (ແຕ່ບໍ່ຮັດຫຼາຍຈົນເກີນງາມ). ຈາກນັ້ນໃຫ້ນຳມາມິກກັບເສື້ອເຊີດແຂນຍາວ ຫຼື ເສື້ອເບລເຊີໄດ້ເລີຍ. ປິດທ້າຍດ້ວຍເກີບສົ້ນສູງສະຕາຍຄລາສສິກ ຫຼື ຈະເປັນເກີບໂລເຟີ (Loafer) ກໍເບິ່ງດີໄປອີກແບບເດີ້.
  3. ເລືອກໃສ່ໂສ້ງໃຫ້ເຂົ້າກັບເສື້ອແບບລຽບຫຼູ: ແທ້ຈິງແລ້ວການເລືອກໂສ້ງໃຫ້ເຂົ້າກັບເສື້ອແບບລຽບຫຼູເຮັດໄດ້ບໍ່ຍາກ. Old Money ສາມາດແຕ່ງຕາມໄດ້ທັງຜູ້ຊາຍ ແລະ ຜູ້ຍິງເລີຍ. ພຽງແຕ່ເລືອກສີເຂັ້ມໃຫ້ເບິ່ງລຽບງ່າຍ ຢ່າງການມິກເສື້ອເຊີດສີຂາວກັບໂສ້ງສີນ້ຳຕານເຂັ້ມ ຫຼື ສີກົມກໍຊ່ວຍໄດ້. ເສີມດ້ວຍການໃສ່ເບລເຊີສີເຂັ້ມທັບອີກເທື່ອໜຶ່ງ ກໍຍິ່ງເສີມໃຫ້ເບິ່ງແພງຫຼາຍຂຶ້ນ. ແນະນຳວ່າພະຍາຍາມຫຼີກລ່ຽງໂສ້ງທີ່ມີສີສັນເດີ້ ເພາະຈະບໍ່ເຂົ້າກັບຄວາມ Old Money ປານໃດ. ຂໍເຕືອນໄວ້ກ່ອນນ້າ!
  4. ຫາເບລເຊີ (Blazer) ຄູ່ໃຈ ແມັດກັນໄດ້ທຸກເວລາ: ເສື້ອເບລເຊີກັບລຸັກ Old Money ເປັນສິ່ງທີ່ເຂົ້າກັນໄດ້ຢ່າງລົງຕົວເລີຍ. ເພາະເບລເຊີຈະບໍ່ມີໂລໂກ້ຂອງແບຣນ, ເຮັດໃຫ້ເຫັນເຖິງຄວາມລຽບງ່າຍ. ເພາະສະນັ້ນ ຖ້າມັກໃສ່ເບລເຊີ ອາດຈະສັ່ງຕັດໄປເລີຍບາດດຽວ ແລະ ເລືອກໂທນສີພື້ນໆ, ເອົາໃຫ້ພໍດີຕົວແຕ່ບໍ່ຕ້ອງຮັດຮູບເດີ້. ຖ້າໃຜມັກໃສ່ເສື້ອໂອເວີໄຊສ (Oversize) ອາດຈະຕ້ອງພັກໄປກ່ອນ ເພາະມັນອາດຈະເຮັດໃຫ້ເຮົາເບິ່ງບໍ່ສົມສ່ວນໄດ້. ແນວໃດກໍຕາມ, ການເລືອກໃສ່ເບລເຊີ ເຮົາຈະໃສ່ກັບໂສ້ງ ຫຼື ກະໂປ່ງກໍໄດ້. ເວົ້າເລີຍວ່າຖ້າໃນຕູ້ມີເສື້ອຜ້າສ່ຳນີ້ກໍຄືເອົາຢູ່ແລ້ວ.
  5. ເລືອກກະເປົາຄູ່ໃຈສີພື້ນ: ສຳລັບກະເປົາຕ້ອງບອກວ່າ ຖ້າຈະໃຫ້ເໝາະກັບ Old Money Style ຄວນເລືອກກະເປົາທີ່ເຮັດມາຈາກໜັງ. ແນ່ນອນວ່າຄວນເລືອກແບບທີ່ມີຄຸນນະພາບ, ທົນທານ, ສວຍງາມ ເພື່ອຈະໄດ້ສົ່ງລຸັກ Old Money ໃຫ້ເບິ່ງຫຼູຂຶ້ນໄປອີກ. ຄືເກົ່າເລີຍວ່າ ສີຕ້ອງເລືອກໂທນພື້ນໆ ຢ່າງສີນ້ຳຕານ, ສີຄີມ, ສີຂາວ, ບໍ່ຄວນເລືອກໂທນສົດໃສ ເພາະຈະເຮັດໃຫ້ກະເປົາເດັ່ນກວ່າເສື້ອຜ້າໄດ້.
  6. ຄອມພລີດລຸັກ (Complete Look) ດ້ວຍເກີບໜັງເພີ່ມຄວາມວິນເທຈແບບເກ๋ໆ: ຕ້ອງບອກວ່າທຸກອົງປະກອບການແຕ່ງຕົວສຳຄັນຫຼາຍໆ. ສະນັ້ນ, ການເລືອກເກີບທີ່ມີຄວາມຄລາສສິກມາຕັດກັບຄວາມລຽບຫຼູ ກໍເຮັດໃຫ້ລຸັກເບິ່ງມີສີສັນຫຼາຍຂຶ້ນໄດ້. ແອບບອກວ່າ ອາດຈະຕ້ອງນອກໃຈເກີບຜ້າໃບຈັກໜ້ອຍໜຶ່ງ ເພາະມັນຈະຂັດກັບຄວາມ Old Money ເກີນໄປ.

ການກ້າວເຂົ້າສູ່ວິຖີ Old Money ແມ່ນການລົງທຶນໃນ “ທຶນທາງວັດທະນະທຳ” ຂອງຕົນເອງເພື່ອຄວາມໜ້າເຊື່ອຖືໃນລະດັບສາກົນ. ສຳລັບຜູ້ເລີ່ມຕົ້ນ, ນີ້ຄືເຕັກນິກ “Quick Wins” ທີ່ເຮັດຕາມໄດ້ທັນທີ:

  • ລົງທຶນກັບການແກ້ຊົງ (Tailoring): ເສື້ອຜ້າລາຄາປານກາງທີ່ຖືກປັບຊົງໃຫ້ເຂົ້າກັບສະລິລະ ຈະເບິ່ງແພງກວ່າເສື້ອຜ້າແບຣນເນມທີ່ໄຊສບໍ່ພໍດີຕົວ.
  • ຄຸມໂທນສີກາງ ແລະ Monochromatic: ການແຕ່ງຕົວສີດຽວທັງໝົດ (ເຊັ່ນ: ຄີມ ຫຼື ກົມມະທ່າ) ຊ່ວຍໃຫ້ລຸັກເບິ່ງສະອາດຕາ ແລະ ຫຼູຫຼາໄດ້ທັນທີ.
  • ດູແລຄວາມສະອາດ (High-End Grooming): ເສື້ອຜ້າຕ້ອງລີດໃຫ້ລຽບ (Steam ironed) ແລະ ເກີບຕ້ອງໄດ້ຮັບການຂັດເງົາຢູ່ສະເໝີ.
  • Mixing High and Low: ຈັບຄູ່ເສື້ອຜ້າພື້ນຖານຄຸນນະພາບດີ ເຂົ້າກັບ “Investment Piece” ພຽງໜຶ່ງຊິ້ນ ເຊັ່ນ: ສາຍແອວໜັງແທ້ ຫຼື ໂມງຄລາສສິກ.
  • Less is More: ຍຶດຫຼັກຄວາມງຽບສະຫງົບໃນເຄື່ອງປະດັບ, ເລືອກໃສ່ພຽງ 1-3 ຊິ້ນທີ່ຊົງຄຸນຄ່າ.
ອ່ານຕື່ມ:  Manifest Energy ປ່ຽນຕົວເອງໃຫ້ດີຂຶ້ນໃນ 21 ມື້ ລອງໃຊ້ທິດສະດີກົດຂອງແຮງດຶງດູດສິ່ງດີໆເຂົ້າມາໃນຊີວິດ

ເປັນແນວໃດແດ່ ກັບ Old Money Style? ຕ້ອງບອກວ່າແຕ່ງຕາມໄດ້ບໍ່ຍາກແທ້ໆ, ຖືວ່າງ່າຍຫຼາຍໆເລີຍ ເພາະວ່າທຸກຢ່າງເຮົາຈະເລືອກສີໂທນທຳມະຊາດ, ພື້ນໆ, ເບສິກ (Basic) ແຕ່ລຽບຫຼູ. ໃຜທີ່ຍັງບໍ່ເຄີຍລອງແຕ່ງຕົວແນວນີ້ ອາດຈະຕ້ອງໄດ້ລອງແລ້ວລະ. ເຊື່ອວ່າເຂົ້າກັບພາບລັກຂອງທຸກຄົນແນ່ນອນ!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.