ທຸກຄົນໄດ້ກອດສົ່ງຕໍ່ຄວາມອົບອຸ່ນ ແລະ ຄວາມຫ່ວງໄຍໃຫ້ກັບຄອບຄົວ, ຄົນຮັກ ຫຼື ໝູ່ເພື່ອນ ຄັ້ງຫຼ້າສຸດແມ່ນຕອນໃດ? ບາງເທື່ອເຮົາເອງອາດຈະລືມໄປແລ້ວວ່າ “ການກອດ” ມັນສາມາດຊ່ວຍຟື້ນຟູຈິດໃຈຂອງເຮົາໄດ້ ເພາະການໃຊ້ຊີວິດໃນສັງຄົມປັດຈຸບັນຄື ເປັນແບບເລັ່ງດ່ວນ, ຄວາມວຸ່ນວາຍ ແລະ ທຸກຢ່າງຕ້ອງໄວໄປໝົດ ແລ່ນນຳທຸກຢ່າງຈົນເຮັດໃຫ້ຈິດໃຈເຮົາເມື່ອຍແບບບໍ່ໄຫວແລ້ວ.
ການກອດ ເປັນພາສາກາຍທີ່ບໍ່ມີສຽງ ແຕ່ສາມາດເສີມສ້າງກຳລັງໃຈ ແລະ ຄວາມສຳພັນໄດ້ດີທີ່ສຸດ ເຊິ່ງມື້ນີ້, ວັນທີ 21 ມັງກອນ ກົງກັບ ວັນກອດແຫ່ງຊາດ (National Hug Day) ແມ່ນເປັນສິ່ງທີ່ສາມາດເຕື່ອນໃຈໃຫ້ເຮົາຫັນມາເບິ່ງແຍງຄວາມສຳພັນຜ່ານການກອດ, ເປັນການລົງທຶນໃນຄວາມສຳພັນທີ່ບໍ່ຕ້ອງໃຊ້ເງິນ ຫຼື ວັດຖຸສິ່ງຂອງ ແຕ່ໄດ້ຜົນຕອບແທນເປັນ ຄວາມສຸກ-ຄວາມອົບອຸ່ນ ທີ່ມີຄ່າມະຫາສານແທນ.
ການກອດສຳຄັນແນວໃດ?
1. ການກອດຄືການສ້າງ “ພື້ນທີ່ປອດໄພ”
ຄວາມສຳພັນທີ່ຍືນຍົງບໍ່ໄດ້ວັດກັນທີ່ວ່າມີຄວາມສຸກຫຼາຍປານໃດ ແຕ່ວັດກັນທີ່ວ່າເຮົາຮູ້ສຶກ ປອດໄພ ຕໍ່ກັນຫຼາຍປານໃດ. ເມື່ອເຮົາກອດກັນ, ຮ່າງກາຍຈະຫຼັ່ງອອກຊິໂຕຊິນ (Oxytocin) ຮໍໂມນແຫ່ງຄວາມຮັກ ແລະ ຄວາມຜູກພັນ, ຈະຫຼັ່ງອອກມາເມື່ອເຮົາໃກ້ຊິດກັນເຊັ່ນ: ການກອດ ຫຼື ລົມກັນດ້ວຍຄວາມຈິງໃຈ. ມັນຊ່ວຍໃຫ້ເຮົາ ຮູ້ສຶກປອດໄພ, ຫຼຸດຄວາມຄຽດ ແລະ ເພີ່ມຄວາມໄວ້ໃຈຕໍ່ກັນ ເຊິ່ງເປັນກຸນແຈສຳຄັນທີ່ເຮັດໃຫ້ຄວາມສຳພັນໝັ້ນຄົງ ແລະ ຍືນຍົງ.
2. ຟື້ນຟູຈິດໃຈ ກັນ ແລະ ກັນ ດ້ວຍຄວາມອົບອຸ່ນ
ໃນຍາມທີ່ຜິດຖຽງ ຫຼື ບໍ່ເຂົ້າໃຈກັນ, ການກອດມີພະລັງຫຼາຍ ເພາະມັນຊ່ວຍໃຫ້ຫຼຸດອາລົມທີ່ກຳລັງຮ້ອນ ພ້ອມທັງສ້າງຄວາມອົບອຸ່ນໃນຄວາມຮູ້ສຶກ ເຮັດໃຫ້ສະຫງົບລົງ ແລະ ເປັນການຢືນຢັນວ່າ “ຄວາມຮັກ-ຄວາມສຳພັນ” ຂອງເຮົານັ້ນສຳຄັນກວ່າບັນຫາໃດໆທັງໝົດ.
3. ກອດກັນພຽງ 20 ວິນາທີ ສາມາດປ່ຽນຄວາມສຳພັນໃຫ້ດີຂຶ້ນ
ຜົນການວິໄຈຈາກ University of North Carolina (UNC) ພົບວ່າ ການກອດພຽງແຕ່ 20 ວິນາທີ ກໍຈະຊ່ວຍໃຫ້ລະດັບຄວາມຄຽດຫຼຸດລົງ ແລະ ເຮັດໃຫ້ຫົວໃຈເຕັ້ນເປັນຈັງຫວະທີ່ຜ່ອນຄາຍ. ສໍາລັບຄູ່ຮັກ, ຄອບຄົວ ຫຼື ໝູ່ເພື່ອນ, ການສະລະເວລາພຽງບໍ່ເທົ່າໃດວິນາທີ ເພື່ອມອບອ້ອມກອດໃຫ້ກັນ ເປັນການເຕີມພະລັງງານບວກໃຫ້ກັບຊີວິດ ເຮັດໃຫ້ຄວາມສຳພັນບໍ່ຈືດຈາງໄປຕາມການເວລາ.
“ການກອດ” ສາມາດເຮັດໄດ້ທຸກມື້ ບໍ່ຈຳເປັນວ່າຈະຕ້ອງກອດກັນພຽງແຕ່ໃນ ວັນທີ 21 ມັງກອນ ນີ້ເທົ່ານັ້ນ, ຖ້າຮັກໃຜກໍເລີ່ມທີ່ຈະສົ່ງຕໍ່ຄວາມອົບອຸ່ນ ແລະ ຄວາມຫວັງດີດ້ວຍການກອດຢ່າງເປັນປະຈຳ. ເພື່ອສ້າງຄວາມເຂັ້ມແຂງທາງໃຈໃນຄວາມສຳພັນ ແລະ ຢ່າອາຍທີ່ຈະບອກຮັກກັນດ້ວຍການສະແດງອອກເດີທຸກຄົນ.