ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ຄວາມຮັກທີ່ມີໃຫ້ເຈົ້າ ຢາກໃຫ້ເຮົາເປັນຫຼາຍກວ່າໝູ່ ຟັງເພງ “ເປັນໄປໄດ້ບໍ” ຈາກ Napha Yaganagi
Muan Listen - ມ່ວນຊວນຟັງ

ຄວາມຮັກທີ່ມີໃຫ້ເຈົ້າ ຢາກໃຫ້ເຮົາເປັນຫຼາຍກວ່າໝູ່ ຟັງເພງ “ເປັນໄປໄດ້ບໍ” ຈາກ Napha Yaganagi

ແບ່ງປັນ
Getting your Trinity Audio player ready...

ນະພາ ຢາການາກິ ນັກຮ້ອງໜ້າໃໝ່ໃນສັງກັດ Miracle Music ໄດ້ຈັດສົ່ງເພງເສົ້າສຸດຊຶ້ງທີ່ມີຊື່ວ່າ “ເປັນໄປໄດ້ບໍ “, ທີ່ໄດ້ເລົ່າເຖິງຄວາມຮູ້ສຶກພິເສດທີ່ຫຼາຍກວ່າໝູ່ທີ່ເປັນໄປໄດ້ຍາກຂອງ ຫວັງ ແລະ ຫຼົງ (ນັກສະແດງເອັມວີຫຼັກໃນເລື່ອງ).

“ຂ້ອຍມີສິດບໍ່ ຈະຮັກເຈົ້າຫຼາຍກວ່ານັ້ນ

ແຕ່ຂໍໃຫ້ເຈົ້າບໍ່ປ່ຽນໄປ ບໍ່ຫ່າງໄກ

ຢາກໃຫ້ເຮົາຍັງຊິດໃກ້ ແລະ ຢາກໃຫ້ເຈົ້າຍັງສົນໃຈ

ເປັນໄປໄດ້ບໍ”

ເພງທີ່ເສົ້າຂະໜາດນີ້ເປັນຜົນງານການແຕ່ງເນຶ້ອຮ້ອງຂອງນ້ອງ ນະພາ ຢາການາກິ ເດີທຸກຄົນ, ຄວາມສາມາດທີ່ປະກອບກັບການຮ້ອງທີ່ໂດດເດັ່ນຂະໜາດນີ້ຖືວ່າເປັນທີ່ຈັບຕາເບິ່ງອີ່ຫຼີ່ໃນວົງການເພງລາວເຮົາ.

ເອັມວີຕອນເລີ່ມຕົ້ນແມ່ນໄດ້ເລົ່າເຖິງຄວາມຮູ້ສຶກຂອງຫວັງທີ່ໄດ້ສະແດງອອກໃຫ້ເຮົາເຫັນໄດ້ຢ່າງຊັດເຈນ, ຜ່ານການກະທຳ ແລະ ສາຍຕາທີ່ແນມຫາແຕ່ ຫຼົງ. ການສະແດງອອກທາງສາຍຕາທີ່ມີທັງຮັກ ແລະ ເປັນຫ່ວງປົນຄວາມເສົ້າໂສກຢູ່ໃນນັ້ນ. ໃນມຸມມອງທີ່ມ່ວນໄດ້ເບິ່ງການກະທຳນັ້ນ, ກໍອົດທີ່ຈະຮູ້ສຶກສົງສານບໍ່ໄດ້. ເພາະຫວັງຖືວ່າເປັນຄົນທີ່ຢືນຢູ່ຄຽງຂ້າງຫຼົງໃນທຸກເວລາ.

ໃນສ່ວນຄວາມຮູ້ສຶກຂອງຫຼົງແມ່ນມ່ວນກໍຍັງຕີຄວາມໝາຍບໍ່ອອກເທື່ອເພາະນ້ອງໄດ້ສະແດງອອກດ້ວຍຄວາມສັບສົນ ແລະ ບໍ່ຊັດເຈນ. ມັນຄ້າຍກັບວ່າຄວາມຮູ້ສຶກທີ່ມີຢູ່ມັນແມ່ນຫຍັງກັນແທ້, ເພາະດ້ວຍຄວາມໃກ້ຊິດທີ່ມີຫຼາຍຂຶ້ນຈາກການທີ່ຫວັງໄດ້ດູແລຫຼົງເລີຍອາດເຮັດໃຫ້ຫວັ່ນໄຫວໄດ້ ແລະ ເກີດຄວາມຮູ້ສຶກພິເສດຂຶ້ນມາ.

ໃຜທີ່ຍັງບໍ່ໄດ້ເບິ່ງໜັງສັ້ນກ່ອນກໍອາດຈະງົງໆກັນວ່າເປັນຫຍັງບົດສະຫຼຸບຄືເປັນແບບນີ້ເພາະໃນສາກສຸດທ້າຍກັບເປັນຫວັງເອງທີ່ເປັນຄົນປະຕິເສດຫຼົງ. ເພາະເບິ່ງໃນເອັມວີເບິ່ງຈັງໃດກໍຮູ້ວ່າຫວັງນັ້ນຮູ້ສຶກຫຼາຍກ່ອນແນ່ນອນ, ມັນອາດຈະຍ້ອນຄວາມເຂົ້າໃຈຜິດບາງຢ່າງເຮັດໃຫ້ເລື່ອງລາວຂອງພວກເຂົາທັງສອງນັ້ນເປັນໄປບໍ່ໄດ້.

ມ່ວນເລີຍຢາກຊວນທຸກຄົນໄປຟັງ, ໄປຕິດຕາມກັນຕໍ່ທັງໃນເອັມວີເພງ ແລະ ໜັງສັ້ນໃນ YT ກັນເລີຍເດີ, ແລ້ວຢ່າເສຍນ້ຳຕາຄືມ່ວນລະ.

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  ຂ້ອຍຫຼົງເຈົ້າແລ້ວ ຢາກໄດ້ເຈົ້າມາເປັນ "Gravity" ຟັງເພງຈາກ ຖິ່ນລຳພອນ
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

Miracle Music ຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່ ຕະຫຼອດປີ

ວົງການ L-POP ຟົດຟື້ນແນ່ນອນ ເພາະ Miracle Music ກຽມຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່!

ຄວາມຫວັງດີທີ່ບໍ່ມີຫວັງໄດ້ໄປຕໍ່ guncharlie ສິນລະປິນຈາກໄທກັບເພງ ເຕີບໂຕໂດຍບໍ່ມີຂ້ອຍ

“guncharlie (ກັນ ຊາລີ)” ຫຼື “ກັນ-ເສດຖະພົງ ເອວະສຸກ” ນ້ອງຮ້ອງ-ນັກສະແດງຈາກປະເທດໄທ, ຜູ້ທີ່ເຄີຍເຂົ້າແຂ່ງຂັນໃນລາຍການ The Rapper 2 ເມື່ອ...

ໃຜເຄີຍຖືກຖິ້ມຈະເຂົ້າໃຈຄວາມເຈັບນີ້ດີກັບ”ຖິ້ມໄວ້ (Leave it)” ຈາກ XZERO

ໃຜທີ່ກຳລັງຮູ້ສຶກເສົ້າ, ຜິດຫວັງ, ແລະ ບໍ່ສາມາດກ້າວຜ່ານເລື່ອງລາວຄວາມຮັກເກົ່າໆ ທີ່ເຈັບປວດໄປໄດ້, “ຖິ້ມໄວ້ (Leave it)” ຈາກສິລະປິນ XZERO ແມ່ນອີກບົດເພງທີ່ເປັນຄືກະຈົກສະທ້ອນຄວາມຮູ້ສຶກເຫຼົ່ານັ້ນໄດ້ຢ່າງເຈັບປວດ ດ້ວຍຈັງຫວະດົນຕີທີ່ໜັກແໜ້ນແນວ...

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.