ຕົວລະຄອນສຳຄັນ ໃນເກມອຳນາດຮັກ ໃນເລື່ອງ “ອັດສະຈັນວັນທອງ” ຮູ້ຈັກ ລາວທອງ ສະແດງໂດຍ ອານິຕ້າ ຢາການາກິ

“ນາງ ລາວທອງ” ຄືອີກໜຶ່ງຕົວລະຄອນທີ່ມີອິດທິພົນຫຼາຍໃນເສັ້ນເລື່ອງຄວາມຮັກສາມເສົ້າຂອງ ວັນທອງ, ຂຸນຊ້າງ ແລະ ຂຸນແຜນ ເຊິ່ງໄດ້ນັກສະແດງສາວຊື່ດັງຈາກລາວຄື “ອານິຕ້າ ຢາການາກິ” ມາສະແດງໃນໜັງຟອມໃຫຍ່ນີ້ຂອງໄທ.
ມື້ນີ້, ມ່ວນອັບເດດ ຈຶ່ງຢາກມາເລົ່າເຖິງໜັງເລື່ອງ “ອັດສະຈັນວັນທອງ (In the Name of Love)” ທີ່ໄດ້ນຳມາເລົ່າໃໝ່ ແລະ ມີເສັ້ນເລື່ອງທີ່ແປກໃໝ່ ເຮັດໃຫ້ໜ້າຕື່ນເຕັ້ນຫຼາຍກວ່າເກົ່າ ເຊິ່ງກຳລັງຈະເຂົ້າສາຍໃນໄວໆນີ້ທີ່ໂຮງໜັງທັງໃນ ລາວ ແລະ ໄທ.
ລາວທອງ ເປັນຕົວລະຄອນທີ່ມີມິຕິຫຼາຍໃນວັນນະຄະດີເລື່ອງ “ຂຸນຊ້າງ ຂຸນແຜນ” ເຊິ່ງສະເໜ່ຂອງໂຕລະຄອນບໍ່ແມ່ນພຽງແຕ່ການເປັນ “ເມຍນ້ອຍ” ຫຼື “ໂຕອິດສາ” ແບບລະຄອນທົ່ວໄປ. ແຕ່ລາວຄື ຍິງສາວຕ່າງເມືອງທີ່ຕ້ອງດຳເນີນຊີວິດທ່າມກາງເກມຄວາມຮັກ ແລະ ການເອົາຕົວລອດໃນກົດເກມອຳນາດຂອງຜູ້ຊາຍໃນຍຸກບູຮານ.
ລາວທອງ ເປັນເມີຍຄົນທີສາມຂອງ “ຂຸນແຜນ” ຊາຍເຈົ້າຊູ້ທີ່ມີດີທັງຫຼໍ່ ແລະ ມີວິຊາອາຄົມ ເຊິ່ງສິ່ງທີ່ເຮັດໃຫ້ ຂຸນແຜນ ໄດ້ໄປພົບຮັກກັບ ລາວທອງ ຍ້ອນວ່າໄດ້ຮັບພາລະກິດຂອງຊາດຢູ່ ເມືອງຊຽງທອງ ແລະ ຊະນະເສີກ ຈຶ່ງໄດ້ຮັບ ລາວທອງ ມາເປັນເມຍອີກຄົນ ພ້ອມທັງພາກັບບ້ານເມືອງຕົນ.
ໃນຍຸກນັ້ນ, ລາວທອງ ຖືວ່າເປັນຜູ້ຍິງທີ່ຕົກຢູ່ໃນເກມອຳນາດຂອງຜູ້ຊາຍ, ລາວຕ້ອງໄດ້ພັດພາກຈາກບ້ານເກີດ ແລະ ພົບເຈິ ກັບວັດທະນະທຳ, ພາສາ, ແລະ ຜູ້ຄົນທີ່ແຕກຕ່າງ ພ້ອມທັງບໍ່ຕ້ອນຮັບລາວ ນັ້ນເປັນສິ່ງທີ່ຄົນຜູ້ໜຶ່ງບໍ່ຄວນເຈິເລີຍ.
ແຕ່ທຸກຄົນກໍມີຂໍ້ເສຍ ແລະ ບໍ່ສົມບູນແບບໄປໝົດດອກ, ເພາະໃນເລື່ອງຄວາມຮັກລາວກໍພ້ອມແລກໄດ້ທຸກຢ່າງ ເຊິ່ງ ລາວທອງ ເອງກໍມີນິໄສທີ່ຂີ້ຫຶງ ພ້ອມທັງກ້າທ້າຊົນເພື່ອປົກປ້ອງສິດ ແລະ ຄວາມຮັກຂອງຕົນເອງ ເບິ່ງອີກມຸມໜຶ່ງ ລາວທອງ ກໍມີ “ຄວາມຢ້ານທີ່ຈະບໍ່ເຫຼືອໃຜ” ເພາະຢູ່ໂຕຄົນດຽວໃນບ້ານເມືອງຂອງຄົນອື່ນ.
ຖ້າຄົນທີ່ເຄີຍໄດ້ອ່ານວັນນະຄະດີເລື່ອງນີ້ ຫຼື ຄົນທີ່ເຄີຍເບິ່ງລະຄອນມາກ່ອນ ກໍຈະຮູ້ວ່າລາວທອງຖືເປັນໝາກສຳຄັນອີກໃນຄວາມສຳພັນອັນວຸ່ນວາຍຂອງໂຕລະຄອນຫຼັກທັງສາມຈາກເລື່ອງ “ອັດສະຈັນວັນທອງ (In the Name of Love)”.
ພວກເຮົາມາລໍຖ້າເບິ່ງຜົນງານໃໝ່ຂອງນັກສະແດງລາວ “ອານິຕ້າ ຢາການາກິ” ນຳກັນ ແລະ ຊ່ວຍສະໜັບສະໜຸນທຸກບາດກ້າວຂອງລາວກັນເນາະ ເຈິກັນ 3 ກັນຍາ 2026 ໃນໂຮງໜັງ.