ໜ້າຫຼັກ Uncategorized ເຈາະເລິກຊຸດ ລິຊ່າ ລະລິສາ ມະໂນບານ ໃນງານ Amazing Thailand Ambassador
Uncategorized

ເຈາະເລິກຊຸດ ລິຊ່າ ລະລິສາ ມະໂນບານ ໃນງານ Amazing Thailand Ambassador

ແບ່ງປັນ

ນາທີນີ້ບໍ່ມີໃຜຢຸດຄວາມປັງໄດ້ ສຳລັບ ລິຊ່າ ລະລິສາ ມະໂນບານ ທີ່ຫຼ້າສຸດປາກົດຕົວເທິງພົມແດງໃນຖານະ Amazing Thailand Ambassador! ແລະທີ່ທຸກຄົນຕ້ອງຕະລຶງກັບຊຸດສີທອງປະຍຸກທີ່ມີຄວາມງົດງາມ, ສົມມົງຕົວແມ່ເບີ 1 ແລະ ທີ່ສຳຄັນຊຸດນີ້ບໍ່ໄດ້ມາຫຼິ້ນໆ ເພາະລິຊ່າໄດ້ຈັບເອົາ “ຄວາມເປັນໄທ” ໄປສັ່ນສະເທືອນວົງການໄຮເອນ (High-end).

ຊຸດທີ່ລິຊ່າສວມໃສ່ແມ່ນຜົນງານ Masterpiece ຈາກແບຣນລະດັບໂລກຢ່າງ Balmain ທີ່ມີການຕັດຫຍິບແບບ Custom-made ເພື່ອລິຊ່າໂດຍສະເພາະ ໂດຍໄດ້ຮັບແຮງບັນດານໃຈການ “ຫົ່ມສະໄບ” ແລະ ສະເໜ່ຂອງຜ້າໄໝໄທສີເຫຼືອງນວນ ພ້ອມງານປັກລວດລາຍ “ດອກບົວສີທອງ” ທີ່ສະທ້ອນເຖິງຄວາມອ່ອນໂຍນ ແລະ ບໍລິສຸດ.

ຕົວຊຸດເປັນແບບເກາະເອິກເຂົ້າຮູບຊົງຫາງປາ ໃຊ້ການຕັດຫຍິບຊັ້ນສູງ (Haute Couture) ທີ່ປະນີດທຸກເຂັມ, ຊ່ວງເອິກ ແລະ ແຂນໃຊ້ຜ້າທໍໄທດັ້ງເດີມ ປະສົມປະສານກັບກະໂປງຜ້າຊາຕິນດັດເຊສ (Duchess Satin) ທີ່ຜ້ານັ້ນຖິ້ມຕົວສວຍງາມ ເພີ່ມລູກຫຼິ້ນດ້ວຍຜ້າຄຸມບ່າ ທີ່ເຮັດໃຫ້ຊຸດນີ້ເບິ່ງສະຫງ່າງາມຄືເຈົ້າຍິງ.

ມີການໄລ່ລະດັບສີ ເຫຼືອງ, ທອງແດງ ແລະ ຄຳ ທີ່ມາຈາກສີສັນຂອງຜ້າໄໝໄທ ໃຫ້ຄວາມຮູ້ສຶກພູມຖານດັ້ງເດີມແຕ່ຍັງມີຄວາມໂມເດີນສະໄໝໃໝ່.

ແລະ ມີການຄາດວ່າໄດ້ຮັບແຮງບັນດານໃຈຈາກຊຸດຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງ ຫຼື ພະພັນປີຫຼວງ ເຊິ່ງໃນອະດີດ ປີແອ ບັລແມງ (Pierre Balmain) ຄືຜູ້ທີ່ຢູ່ເບື້ອງຫຼັງການຍົກລະດັບຜ້າໄທສູ່ລັນເວໂລກ ເຊິ່ງການອອກແບບຄັ້ງນີ້ກໍອາດຈະເປັນເພື່ອເຄົາລົບຕໍ່ສາຍສຳພັນອັນຍາວນານລະຫວ່າງແບຣນ Balmain ແລະ ປະເທດໄທ.

ຕ້ອງຖືໄດ້ວ່າເປັນການລົງໂຕທີ່ງົດງາມຂອງມໍລະດົກທາງວັດທະນະທຳໄທ ຮ່ວມກັບງານໂອດກູຕູ (Haute Couture) ລະດັບໂລກ ແລະ ຕົວຕົນທີ່ຊົງອິດທິພົນຂອງລິຊ່າ ໄດ້ຢ່າງລົງຕົວທີ່ສຸດ ສົມມົງກັບການເປັນ Amazing Thailand Ambassador.

ຂຽນໂດຍ
Tonmai Phoutthasack -

ຄອນເທັນຄຣີເອເຕີ ສາຍອິນດີ້ ຜູ້ມັກໃນເລື່ອງເລົ່າທີ່ຫຼາຍຄົນເບິ່ງຂ້າມ

ບົດຄວາມທີ່ກ່ຽວຂ້ອງ

RGB ພາທະລຸຈໍ ຫຼຸດເຂົ້າໄປໃນໂລກຂອງເກມສະເໝືອນຈິງ ໃນ The Love of My Life

Highlights The Love of My Life ເພງໃໝ່ຫຼ້າສຸດຈາກ RGB ແລະ ເພງນີ້ກໍມາໃນແນວໂມເດິນຂອງຍຸກປີ 80 (Modern...

ເປີດຕົວ ມິນນີ່ ມິນລາດາ ກັບບົດບາດຕົວແທນລາວໃນເວທີ MGI All Stars

ຖືເປັນອີກໜຶ່ງປະກົດການທີ່ໜ້າຈັບຕາມອງໃນວົງການນາງງາມລາວ ເມື່ອ “ມິນນີ່ ມິນລາດາ ເອງມະນີ” ສາວງາມຜູ້ເຕັມໄປດ້ວຍຄວາມສາມາດ ແລະ ພະລັງບວກ ໄດ້ຮັບການຢືນຢັນຢ່າງເປັນທາງການໃນຖານະຕົວແທນຈາກ ປະເທດລາວ ເຂົ້າຮ່ວມເສິກຊີງມຸງກຸດໃນເວທີ MGI...

ຕາມຮອຍ ‘ລາບ’ ໃນໂລກຮູບເງົາ ທີ່ພິສູດໃຫ້ເຫັນວ່າ ອາຫານຈານນີ້ຄືລົມຫາຍໃຈຂອງວັດທະນະທຳການກິນຂອງຄົນລາວ

Highlights ເຈົ້າເຄີຍສັງເກດບໍ່? ເວລາເຮົາມີງານບຸນ, ງານດອງ ຫຼື ມື້ດີໆໃນຄອບຄົວ ໜຶ່ງໃນເມນູທຳອິດທີ່ເຮົາມັກຄິດຮອດກໍຄື ລາບ. ມັນບໍ່ແມ່ນພຽງແຕ່ຍ້ອນຄວາມແຊບເທົ່ານັ້ນ ແຕ່ຍ້ອນຊື່ຂອງມັນທີ່ພ້ອງກັບຄຳວ່າ ໂຊກລາບ ເຮັດໃຫ້ທຸກຄຳທີ່ເຮົາກິນເຂົ້າໄປ...

ເພາະນີ້ຄື ມຸງກຸດ Miss Universe ປະຫວັດສາດຄວາມງາມ ແລະ ສິລະປະແຫ່ງຈັກກະວານ

ເມື່ອຈົບສຽງປະກາດຊື່ເທິງເວທີ ‘ມຸງກຸດປະຈຳຕຳແໜ່ງ’ Miss Universe ສັນຍະລັກແຫ່ງອຳນາດທີ່ຄູ່ຄວນກັບຄວາມງາມລະດັບຈັກກະວານ ກໍຈະຖືກຄອບຄອງໂດຍຜູ້ຊະນະໃນແຕ່ລະປີ. ຫຼາຍກວ່າການເປັນເຄື່ອງປະດັບ, ມຸງກຸດນີ້ຍັງເປັນສັນຍະລັກເຊິງອຳນາດ, ຄວາມສະຫງ່າງາມ ແລະ ການປ່ຽນແປງທາງວັດທະນະທຳທີ່ສະທ້ອນເຖິງຍຸກສະໄໝຕະຫຼອດໄລຍະເວລາ 7...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.