ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ເຮົາເຮັດທຸກມື້ນີ້ໄປເພື່ອຫຍັງ? ຊອກຫາຄຳຕອບໃນ “ໂລກອ້ອມຕົວ” ຮ້ອງໂດຍ HORLOCK x ALITA
Muan Listen - ມ່ວນຊວນຟັງ

ເຮົາເຮັດທຸກມື້ນີ້ໄປເພື່ອຫຍັງ? ຊອກຫາຄຳຕອບໃນ “ໂລກອ້ອມຕົວ” ຮ້ອງໂດຍ HORLOCK x ALITA

ແບ່ງປັນ

“ລອງຟັງສຽງຂອງຫົວໃຈໂຕເອງ”

ຫຼາຍຄັ້ງ ເຮົາມັກຈະໂຟກັສກັບສິ່ງທີ່ເປັນເປົ້າໝາຍຂອງເຮົາ ແລະ ສະແຫວງຫາຄວາມໝາຍຂອງສິ່ງທີ່ເຮັດ ຈົນຫຼົງລືມໄປວ່າ ຖ້າເຮົາແນມກັບມາເບິ່ງດີໆມັນອາດຈະໃກ້ເຮົາຫຼາຍກວ່າທີ່ຄິດ, ຄືກັບທີ່ເພງ “ໂລກອ້ອມໂຕ” ຂອງ HORLOCK ແລະ ALITA ຕ້ອງການຢາກຈະບອກ.

”ໂລກອ້ອມຕົວ” ຖືວ່າເປັນບົດເພງທີ່ດີຂອງປີນີ້ອີກເພງໜຶ່ງທີ່ມ່ວນຢາກແນະນຳໃຫ້ຟັງ. ເພາະເພງໄດ້ຖືກຖ່າຍທອດອອກມາໄດ້ມີຄວາມໝາຍຊື້ງກິນໃຈເຮັດໃຫ້ນ້ຳຕາຈົນຊຶມ ແລະ ເປັນການເຮັດໃຫ້ຕ້ອງກັບມາທົບທວນຫຍັງຫຼາຍຢ່າງ.

ເພງໄດ້ເລີ່ມຕົ້ນຈາກທ່ອນທີ່ມີສຽງຮ້ອງມ່ວນໆຂອງ ALITA ແລະ ພາບຂອງເອັມວີແມ່ນໄດ້ເລີ່ມເລົ່າສາກໃນສະຕູດິໂອເພື່ອຖ່າຍທຳເລົ່າເລື່ອງຊີວິດຂອງທັງສາມຄົນທີ່ແຕກຕ່າງກັນທັງອາຊີບ, ທີ່ມາ ແລະ ການດຳເນີນຊິວິດ.

ແຕ່ສິ່ງທີ່ທຸກຄົນມີຄືກັນຄືຄວາມຮູ້ສຶກການຖືກຄາດຫວັງ, ໂດດດ່ຽວ, ທໍ້ໃຈ ແລະ ຄວາມຍາກລຳບາກ. ແຕ່ກໍຕ້ອງທົນຈາກການຖືກກົດດັນຈາກສະພາບແວດລ້ອມຫຼາຍໆຢ່າງ, ເຮັດໃຫ້ພວກເຂົາຄິດເຖິງຄວາມໝາຍຂອງຊີວິດວ່າ: “ເຮົາເຮັດໄປເພື່ອຫຍັງ?” ແລະ ໃນຄຳຖາມນັ້ນກໍມີຄຳຕອບຢູ່ຄືຄົນທີ່ເຮົາຮັກ“ຄອບຄົວ”.

“ຂ້ອຍກະແຄ່ຄົນໆໜຶ່ງທີ່ ຕ້ອງການເຫັນວັນສວຍງາມ” ພໍມາເຖິງທ່ອນຮ້ອງຂອງ HORLOCK ທີ່ໄດ້ເຂົ້າມາແຣັບເຮັດໃຫ້ເພງເກີດມີມິຕິຫຼາຍຂຶ້ນດ້ວຍໂທນສຽງທີ່ນຸ້ມນວນປະສົມເທ່ ແລະ ໄດ້ເລົ່າເລື່ອງລາວອີກມຸມມອງໜຶ່ງຂອງຄົນທີ່ເຮັດວຽກໃນເບຶ້ອງຫຼັງທີ່ຫຼາຍໆຄົນມັກລືມໄປ.

ລາວໄດ້ເລົ່າເຖິງຊິວິດທີ່ຕ້ອງພົບກັບຄວາມລຳບາກທີ່ຕ້ອງດຸໝັ່ນເພື່ອໃຫ້ມີລາຍໄດ້ ແລະ ບໍ່ໄດ້ຢຸດພັກເລີຍ, ໄດ້ທຸ່ມເທກັບການເຮັດວຽກຢ່າງໜັກຈົນເກີດເຫດການທີ່ລາວເກືອບຈະສູນເສຍສິ່ງທີ່ສຳຄັນໄປ.

ໃນບາງຄັ້ງ ການມີເປົ້າໝາຍໃນຊິວິດມັນກໍເຮັດໃຫ້ເຮົາພຽງແຕ່ແນມເບິ່ງໄປແຕ່ທາງໜ້າ, ຕ້ອງດິ້ນລົນສູ້ຊິວິດເພື່ອຕໍ່ສູ້ກັບໂລກຄວາມຈິງແລ້ວຄິດວ່າຖ້າໄດ້ຫຍັບໄປໃກ້ໆນັ້ນຄືຄວາມສຸກ ແລະ ການປະສົບຜົນສຳເລັດສຳລັບເຮົາແລ້ວ.

ແມ່ນຢູ່ວ່າສິ່ງທີ່ເຮົາເຮັດແມ່ນເພື່ອຄົນທີ່ເຮົາຮັກ ຫຼື ຄອບຄົວ. ແຕ່ກໍຢ່າຫຼົງລືມວ່າການທີ່ມີກັນຢູ່ມັນຕ້ອງໃຊ້ເວລາໝັ່ນດູແລສ້າງຄວາມສຸກໃຫ້ກັນທັງຕົນເອງ ແລະ ຄອບຄົວ.

ມ່ວນຂໍນິຍາມສັ້ນໆສຳລັບເພງ “ໂລກອ້ອມຕົວ” ນີ້ວ່າ: ”ຄອບຄົວ ແລະ ຄຸນຄ່າຂອງເວລາ”.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ....

Miracle Music ຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່ ຕະຫຼອດປີ

ວົງການ L-POP ຟົດຟື້ນແນ່ນອນ ເພາະ Miracle Music ກຽມຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.