“ລອງຟັງສຽງຂອງຫົວໃຈໂຕເອງ” ຫຼາຍຄັ້ງ ເຮົາມັກຈະໂຟກັສກັບສິ່ງທີ່ເປັນເປົ້າໝາຍຂອງເຮົາ ແລະ ສະແຫວງຫາຄວາມໝາຍຂອງສິ່ງທີ່ເຮັດ ຈົນຫຼົງລືມໄປວ່າ ຖ້າເຮົາແນມກັບມາເບິ່ງດີໆມັນອາດຈະໃກ້ເຮົາຫຼາຍກວ່າທີ່ຄິດ, ຄືກັບທີ່ເພງ “ໂລກອ້ອມໂຕ” ຂອງ HORLOCK ແລະ ALITA ຕ້ອງການຢາກຈະບອກ. ”ໂລກອ້ອມຕົວ” ຖືວ່າເປັນບົດເພງທີ່ດີຂອງປີນີ້ອີກເພງໜຶ່ງທີ່ມ່ວນຢາກແນະນຳໃຫ້ຟັງ. ເພາະເພງໄດ້ຖືກຖ່າຍທອດອອກມາໄດ້ມີຄວາມໝາຍຊື້ງກິນໃຈເຮັດໃຫ້ນ້ຳຕາຈົນຊຶມ ແລະ ເປັນການເຮັດໃຫ້ຕ້ອງກັບມາທົບທວນຫຍັງຫຼາຍຢ່າງ. ເພງໄດ້ເລີ່ມຕົ້ນຈາກທ່ອນທີ່ມີສຽງຮ້ອງມ່ວນໆຂອງ ALITA ແລະ ພາບຂອງເອັມວີແມ່ນໄດ້ເລີ່ມເລົ່າສາກໃນສະຕູດິໂອເພື່ອຖ່າຍທຳເລົ່າເລື່ອງຊີວິດຂອງທັງສາມຄົນທີ່ແຕກຕ່າງກັນທັງອາຊີບ,...