ຄວາມປັງກຳລັງຈະເລີ່ມ ພາສ່ອງຮອບອໍດິຊັ່ນ FACE of LAOS 2026

ແບ່ງປັນ

ຄວາມປັງກຳລັງຈະເລີ່ມ ພາສ່ອງຮອບອໍດິຊັ່ນ FACE of LAOS 2026

ໂດຍ: Tonmai Phoutthasack Tonmai Phoutthasack
03 June 2026 7
AI Summarized

Key Takeaways:

  • FACE of LAOS 2026 ໄດ້ຈັດຮອບອໍດິຊັ່ນເພື່ອຄັດເລືອກເອົານາຍແບບ ແລະ ນາງແບບໜ້າໃໝ່.
  • ຜູ້ຊະນະການປະກວດຈະໄດ້ເປັນຕົວແທນປະເທດລາວເຂົ້າຮ່ວມການແຂ່ງຂັນລະດັບສາກົນໃນເວທີ FACE of ASIA ທີ່ປະເທດເກົາຫຼີໃຕ້.
  • ປີນີ້ມີຜູ້ເຂົ້າແຂ່ງຂັນຫຼາຍຄົນທີ່ມີຄຸນນະພາບ ແລະ ໄດ້ສ້າງຄວາມໜັກໃຈໃຫ້ກັບຄະນະກຳມະການ.
  • ຄະນະກຳມະການປະກອບມີ ຕັອດ ລິນ່າ, ນຸນູ່ ຄອນວິໄລ, ຊານົນ ມະນີຜົນ ແລະ ຕຸຕູ່ ໄຜທິດາ.
  • ຜູ້ຜ່ານເຂົ້າຮອບຈະໄດ້ເຂົ້າສູ່ການຖ່າຍທຳລາຍການໃນຮູບແບບ Reality ທີ່ເຂັ້ມຂົ້ນ.

ຕຳນານບົດໃໝ່ກຳລັງຈະເກີດ ກັບ FACE of LAOS 2026 ໃນຮອບອໍດິຊັ່ນທີ່ຕ້ອງບອກວ່າ ກຳມະການເຖິງກັບຕ້ອງກຸມຫົວ ເພາະຜູ້ເຂົ້າແຂ່ງຂັນມີແຕ່ຜູ້ເດັດໆທັງນັ້ນ.

ເຮັດເອົາວົງການແຟຊັ່ນ ແລະ ເດີນແບບບ້ານເຮົາລຸກເປັນໄຟ ເມື່ອ FACE of LAOS 2026 ເວທີທີ່ຄົ້ນຫາສຸດຍອດນາຍແບບ ແລະ ນາງແບບຂອງເມືອງລາວ ໄດ້ຈັດຮອບອໍດິຊັ່ນເພື່ອຄັດເລືອກເອົານາຍແບບ-ນາງແບບໜ້າໃໝ່ ໂດຍທີ່ຜູ້ຊະນະຈະໄດ້ເປັນຕົວແທນປະເທດລາວເຂົ້າຮ່ວມການແຂ່ງຂັນລະດັບສາກົນໃນເວທີ FACE of ASIA ທີ່ປະເທດເກົາຫຼີໃຕ້.

ປີນີ້ບອກເລີຍວ່າຄວາມໜັກໃຈຕົກໄປຢູ່ທີ່ຄະນະກຳມະການແນ່ນອນ ເພາະບັນດາໄວລຸ້ນໜ້າຕາດີປີນີ້ນັ້ນ ແຕ່ລະຄົນທີ່ມາ ລ້ວນແຕ່ພົກຄວາມໝັ້ນໃຈມາແບບເກີນຮ້ອຍ ແລະ ພ້ອມກັນມາປ່ອຍຂອງແບບບໍ່ມີໃຜຍອມໃຜ.

ອ່ານຕື່ມ:  ແຟຊັ່ນລາວສະຫງ່າງາມລະດັບສາກົນ! ພາສ່ອງງານ Z Fashion Show Celebrity Night 2026

ແນ່ນອນວ່າລະດັບນີ້ ຄະນະກຳມະການຈະມາແບບທຳມະດາບໍ່ໄດ້ ຂົນທັບຕົວແມ່-ຕົວພໍ່ຂອງວົງການ ບໍ່ວ່າຈະເປັນ ຕັອດ ລິນ່າ, ນຸນູ່ ຄອນວິໄລ, ຊານົນ ມະນີຜົນ ແລະ ຕຸຕູ່ ໄຜທິດາ ທີ່ມາຮ່ວມຄັດເລືອກນ້ອງໆ ແບບລະອຽດ ບໍ່ວ່າຈະບຸກຄະລິກກະພາບ, ການຍ່າງ ແລະ ສະເໜ່ສະເພາະຕົວ ເພື່ອຄົ້ນຫາຄົນທີ່ມີຄຸນສົມບັດ ແລະ ພ້ອມທີ່ສຸດ.

ໃຜຈະເປັນຜູ້ຜ່ານເຂົ້າຮອບ 20 ຄົນສຸດທ້າຍ ທີ່ຈະໄດ້ກ້າວເຂົ້າສູ່ບົດທົດສອບສຸດທ້າທາຍ ຜ່ານການຖ່າຍທຳລາຍການໃນຮູບແບບ Reality ສຸດເຂັ້ມຂົ້ນໃນໄວໆນີ້ ບອກເລີຍວ່າຄວາມປັງຈັດເຕັມແນ່ນອນ!

ມາຕິດຕາມ ແລະ ຮ່ວມລຸ້ນໄປນຳກັນວ່າ ໃຜຈະໄດ້ເປັນ FACE of LAOS ຄົນຕໍ່ໄປ!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.