ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຄົນນີ້ໜ້າຄຸ້ນໜ້າຄືແຟນເກົ່າເຈົ້າແທ້? 3 ເຫດຜົນທີ່ເຮັດໃຫ້ເຮົາວົນວຽນກັບສະເປັກເກົ່າໆ
Muan RelationTips

ຄົນນີ້ໜ້າຄຸ້ນໜ້າຄືແຟນເກົ່າເຈົ້າແທ້? 3 ເຫດຜົນທີ່ເຮັດໃຫ້ເຮົາວົນວຽນກັບສະເປັກເກົ່າໆ

ແບ່ງປັນ

ຮູ້ສຶກບໍ່ວ່າເຮົາເອງ ຫຼື ໝູ່ເຮົາ ມັກຈະມີຄົນລົມໃຫມ່ທີ່ມີນິໄສ, ຮູບຮ່າງ, ບຸກຂະລິກ ທີ່ຄ້າຍຄືກັບແຟນເກົ່າ, ຄົນລົມເກົ່າ ບາງເທື່ອກໍແມ່ນຄົນທີ່ເຄີຍແອບມັກມາດົນ ບໍ່ກະຮັກຄັ້ງທໍາອິດ.

ຜົນວິໄຈຈາກ ມະຫາວິທະຍາໄລໂຕຣອນໂຕ (University of Toronto) ໄດ້ບອກວ່າ ຄົນເຮົາມັກຈະເລືອກຄົບຕາມຄວາມມັກສະເພາະໂຕ ແລະ ມັກຈະຖືກດຶງດູດເຂົ້າຫາຄົນປະເພດດຽວກັນແບບຊໍ້າໆໃນເກືອບທຸກໂອກາດ.

ຈາກການເກັບຂໍ້ມູນຂອງງານວິໄຈ ທີ່ໄດ້ສອບຖາມກຸ່ມຄົນທີ່ມີປະສົບການຄວາມຮັກມາຫຼາຍກວ່າ 1 ຄັ້ງພົບວ່າ, 3 ເຫດຜົນທີ່ເຮັດໃຫ້ເຮົາຄົບກັບຄົນແບບເກົ່າໆມີຄື

1. ມີສະເປກຂອງຕົນຢູ່ແລ້ວ.

ຄົນສ່ວນຫຼາຍມີນິໄສທີ່ແຕກຕ່າງກັນ ສະນັ້ນ, ບໍ່ແມ່ນທຸກຄົນທີ່ຈະມີນິໄສທີ່ເຂົ້າກັບເຮົາ ແລ້ວເວລາທີ່ເຮົາເຈິກັບຄົນທີ່ໄປກັບເຮົາໄດ້ດີ ແລະ ເຮັດໃຫ້ເຮົາມີຄວາມສະບາຍໃຈເມື່ອຢູ່ນໍາ ເຮົາກໍຈະເອົາລັກສະນະຂອງຄົນນັ້ນມາເປັນມາດຖານໃນການເລືອກຄູ່ຮັກຂອງເຮົາ.

2. ສັງຄົມທີ່ເຮົາຢູ່ມີແຕ່ຄົນແບບເກົ່າ.

ແວດວົງສັງຄົມກໍເປັນອີກປັດໄຈໜຶ່ງທີ່ເຮັດໃຫ້ເຮົາບໍໄດ້ເຈິກັບຄົນ ແລະ ຄວາມສໍາພັນທີ່ແຕກຕ່າງໄປຈາກຄວາມຫຼັງຂອງເຮົາ, ແນ່ນອນວ່າຍ້ອນລັກສະນະນິໄສຂອງຄົນກຸ່ມດຽວກັນກໍຈະຄ້າຍກັນຢູ່ແລ້ວ ການເລືອກຄົບຂອງເຮົາກໍເລີຍບໍ່ມີການປ່ຽນແປງ.

3. ຄົນທີ່ເຂົ້າກັນມັກຈະຖືກດຶງດູດເຂົ້າຫາກັນສະເໝີ.

ຄົນທີ່ມີແວວຈະຄົບກັນມັກຈະມີແຮງດຶງດູດບາງຢ່າງຊ່ວຍໃຫ້ພວກເຂົາເຂົ້າໃກ້ກັນສະເໝີ, ແຕ່ຄົນທີ່ຈະຢູ່ນໍາກັນກໍບໍ່ຈໍາເປັນຕ້ອງຄືກັນໄປທຸກຢ່າງ, ມີຮ້ອນກໍຕ້ອງມີເຢັນ, ມີຄົນນໍາກໍຕ້ອງມີຄົນຕາມ, ບາດເຮົາໄດ້ຮູ້ແລ້ວວ່າຄົນແບບໃດຈຶ່ງຈະເຂົ້າກັບເຮົາໄດ້ ທຸກຢ່າງກໍຈະມາບັນຈົບກັນຢ່າງເປັນທໍາມະຊາດ.

ໃນຄວາມເປັນຈິງ, ການຄົບກັບຄົນແບບເກົ່າໆກໍອາດຈະເປັນໂຕເລືອກທີ່ເຮັດໃຫ້ເຮົານັ້ນສະບາຍໃຈກໍໄດ້, ເພາະຄົນເຮົາມັກຈະຢ້ານການປ່ຽນແປງ ກໍເລີຍເລືອກທີ່ຈະເດີນຕາມຄວາມສໍາພັນແບບເກົ່າໆເຊິ່ງອາດເປັນສາເຫດຂອງການຄົບໆເລີກໆແບບບໍ່ມີສິ້ນສຸດກໍໄດ້, ໃຜທີ່ຢາກລອງມີຄວາມຮັກແບບໃຫມ່ໆ ກໍລອງຊອກຫາຄົນທີ່ຢູ່ໄກສາຍຕາເບິ່ງເດີ.

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  ຄົບກັນແບບ “ກັກໆ” ໃສ່ໃຈແຕ່ບໍ່ມີສະຖານະ ຄວນພັກ ຫຼື ໄປຕໍ່?
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ໂສດ 100% ເພາະມີ Self-Partnered ການສ້າງຄວາມສຳພັນທີ່ໝັ້ນຄົງຕ້ອງເລີ່ມຈາກໂຕເອງ

Self-Partnered ການມີຄວາມສຸກຢູ່ກັບໂຕເອງດ້ວຍຄວາມເຕັມໃຈ ບໍ່ແມ່ນວ່າຈະ "ປະຕິເສດທີ່ຈະຮັກ" ແຕ່ພວກເຂົາຮຽນຮູ້ວ່າ "ຄວາມສຳພັນທີ່ໝັ້ນຄົງທີ່ສຸດແມ່ນເລີ່ມຈາກໂຕເອງ".

ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ?

ໂສດຈົນເມື່ອຍລະເດີ! ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ? ນີ້ເປັນບັນຫາລະດັບຊາດສຳລັບຊາວເຮົາ ແລ່ວຈະເຮັດແນວໃດຈຶ່ງຈະມີແຟນຈັກເທື່ອ? ນີ້ແມ່ນວິທີແກ້ໄຂສຳລັບຄົນທີ່ມັກຢູ່ຕິດຢ້າວຕິດເຮືຶອນ.

10/10 ວັນສໍາຄັນຂອງຄົນຄິດຫຼາຍ ຊວນດູແລສຸຂະພາບຈິດຕົນເອງເພື່ອພັດທະນາຄວາມສຳພັນ

ຄິດຫຼາຍ, ວິຕົກກັງວົນ ແລະ ໃສ່ໃຈຄວາມຮູ້ສຶກຄົນອື່ນຫຼາຍເກີນໄປ ທຸກຄົນເປັນແບບນັ້ນກັນບໍ່? ພ້ອມກັບມີຄວາມຮູ້ສຶກວ່າການໃຊ້ຊີວິດໃນແຕ່ລະມື້ມັນຄືເມື່ອຍແທ້? ຈົນເຮັດໃຫ້ຄວາມຮັກ, ຄວາມສຳພັນ ຫຼື ສິ່ງທີ່ຢູ່ອ້ອມຕົວເຮົາມັນສົ່ງຜົນກະທົບຕໍ່ຈິດໃຈຂອງເຮົາໂດຍບໍ່ຮູ້ຕົວ ແລະ ບໍ່ເປັນໄປຕາມໃຈຕ້ອງການ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.