ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ເພາະຮັກຈຶ່ງເຈັບປວດ? ເບິ່ງຄືດີແຕ່ເຈົ້າຮູ້ສຶກອຶດອັດ ເພາະຄວາມສຳພັນກຳລັງຖືກຄວບຄຸມ
Muan RelationTips

ເພາະຮັກຈຶ່ງເຈັບປວດ? ເບິ່ງຄືດີແຕ່ເຈົ້າຮູ້ສຶກອຶດອັດ ເພາະຄວາມສຳພັນກຳລັງຖືກຄວບຄຸມ

ເພາະຮັກຈຶ່ງເຈັບປວດ? ເບິ່ງຄືດີແຕ່ເຈົ້າຮູ້ສຶກອຶດອັດ ເພາະຄວາມສຳພັນກຳລັງຖືກຄວບຄຸມ

ແບ່ງປັນ
Getting your Trinity Audio player ready...

ບໍ່ແມ່ນທຸກຄວາມຫ່ວງໃຍຈະມາຈາກຄວາມຮັກ ເພາະໃນບາງຄັ້ງກໍຕ້ອງການພຽງແຕ່ “ການຄວບຄຸມ” ທີ່ມາໃນຮູບແບບທີ່ແນບນຽນເພື່ອບໍ່ໃຫ້ເຈົ້ານັ້ນຮູ້ຕົວໄດ້ໄວເພື່ອຫຼີກລ້ຽງຈາກລາວ ເຊິ່ງໃນຄວາມສຳພັນ ພວກເຮົາທຸກຄົນຕ້ອງການຄວາມຮູ້ສຶກທີ່ປອດໄພ, ເປັນຕົວເອງ ແລະ ໄດ້ຮັບຄວາມຮັກທີ່ຈິງໃຈ.

ແຕ່ບາງຄັ້ງ, “ຄວາມຮັກ” ທີ່ເຮົາໄດ້ຮັບອາດບໍ່ບໍລິສຸດຄືທີ່ຄິດ ຖ້າລາວມັກສະແດງພຶດຕິກຳທີ່ເຮັດໃຫ້ເຈົ້າຮູ້ສຶກຜິດຢູ່ຕະຫຼອດເວລາ, ມັກໃຊ້ຄວາມງຽບເປັນອາວຸດ, ມັກຊັກຈູງ, ມັກການຄວບຄຸມ ຫຼື ບິດເບືອນຄວາມຄິດຂອງເຈົ້າ ສິ່ງທີ່ລາວໄດ້ສະແດງອອກເຫຼົ່ານີ້ເອີ້ນວ່າ Manipulation ຫຼື ການຄວບຄຸມແບບແອບແຝງ.

Manipulation behavior ເປັນຫຍັງຫຼາຍຄົນຈຶ່ງຕິດຢູ່ໃນຄວາມສຳພັນແບບນີ້ ເພາະວ່າສ່ວນໃຫຍ່ແລ້ວພວກເຮົາເຊື່ອວ່າຄວາມຮັກຕ້ອງອົດທົນ, ຍອມໃຈອ່ອນເພາະລາວມາເຮັດດີນຳ (Love Bombing) ເຊື່ອວ່າຄົນທີ່ຮັກຈະປ່ຽນແປງໄດ້ ຫຼື ບາງຄັ້ງເຈົ້າເອງກໍບໍ່ແນ່ໃຈວ່າພຶດຕິກຳເຫຼົ່ານັ້ນ “ຜິດປົກກະຕິ” ແທ້ ຫຼື ບໍ່.

ຮູບແບບຂອງ Manipulation ທີ່ຄວນລະວັງ

  • Gaslighting– ເຮັດໃຫ້ເຈົ້າສົງໄສໃນຄວາມຮູ້ສຶກຂອງຕົວເອງເຊັ່ນ “ເຈົ້າຄິດຫຼາຍໄປເອງ” ຫຼື “ຂ້ອຍບໍ່ເຄີຍເວົ້າ ຫຼື ຄິດແບບນັ້ນ”.
  • Silent Treatment – ໃຊ້ຄວາມງຽບແທນທີ່ຈະສື່ສານ, ເພື່ອເຮັດໃຫ້ເຈົ້າຮູ້ສຶກຜິດ ຫຼື ຍອມຈຳນົນ.
  • Guilt-tripping – ເຮັດໃຫ້ເຈົ້າຮູ້ສຶກຜິດເພື່ອຄວບຄຸມການຕັດສິນໃຈເຊັ່ນ “ຖ້າຮັກຂ້ອຍແທ້ ເຈົ້າຄວນເຂົ້າໃຈຂ້ອຍຕົວະ”.
  • Blame Shifting – ໂຍນຄວາມຜິດໃຫ້ເຈົ້າສະເໝີ ເຖິງວ່າຕົວລາວເອງຈະຜິດ.
  • Love Bombing – ຊ່ວງທຳອິດທຸ່ມເທຫຼາຍ, ເຮັດໃຫ້ເຈົ້າຫຼົງຮັກ ກ່ອນທີ່ຈະເລີ່ມຄວບຄຸມແບບແນບນຽນ.

ວິທີປ້ອງກັນຕົວເອງຈາກຄວາມສຳພັນໃນຮູບແບບ Manipulation

  • ເຊື່ອຄວາມຮູ້ສຶກຂອງຕົວເອງ: ຖ້າເຈົ້າຮູ້ສຶກບໍ່ເປັນຕົວເອງໃນຄວາມສຳພັນນັ້ນ ມັນຮອດເວລາແລ້ວທີ່ເຈົ້າຕ້ອງທົບທວນເບິ່ງຄືນ.
  • ສື່ສານຢ່າງກົງໄປກົງມາ: ຄວາມສຳພັນທີ່ດີຄວນສາມາດລົມກັນໄດ້, ບໍ່ໃຊ້ຄວາມງຽບ ຫຼື ຄຳເວົ້າບິດເບືອນ.
  • ຕັ້ງຂອບເຂດໃຫ້ຊັດເຈນ: ຖ້າລາວຮັກເຈົ້າແທ້ ລາວກໍຈະເຄົາລົບຂອບເຂດຂອງເຈົ້າ.
  • ຂໍຄວາມຊ່ວຍເຫຼືອ: ການປຶກສາ ໝູ່, ຄອບຄົວ ຫຼື ຜູ້ຊ່ຽວຊານສາມາດຊ່ວຍໃຫ້ເຈົ້າເຫັນເຫດຜົນຂອງສິ່ງຕ່າງໆຊັດເຈນຂຶ້ນ.
ອ່ານຕື່ມ:  ເຊົາເດີເລີກກັບຄົນເກົ່າແລ້ວມີຄົນໃໝ່ເລີຍ ຊວນສ່ອງພຶດຕິກຳການມີແຟນເພາະຢາກຮັກ ຫຼື ກຳລັງຢ້ານຄວາມໂດດດ່ຽວ?

ຄວາມຮັກບໍ່ຄວນເປັນການຕໍ່ສູ້ເພື່ອ “ຍອມ” ແຕ່ຄວນເປັນພື້ນທີ່ປອດໄພທີ່ໃຫ້ພວກເຮົາສາມາດເຕີບໃຫຍ່ໄປນຳກັນ ແລະ ຖ້າຄວາມຮັກນັ້ນເຮັດໃຫ້ເຈົ້າຮູ້ສຶກໂຕນ້ອຍລົງທຸກມື້, ເຈົ້າຄວນຕ້ອງຕັ້ງຄຳຖາມວ່າມັນເປັນຄວາມຮັກທີ່ຈິງໃຈ ຫຼື ພຽງແຕ່ຕ້ອງການການຄວບຄຸມທີ່ສະແດງໃນບົດບາດການໃຊ້ຄວາມຫ່ວງໃຍເປັນໂຕຫຼອກ.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.