ເປັນຫຍັງເຮົາຈຶ່ງຮຽກຮ້ອງໃຫ້ຄົນບາງຄົນກັບມາຕອນທີ່ເຂົາຈາກເຮົາໄປ? ທັງໆທີ່ຕອນນັ້ນເຮົາໝັ້ນໃຈວ່າມັນຈົບຢ່າງແນ່ນອນ, ຄຳຕອບທີ່ງ່າຍທີ່ສຸດໜ້າຈະເປັນ “ເຮົາຍັງບໍ່ສາມາດປ່ອຍວາງໄດ້”.
ບໍ່ສາມາດປ່ອຍວາງໄດ້ໃນທີ່ນີ້, ກໍມີຫຼາຍປັດໄຈເຂົ້າມາກ່ຽວຂ້ອງໂດຍອາດຈະມີຄວາມຜູກພັນກັນຢູ່ເລິກໆ, ບາງຄົນຢ້ານທີ່ຈະຕ້ອງຢູ່ຄົນດຽວ, ສັບສົນໃນຕົວເອງ ຫຼື ເຫດຜົນອື່ນໆທີ່ມີການສຶກສາມາກໍຈະມີດັ່ງນີ້:
- ປະສົບຄວາມສຳເລັດຮ່ວມກັນ
ເຮົາມັກມີເລື່ອງທີ່ປະສົບຄວາມສຳເລັດຮ່ວມກັນ ເຊັ່ນ: ເຮົາຈະເຊົາສູບຢາໄດ້ສຳລັບຕອນຄົບກັບຄົນນີ້ ເຮັດໃຫ້ມັນມີຄວາມຊົງຈຳດີໆ ຮ່ວມກັນ ແລະ ເມື່ອຕ້ອງແຍກຍ້າຍກັນໄປ ຄວາມຊົງຈຳນັ້ນມັນດີເກີນກວ່າທີ່ຈະລືມ, ບາງເທື່ອເຮົາອາດຈະປະຊົດກັບໄປສູບອີກເທື່ອເພື່ອໃຫ້ເຂົາສົນໃຈ ແລະ ກັບມາຫາເຮົາອີກເທື່ອ.
2. ຄວາມຮັກເທື່ອນີ້ມັນເຕີມເຕັມ
ການທີ່ເຮົາຮຽກຮ້ອງໃຫ້ໃຜຈັກຄົນກັບມາ ບາງເທື່ອມັນເກີດຈາກຄວາມຮູ້ສຶກທີ່ວ່າ ເຮົາຈະບໍ່ມີຄວາມຮັກທີ່ດີແບບນີ້ອີກແລ້ວ, ມັນເຕີມເຕັມເຮົາ, ເລີຍເລືອກທີ່ຈະກັບໄປໃນເສັ້ນທາງເກົ່າ, ກັບໄປສ້າງສິ່ງທີ່ເຄີຍຝັນໄວ້ຮ່ວມກັນໃຫ້ເປັນຈິງຂຶ້ນມາ ພະຍາຍາມສ່ອງວ່າອີກຝ່າຍຄິດແບບດຽວກັນ ຫຼື ບໍ່.
3. ຢ້ານທີ່ຈະຕ້ອງຢູ່ຄົນດຽວ
ບາງສິ່ງທີ່ຢູ່ນຳກັນມາຫາຍໄປຈາກຊີວິດ ບໍ່ແປກທີ່ເຮົາຈະຮູ້ສຶກຢ້ານທີ່ຕ້ອງຢູ່ຄົນດຽວອີກເທື່ອ ເຮົາຮູ້ສຶກວ່າທຸກກິດຈະກຳໃນຊີວິດຕ້ອງມີເຂົາຢູ່ນຳ ແລະ ມັນຍາກເກີນກວ່າທີ່ເຮົາຈະເຮັດຫຍັງຄົນດຽວ.
4. ເຮົາຖືກກຳນົດຄຸນຄ່າໄວ້ຈາກແຟນເກົ່າ
ບາງເທື່ອເຮົາຖືກກຳນົດຄຸນຄ່າໄວ້ຈາກແຟນເກົ່າ ເຮົາຮູ້ສຶກວ່າຖ້າບໍ່ມີຄົນນີ້ຕົວເຮົາກໍຈະບໍ່ມີຄ່າຫຍັງ ເຮົາຈະບໍ່ໄດ້ເປັນຕົວຂອງຕົວເຮົາຫາກບໍ່ໄດ້ຢູ່ກັບຄົນນີ້.
5. ລົງທຶນໄປແລ້ວ
ເຮົາລົງທຶນ ທຸ້ມສຸດຕົວໃນຄວາມສຳພັນ ເຮົາຢ້ານຄວາມຫຼົມແຫຼວໃນການລົງທຶນເທື່ອນີ້ ຈົນຢາກໃຫ້ເຂົາກັບມາເພື່ອທີ່ເຮົາຈະໄດ້ແກ້ໄຂຂໍ້ຜິດພາດອີກເທື່ອ ແລະ ຫວັງວ່າການລົງທຶນໃນເທື່ອນີ້ມັນຈະດີຂຶ້ນ.
ຫາກໃຜສະຫຼຸບວ່າ ເປັນຫຍັງເຮົາຈຶ່ງຮຽກຮ້ອງໃຫ້ແຟນເກົ່າກັບມາ ມັນກໍຄົງເພາະຫຼາຍໆ ເລື່ອງທີ່ເຮົາເຈີນຳກັນມັນກາຍເປັນຄວາມຊົງຈຳທີ່ຍາກຈະລືມ ເຄີຍມີຄຳກ່າວວ່າ “ຄວາມຮັກກໍເປັນຄວາມເຫັນແກ່ຕົວຮູບແບບໜຶ່ງທີ່ສັງຄົມຍອມຮັບໄດ້” ກໍອາດຈະແມ່ນຄວາມຈິງ.
ແຕ່ຍັງແນວໃດກໍຕາມ ຫາກຕັດສິນໃຈຈະໄປຕໍ່ ກໍຕ້ອງ move on ໃຫ້ໄດ້, ຢ່າກັບໄປຕາມຕິດຊີວິດຂອງແຟນເກົ່າຫຼາຍ ຈະຊ່ວຍໃຫ້ເຮົາໄປຕໍ່ໄດ້. ເຮົາຈະໄດ້ບໍ່ຕ້ອງເສົ້າຢູ່ແບບນີ້ ຫຼື ຖ້າເພິ່ນບໍ່ຢາກໃຫ້ເຂົາເສົ້າ ກໍກັບມາຫ້າມເຮົາແມະ!
ໂດຍ: ທີມບັນນາທິການ Muan