|
Getting your Trinity Audio player ready...
|
ເວລາທີ່ເຮົາຕົກຢູ່ໃນຄວາມສຳພັນໃດໜຶ່ງມັນຈຳເປັນບໍ່? ທີ່ຕ້ອງໃຊ້ສະຕິໃນການດູແລເຊິ່ງກັນ ແລະ ກັນ, ຖ້າເຮົາຂາດສະຕິເດ ມັນຈະເກີດເລື່ອງລາວໃດແດ່ຕາມມາ. ຄຳຖາມນີ້, ມ່ວນ ຄິດວ່າຫຼາຍຄົນຄືຈະມີຄຳຕອບໃນໃຈກັນຢູ່ແລ້ວວ່າ ພວກເຮົາຕ້ອງມີ “Critical Reflection ຫຼື ການທົບທວນຕົນເອງຢ່າງມີສະຕິໃນຄວາມສຳພັນ” ທີ່ເປັນພື້ນຖານຂອງຄົນທົ່ວໄປ.
Critical Reflection ແມ່ນຫຍັງ?
Critical Reflection ຫຼື ການສະທ້ອນຄວາມຄິດຢ່າງມີວິຈາລະນະຍານ ທີ່ບໍ່ແມ່ນພຽງແຕ່ການ “ຄິດທົບທວນ” ທົ່ວໄປ ແຕ່ມັນແມ່ນຂະບວນການ “ເຈາະເລິກ” ລົງໄປເຖິງຄວາມຄິດ ແລະ ພຶດຕິກຳພື້ນຖານຂອງເຮົາເອງ.
Critical Reflection ໃນຄວາມສຳພັນ
ຄວາມຮັກ-ຄວາມສຳພັນຂອງທຸກຄູ່ ແນ່ນອນວ່າມັນຕ້ອງມີການໃຊ້ຄວາມຄິດ ແລະ ສະຕິໃນການໃຊ້ຊີວິດຄູ່ຢູ່ເພື່ອປະຄັບປະຄອງກັນໄປໃຫ້ຍາວນານທີ່ສຸດ. ເວລາບໍ່ເຂົ້າໃຈ, ຜິດຖຽງກັນ ຫຼື ຫຼາຍຄັ້ງບັນຫາໃນຄວາມສຳພັນກໍບໍ່ໄດ້ເກີດຈາກ “ໃຜເປັນຄົນຜິດ” ແຕ່ເກີດຈາກເລື່ອງເກົ່າໆທີ່ຫຼາຍຄົນມັກເບິ່ງຂ້າມ.
ສະນັ້ນ, Critical Reflection ຈຶ່ງສຳຄັນຫຼາຍໃນຄວາມສຳພັນ ເພາະການໄດ້ໃຊ້ທັກສະນີ້ມັນຄືການທົບທວນຫາເຫດ ແລະ ຜົນ, ພ້ອມທັງເຂົ້າໃຈ ໂດຍບໍ່ໂທດໃຜ, ແຕ່ກ້າທີ່ຈະເຫັນຄວາມຈິງຂອງຕົນເອງ ເພື່ອຫາທາງອອກໃນການປັບທັດສະນະຄະຕິຂອງທັງສອງເຂົ້າດ້ວຍກັນ.
ວິທີຝຶກ Critical Reflection ໃນຄວາມສຳພັນ
ເວລາມີບັນຫາກັນໃຫ້ລອງໃຊ້ 3 ຄຳຖາມງ່າຍໆແລ້ວໃຊ້ຄວາມໃຈເຢັນ ພ້ອມຄ່ອຍໆລົມ ແລະ ບອຫເຫດຜົນຄື:
- ເກີດຫຍັງຂຶ້ນ? (What): ບັນຍາຍເຫດການທີ່ເກີດຂຶ້ນຕາມຄວາມຈິງ ໂດຍບໍ່ໃສ່ອາລົມ.
- ມັນສຳຄັນແນວໃດ? (So what): ຕອນນັ້ນເຮົາຮູ້ສຶກແນວໃດ? ຄວາມເຊື່ອໃດທີ່ເຮັດໃຫ້ເຮົາຮູ້ສຶກແບບນັ້ນ? ເຮົາກຳລັງປົກປ້ອງຕົວເອງຈາກຫຍັງ?
- ຈະເຮັດແນວໃດຕໍ່ໄປ? (Now What): ຖ້າເກີດເຫດການແບບນີ້ອີກ ເຮົາຈະເຮັດແນວໃດໃຫ້ຕ່າງຈາກເດີມ? ເຮົາຕ້ອງປ່ຽນຄວາມເຊື່ອໃດ?
Critical Reflection ບໍ່ໄດ້ໝາຍຄວາມວ່າເຮົາຕ້ອງທົນ ຫຼື ການຕ້ອງຍ່າງອອກມາຈາກຄວາມສຳພັນທັນທີ ແຕ່ມັນແມ່ນການຂີດ “ຄວາມຊັດເຈນ” ບໍ່ແມ່ນການຕັດສິນໃຈເລືອກທາງອອກຈາກຄວາມຢ້ານ ຫຼື ບາດແຜເກົ່າທີ່ເກີດຂຶ້ນ.