ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ
Muan RelationTips

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ແບ່ງປັນ
Getting your Trinity Audio player ready...

ເຊື່ອວ່າຫຼາຍຄົນຄົງເຄີຍເຈິເຫດການແບບນີ້ໃນຄວາມສຳພັນແນ່ນອນ ທີ່ຢູ່ດີໆຄົນຮັກກໍປິດກັ້ນການສື່ສານ, ມິດງຽບຫາຍໄປ, ບໍ່ຕອບ, ບໍ່ຟັງ ຫຼື ຫຼີກໜີບໍ່ພົບໜ້າ ເຮັດໃຫ້ບໍ່ມີວິທິຈັດການກັບບັນຫາທີ່ເກີດຂຶ້ນລະຫວ່າງທັງສອງຄົນ ຈົນບາງເທື່ອກໍຄືວ່າມີແຟນແຕ່ກໍປານບໍ່ມີ. ຖ້າເຈົ້າກຳລັງ “ຮູ້ສຶກກະວົນກະວາຍຢູ່ຄົນດຽວ ຫຼື ຄິດວ່າກຳລັງຈະຖືກຕັດອອກຈາກຄວາມສຳພັນ” ຕ້ອງມາຮູ້ຈັກພຶດຕິກຳນີ້ໃຫ້ຫຼາຍຂຶ້ນກ່ອນ ເພື່ອກຽມວິທີຮັບມື ແລະ ຫາທາງອອກທີ່ດີໃຫ້ກັບຄວາມສຳພັນແບບ “Stonewalling Relationship”.

ພຶດຕິກຳແບບ “Stonewalling Relationship ຫຼື ການປິດກັ້ນຄວາມສຳພັນ” ຖືກເວົ້າເຖິງຫຼາຍໃນທາງຈິດຕະວິທະຍາເລື່ອງຄວາມສຳພັນ ເຊິ່ງຜູ້ຊ່ຽວຊານດ້ານການແຕ່ງງານ ແລະ ຄວາມສຳພັນ Dr. John Gottman ໄດ້ຈັດໝວດໝູ່ພຶດຕິກຳ Stonewalling Relationship ນີ້ວ່າເປັນໜຶ່ງໃນພຶດຕິກຳທີ່ເປັນຈຸດສຳຄັນຂອງການທຳຮ້າຍຄວາມສຳພັນ.

ແລ້ວເຮົາຈະສັງເກດອາການຂອງຄົນຮັກໄດ້ແນວໃດ?

ສິ່ງທຳອິດທີ່ຈະເຮັດໃຫ້ເຮົາເບິ່ງ ແລະ ສັງເກດເຫັນຄວາມຜິດປົກກະຕິເລີຍຄື: ຢູ່ດີໆຄົນຮັກກໍມິດໃສ່ ເຮັດຄືເຮົາບໍ່ມີໂຕຕົນ, ມັກປ່ຽນເລື່ອງທີ່ກຳລັງລົມກັນຢູ່ ພ້ອມຫຼົບສາຍຕາ, ບໍ່ມັກຕອບຄຳຖາມ, ມັກຕອບແບບປັດໆ ຫຼື ຕອບກັບສັ້ນໆ ແລະ ບໍ່ຟັງຫຍັງທັງນັ້ນ ເຖິງວ່າບັນຫາຈະບໍ່ໄດ້ຮັບການແກ້ໄຂກໍຕາມ ຖ້າເກີດເຫດການແບບນີ້ກໍໃຫ້ຮູ້ໄວ້ເລີຍວ່າຄວາມສຳພັນກຳລັງເຂົ້າສູ່ການຖືກປິດກັ້ນຄວາມສຳພັນຈາກຄົນຮັກຂອງເຮົານັ້ນເອງ.

ເປັນຫຍັງຈຶ່ງສະແດງອາການ Stonewalling Relationship?

ທຸກໆຢ່າງທີ່ມະນຸດສະແດງອອກລ້ວນແລ້ວຕ້ອງມີເຫດຜົນ ແລະ ຈຸດເລີ່ມຕົ້ນກັນທັງນັ້ນ ເພາະການທີ່ຄົນໆໜຶ່ງຈະເລືອກສະແດງພຶດຕິກຳປິດກັ້ນຄວາມສຳພັນອອກມາ ສ່ວນໃຫຍ່ແມ່ນມາຈາກລະບົບປ້ອງກັນຕົນເອງ (Self-defense mode) ເຊັ່ນ: ການບໍ່ຢາກຜິດຖຽງກັນ, ຢ້ານຖືກຮ້າຍ, ບໍ່ຮູ້ວິທີການສື່ສານຄວາມຮູ້ສຶກ, ຮູ້ສຶກກົດດັນ-ຄິດຫຍັງບໍ່ອອກ ແລະ ຕ້ອງການຄວບຄຸມສະຖານະການດ້ວຍ “ຄວາມງຽບ”.

Stonewalling Relationship ສາມາດສົ່ງຜົນກະທົບຕໍ່ຄູ່ຮັກ

ພືດຕິກຳນີ້, ມັກຈະທຳຮ້າຍຄວາມສຳພັນແບບຮ້າຍແຮງ ແລະ ເຮື້ອຮັງ ຢ່າງທີ່ຫຼາຍຄົນອາດຈະຄິດບໍ່ເຖິງເລີຍ ເຊິ່ງມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ, ນ້ອຍໃຈ, ຄວາມໄວ້ໃຈທີ່ມີຈະຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ ແລະ ຄວາມຮູ້ສຶກຫ່າງໄກກັນຂຶ້ນເລື້ອຍໆ (Emotional distance).

ອ່ານຕື່ມ:  4 ເຫດຜົນທີ່ຄວນເຂົ້າໃຈອາລົມຂອງຕົວເອງ

ວິທີຮັບມືຖ້າເກີດເຫດການ Stonewalling Relationship.

  • ສຳລັບຄົນທີ່ຖືກກະທຳ: ໃຫ້ບອກຄວາມຮູ້ສຶກຂອງຕົນເອງດ້ວຍຄວາມໃຈເຢັນແບບກົງໄປ-ກົງມາ, ໃຫ້ເວລາກັບຕົນເອງໄດ້ຄິດ ແຕ່ບໍ່ຄວນປ່ອຍເວລາໃຫ້ດົນຫຼາຍເກີນໄປ ແລະ ນັດລົມໃຫ້ຊັດເຈນເພື່ອຊ່ວຍກັນແກ້ໄຂບັນຫາ.
  • ສຳລັບຄົນທີ່ກະທຳ: ຂໍເວລາ (Time-Out) ໃນການທົບທວນສິ່ງທີ່ອາດເຮັດໄປພຽງເພາະໃຈຮ້ອນ ໂດຍບໍ່ແມ່ນການໜີຫາຍໜ້າໄປ ພ້ອມບອກເວລາຊັດເຈນໃນການນັດລົມກັນ, ຝຶກການສື່ສານຢ່າງກົງໄປ-ກົງມາໃຫ້ຫຼາຍຂຶ້ນ ແລະ ໃຫ້ສື່ສານເຖິງຄວາມຮູ້ສຶກ (Overwhelm) ທີ່ມີຢູ່ໃນໃຈແທນການມິດງຽບ.
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ໂສດ 100% ເພາະມີ Self-Partnered ການສ້າງຄວາມສຳພັນທີ່ໝັ້ນຄົງຕ້ອງເລີ່ມຈາກໂຕເອງ

Self-Partnered ການມີຄວາມສຸກຢູ່ກັບໂຕເອງດ້ວຍຄວາມເຕັມໃຈ ບໍ່ແມ່ນວ່າຈະ "ປະຕິເສດທີ່ຈະຮັກ" ແຕ່ພວກເຂົາຮຽນຮູ້ວ່າ "ຄວາມສຳພັນທີ່ໝັ້ນຄົງທີ່ສຸດແມ່ນເລີ່ມຈາກໂຕເອງ".

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.