ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ນີ້ແຫຼະຄົນທີ່ແມ່ນ 5 ສັນຍານທີ່ບອກວ່າຜູ້ນີ້ແຫຼະຄືຄູ່ຊີວິດທີ່ເຮົາຕາມຫາ
Muan RelationTips

ນີ້ແຫຼະຄົນທີ່ແມ່ນ 5 ສັນຍານທີ່ບອກວ່າຜູ້ນີ້ແຫຼະຄືຄູ່ຊີວິດທີ່ເຮົາຕາມຫາ

ແບ່ງປັນ
Getting your Trinity Audio player ready...

ໃຜໆກໍລ້ວນແຕ່ຢາກພົບຄວາມຮັກທີ່ດີ ຮັກທີ່ສົມຫວັງກັບຄົນທີ່ເຮົາຮັກ ແລ້ວຈະຮູ້ໄດ້ແນວໃດລະວ່າຜູ້ນີ້ແມ່ນແລ້ວເຮົາຈະສາມາດຝາກຊີວິດນໍາເຂົາໄດ້, ຜູ້ນີ້ແຫຼະຄືພໍ່ຂອງລູກ ຫຼື ແມ່ຂອງລູກ ແລະ ຜູ້ນີ້ແຫຼະທີ່ເຮົາຈະແຕ່ງດອງນໍາ. ຂໍພອນແລ້ວພົບເລີຍກໍຄົງຈະດີ ກະຫັນແຫຼະເນາະຄົນທີ່ແມ່ນຄົນທີ່ຈະມາສ້າງຄອບຄົວນຳເຮົາມັນບໍ່ໄດ້ຫາຊື້ມາໄດ້ງ່າຍໆຄືສິນຄ້າທີ່ຂາຍຮ້ານສະດວກຊື້ ສະນັ້ນກໍຕ້ອງເບິ່ງໆກັນໄປໃຫ້ເວລາ ແລະ ຄວາມຮູ້ສຶກໄດ້ພິສູດວ່າເຂົ້າກັນໄດ້ແທ້ບໍ ຢາກຢູ່ນຳຜູ້ນີ້ໄປຕະຫຼອດຊີວິດບໍ?, ມື້ນີ້ເພື່ອໃຫ້ທຸກຄົນໄດ້ຮູ້ໃຈໂຕເອງ, ໝັ້ນໃຈ ແລະ ສາມາດສັງເກດໄດ້ວ່າຜູ້ນີ້ແຫຼະ ຜູ້ທີ່ກຳລັງຄົບຢູ່ນີ້ລະແມ່ນແລ້ວ ເຮົາຮັກ ແລະ ຢາກຢູ່ນໍາຜູ້ນີ້ ມ່ວນເລີຍມີ 5 ສັນຍານມາໃຫ້ທຸກຄົນມາໄຂຂໍ້ສົງໄສນີ້ກັນ ຮັບຮອງວ່າຈະເຮັດໃຫ້ທຸກຄົນຕາສະຫວ່າງ ແລະ ຮູ້ເລີຍວ່າຜູ້ນີ້ແຫຼະທີ່ເຮົາຈະໃຫ້ມາເປັນຄູ່ຊີວິດເຮົາ, ພວກເຮົາໄປເບິ່ງພ້ອມໆກັນເລີຍ.

1. ມັກທ່ຽວ ແລະ ມັກເດີນທາງໄປໃນບ່ອນຄ້າຍຄືກັນ

ຫາກຢາກຮູ້ວ່າຄົນຮັກຂອງເຮົາ ແລະ ເຮົາເຂົ້າກັນໄດ້ດີສໍ່າໃດໃຫ້ລອງວາງແຜນໄປທ່ຽວນໍາກັນເບິ່ງຈັກເທື່ອ ຕາມຂໍ້ພິສູດຈາກຜູ້ຊຽວຊານທາງດ້ານຄວາມສໍາພັນໄດ້ກ່າວວ່າ ຄູ່ຮັກທີ່ເຂົ້າກັນໄດ້ເປັນຢ່າງດີພວກເຂົາມັກຈະຢາກໄປທ່ຽວໃນແບບດຽວກັນ. ຖ້າເຮົາມີຄວາມຄິດຢາກໄປທ່ຽວໃນສະຖານທີ່ ທີ່ມີທຳມະຊາດສົມບູນພະຈົນໄພນ້ອຍ ແລະ ອາດຈະມີພັກນອນໃນເຕັ້ນ ແຕ່ແຟນ ຫຼື ຄົນຮັກຂອງເຮົາກັບບໍ່ເຫັນດີ ແລະ ຄິດສວນກັນແບບສຸດໆ ຕົວຢ່າງວ່າຕ້ອງການນອນສະບາຍໃນໂຮງແຮມຫຼູລະດັບ 5 ດາວ ແລະ ທ່ຽວຊົມໃນເມືອງແບບຊິວໆຊັອບປິ້ງຊື້ເຄື່ອງຈົນໝົດມື້ ອີ່ຫຍັງປະມານນີ້ເຮົາອາດຈະຕ້ອງກັບມາຄິດທວນຄືນໃນຄວາມສຳພັນທີ່ເປັນວ່າຈະມີທາງສາມາດໄປຕໍ່ໄດ້ບໍ ຫຼື ມີຫຍັງທີ່ຈະຕ້ອງປັບເພື່ອໃຫ້ເຂົ້າໃຈກັນ ແລະ ຄວາມສຳພັນນີ້ໄປລອດ. ເພາະເຮົາທຸກຄົນລ້ວນແຕ່ມີຄວາມມັກຮັກທີ່ຕ່າງກັນໄປ ແຕ່ເຮົາຈະເຮັດແນວໃດ, ປ່ຽນແປງຫຍັງຫຼາຍສໍ່າໃດເພື່ອໃຫ້ສາມາດເຂົ້າໃຈ ແລະ ໃຊ້ຊີວິດຢູ່ກັບຄົນທີ່ເຮົາຮັກໄດ້ຢ່າງມີຄວາມສຸກ ແຕ່ທີ່ຮູ້ໆກັນຈະປັບກໍຕ້ອງປັບທັງສອງຝ່າຍຫາກຝ່າຍໃດຝ່າຍໜຶ່ງປັບປ່ຽນພຽງຝ່າຍດຽວ ຕໍ່ໃຫ້ມີຄວາມອົດທົນສູງ ຫຼື ຮັກແຟນຫຼາຍສ່ຳໃດສິ່ງທີ່ເປັນຢູ່ກໍບໍ່ມີຄວາມສຸກ ແລະ ຄວາມສຳພັນຄັ້ງນີ້ກໍຈະຈົບລົງເອງພຽງແຕ່ມັນຈະຊ້າ ຫຼື ຈະໄວເທົ່ານັ້ນ.

2. ມີຄວາມສົນໃຈ ແລະ ຄວາມມັກຊື້ມັກເຮັດອີ່ຫຍັງຄ້າຍຄືກັນ

ຂໍ້ນີ້ເປັນຂໍ້ສັງເກດທີ່ບອກໄດ້ເລີຍວ່າເຫັນຊັດເຈນແຮງ ແລະ ໃນຫຼາຍໆຄູ່ກໍອາດຈະເຄີຍຕ້ອງເລີກລາກັນດ້ວຍເຫດຜົນທີ່ວ່າບໍ່ມີອີ່ຫຍັງມັກເຮັດຄືກັນເລີຍເຮົາສອງຄົນແຕກຕ່າງກັນຫຼາຍໂພດ. ການໃຊ້ຊີວິດ, ອາຫານ, ຄວາມມັກ, ສະໄຕລການແຕ່ງໂຕ, ການກະທຳ ແລະ ນິໄສ ຫາກບໍ່ມີຢ່າງໃດຢ່າງໜຶ່ງທີ່ມັກຄືກັນເລີຍບອກໄດ້ເລີຍວ່າຍາກ ແຕ່ມັນກໍມີຄຳເວົ້າທີ່ບອກວ່າຄວາມແຕກຕ່າງຄືການເຕີມເຕັມໃຫ້ກັນ ແລະ ກັນ. ແຕ່ຖ້າແຕກຕ່າງກັນເກີນໄປ ຫຼື ທັງໝົດເລີຍມັນກໍຈະບໍ່ມີຈຸດກາງ ແລະ ທາງອອກຂອງການຢູ່ຮ່ວມກັນເຊັ່ນດຽວກັນ, ຕ່າງຄົນຕ່າງຄວາມຄິດສິ່ງທີ່ມັກເຮັດບໍ່ເຂົ້າກັນຈັກຢ່າງ, ຫາກບໍ່ມີຈຸດໃດຈຸດໜຶ່ງຄິກກັນມັນກໍຍາກທີ່ຈະເຂົ້າໃຈ ຫຼື ຍອມຮັບພ້ອມສົ່ງຜົນໃຫ້ຄວາມສຳພັນຂອງຄູ່ຮັກກໍຕ້ອງມີການສັ່ນຄອນ ແລະ ອາດຮອດທາງຕັນ.

ອ່ານຕື່ມ:  ອຸກອັ່ງເດ້ໝູ່ມັກມາຊ້າ ເທື່ອໃດກະຊິຮອດແລ້ວແຕ່ບໍ່ເຫັນໜ້າ ເຮັດແນວໃດດີກັບພຶດຕິກຳນີ້ຂອງໝູ່?

3. ຄວາມສຳພັນມີຄວາມສົມດຸນ ແລະ ໃຫ້ກຽດກັນ

ສຳລັບຂໍ້ນີ້ບອກໄດ້ເລີຍວ່າສຳຄັນສຸດ ຖ້າຄູ່ຮັກຄູ່ໃດມີຂໍ້ນີ້ແມ່ນພວກເຂົາຢູ່ກັນຍືນແທ້ ຕ່າງຝ່າຍຕ່າງເປັນຝ່າຍສັບພອດກັນ ຕ່າງຝ່າຍຕ່າງເຂົ້າໃຈກັນ, ໃຫ້ການຊ່ວຍເຫຼືອກັນ ແລະ ກັນຢູ່ຕະຫຼອດ. ເອົາງ່າຍໆຄົນແບບນີ້ກໍຫາຍາກແຮງແມ່ນບໍ? ສົມໝຸດວ່າຝ່າຍໜຶ່ງມັກເຂົ້າສັງຄົມ ຫຼື ວຽກຂອງເຂົານັ້ນຕ້ອງພົບປະ ແລະ ຈຳເປັນຕ້ອງໂອ້ລົມຄົນຫຼາກໜ້າຫຼາຍຕາ ແຕ່ອີກຄົນກັບມີໂລກສ່ວນຕົວສູງ, ມິດງຽບເຂົ້າສັງຄົມບໍ່ເປັນແບບນີ້ມັນກໍປັບກັນຍາກຢູ່ແຕ່ກໍຕ້ອງຄ່ອຍປັບຕ່າງຝ່າຍຕ່າງຄ່ອຍເປີດໂລກຂອງອີກຝ່າຍໃຫ້ກັນ ແລະ ກັນເຫັນພ້ອມທັງໃຫ້ເຂົາເຂົ້າມາລອງເບິ່ງໃນການຮ່ວມມາໃຊ້ຊີວິດແບບດຽວກັນແລ້ວຈຶ່ງມາລົມກັນວ່າປັບ ຫຼື ຕ້ອງຈູນປະມານໃດ ແຕ່ບອກເລີຍຕ້ອງເປີດໃຈເດີ້ ເປີດໃຈຍອມຮັບສິ່ງໃໝ່ໆ ຖ້າປະໄວ້ຢູ່ຊື່ຕ່າງຄົນຕ່າງບໍ່ປ່ຽນຕ່າງຄົນຕ່າງບໍ່ປັບຈະໃຫ້ຄວາມສຳພັນຢູ່ຕໍ່ຍາວນິເປັນໄປບໍ່ໄດ້ແນ່ນອນ ຢາກຮັກກັນໄປດົນໆກໍຕ້ອງເຂົ້າໃຈກັນຫຼາຍໆເດີ້ທຸກຄົນ.

4. ຢູ່ນໍາກັນແລ້ວສາມາດເປັນໂຕຂອງໂຕເອງໄດ້ເຕັມທີ່

ຄວາມສຳພັນແບບບໍ່ກັກ ແບບທີ່ກ້າສະແດງຕົວຕົນຂອງຕົວເອງອອກມາໄດ້ເຕັມທີ່, ບໍ່ຫວງງາມບໍ່ຫຼໍ່ເຮັດຫຍັງສະບາຍໃຈກໍເຮັດໄປເລີຍ ຕ່າງຄົນຕ່າງບໍ່ເຟກແຖມພ້ອມຮັບຂໍ້ເສຍຂອງກັນ ແລະ ກັນໄດ້, ເອົາງ່າຍເຫັນກັນປານຄົນໃນຄອບຄົວແລ້ວ, ພຽງແຕ່ເຂົາເປັນເຂົາຈະເປັນແນວໃດກໍໜ້າຮັກ, ກໍງາມ, ຫຼໍ່, ເທ່ ແລະ ສົດໃສທຸກມຸມ ຖ້າຄູ່ຮັກໃດເປັນແບບນີ້ໄດ້ສາມາດຮັບຕົວຕົນຂອງອີກຝ່າຍໄດ້ແບບບໍ່ລຳບາກໃຈ ແລະ ເຊື່ອໃຈກ້າເປີດຄວາມເປັນຕົວເອງໃຫ້ເຂົາເຫັນກໍຄືສົມຫວັງສຸດໆແລ້ວແຫຼະ ສາມາດເຮັດແນວແປກໆມ່ວນນຳກັນໄດ້ (ເຊັ່ນ: ຕົດໃສ່ກັນ, ເຕັ້ນທ່າແປກໆ ແລະ ອື່ນໆ) ບອກໄດ້ເລີຍວ່າເປັນຄູ່ຮັກທີ່ເພີເຟັກເລີຍ.

5. ຕ່າງຝ່າຍຕ່າງປັບຈູນອາລົມ ແລະ ຄວາມຕ່າງໃຫ້ສາມາດເຂົ້າກັນໄດ້

ແນ່ນອນທຸກຄົນເຮົາມີຄວາມຄິດ, ຄວາມມັກທີ່ແຕກຕ່າງແບບທີ່ຖ້າມີຫຍັງທີ່ເຮົາບໍ່ມັກໃນຕົວອີກຝ່າຍແລ້ວບໍ່ລົມກັນອີ່ຫຼີກໍຈະບໍ່ເຂົ້າໃຈກັນເລີຍ. ບາງຄົນກໍມັກໃຈຮ້ອນບໍ່ຟັງໃຜ, ບາງຄົນກໍຂີ້ເຫິງແບບຄິດໄປໄກເລີຍ, ບາງຄົນກໍມັກປ່ອຍບໍ່ຄ່ອຍມັກສົນໃຈຄວາມຮູ້ສຶກຂອງອີກຝ່າຍ, ບາງຄົນກໍໂຟກັດແຕ່ຄວາມຕ້ອງການຂອງຕົວເອງເປັນທີ່ຕັ້ງ ເຊິ່ງໃນທຸກປັນຫາເຫຼົ່ານີ້ຫາກບໍ່ມີຄວາມພະຍາຍາມຢາກປັບ ຫຼື ປ່ຽນແປງເພື່ອໃຫ້ເຂົ້າໃຈກັນຫຼາຍຂຶ້ນ ຫຼື ມັກເກັບໄວ້ບໍ່ບອກບໍ່ລົມກັນເລີຍຕໍ່ໃຫ້ຮັກກັນຫຼາຍສຳໃດກໍໝົດຮັກໄດ້ ດີບໍ່ດີຖ້າຍັງຄົບກັນຢູ່ອີກຝ່າຍອາດຈະເປັນຂອງຕາຍ ບໍ່ກໍຮັບກັບບໍ່ໄຫວຈົນຕ້ອງຜິດຖ່ຽງກັນເລີກລາຊັງກັນໃນທີ່ສຸດ. ຮັກແນວໃດສະບາຍໃຈ ແລະ ມີຄວາມສຸກກໍຕ້ອງເຮັດເດີ້ທຸກຄົນ.

ແລ້ວທຸກຄົນເດພົບແລ້ວບໍຄົນຮັກແບບນີ້, ແລ້ວຄົນທີ່ມີຄູ່ມີແຟນ ຫຼື ຄົບກັນມາດົນແມ່ນໄດ້ສັງເກດບໍ່ວ່າຄວາມສຳພັນຂອງຕົວເອງມີຂໍ້ໃດໃນນີ້ ຫຼື ບໍ່, ຫາກວ່າມີເກືອບໝົດບອກເລີຍວ່າບໍ່ດົນເຈົ້າກຽມຕົວເປັນເຈົ້າບ່າວເຈົ້າສາວກັນແນ່ນອນ. ແຕ່ຖ້າມີພຽງ 1 – 2 ຂໍ້ຕ້ອງໄດ້ເບິ່ງກັນຄັກລົມກັນປັບກັນໃໝ່ອີ່ຫຼີເດີ້ ໃຫ້ເຂົ້າໃຈກັນ ແລະ ກັນສຸດໆຍອມໃຫ້ກັນແນ່ບາງເລື່ອງກໍບໍ່ເສຍຫາຍ. ແຕ່ແນວໃດກໍຕາມຖ້າຜູ້ນັ້ນແມ່ນຄົນທີ່ແມ່ນອີ່ຫຼີແນວໃດມັນກໍແມ່ນກະຖືກກະໂດນໄປໝົດແຫຼະ ໃຈເຮົາຮູ້ດີທີ່ສຸດອັນນີ້.

ອ່ານຕື່ມ:  ຍ້ອນຫຍັງເຮົາຈຶ່ງມັກຄົນຕ່າງໄວ? ຈະເຮັດແນວໃດຄວາມສຳພັນນີ້ຈຶ່ງຈະໄປຕໍ່ໄດ້

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.