ChatGPT ອັບເດດເພີ່ມຄວາມສາມາດການອ່ານຂໍ້ມູນໃນ Google Drive ແລະ OneDrive

ແບ່ງປັນ

ChatGPT ອັບເດດເພີ່ມຄວາມສາມາດການອ່ານຂໍ້ມູນໃນ Google Drive ແລະ OneDrive

21 June 2025● 208

ໃຜວ່າ AI ອ່ານໄດ້ແຕ່ໃຈຄົນເທົ່ານັ້ນ, ຫຼ້າສຸດ ChatGPT ໄດ້ເປີດຕົວຟີເຈີຣ໌ໃໝ່ທີ່ສາມາດຮອງຮັບການເຊື່ອມຕໍ່ກັບ Google Drive, Dropbox ແລະ OneDrive ໄດ້ແລ້ວ.

ການພັດທະນາ ແລະ ອັບເດດນີ້ເຮັດໃຫ້ຜູ້ໃຊ້ສະດວກສະບາຍຄືກັບມີເລຂາສ່ວນຕົວເປັນຂອງຕົວເອງ ເໝາະກັບສາຍທີ່ມັກໃຊ້ໃນການຮຽນ ແລະ ສາຍເຮັດວຽກສຸດໆ.

ຟີເຈີຣ໌ໃໝ່ນີ້ຊ່ວຍໃຫ້ຜູ້ໃຊ້ສາມາດເຂົ້າເຖິງ ແລະ ອ່ານໄຟລ໌ຈາກ Google Drive ແລະ Dropbox ໄດ້ທັນທີ, ໂດຍບໍ່ຈໍາເປັນຕ້ອງດາວໂຫຼດໄຟລ໌ເຂົ້າເຄື່ອງກ່ອນ, ພຽງແຕ່ເຊື່ອມບັນຊີ Google Drive ຫຼື Dropbox ເຂົ້າກັບ ChatGPT ກໍສາມາດໃຊ້ງານໄດ້ແລ້ວ.

ນອກຈາກນີ້, ChatGPT ຍັງສາມາດສະຫຼຸບເນື້ອຫາ, ວິເຄາະຂໍ້ມູນ ແລະ ສ້າງໄຟລ໌ໃໝ່ຈາກໄຟລ໌ເກົ່າທີ່ດາວໂຫຼດມາໄດ້ຕາມຕ້ອງການ.

ສະຫຼຸບຟີເຈີຣ໌ແບບເຂົ້າໃຈງ່າຍ

  • ອ່ານໄຟລ໌ຈາກ Google Drive ແລະ Dropbox.
  • ອ່ານ ແລະ ປະມວນຜົນເອກະສານຕ່າງໆເຊັ່ນ: PDF, DOCX, XLSX, ໄຟລ໌ຂໍ້ຄວາມ ແລະ ອື່ນໆ.
  • ວິເຄາະເນື້ອຫາໃນໄຟລ໌ເຊັ່ນ: ສະຫຼຸບ, ຄົ້ນຫາຂໍ້ຄວາມ, ສ້າງແຜນພາບ ຫຼື ແປງເປັນຮູບແບບອື່ນໆ.
  • ໝົດກັງວົນເລື່ອງຄວາມປອດໄພ ເພາະວ່າໄຟລ໌ ແລະ ຂໍ້ມູນຂອງເຮົາຈະບໍ່ຖືກເກັບໄວ້ຖາວອນ ແລະ ຜູ້ໃຊ້ສາມາດຖອນສິດການເຊື່ອມຕໍ່ກັບ Google Drive ແລະ Dropbox ໄດ້ທຸກເມື່ອໃນບັນຊີຂອງເຮົາເອງ.
ອ່ານຕື່ມ:  Meta ເປີດຕົວແອັບ Edits ສ້າງມາເພື່ອສາຍ Content Creators ໂດຍສະເພາະ ດ້ວຍຄຸນສົມບັດເດັດເຄື່ອງມືສ້າງສັນເຕັມຮູບແບບ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.