ໜ້າຫຼັກ Gadzila Meta ເປີດຕົວແອັບ Edits ສ້າງມາເພື່ອສາຍ Content Creators ໂດຍສະເພາະ ດ້ວຍຄຸນສົມບັດເດັດເຄື່ອງມືສ້າງສັນເຕັມຮູບແບບ
Gadzila

Meta ເປີດຕົວແອັບ Edits ສ້າງມາເພື່ອສາຍ Content Creators ໂດຍສະເພາະ ດ້ວຍຄຸນສົມບັດເດັດເຄື່ອງມືສ້າງສັນເຕັມຮູບແບບ

ແບ່ງປັນ

ໃນວັນທີ 19 ມັງກອນ 2025, Adam Mosseri ຫົວໜ້າທີມ Instagram ໄດ້ປະກາດກ່ຽວກັບການພັດທະນາແອັບຕັດຕໍ່ວິດີໂອທີ່ທາງທີມງານ Meta ກຳລັງພັດທະນາຢູ່ ແລະ ມີການວາງແຜນທີ່ຈະເປີດຕົວໃນວັນທີ 13 ເດືອນ ມີນາ 2025 ນີ້.

Edits ເປັນແອັບພລິເຄຊັນໃໝ່ສຳລັບການຕັດຕໍ່ວິດີໂອທີ່ Meta (ບໍລິສັດແມ່ຂອງ Instagram ແລະ Facebook) ໄດ້ພັດທະນາຂຶ້ນ, ແອັບນີ້ຖືກອອກແບບມາເພື່ອຜູ້ສ້າງເນື້ອຫາ (Creators) ສາມາດຕັດຕໍ່ວິດີໂອໄດ້ງ່າຍໆຜ່ານໂທລະສັບມືຖື.

ຈາກການປະກາດຂອງ Adam Mosseri ຜ່ານ Threads ໃນຕົວແອັບ Edits ຈະມີຄຸນສົມບັດໃນການໃຊ້ເຄື່ອງມືສ້າງສັນເຊັ່ນ:
  1. Creative Tools: ເຄື່ອງມືຕັດຕໍ່ວິດີໂອທີ່ຄົບຊຸດ
  2. Inspiration Tab: ແຖບເຄື່ອງມື້ໃນການສ້າງແຮງບັນດານໃຈຊ່ວຍໃຫ້ຜູ້ໃຊ້ຊອກຫາແນວຄິດ ແລະ ເທຣນໃໝ່ໆ.
  3. Idea Tracker: ມີການຈັດການໄອເດຍພື້ນທີ່ສຳລັບບັນທຶກ ແລະ ຈັດການແນວຄິດກ່ອນລົງມືຕັດຕໍ່
  4. Draft Sharing: ການແບ່ງປັນເທັມແພລັດ ຫຼື ຮ່າງວິດີໂອກັບໝູ່ຜູ້ຮ່ວມງານເພື່ອຂໍຄຳເຫັນ.
  5. High Quality Recording: ຜູ້ສ້າງເນື້ອຫາສາມາດບັນທຶກວິດີໂອຜ່ານຕົວແອັບໄດ້ດ້ວຍຄຸນນະພາບວິດີໂອທີ່ມີຄວາມແຈ້ງລະອຽດສູງ.
  6. Insights: ຖ້າເຈົ້າໂພສວິດີໂອຜ່ານ Instagram, Edits ຈະໃຫ້ຂໍ້ມູນ ແລະ ວິເຄາະວ່າວິດີໂອຂອງເຈົ້າມີປະສິດທິພາບແນວໃດ (ເບິ່ງຈຳນວນການເບິ່ງ, ການມີສ່ວນຮ່ວມ ແລະ ອື່ນໆ).
  7. Made with Edits: ສາມາດກົດໂພສຜ່ານ Instagram Reels ແລະ ສະແດງວ່າວິດີໂອນັ້ນຖືກສ້າງດ້ວຍ Edits.
See also  Repurpose.io ຮ່ວມມືກັບ YouTube ສາມາດຣີໂພສວິດີໂອສັ້ນຈາກ TikTok & IG Reels ໄປ YouTube Short ໄດ້ອັດຕະໂນມັດ

ໂດຍ: ທີມ Gadzila

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
Gadzila

ສາຍກຣາຟຟິກຟັງທາງນີ້ ໃຊ້ Adobe Photoshop ໃນ iPhone ໄດ້ແລ້ວ ສາມາດສ້າງສັນງານອອກແບບໄດ້ທຸກທີທຸກເວລາ

ສາຍກຣາຟຟິກຟັງທາງນີ້ ໃຊ້ Adobe Photoshop ໃນ iPhone ໄດ້ແລ້ວ ສາມາດສ້າງສັນງານອອກແບບໄດ້ທຸກທີທຸກເວລາ

Gadzila

ລັດຖະທຳມະນູນລາວອັບເກຣດ ເພີ່ມຄຳວ່າ ປັນຍາປະດິດ (AI) ເຂົ້າໃນສະບັບປັບປຸງ 2025

ໃນຍຸກທີ່ເຕັກໂນໂລຊີປັນຍາປະດິດ (Artificial Intelligence ຫຼື AI) ກຳລັງກາຍເປັນໃຈກາງຂອງການພັດທະນາໃນລະດັບໂລກ, ລາວໄດ້ປັບປຸງລັດຖະທຳມະນູນສະບັບໃໝ່ ເຊິ່ງໃນນັ້ນ ມີການເພີ່ມຄຳວ່າ “ປັນຍາປະດິດ” ເຂົ້າໄປ. ການປ່ຽນແປງນີ້ສະແດງໃຫ້ເຫັນເຖິງຄວາມສົນໃຈໃນການສົ່ງເສີມວິທະຍາສາດ,...

Gadzila

Facebook ປັບເງື່ອນໄຂວິດີໂອຈະຖືກລົບອອກພາຍໃນ 90 ວັນ ແນະນຳໃຫ້ຮີບຍ້າຍອອກຈາກແພລັດຟອມ ຫຼື ດາວໂຫຼດເກັບໄວ້

Facebook ປັບເງື່ອນໄຂວິດີໂອຈະຖືກລົບອອກພາຍໃນ 90 ວັນ ແນະນຳໃຫ້ຮີບຍ້າຍອອກຈາກແພລັດຟອມ ຫຼື ດາວໂຫຼດເກັບໄວ້

Gadzila

YouTube ກຽມໃຊ້ AI ກວດຈັບຜູ້ໃຊ້ງານອາຍຸຕໍ່ກວ່າ 18 ປີ ເພື່ອປົກປ້ອງເຍົາວະຊົນຈາກເນື້ອຫາທີ່ບໍ່ເໝາະສົມ

YouTube ກຳລັງກຽມໃຊ້ເຕັກໂນໂລຊີ AI (Machine Learning) ເພື່ອກວດຈັບ ແລະ ປ້ອງກັນການໃຊ້ງານຂອງຜູ້ທີ່ມີອາຍຸຕ່ຳກວ່າ 18 ປີ, YouTube ມີເປົ້າໝາຍ...