Muan.la – ສາລະບັນເທີງ

Muan.la – ມ່ວນລະ! The largest Laos Entertainment Pop Culture content platform. ເນື້ອຫາ Pop Culture ສາລະບັນເທີງຂອງຄົນລາວ, ຂ່າວບັນເທີງ, ເພງ, ຮູບເງົາ, ໜັງ, ສິລະປະ, ດົນຕີ, ການສະແດງ, ເຕັ້ນ, ນັກດົນຕີ, ນັກຮ້ອງ, ໄອດໍ, ຄົນດັງ, ດາລາ, ນັກສະແດງ, ແວດວົງບັນເທີງລາວ.

389 ບົດຄວາມ

ຊວນຟັງສຽງຫວານໆຈາກສິລະປິນໜ້າໃໝ່ໃນເພງ Trust issues – Imel ft. Just” & gomen.

ຢາກຈະຮູ້ເຈົ້າເຮັດຫຍັງຢູ່? ຊວນຟັງສຽງຫວານໆຈາກສິລະປິນໜ້າໃໝ່ໃນເພງ Trust issues – Imel ft. Just” & gomen. ທຸກຄົນໄດ້ຟັງແລ້ວຫວາ? ເພງນີ້ມ່ວນຕິດຫູ ເລີຍຢາກຊວນມາຟັງເພງ Trust issues (ຄອຍຖາມ) ຂອງ Imel ທີ່ກຳລັງມາແຮງທັງໃນຍູທູບ ແລະ ຕິກຕ໋ອກ. ເພງນີ້ຍັງໄດ້ສິລະປິນຢ່າງ just”...

ເຮົາເຮັດທຸກມື້ນີ້ໄປເພື່ອຫຍັງ? ຊອກຫາຄຳຕອບໃນ “ໂລກອ້ອມຕົວ” ຮ້ອງໂດຍ HORLOCK x ALITA

“ລອງຟັງສຽງຂອງຫົວໃຈໂຕເອງ” ຫຼາຍຄັ້ງ ເຮົາມັກຈະໂຟກັສກັບສິ່ງທີ່ເປັນເປົ້າໝາຍຂອງເຮົາ ແລະ ສະແຫວງຫາຄວາມໝາຍຂອງສິ່ງທີ່ເຮັດ ຈົນຫຼົງລືມໄປວ່າ ຖ້າເຮົາແນມກັບມາເບິ່ງດີໆມັນອາດຈະໃກ້ເຮົາຫຼາຍກວ່າທີ່ຄິດ, ຄືກັບທີ່ເພງ “ໂລກອ້ອມໂຕ” ຂອງ HORLOCK ແລະ ALITA ຕ້ອງການຢາກຈະບອກ. ”ໂລກອ້ອມຕົວ” ຖືວ່າເປັນບົດເພງທີ່ດີຂອງປີນີ້ອີກເພງໜຶ່ງທີ່ມ່ວນຢາກແນະນຳໃຫ້ຟັງ. ເພາະເພງໄດ້ຖືກຖ່າຍທອດອອກມາໄດ້ມີຄວາມໝາຍຊື້ງກິນໃຈເຮັດໃຫ້ນ້ຳຕາຈົນຊຶມ ແລະ ເປັນການເຮັດໃຫ້ຕ້ອງກັບມາທົບທວນຫຍັງຫຼາຍຢ່າງ. ເພງໄດ້ເລີ່ມຕົ້ນຈາກທ່ອນທີ່ມີສຽງຮ້ອງມ່ວນໆຂອງ ALITA ແລະ ພາບຂອງເອັມວີແມ່ນໄດ້ເລີ່ມເລົ່າສາກໃນສະຕູດິໂອເພື່ອຖ່າຍທຳເລົ່າເລື່ອງຊີວິດຂອງທັງສາມຄົນທີ່ແຕກຕ່າງກັນທັງອາຊີບ,...

ຄວາມຮັກທີ່ມີໃຫ້ເຈົ້າ ຢາກໃຫ້ເຮົາເປັນຫຼາຍກວ່າໝູ່ ຟັງເພງ “ເປັນໄປໄດ້ບໍ” ຈາກ Napha Yaganagi

ນະພາ ຢາການາກິ ນັກຮ້ອງໜ້າໃໝ່ໃນສັງກັດ Miracle Music ໄດ້ຈັດສົ່ງເພງເສົ້າສຸດຊຶ້ງທີ່ມີຊື່ວ່າ “ເປັນໄປໄດ້ບໍ “, ທີ່ໄດ້ເລົ່າເຖິງຄວາມຮູ້ສຶກພິເສດທີ່ຫຼາຍກວ່າໝູ່ທີ່ເປັນໄປໄດ້ຍາກຂອງ ຫວັງ ແລະ ຫຼົງ (ນັກສະແດງເອັມວີຫຼັກໃນເລື່ອງ). “ຂ້ອຍມີສິດບໍ່ ຈະຮັກເຈົ້າຫຼາຍກວ່ານັ້ນ ແຕ່ຂໍໃຫ້ເຈົ້າບໍ່ປ່ຽນໄປ ບໍ່ຫ່າງໄກ ຢາກໃຫ້ເຮົາຍັງຊິດໃກ້ ແລະ ຢາກໃຫ້ເຈົ້າຍັງສົນໃຈ ເປັນໄປໄດ້ບໍ” ເພງທີ່ເສົ້າຂະໜາດນີ້ເປັນຜົນງານການແຕ່ງເນຶ້ອຮ້ອງຂອງນ້ອງ ນະພາ...

ມັກຈົ່ມຈຸກຈິກມັນບໍ່ດີໃດ ວິທີຄວບຄຸມອາລົມບໍ່ໃຫ້ເປັນຄົນຈູຈີ້ຈຸກຈິກ

ຫຼາຍຄົນກໍຄືຊິເຄີຍໄດ້ຍິນປະໂຫຍກທີ່ວ່າ ‘ເຂົາຮ້າຍເຂົາຈົ່ມ ເພາະເຂົາຮັກ’ ເຊິ່ງເປັນຄໍາເວົ້າທີ່ບໍ່ໄດ້ຜິດ ແຕ່ກໍບໍ່ໄດ້ຖືກສະເໝີໄປ, ການທີ່ເຮົາມັກຈົ່ມ ອາດເປັນເພາະເຮົານັ້ນໃສ່ໃຈ ແລະ ເປັນຫ່ວງເຂົາເຈົ້າໃນເລື່ອງຕ່າງໆ ບໍ່ວ່າຈະເລື່ອງເລັກນ້ອຍ ຫຼື ເລື່ອງໃຫຍ່, ແຕ່ອີ່ຫຍັງທີ່ມັນຫຼາຍເກີນໄປກໍບໍ່ດີຕໍ່ສຸຂະພາບຈິດເຂົາກັບເຮົາເອງໃດ. ແລ້ວເຮົາຈະເຮັດແນວໃດເພື່ອທີ່ຈະບໍ່ເປັນນົກເປັນໄກ່ຕອດເຂົາທຸກມື້? ກ່ອນອື່ນເຈົ້າກໍຕ້ອງຮູ້ກ່ອນວ່າເຮົາເປັນແບບນີ້ຍ້ອນສາເຫດອັນໃດ ແລະ ສາເຫດຕ່າງໆທີ່ພົບເຫັນຫຼາຍສຸດກໍຈະເປັນຍ້ອນ ເຮົາຄິດວ່າເຂົາຕ້ອງການຄໍາສອນຈາກເຮົາຈຶ່ງຈະດີຂຶ້ນ, ເຮົາຄວບຄຸມໃຫ້ທຸກຢ່າງເປັນໄປດັ່ງໃຈຕ້ອງການບໍ່ໄດ້, ຄວາມສໍາພັນມີບັນຫາທີ່ໃຫຍ່ ແຕ່ເຮົາເລືອກທີ່ຈະຍົກເອົາບັນຫານ້ອຍໆມາເວົ້າແທນເພື່ອເປັນການຫຼີກລ່ຽງ. ເພື່ອກໍາຈັດອາການຈຸກຈິກເກີນຄວາມຈໍາເປັນນີ້ ເຮົາມີວິທີປັບການປະພຶດບໍ່ໃຫ້ເປັນຄົນມັກຈົ່ມມາໃຫ້ທຸກຄົນ....

ຄຽດເກັ່ງຕະຫຼອດ ເຝີກຕົວເອງແນວໃດບໍ່ໃຫ້ເປັນຄົນຂີ້ຄຽດ

ກ່ອນຈະໄປອ່ານວິທີເຝິກໃຈບໍ່ໃຫ້ນ້ອຍ ມ່ວນຂໍບອກເລີຍວ່າປະເດັນນີ້ບໍ່ໄດ້ເກີດກັບພຽງຜູ້ຍິງແຕ່ເກີດກັບຜູ້ຊາຍນຳ! ອາການຂີ້ຄຽດ ຂີ້ນ້ອຍໃຈ ທີ່ມັກຈະເກີດກັບຄູ່ຮັກທົ່ວໄປໂດຍສະເພາະແມ່ນຄູ່ໄວລຸ້ນ ຖືວ່າເປັນບັນຫາອັນດັບຕົ້ນໆເລີຍທີ່ເຮັດໃຫ້ຄວາມສໍາພັນຫຼາຍຄູ່ເພພັງ. ສາເຫດຫຼັກໆກໍມັກຈະເກີດຈາກການທີ່ຄົນຮັກຂອງເຮົາເຮັດຫຍັງບາງຢ່າງບໍ່ຖືກໃຈເຮົາ ແລ້ວເຮົາກໍບໍ່ຍອມເວົ້າອອກມາ ແລະ ນ້ອຍໃຈເຂົາ,​ ແລ້ວບາດເຂົາຖາມ ສິ່ງທີ່ອອກຈາກບາງສ່ວນຫຼາຍກໍແມ່ນຄໍາວ່າ ‘ບໍ່ໄດ້ເປັນຫຍັງ’ ຖ້າວ່າບໍ່ຢາກໃຫ້ໂຕເອງເປັນແນວນັ້ນກໍຄວນເຝິກໂຕເອງແບບງ່າຍໆພຽງ 3 ຢ່າງຄື: 1. ບໍ່ເກັບຫຍັງໄວ້ໃນໃຈ ຄວນລົມກັນປຶກສາກັນ ການທີ່ເຮົາມີຫຍັງໃນໃຈແລ້ວບໍ່ບອກນັ້ນມັນເປັນຜົນເສຍຕໍ່ເຮົາ ແລະ ເຂົາ, ສິ່ງທີ່ຄວນເຮັດທີ່ສຸດຄືຕ້ອງເວົ້າເລື່ອງບັນຫາໃຫ້ອີກຝ່າຍຟັງ...

ຜູ້ຍິງເຂົ້າຫາກ່ອນມີໂອກາດຈີບຕິດ 74% ວິໄຈເຜີຍວ່າຖ້າສາວໆຈີບກ່ອນມີແຕ່ຂໍ້ດີ

ຢ່າເຂີນອາຍ ຢ່າລັງເລ ເພາະຈາກວິໄຈໄດ້ບອກວ່າ ຄວາມຮັກຈະດີກວ່າເມື່ອຝ່າຍຍິງເປັນຄົນເລີ່ມຈີບກ່ອນ ຂໍ້ມູນຈາກເວັບໄຊຫາຄູ່ OkCupid ເປີດເຜີຍວ່າ ຖ້າຜູ້ຍິງເປັນຝ່າຍເຂົ້າຫາ ອີກຝ່າຍນັ້ນຈະຕອບກັບຫຼາຍກວ່າ, ມີໂອກາດທີ່ຈະໄດ້ມີບົດສົນທະນາທີ່ຍາວກວ່າ ແລະ ຄວາມສໍາພັນຈະໄປໄດ້ດີກວ່າການທີ່ຝ່າຍຊາຍເປັນຄົນທັກຫາກ່ອນ. ເຊິ່ງຂໍ້ມູນເຫຼົ່ານີ້ກໍສາມາດໃຊ້ໄດ້ໃນຊີວິດຈິງແບບບໍ່ອິງການແຊັດລົມກັບແບບອອນລາຍອີກດ້ວຍ ເພາະຜູ້ຊາຍມັກຈະເຮັດໂຕບໍ່ຖືກເມື່ອຝ່າຍຍິງເປັນຄົນມາຈີບກ່ອນ ແລະ ສ່ວນຫຼາຍກໍຈະເປີດໃຈຍອມຮັບຄວາມສໍາພັນອີກດ້ວຍ. ໂອກາດລົ້ມເຫຼວໃນການຈີບກ່ອນກໍມີພຽງ 26% ເທົ່ານັ້ນ! ເຮົາກໍບໍ່ສາມາດຄາດຫວັງວ່າຄົນທີ່ເຮົາຈີບຈະມັກເຮົາຄືນ ຫຼື ເປີດໃຈໃຫ້ເຮົາໄດ້ 100%...

5 ເຄັດລັບທີ່ເຮັດໃຫ້ຄົນລົມຮີບມາຕອບແຊັດ

ຄູ່ຮັກໃນທຸກມື້ນີ້ສ່ວນໃຫຍ່ແມ່ນນິຍົມລົມກັນ, ຈີບກັນຜ່ານທາງແຊັດ ແລະ ບັນຫາທີ່ຕາມມາກໍຄື ຄູ່ສົນທະນາ ມັກຈະຕອບແຊັດຊ້າ ຫຼື ບາງເທື່ອກໍເມີນຂໍ້ຄວາມຂອງເຮົາກໍມີ, ສະນັ້ນມື້ນີ້ມ່ວນຈະມາເຜີຍແຜ່ 5 ເຄັດເກືອບລັບທີ່ເຮັດໃຫ້ຄູ່ສົນທະນາຂອງເຮົາບິນມາຕອບແຊັດ ໃຜທີ່ກຳລັງເຈິບັນຫານີ້ຕ້ອງອ່ານແລ້ວເອົາໄປລອງ! 1. ເມີນໃສ່ຄືນເຮັດບໍ່ສົນໃຈ. ເປັນປົກກະຕິຂອງຄົນເຮົາທີ່ຈະບໍ່ມັກໃຫ້ຄົນອື່ນມາໄລ່ມາຕາມ ແຕ່ວ່າ ມັກເປັນຝ່າຍທີ່ຈະໄລ່ຄົນອື່ນຫຼາຍກວ່າ, ສະນັ້ນວິທີນີ້ເປັນວິທີທີ່ໜ້າສົນໃຈ ແຕ່ກໍຢາກໃຫ້ເຂົ້າໃຈວ່າວິທີນີ້ບໍ່ໄດ້ເໝາະສຳລັບທຸກຄົນ. 2. ລອງສົ່ງຮູບ ຫຼື Meme....

ອາການ Orbiting ເລີກລາກັນແລ້ວ ແຕ່ຍັງສ່ອງໄອຈີ ເຟສບຸກແບບງຽບໆ

ເຖິງວ່າຄວາມ​ສຳພັນ​ຈະ​ຈົບ​ໄປ​ແລ້ວ ແຕ່​ກໍຍັງຄອຍ​ຖ້າ​ຈອບເບິ່ງ​ຫ່າງ​ໆ ຈອບສ່ອງ​ໄອ​ຈີ, ເຟ​ສ​ບຸ​ກ, ​ຖ້າ​ກົດຍົກໂປ້ໃຫ້​ຮູບ ​ແລະ ຂໍ້ຄວາມສະຖານະ​ແບບ​ງຽບ​ໆ ຢູ່​ເລື້ອຍ​ໆ, ໂຄຈອນ​ຢູ່​ອ້ອມຮອບ ປານ​ກັບ​ດາວ​ເຄາະ​ທີ່​ຄອຍເບິ່ງດວງຕາເວັນແບບ​ຫ່າງ​ໆ. ມື້​ນີ້​ມີ​ອີກ​ໜຶ່ງ​ຊື່​ເລື່ອງ​ຂອງ​ຄວາມ​ສຳພັນ​ອີກ​ຢ່າງ​ທີ່​ໜ້າ​ສົນ​ໃຈ ມັນ​ມີ​ຊື່​ວ່າ Orbiting ແປໄດ້​ກົງ​ໂຕ​ວ່າ ການ​ໂຄຈອນ ຄ້າຍ​ໆ​ກັບ​ຄວາມ​ສຳພັນ Ghosting ຢູ່​ພໍ​ສົມຄວນ ມັນ​ຄື​ອາການ​ທີ່​ເຮົາ​ຫາຍ ຫຼື ​ຈົບ​ຄວາມ​ສຳພັນ​ກັບ​ໃຜ​ຈັກ​ຄົນ ແຕ່​ເຮົາຍັງຖືກ​ໃຈ​ໂຊ​ຊຽວ​ມີ​ເດຍ ຕິດ​ຕາມ​ເຂົາ​ຢູ່​ຫ່າງ​ໆ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.