Film, Movie, Series. ການສະແດງ, ຮູບເງົາ, ໜັງ, ຊີຣີ່, ທີ່ ມ່ວນ ຢາກຊວນເບິ່ງ.
ຕອນທີ 2 ທີ່ມີຊື່ວ່າ: ບໍ່ເປັນຫຍັງທີ່ຈະຮູ້ສຶກບໍ່ໂອເຄ It’s Okay to Not Be Okay ໃນ ສຸກໃຈ It’s Okay the series, ຕອນນີ້ກໍມີປະເດັນທີ່ໜ້າສົນໃຈອີກແລ້ວນັ້ນກໍຄືບັນຫາສຸຂະພາບຈິດ “Depression ຫຼື ໂລກຊຶມເສົ້າ” ເຊິ່ງເລື່ອງລາວໄດ້ເລົ່າມາໃນບັນຫາທີ່ກ່ຽວຂ້ອງກັບຄວາມບໍ່ເຂົ້າໃຈໃນຄອບຄົວ ແລະ ເລື່ອງຄວາມກົດດັນທາງດ້ານການຮຽນ. ຕອນນີ້ແມ່ນໄດ້ເລົ່າກ່ຽວກັບສຶກສາສາວທີ່ມີຊື່ວ່າ...
ໃນຕອນທຳອິດນີ້ມີປະເດັນທີ່ໜ້າສົນໃຈຢູ່ຫຼາຍຢ່າງ ແລະ ຮູ້ສຶກວ່າເປັນສິ່ງທີ່ຢູ່ໃນສັງຄົມທີ່ຄົນຍັງບໍ່ຮັບຮູ້ ແລະ ບໍ່ເປີດໃຈກ່ຽວກັບຄວາມຫຼາກຫຼາຍທາງເພດ, ບໍ່ຮູ້ວ່າສິ່ງທີ່ເປັນນີ້ແມ່ນແນວໃດກັນແທ້ຈຶ່ງກໍ່ໃຫ້ເກີດຄວາມສັບສົນໃຫ້ກັບຕົວເອງຢ່າງຕົວລະຄອນຫຼັກໃນຕອນນີ້ກໍຄື “ນວນ”. ເລື່ອງໄດ້ເລີ່ມຈາກ ໂນ້ ພະນັກງານຮ້ານກາແຟ ສຸກໃຈ ທີ່ໄດ້ມາຂໍຄຳປຶກສາໃນເລື່ອງຂອງໝູ່ລາວທີ່ມີບັນຫາໃຫ້ຊ່ວຍແນະນຳໂດຍຄົນທີ່ ໂນ້ ໄດ້ຂໍຄວາມຊ່ວຍເຫຼືອແມ່ນ ຈີ່ ເຊິ່ງເປັນຫົວໜ້າ ຫຼື ເຈົ້າຂອງຮ້ານກາແຟທີ່ຕົວເອງກຳລັງເຮັດວຽກຢູ່. ຈີ່ ກໍ່ໄດ້ເລົ່າກໍລະນີຕົວຢ່າງຂອງໝູ່ລາວໃຫ້ໂນ້ຟັງ, ເຊິ່ງໝູ່ຄົນນີ້ມີຊື່ວ່າ “ນວນ” ເດັກໜຸ່ມຕ່າງແຂວງທີ່ຈາກບ້ານເຂົ້າມາຮຽນວິທະຍາໄລຢູ່ໃນເມືອງຫຼວງ....
ມ່ວນຈະຊວນທຸກຄົນມາລໍຖ້າເບິ່ງຊີຣີສ໌ນ້ຳດີ, ທີ່ຈະມາກະຕຸ້ນທຸກຄວາມຮູ້ສຶກຂອງທຸກຄົນກັບ “ສຸກໃຈ It’s Okay the series” ທີ່ມີລົດຊາດຄົບທຸກລົດເລີຍ. ເບິ່ງຈາກຕົວຢ່າງກໍມີທັງຟິວກູ້ດ, ຄວາມເສົ້າກະມາເຕັມບອກເລີຍວ່າເຂັ້ນຂຸ້ນຢ່າງແນ່ນອນ. “ສຸກໃຈ It’s Okay the series” ເປັນຊີຣີສ໌ທີ່ຫາຍາກ ແລະ ຖືວ່າໃໝ່ຫຼາຍສຳລັບປະເທດລາວ ໂດຍຊີຣີສ໌ເລື່ອງນີ້ເປັນການຕີແຜ່ກ່ຽວກັບບັນຫາສຸຂະພາບຈິດ, ບັນຫາຕ່າງໆໃນສັງຄົມ ທີ່ສະທ້ອນໃຫ້ເຫັນເຖິງຄວາມຈິງໃນຊີວິດ. ໂດຍສະເພາະແມ່ນໄວໜຸ່ມທີ່ກຳລັງພົບ ຫຼື...
ມ່ວນຊວນເບິ່ງເພື່ອຈະພາມາຍ້ອນຮອຍເອນິເມຊັນໃນຕຳນານທີ່ຄົນເປັນສາຍເອນິເມະຈະຕ້ອງຮູ້ຈັກຢ່າງແນ່ນອນ ເຊິ່ງເລື່ອງນັ້ນກໍຄື “a silient voice”. ເປັນເລື່ອງລາວຂອງເດັກຊາຍຂີ້ດື້ຜູ້ໜຶ່ງນັ້ນກໍຄື Shoya Ishida ທີ່ມັກ Bully ໝູ່ຄົນໜຶ່ງໃນຫ້ອງຮຽນກໍຄືເດັກຍິງທີມີຊື່ວ່າ Shouko Nishimiya ຜູ້ພິການທາງຫູ ແລະ ບໍ່ສາມາດເວົ້າໄດ້. ເລີຍເຮັດໃຫ້ຖືກເດັກຊາຍຄົນນັ້ນ Bully ຈົນຕ້ອງຍ້າຍໂຮງຮຽນ ແລະ ເຫດການໃນຄັ້ງນີ້ມັນໄດ້ສົ່ງຜົນໃຫ້ Shoya Ishida...
ເຂົ້າກໍຢາກກິນ ສະໝອງກໍຢາກພັກ ແລ້ວພວກເຮົາຈະເຮັດແນວໃດໃຫ້ກິນເຂົ້າແຊບກວ່າເົ່າລະ? ມື້ນີ້ມ່ວນເລີຍນຳກາຕູນ 8 ເລື່ອງໜ້າເບິ່ງມາແຊຣ໌ໃຫ້ທຸກຄົນ, ທີ່ເບິ່ງແລ້ວຈະເຮັດໃຫ້ຮູ້ສຶກອາລົມດີເບົາສະໝອງ, ໜ້າຮັກ ແລະ ຕະຫຼົກ. ທັງ 8 ເລື່ອງທີ່ມ່ວນນຳມາຖືວ່າເປັນກາຕູນທີ່ເບິ່ງໄດ້ທຸກເພດທຸກໄວເໝາະທີ່ຈະເບິ່ງຕອນກິນເຂົ້າເພື່ອຜ່ອນຄາຍ ບັນທຶກເກັບໄວ້ເລີຍເພາະເບິ່ງຕອນກິນເຂົ້າກັບກາຕູນທີ່ມັກແຮງເຮັດໃຫ້ອາຫານມັນແຊບພິເສດຂຶ້ນໄປອີກ. 1. We Bare Bears ເປັນເລື່ອງກ່ຽວກັບໝີສາມໂຕທີ່ມີບຸກຄະລິກແຕກຕ່າງກັນທີ່ພະຍາຍາມຈະໃຊ້ຊີວິດຮ່ວມກັບມະນຸດ, ເປັນເລື່ອງທີ່ທັງໜ້າຮັກຕະຫຼົກ ແລະ ດີຕໍ່ໃຈ. 2....
**ໝາຍເຫດ: ບໍ່ມີການສະປອຍເນື້ອເລື່ອງທີ່ສຳຄັນ** ເຖິງວ່າຕອນນີ້ຮູບເງົາຜີ (?) ທີ່ມາແຮງທີ່ສຸດໃນຕອນນີ້ຈະເຂົ້າໂຮງມາໄດ້ເກືອບອາທິດແລ້ວ ແລະ ເຮົາອາດຈະເອົາມາເລົ່າຊ້າແດ່ແຕ່ກໍຢ່າເທາະ ກະຢາກເລົ່າເນາະ ເພາະຫາກໍມີເວລາໄດ້ໄປເບິ່ງມາ ເຜື່ອວ່າຈະຊ່ວຍຕັດສິນໃຈໄດ້ ສຳລັບຜູ້ທີ່ກຳລັງລັງເລວ່າຈະເບິ່ງ ຫຼື ບໍ່ເບິ່ງ. ແລະ ຖ້າມີຄົນຊວນໄປເບິ່ງ ແລ້ວເຮົາຢ້ານວ່າ ໂອ້ຍ ຜີຈະອອກມາຫຼອກຫຼອນຈົນເຮົາບໍ່ກ້າເບິ່ງ ຂໍບອກເລີຍວ່າ ນອກຈາກສຽງ ແລະ ພາບທີ່ຕັ້ງໃຈໃຫ້ເຮົາຕົກໃຈ ທີ່ເຫຼືອກໍເປັນການຕີກັນຢ່າງເມົາມັນລະຫວ່າງຜີ...
ມາຮອບເດິກອີກແລ້ວກັບຣີວິວໜັງຫຼັງເບິ່ງຈົບ. ຍອມຮັບວ່າໄດ້ເບິ່ງ ວິມານໜາມ ແບບໂຄ້ງສຸດທ້າຍອີ່ຫຼີ ຫຼາຍໆຄົນຄືຊິໄດ້ໄປເບິ່ງກັນມາໝົດແລ້ວ. ແຕ່ກໍຄືເກົ່າ ຂໍມາເລົ່າສູ່ທຸກຄົນຟັງ ແລະ ສາມາດແລກປ່ຽນມຸມມອງກັນໄດ້ກ່ຽວກັບເລື່ອງລາວທີ່ເກີດຂຶ້ນໃນເລື່ອງນີ້. ວິມານໜາມ ຜົນງານການກຳກັບຂອງ ບອສ ກູໂນ ເຊິ່ງຜູ້ຂຽນເອງກໍໄດ້ຕິດຕາມຜົນງານຂອງລາວມາກ່ອນ ຕັ້ງແຕ່ສະໄໝທີ່ເຮັດຊີຣີສ໌ເລື່ອງ ແປຮັກຂ້ອຍ ດ້ວຍໃຈເຈົ້າ (แปลรักฉันด้วนใจเธอ) ທີ່ເປັນເລື່ອງລາວກ່ຽວກັບ LGBTQ+ ຄືກັບເລື່ອງນີ້. ກ່ອນອື່ນຕ້ອງຂໍຍ້ອງໃນແງ່ຂອງຄວາມລະອຽດທີ່ເຮັດອອກມາ. ຕັ້ງແຕ່ຊີຣີສ໌...