ໜ້າຫຼັກ ມ່ວນຊວນເບິ່ງ ທຸກຄວາມຜິດພາດເປັນບົດຮຽນທີ່ດີສະເໝີໃຫ້ກັບເຮົາ ອະດີດບໍ່ສາມາດເອົາມາຕັດສິນຄຸນຄ່າຂອງເຮົາໃນປັດຈຸບັນໄດ້
ມ່ວນຊວນເບິ່ງ

ທຸກຄວາມຜິດພາດເປັນບົດຮຽນທີ່ດີສະເໝີໃຫ້ກັບເຮົາ ອະດີດບໍ່ສາມາດເອົາມາຕັດສິນຄຸນຄ່າຂອງເຮົາໃນປັດຈຸບັນໄດ້

ແບ່ງປັນ

ເນື້ອເລື່ອງແມ່ນໄດ້ເວົ້າເຖິງເລື່ອງຂອງໂນ້ ແລະ ດາ. ທັງສອງໄດ້ເປັນໝູ່ສະໄໝຮຽນມັດທະຍົມ ແລະ ຮຽນຫ້ອງດຽວກັນ. ຕອນນີ້ໄດ້ດຳເນີນດ້ວຍການຍ້ອນເວລາກັບໄປ-ກັບມາ, ເຮັດໃຫ້ເຫັນທັງເລື່ອງລາວອະດີດ ແລະ ປັດຈຸບັນທີ່ເປັນຢູ່ຂອງທັງສອງຄົນທີ່ຍັງມີເລື່ອງຕິດຄ້າງໃນໃຈທີ່ຕ້ອງການທີ່ຈະສະສາງມັນອອກໄປ.

ພາບໄດ້ຕັດຍ້ອນກັບໄປໃຫ້ເຫັນພາບຕອນມັດທະຍົມ, ດາ ຜູ້ທີ່ມີພອນສະຫວັນໃນການຮ້ອງເພງ ແລະ ມີຄວາມໂດດເດັ່ນຈົນໃຜໆກໍຢາກທຳຄວາມຮູ້ຈັກ. ດາ ມີຄວາມຮູ້ສຶກພິເສດກັບ ເຕ້ ໜຸ່ມສຸດຮັອດປະຈຳຫ້ອງທີ່ທັງຮຽນເກັ່ງ, ຫຼິ້ນກິລາເດັ່ນ, ໜ້າຕາດີ. ແຕ່ເຕ້ກຳລັງຈະຍ້າຍໄປຢູ່ຕ່າງປະເທດກັບພໍ່ແມ່ກໍເລີຍຈະຈັດປາຕີ້ອຳລາກັບໝູ່ເພື່ອນ.

ໂນ້ ເຊິ່ງເປັນໝູ່ສະໜິດກັບ ເຕ້ ໄດ້ແນະນຳໃຫ້ດາຮ້ອງເພງເພື່ອບອກແທນຄວາມຮູ້ສຶກໃຫ້ເຕ້, ແຕ່ມີເຫດການໜຶ່ງທີ່ເຮັດໃຫ້ດານັ້ນຢ້ານການຮ້ອງເພງໄປຕະຫຼອດຊີວິດ, ມີອາການວິຕົກກັງວົນ ແລະ ໂນ້ກໍເປັນສ່ວນໜຶ່ງໃນເຫດການທີ່ເຮັດໃຫ້ດາເປັນແບບນັ້ນ.

ເບິ່ງຕອນທີ 4 ມີຊື່ວ່າ: ບໍ່ເປັນຫຍັງທີ່ຈະເຮັດຜິດພາດ | It’s Okay to Make Mistakes

ໂນ້ ບັງເອີນໄດ້ພົບກັບດາທີ່ມາຮ້ານກາແຟສຸກໃຈ, ເພື່ອມາຖ່າຍຣີວິວ. ໂນ້ຍັງຮູ້ສຶກຜິດຕໍ່ດາຈຶ່ງຢາກຂໍໂທດກັບເລື່ອງລາວທີ່ຜ່ານມາ. ທັງສອງໄດ້ລົມກັນເລື່ອງບັນຫາທີ່ເກີດຄິດ ແລະ ໄດ້ລົມກັນແບບເປີດໃຈວ່າບໍ່ມີໃຜຜິດເພາະທັງສອງຄົນໃຈຮ້ອນດ້ວຍການເອົາອາລົມນຳທາງ. ທັງສອງໄດ້ສະສາງບັນຫາທີ່ຄ້າງຄາກັນມາຍາວນານ ແລະ ດານັ້ນກໍກ້າທີ່ຈະຂ້າມຜ່ານຄວາມຢ້ານກັບມາຮ້ອງເພງໄດ້ອີກຄັ້ງເພາະເອື້ອຍຂອງລາວ.

ບົດຮຽນໃນຕອນນີ້ໄດ້ບອກໃຫ້ແອັດຮູ້ວ່າທຸກຄວາມຜິດພາດເປັນບົດຮຽນທີ່ດີສະເໝີ, ເພາະທຸກອຸປະສັກຄືການເຕີບໃຫຍ່ ແລະ ເຮັດໃຫ້ຄິດໄດ້ວ່າເຮົາບໍ່ຄວນກັບໄປເຮັດສິ່ງນັ້ນອີກຄັ້ງ, ບໍ່ຄວນເອົາອາດີດມາຕັດສິນຄຸນຄ່າຂອງເຮົາໃນປັດຈຸບັນ.

ການກ້າວຜ່ານຄວາມຢ້ານ ແລະ ຈິດໃຈທີ່ເຂັ້ມແຂງຂອງຕົວລະຄອນດາ, ກຳລັງໃຈດີໆຈາກຄົນອ້ອມຂ້າງນັ້ນມີສ່ວນສຳຄັນກຳຄົນທີ່ເປັນໂລກວິຕົກກັງວົນ.

ໂນ້ ຍັງຄົງເປັນຕົວລະຄອນທີ່ໜ້າຮັກສະເໝີຕັ້ງແຕ່ຕອນທຳອິດ, ເປັນຄົນທີ່ມີແຕ່ຄວາມຫວັງດີຕໍ່ຄົນອື່ນຢູ່ຕະຫຼອດເວລາ, ມັກຊ່ວຍເຫຼືອ ແລະ ເຫັນອົກເຫັນໃຈຄົນອື່ນ. ນຳທຸກຄວາມຜິດພາດມາປັບປຸງແກ້ໄຂໃຫ້ດີຂຶ້ນເລື່ອຍໆຈົນເຖິງປັດຈຸບັນ

ໃນຕອນນີ້ມັນຍັງໄດ້ລວມເຖິງມິດຕະພາບລະຫວ່າງຄອບຄົວ ແລະ ໝູ່ເພື່ອນທີ່ຍັງຄົງເປັນຫ່ວງ ແລະ ຫວັງດີໃຫ້ກັນ. ກ່ອນທີ່ຈະຈົບຕອນທີ່ 4 ກໍໄດ້ແຝງບັນຫາອີກຫຼາຍຢ່າງທີ່ກຳລັງຈະເກີດຂຶ້ນເພື່ອປູທາງໄປສູ່ ຕອນຈົບໃນຕອນທີ 5 ຂອງ ສຸກໃຈ It’s Okay the series.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
ມ່ວນຊວນເບິ່ງ

Weak Hero Class 1 ຊີຣີສ໌ດັດແປງມາຈາກ Webtoon ແນວດຣາມ່າສະທ້ອນບັນຫາການບູລລີ້ໃນໂຮງຮຽນ

Weak Hero ແມ່ນຊີຣີສ໌ທີ່ຖືກດັດແປງມາຈາກ Webtoon ເຊິ່ງເປັນແນວແອັກຊັນ, ດຣາມ່າ ແລະ ຄວາມສຳພັນມິດຕະພາບລະຫວ່າງໝູ່ເພື່ອນໃນໂຮງຮຽນ ທີ່ມ່ວນຕ້ອງຂໍບອກເລີຍວ່າເລື່ອງນີ້ສາກຕໍ່ສູ້ແມ່ນມັນສຸດ ແລະ ນັກສະແດງຫຼັກຢ່າງພະເອກກໍສະແດງຄວາມຮູ້ສຶກອອກມາໃຫ້ອາລົມມືດມົນປົນອຶດອັດໄດ້ຢ່າງເລີກເຊິ່ງ. ໃນຕອນທີ່ກຳລັງເບິ່ງຊີຣີສ໌ເລື່ອງນີ້ກໍເຮັດໃຫ້ຮູ້ສືກອິນຕາມສຸດໆ,...

ມ່ວນຊວນເບິ່ງ

ລວມສັດສາຍລັບສຸດຮາ ເບິ່ງໄດ້ເພີນໆເຮັດໃຫ້ອາລົມດີ ຮຽນຮູ້ພຶດຕິກຳສັດໃນສາລະຄະດີ Spy in the Wild

ເປັນກະແສເດັດມາແຮງທີ່ຈະບໍ່ເວົ້າເຖິງບໍ່ໄດ້ເລີຍກັບສາລະຄະດີຊຸດ “Spy in the Wild ຫຼື ສັດສາຍລັບ”  ທີ່ຊາວໂຊຊ້ຽວຕິດກັນສຸດໆ, ເຊິ່ງນີ້ແມ່ນຜົນງານຂອງ BBC Natural History...

Muan Scoopມ່ວນຊວນເບິ່ງ

Dire Wolves: ຈາກ Game of Thrones ສູ່ການຟື້ນຄືນຊີບໃນໂລກແຫ່ງຄວາມຈິງ

ໃຜທີ່ເປັນແຟນຊີຣີສ໌ Game of Thrones  ຄົງຈະຈື່ສາກທຳອິດຂອງຊີຣີສ໌ເລື່ອງນີ້ໄດ້ເປັນຢ່າງດີ ເຊິ່ງເປັນຕອນທີ່ Ned Stark ກັບລູກໆຂອງລາວຍ່າງເຂົ້າໄປໃນປ່າ ແລະ ພົບກັບລູກໝາປ່າຍັກຫຼາຍໂຕນອນຢູ່ຂ້າງທາງ. ລູກໝາປ່າເຫຼົ່ານັ້ນບໍ່ແມ່ນແຕ່ສັດປ່າທີ່ພວກເຂົາທີ່ບັງເອີນພົບເຫັນເທົ່ານັ້ນ...

ມ່ວນຊວນເບິ່ງ

ຮ່ວມແກ້ໄຂປິດສະໜາຜ່ານຄວາມງາມຂອງດອກໄມ້ ແລະ ຄວາມມືດມິດໃນໃຈມະນຸດ ຊີຣີສ໌ແນວສືບສວນເລິກລັບ Dalah Death and the Flowers

ມີການສະປອຍເລື່ອງລາວຂອງຊີຣີສ໌ໃນບາງສ່ວນ ແລະ ເລື່ອງນີ້ມີຄວາມໜ້າສົນໃຈຫຼາຍກາລັນຕີຜົນງານການສະແດງຂອງນັກສະແດງເຊັ່ນ: ຍາຍ່າ, ແພັດ ຊະຍານິດ, ນະ ນະພັດ, ຣິວ ວະຊິຣະວິດ, ການຖ່າຍທຳທີ່ມີ Mood...