ສຳລັບ ສຸກໃຈ It’s Okay the series ກໍມາຮອດຕອນສຸດທ້າຍກັນແລ້ວໃນ ຕອນທີ 5: ບໍ່ເປັນຫຍັງທີ່ຈະຮ້ອງໄຫ້ It’s Okay to Cry ແລະ ໃນຕອນນີ້ຈາກການປູເລື່ອງລາວມາຈາກຕອນທີ 4 ທີ່ລຸງເລີດໄດ້ບອກວ່າຈະປິດຮ້ານ ຄາເຟ່ສຸກໃຈ ທັງ ຈີ່ ແລະ ໂນ້ ຕ່າງກໍຮູ້ສຶກເສຍໃຈ. ບໍ່ຢາກໃຫ້ຮ້ານຖືກປິດໄປເລີຍເພາະພວກເຂົາຮັກ ແລະ ຜູກພັນກັບຮ້ານນີ້ຫຼາຍ.
ລຸງເລີດ ແລະ ຈີ່ໄດ້ເກີດມີການຜິດຖຽງກັນ, ເລື່ອງບັນຫາທີ່ເກີດຂຶ້ນທີ່ພໍ່ມີຫຍັງໃນໃຈແລ້ວບໍ່ມັກເວົ້າຈົນມັນໄດ້ເຮັດໃຫ້ລຸງເລີດຕ້ອງກັບໄປຄິດຮອດຄວາມຊົງຈຳເກົ່າໆທີ່ມີກັບຄອບຄົວ ແລະ ຫວນຄິດເຖິງເວລາເກົ່າໆທີ່ມີກັບປ້າວອນເມີຍຂອງລາວທີ່ໄດ້ເສຍຊີວິດໄປ, ຄິດຮອດຄວາມຝັນຂອງຈີ່ທີ່ຢາກເປັນຜູ້ກຳກັບໜັງ.
ເລື່ອງໄດ້ເລົ່າເຖິງແມ່ຂອງຈີ່ທີ່ໄດ້ເສຍຊີວິດຕອນທີ່ຈີ່ຮຽນຢູ່ມັດທະຍົມຕົ້ນ, ແມ່ຂອງຈີ່ມັກເຮັດເຂົ້າໜົມຫຼາຍ. ພໍມີຈີ່ຈຶ່ງຕັ້ງວ່າ ສຸກໃຈ ເພາະແມ່ຢາກໃຫ້ຈີ່ມີແຕ່ຄວາມສຸກໃຈ ແລະ ຊື່ນັ້ນກໍກາຍມາເປັນຊື່ຮ້ານກາເຟ. ເພາະແມ່ຢາກມອບເປັນຂອງຂວັນໃຫ້ຈີ່, ແມ່ຮູ້ວ່າຈີ່ມັກແຕ່ງໂຕ ແລະ ມີຈິດໃຈເປັນຍິງຕັ້ງແຕ່ຍັງນ້ອຍແລ້ວ, ເຊິ່ງແມ່ກໍຍອມຮັບໄດ້, ສ່ວນພໍ່ຂອງຈີ່ກໍເຊັ່ນກັນເຖິງຈະບໍ່ຄາດຄິດວ່າລູກຊາຍຄົນດຽວຈະບໍ່ເປັນຄືທີ່ຫວັງແຕ່ພໍເຫັນວ່ານັ້ນຄືຄວາມສຸກຂອງຈີ່ ແລະ ເປັນຄວາມສຸກຂອງແມ່. ພໍ່ຍອມຮັບໃນຕົວຕົນຂອງຈີ່, ຈີ່ຈຶ່ງມັກແຕ່ງໂຕເປັນຜູ້ຍິງ ແລະ ເປັນໂຕຂອງໂຕເອງມາຕັ້ງແຕ່ມັດທະຍົມ.

ເບິ່ງຕອນທີ 5: ບໍ່ເປັນຫຍັງທີ່ຈະຮ້ອງໄຫ້ | It’s Okay to Cry
ຫຼັງຈາກ, ທີ່ແມ່ຈາກໄປຈີ່ກໍອາໄສຢູ່ກັບພໍ່ 2 ຄົນ, ຈີ່ຮູ້ວ່າຄວາມສຸກຂອງພໍ່ຫາຍໄປຕັ້ງແຕ່ແມ່ເສຍ, ແຕ່ພໍ່ກໍບໍ່ເຄີຍສະແດງຄວາມອ່ອນແອໃຫ້ຈີ່ເຫັນເລີຍ, ພໍຮຽນຈົບມັດທະຍົມປາຍຈີ່ກໍເລືອກຮຽນຕໍ່ສາຂາບໍລິຫານທຸລະກິດເພື່ອຈະໄດ້ມາຊ່ວຍພໍ່ດູແລຮ້ານ. ດ້ວຍຄວາມທີ່ຈີ່ເປັນລູກຊາຍຄົນດຽວ ແລະ ມີຈິດໃຈທີ່ເປັນຍິງ, ສ່ວນໃຫຍ່ແມ່ຈຶ່ງເປັນຄົນສອນຈີ່ ແລະ ຜູກພັນກັບຈີ່ຫຼາຍກວ່າພໍ່, ຈີ່ຈຶ່ງໄດ້ຮັບນິໄສທີ່ອ່ອນໂຍນຈາກແມ່ມາ ແລະ ໄດ້ຄວາມສຸຂຸມຈາກພໍ່ມາ, ເຖິງວ່າສອງພໍ່ລູກຈະຢູ່ນຳກັນສອງຄົນ ແລະ ບໍ່ໄດ້ມີບັນຫາຫຍັງກັນ, ແຕ່ກໍມີໄລຍະຫ່າງບາງຢ່າງທີ່ບອກບໍ່ຖືກ, ພໍ່ຂອງຈີ່ມັກຈະບໍ່ຄ່ອຍສະແດງຄວາມຮູ້ສຶກກັບຈີ່ປານໃດ.
ບັງເອີນມື້ໜຶ່ງພໍ່ຈີ່ທີ່ຢູ່ເຮືອນຄົນດຽວກຳລັງຫາຫຍັງບາງຢ່າງແຕ່ກໍບໍ່ເຫັນ, ກໍເລີຍລອງໄປຊອກຢູ່ຫ້ອງຂອງຈີ່. ແລ້ວກໍເຫັນໃບປິວ Workshop ກ່ຽວກັບໜັງ, ພໍ່ຕົກໃຈເພາະບໍ່ເຄີຍຮູ້ມາກ່ອນວ່າລູກຢາກເຮັດໜັງ, ບວກກັບຄິດຫຼາຍເລື່ອງຮ້ານວ່າຈະເຮັດແນວໃດດີເລີຍເຮັດໃຫ້ພໍ່ຕັດສິນໃຈທີ່ຈະປິດຮ້ານ, ເຊິ່ງການຕັດສິນໃຈນັ້ນເຮັດໃຫ້ຈີ່ບໍ່ເຂົ້າໃຈພໍ່, ທັງຮູ້ສຶກນ້ອຍໃຈທີ່ພໍ່ບໍ່ມັກອະທິບາຍຫຍັງໃຫ້ເຂົ້າໃຈເລີຍ ແລະ ຈີ່ເອງກໍບໍ່ຢາກປິດຮ້ານນີ້ເພາະມັນເປັນຂອງຂວັນຈາກແມ່, ຈົນພໍ່ບອກກັບຈີ່ວ່າ ພໍ່ຮູ້ວ່າຈີ່ຢາກໄປເຮັດຄວາມຝັນນັ້ນ, ຈີ່ກໍຕົກໃຈບໍ່ຄິດວ່າພໍ່ຈະຮູ້, ສຸດທ້າຍຈີ່ຈຶ່ງເລືອກທີ່ຈະປະເຊີນໜ້າກັບຄວາມຈິງ, ຈີ່ເຮັດເຂົ້າໜົມທີ່ແມ່ສອນໃຫ້ໄປໃຫ້ໂນ້ ແລະ ພໍ່ກິນໃນມື້ທີ່ພໍ່ກັບໂນ້ກຳລັງຊ່ວຍກັນມ້ຽນຮ້ານ ແລະ ໄດ້ປັບຄວາມເຂົ້າໃຈກັບພໍ່ໃນທີ່ສຸດ, ສຸດທ້າຍຮ້ານກໍບໍ່ຖືກປິດ ແລະ ຈີ່ກໍພົບຫົນທາງທີ່ຈະເຮັດຕາມຄວາມຝັນໃນການສ້າງໜັງຂອງຕົນເອງ.

ເລື່ອງນີ້ໄດ້ເຮັດໃຫ້ແອັດຕ້ອງກັບມາເບີ່ງຄົນອ້ອມຂ້າງຫຼາຍຂຶ້ນ, ເພາະທຸກຄົນລ້ວນແລ້ວມັກພົບບັນຫາທີ່ອາດຈະຫາທາງແກ້ໄຂບໍ່ໄດ້, ຖ້າເສຍໃຈກໍຮ້ອງໄຫ້ອອກມາມັນບໍ່ຜິດ, ການລົມການເວົ້າມັນຊ່ວຍໃຫ້ເຮົາສະບາຍໃຈໄດ້ແທ້ໆເລີຍແຫຼະ, ທຸກຢ່າງມັນມີທາງອອກ ແລະ ແກ້ໄຂສະເໝີ.
ໃນຕອນສຸດທ້າຍນີ້ໄດ້ເຮັດໃຫ້ເຫັນເຖິງບັນຍາກາດທີ່ອົບອຸ່ນຫຼາຍ, ເພາະບັນຫາທຸກຢ່າງໄດ້ຮັບການແກ້ໄຂແລ້ວ. ຖືວ່າເປັນການສ້າງຄວາມຊົງຈຳດີໆກ່ອນຈົບທີ່ເຮັດໃຫ້ທຸກຄົນທີ່ຕິດຕາມມາຕັ້ງແຕ່ຕອນທີ 1 ຢ່າງແອັດຮູ້ສຶກຍິ້ມຕາມໄດ້ເພາະໄດ້ເຫັນພັດທະນາການເລື່ອງເລົ່າຊີວິດພວກເຂົາຜ່ານຕົວລະຄອນ, ຫຼາຍໆຄົນຄົງຄິດຄືແອັດວ່າຢາກໃຫ້ພວກເຂົາພົບແຕ່ເລື່ອງລາວດີໆ ແລະ ທຸກຄົນຄວນມີຄວາມສຸກ.
ໂດຍ: ທີມບັນນາທິການ Muan