ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຢ່າເອົາແຕ່ໂທດຕົວເອງ ເຈົ້າກຳລັງບໍ່ຮັກຕົວເອງຢູ່ແມ່ນບໍ? ສັງເກດພຶດຕິກຳເຈົ້າເລີຍ
Muan RelationTips

ຢ່າເອົາແຕ່ໂທດຕົວເອງ ເຈົ້າກຳລັງບໍ່ຮັກຕົວເອງຢູ່ແມ່ນບໍ? ສັງເກດພຶດຕິກຳເຈົ້າເລີຍ

ແບ່ງປັນ

ລອງມາສັງເກດໂຕເອງເບິ່ງວ່າ ຕອນນີ້ໝູ່ເພື່ອນກຳລັງຮັກຄົນອື່ນເກີນໄປຈົນລືມໃສ່ໃຈຄວາມຮູ້ສຶກໂຕເອງຢູ່ ຫຼື ບໍ່? ຈົນປ່ອຍໃຫ້ຄົນອື່ນທຳຮ້າຍຈິດໃຈໂຕເອງ ກາຍເປັນຄົນທີ່ຮັກໂຕເອງໜ້ອຍລົງ. ລອງຖາມໂຕເອງກັນເບິ່ງ ເພາະມັນບໍ່ແມ່ນສິ່ງທີ່ດີຢ່າງແນ່ນອນ ຖ້າກາຍເປັນຄົນທີ່ບໍ່ຮັກໂຕເອງ ແລະ ຂັບເຄື່ອນຊີວິດດ້ວຍຄວາມຮັກຈາກຄົນອື່ນຈົນສູນເສຍຄວາມເປັນໂຕເອງໄປ. ມາລອງກວດເບິ່ງກັນວ່າ ໝູ່ເພື່ອນກຳລັງບໍ່ຮັກໂຕເອງຢູ່ ຫຼື ບໍ່?

1. ໃຫ້ຄວາມສຳຄັນກັບຄົນອື່ນຫຼາຍເກີນໄປ ເປັນເລື່ອງທີ່ບໍ່ສົມຄວນປານໃດ ເພາະຍິ່ງໃຫ້ໃຈໄປກັບຄົນທີ່ເບິ່ງເຫັນຄ່າຂອງເຈົ້າພຽງແຕ່ບາງເວລາ ຍິ່ງຖືວ່າເປັນການທຳຮ້າຍໂຕເອງແບບບໍ່ທັນຮູ້ໂຕອີກຊໍ້າ.

2. ຮ້ອງໄຫ້ເສຍໃຈກັບຄວາມຮັກທີ່ບໍ່ດີ ຈົນບໍ່ເປັນອັນເຮັດຫຍັງອັນອື່ນ. ແນ່ນອນແຫຼະວ່າ ການທີ່ຈະໃຫ້ຄວາມຮັກເປັນເລື່ອງສຳຄັນອັນດັບໜຶ່ງເປັນເລື່ອງທີ່ບໍ່ຜິດ ແຕ່ຢ່າລືມວ່າໃນໂລກນີ້ມີຫຼາຍມຸມມອງ. ຫຼາຍຄົນສູນເສຍໂຕເອງຈົນໄຮ້ສະຕິໃນການໃຊ້ຊີວິດ ແລະ ຄິດເຖິງແຕ່ເລື່ອງເກົ່າໆວົນໄປວົນມາ ເມື່ອໂຕເອງຜິດຫວັງໃນຄວາມຮັກ ເຊິ່ງນີ້ເປັນສິ່ງທີ່ບໍ່ດີຢ່າງແນ່ນອນ.

3. ນ້ອຍໃຈໃນໂຊກຊະຕາຂອງໂຕເອງ ການຈົ່ມວ່າໃຫ້ຊີວິດຂອງໂຕເອງບໍ່ໄດ້ຊ່ວຍຫຍັງເລີຍ ຊໍ້າບໍ່ໜຳຍັງຊິຖືກສັງຄົມ-ຄົນອ້ອມໂຕເບິ່ງວ່າເປັນຄົນຂີ້ແພ້. ບໍ່ມີໃຜບໍ່ເຄີຍເຈິອຸປະສັກ. ທາງທີ່ດີຄວນເອົາເວລາມາປ່ຽນແປງໂຕເອງ ເຮັດໃຫ້ອະນາຄົດກ້າວຕໍ່ໄປຈະດີກວ່າ.

4. ໂຫຍຫາແຕ່ສິ່ງທີ່ຈະເຂົ້າມາຊ່ວຍເຕີມເຕັມ ຖ້າເຮັດແບບນີ້ຊີວິດນີ້ຄົງບໍ່ໄດ້ພົບກັບຄວາມສຸກທີ່ແທ້ຈິງຢ່າງແນ່ນອນ ແລະ ຍັງຈະຖືກເບິ່ງເປັນຄົນທີ່ຕ້ອງການຄວາມຮັກ ບໍ່ສາມາດຢືນດ້ວຍໂຕເອງໄດ້.

5. ແລ່ນຕາມສິ່ງທີ່ກຳລັງແລ່ນໜີເຈົ້າໄປ ມີແຕ່ຈະເຮັດໃຫ້ເສຍເວລາ ແລະ ເມື່ອຍລ້າແບບບໍ່ມີປະໂຫຍດ. ນີ້ບົ່ງບອກວ່າ ສິ່ງນັ້ນບໍ່ແມ່ນຂອງເຈົ້າຕັ້ງແຕ່ທຳອິດ ເພາະຖ້າມັນເປັນຂອງເຈົ້າແທ້ ເຈົ້າຈະຕ້ອງບໍ່ຮູ້ສຶກເມື່ອຍ ຫຼື ໃຊ້ຄວາມພະຍາຍາມຫຼາຍຂະໜາດນັ້ນ. ຢ່າມົວເສຍເວລາໄປກັບເລື່ອງບໍ່ເປັນເລື່ອງເລີຍ.

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  Manifest Energy ປ່ຽນຕົວເອງໃຫ້ດີຂຶ້ນໃນ 21 ມື້ ລອງໃຊ້ທິດສະດີກົດຂອງແຮງດຶງດູດສິ່ງດີໆເຂົ້າມາໃນຊີວິດ
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ?

ໂສດຈົນເມື່ອຍລະເດີ! ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ? ນີ້ເປັນບັນຫາລະດັບຊາດສຳລັບຊາວເຮົາ ແລ່ວຈະເຮັດແນວໃດຈຶ່ງຈະມີແຟນຈັກເທື່ອ? ນີ້ແມ່ນວິທີແກ້ໄຂສຳລັບຄົນທີ່ມັກຢູ່ຕິດຢ້າວຕິດເຮືຶອນ.

10/10 ວັນສໍາຄັນຂອງຄົນຄິດຫຼາຍ ຊວນດູແລສຸຂະພາບຈິດຕົນເອງເພື່ອພັດທະນາຄວາມສຳພັນ

ຄິດຫຼາຍ, ວິຕົກກັງວົນ ແລະ ໃສ່ໃຈຄວາມຮູ້ສຶກຄົນອື່ນຫຼາຍເກີນໄປ ທຸກຄົນເປັນແບບນັ້ນກັນບໍ່? ພ້ອມກັບມີຄວາມຮູ້ສຶກວ່າການໃຊ້ຊີວິດໃນແຕ່ລະມື້ມັນຄືເມື່ອຍແທ້? ຈົນເຮັດໃຫ້ຄວາມຮັກ, ຄວາມສຳພັນ ຫຼື ສິ່ງທີ່ຢູ່ອ້ອມຕົວເຮົາມັນສົ່ງຜົນກະທົບຕໍ່ຈິດໃຈຂອງເຮົາໂດຍບໍ່ຮູ້ຕົວ ແລະ ບໍ່ເປັນໄປຕາມໃຈຕ້ອງການ....

ຮັກຄືເລື່ອງຫົວໃຈ ແຕ່ຊີວິດຄູ່ບໍ່ມີເປົ້າໝາຍ ຄວນໄປຕໍ່ ຫຼື ຢຸດຄວາມສຳພັນ?

ຫຼາຍຄັ້ງທີ່ເຮົາມັກຈະເບິ່ງວ່າການທີ່ຢູ່ໃນຄວາມສຳພັນໃດໜຶ່ງ ພຽງຮັກກັນກໍພໍແລ້ວ ແຕ່ເວລາຜ່ານໄປຄວາມຮັກພຽງຢ່າງດຽວອາດຈະບໍ່ພຽງພໍທີ່ຈະສ້າງອະນາຄົດທີ່ໝັ້ນຄົງໄດ້ ຖ້າບໍ່ມີເປົ້າໝາຍ ຫຼື ທິດທາງທີ່ຊັດເຈນ ຈະເລືອກຈັບມືກັນ ຫຼື ປ່ອຍໃຫ້ແຕ່ລະຄົນພົບເສັ້ນທາງຂອງຕົນເອງ?

ຄວນເລືອກ “ຮັກແທ້” ຫຼື “ເງິນ”? ເຈາະວິທີຈັດການບັນຫາທາງການເງິນ ເພື່ອໃຫ້ຄວາມສຳພັນໄປຕໍ່ໄດ້

ບົດຄວາມນີ້ເປີດເຜີຍມຸມມອງກ່ຽວກັບຄວາມຮັກ ແລະ ການເງິນ ພ້ອມຄຳແນະນຳທີ່ເປັນປະໂຫຍດສຳລັບຄູ່ຮັກທຸກຄົນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.