ໜ້າຫຼັກ Chanthasone Insixiangmai
ຂຽນໂດຍ

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

112 ບົດຄວາມ
Muan Specialty

ສະຫຼຸບ 10 Social Marketing Trends ປີ 2025 ກັບການປ່ຽນແປງທີ່ນັກການຕະຫຼາດຄວນຮູ້

ໝາຍເຫດ: ບົດຄວາມນີ້ແປຈາກ https://contentshifu.com/blog/social-media-marketing-trends ໂດຍໄດ້ຮັບອະນຸຍາດຈາກອ້າຍແບ້ງ Content Shifu ໃຫ້ເຜີຍແຜ່ຜ່ານ Muan Social Media ຢູ່ຄູ່ກັບໂລກອິນເຕີເນັດມາເກືອບໆ 30 ປີແລ້ວ ນັບຕັ້ງແຕ່ການກໍ່ຕັ້ງຂອງ SixDegrees ໃນປີ 1997 (ຂໍ້ມູນຈາກ Wikipedia). ມີ Platform ເກີດໃໝ່ ແລະ...

Muan Specialty

ຈາກສວນສັດມາເດັ້ງເທິງ Google – ເປັນຫຍັງ “ໝູເດັ້ງ” ຈຶ່ງຄອງໃຈຄົນທົ່ວໂລກ?

ຖ້າທຸກຄົນລອງພິມຄຳວ່າ Moodeng ໃນ Google ຕອນນີ້… ທຸກຄົນຈະຕ້ອງປະຫຼາດໃຈ ເພາະເທິງໜ້າຈໍຈະມີ ຮິບໂປແຄະໂຕມົນໆໜ້າຮັກໆແລ່ນດຸກດິກໄປມາ. ຮິບໂປນ້ອຍໂຕນີ້ບໍ່ແມ່ນໃຜອື່ນໄກ ແຕ່ເປັນດາລາສາວຈາກໄທ ນາມວ່າ “ໝູເດັ້ງ” ຮິບໂປແຄະຂວັນໃຈຄົນໄທ ທີ່ກຳລັງສ້າງຄວາມສຸກຈົນກາຍເປັນປາກົດການລະດັບໂລກ. ຮູ້ຈັກ “ໝູເດັ້ງ” ຮິບໂປແຄະສຸດໜ້າຮັກທີ່ຫຼາຍຄົນຫຼົງຮັກ ໝູເດັ້ງ ເປັນຮິບໂປແຄະທີ່ອາໄສຢູ່ໃນສວນສັດເປີດເຂົາຂຽວ ປະເທດໄທ ມີອາຍຸພຽງ 4 ເດືອນປາຍ...

Muan Watch - ມ່ວນຊວນເບິ່ງ

ຖີ່ຢົດ 2 – ຄົນ-ຜີ ຕີກັນຢ່າງເມົາມັນ ມະລຸມລະຕຸ້ມ ຄິດວ່າເບິ່ງໜັງແອັກຊັ້ນ

**ໝາຍເຫດ: ບໍ່ມີການສະປອຍເນື້ອເລື່ອງທີ່ສຳຄັນ** ເຖິງວ່າຕອນນີ້ຮູບເງົາຜີ (?) ທີ່ມາແຮງທີ່ສຸດໃນຕອນນີ້ຈະເຂົ້າໂຮງມາໄດ້ເກືອບອາທິດແລ້ວ ແລະ ເຮົາອາດຈະເອົາມາເລົ່າຊ້າແດ່ແຕ່ກໍຢ່າເທາະ ກະຢາກເລົ່າເນາະ ເພາະຫາກໍມີເວລາໄດ້ໄປເບິ່ງມາ ເຜື່ອວ່າຈະຊ່ວຍຕັດສິນໃຈໄດ້ ສຳລັບຜູ້ທີ່ກຳລັງລັງເລວ່າຈະເບິ່ງ ຫຼື ບໍ່ເບິ່ງ. ແລະ ຖ້າມີຄົນຊວນໄປເບິ່ງ ແລ້ວເຮົາຢ້ານວ່າ ໂອ້ຍ ຜີຈະອອກມາຫຼອກຫຼອນຈົນເຮົາບໍ່ກ້າເບິ່ງ ຂໍບອກເລີຍວ່າ ນອກຈາກສຽງ ແລະ ພາບທີ່ຕັ້ງໃຈໃຫ້ເຮົາຕົກໃຈ ທີ່ເຫຼືອກໍເປັນການຕີກັນຢ່າງເມົາມັນລະຫວ່າງຜີ...

Muan RelationTips

ໂສດມາຕັ້ງແຕ່ເກີດ ຂໍອະນຸຍາດເປີດໂຕແຟນ ມືໃໝ່ຮຽນມີແຟນ ເຮັດແນວໃດຈຶ່ງຈະ work?

ຫຼາຍໆຄົນທີ່ຍັງໂສດ ແລະ ຢ້ານໃນການເລີ່ມຕົ້ນຄວາມສຳພັນເຊີນທາງນີ້ເລີຍ, ຢາກຮັກກໍຕ້ອງກ້າທີ່ຈະຮຽນຮູ້, ການເລີ່ມຕົ້ນອາດເຮັດໃຫ້ຮູ້ສຶກຕື່ນເຕັ້ນ ແລະ ບໍ່ໝັ້ນໃຈແດ່ກໍບໍ່ເປັນຫຍັງເດີ. ມື້ນີ້ມ່ວນເລີຍຈະພາມາເລີ່ມຕົ້ນຄວາມສໍາພັນຮັກຄັ້ງທໍາອິດໂດຍບໍ່ຕ້ອງຮູ້ສຶກກັງວົນໃຈເລື່ອງຄວາມຮັກ ແລະ ການສ້າງຄວາມສໍາພັນທີ່ດີຕ້ອງໃຊ້ເວລາ ແລະ ການຮຽນຮູ້ຈາກປະສົບການຈາກຫຼາຍໆມຸມມອງ, ຄໍາແນະນໍາບາງຢ່າງອາດຈະຊ່ວຍໃຫ້ເຮົາເລີ່ມຕົ້ນໂມເມັ້ນດີໆດ້ວຍຄວາມໝັ້ນໃຈໄດ້. ກ່ອນຈະເປີດໂຕແຟນໄດ້ເຮົາຕ້ອງເຮັດແນວໃດແດ່? ມືໃໝ່ຮຽນມີແຟນມາຟັງຄຳແນະນຳກັນໄດ້ເລີຍກັບ 6 ຂັ້ນຕອນງ່າຍໆນີ້. 1.ເລີ່ມຕົ້ນດ້ວຍການຮູ້ຈັກຕົນເອງກ່ອນ ກ່ອນຈະຮັກໃຜເຈົ້າຄວນເລີ່ມຕົ້ນດ້ວຍການຮູ້ຈັກ ແລະ ຮັກຕົນເອງກ່ອນ. ໃຫ້ຖາມຕົວເອງວ່າເຈົ້າຕ້ອງການຫຍັງໃນຄວາມສໍາພັນນີ້. ຄຸນຄ່າຂອງເຈົ້າແມ່ນຫຍັງ?...

Muan Watch - ມ່ວນຊວນເບິ່ງ

ເຂົາຢູ່ກັບເຮົາ = ເຂົາຮັກເຮົາ? ຣີວິວ “ວິມານໜາມ” ກັບປະເດັນການຕໍ່ສູ້ຍາດຊີງ “ຄວາມຮັກ”

ມາຮອບເດິກອີກແລ້ວກັບຣີວິວໜັງຫຼັງເບິ່ງຈົບ. ຍອມຮັບວ່າໄດ້ເບິ່ງ ວິມານໜາມ ແບບໂຄ້ງສຸດທ້າຍອີ່ຫຼີ ຫຼາຍໆຄົນຄືຊິໄດ້ໄປເບິ່ງກັນມາໝົດແລ້ວ. ແຕ່ກໍຄືເກົ່າ ຂໍມາເລົ່າສູ່ທຸກຄົນຟັງ ແລະ ສາມາດແລກປ່ຽນມຸມມອງກັນໄດ້ກ່ຽວກັບເລື່ອງລາວທີ່ເກີດຂຶ້ນໃນເລື່ອງນີ້. ວິມານໜາມ ຜົນງານການກຳກັບຂອງ ບອສ ກູໂນ ເຊິ່ງຜູ້ຂຽນເອງກໍໄດ້ຕິດຕາມຜົນງານຂອງລາວມາກ່ອນ ຕັ້ງແຕ່ສະໄໝທີ່ເຮັດຊີຣີສ໌ເລື່ອງ ແປຮັກຂ້ອຍ ດ້ວຍໃຈເຈົ້າ (แปลรักฉันด้วนใจเธอ) ທີ່ເປັນເລື່ອງລາວກ່ຽວກັບ LGBTQ+ ຄືກັບເລື່ອງນີ້. ກ່ອນອື່ນຕ້ອງຂໍຍ້ອງໃນແງ່ຂອງຄວາມລະອຽດທີ່ເຮັດອອກມາ. ຕັ້ງແຕ່ຊີຣີສ໌...

The Interview

ກ້າທີ່ຈະເປັນໂຕເອງ “ດອນ” ກັບບົດ “ນວນ” ໃນ ສຸກໃຈ the Series ຄັ້ງທຳອິດຂອງຊີຣີສ໌ລາວທີ່ນຳສະເໜີ Nonbinary

ກ້າທີ່ຈະເປັນໂຕເອງ ແລະ ທີ່ບໍ່ໄດ້ສ້າງຜົນກະທົບດ້ານລົບຕໍ່ຄົນອື່ນ “ດອນ” ກັບບົດ “ນວນ” ໃນ ສຸກໃຈ It’s Okay the seriesຄັ້ງທຳອິດຂອງຊີຣີສ໌ລາວທີ່ນຳສະເໜີຄວາມຫຼາກຫຼາຍທາງເພດໃນປະເດັນຄວາມເປັນ Nonbinary. ເມື່ອອາທິດກ່ອນ ພວກເຮົາໄດ້ພາທຸກຄົນໄປເບິ່ງ ສຸກໃຈ It’s Okay the Series ຕອນທີ 1 “ບໍ່ເປັນຫຍັງທີ່ຈະເປັນຕົວເອງ”...

The Interview

ຈິມມີ້ ໜຸ່ມນ້ອຍຂວັນໃຈຊາວຕິກຕັອກ ສູ່ພະເອກເອັມວີຂອງ ຕີ໋ ອຸດາໄລ

ຜົນງານເພງຫຼ້າສຸດຂອງ ຕີ໋ ອຸດາໄລ ທີ່ຫາກໍປ່ອຍອອກມາເມື່ອບໍ່ດົນມານີ້, ນອກຈາກເພງເອງທີ່ເປັນລາຍເຊັນຂອງສິລະປິນຊື່ດັງຜູ້ນີ້ ກໍຍັງມີນັກສະແດງໄວລຸ້ນທີ່ເປັນທີ່ຮູ້ຈັກຈາກການເປັນກະແສໃນຕິກຕັອກ ນັ້ນກໍຄື ຈິມມີ້. ນ້ອງໃໝ່ຄົນນີ້ອາຍຸພຽງ 15 ປີເທົ່ານັ້ນ ແຕ່ດ້ວຍຄວາມມີສະເໜ່ ແລະ ໜ້າຮັກ ຈຶ່ງເຮັດໃຫ້ລາວໄດ້ມີໂອກາດເຂົ້າສູ່ໂລກຂອງການສະແດງ. ທີມມ່ວນ ກໍບໍ່ລໍຊ້າໄປຊອກໄປຄົ້ນໄປຕາມຫາວ່ານ້ອງແມ່ນໃຜ ເພື່ອໃຫ້ທຸກຄົນໄດ້ຮູ້ຈັກນ້ອງໃຫ້ຫຼາຍຂຶ້ນ. ຈິມມີ້ ເປັນທີ່ຮູ້ຈັກຈາກການທີ່ລາວໄປຕັດຜົມ ແລ້ວທາງຮ້ານຕັດຜົມໄດ້ໂພສວິດີໂອລົງໃນຕິກຕັອກ ແລະ ອີກໜຶ່ງວິດີໂອແມ່ນເປັນວິດີໂອທີ່ລາວໄດ້ເສີບອາຫານໃຫ້ກັບແຂກຢູ່ທີ່ຮ້ານແຫ່ງໜຶ່ງໃນເຂດສີຫອມ....

Muan RelationTips

ປາກບອກກຳລັງໄປ ແຕ່ກາຍຫຍາບຍັງຢູ່ເຮືອນ ເຮັດແນວໃດດີເມື່ອໝູ່ມັກໃຊ້ “ໂມງກະເທີຍ”

ໃນກຸ່ມໝູ່ມັນກໍຈະມີໝູ່ຄົນໜຶ່ງທີ່ພໍເວລານັດລວມຕົວກັນເທື່ອໃດ, ກໍຈະມາຊ້າຕະຫຼອດ ຫຼື ກໍມາຕອນໝູ່ໃກ້ຈະກັບກັນໆໝົດແລ້ວ ແລະ ມັນກໍບໍ່ແມ່ນພຽງແຕ່ຄັ້ງທຳອິດເພາະຫຼິ້ນນຳກັນມາຫຼາຍປີກໍຍັງເປັນຄືເກົ່າຕະຫຼອດບໍ່ມີປ່ຽນແປງ. ຍິ່ງພໍນັດກັນເປັນກຸ່ມໝູ່ເພື່ອນທີ່ຈະມີການເດີນທາງໄປທ່ຽວນຳກັນເທື່ອໃດ ກໍ່ມາຊ້າ ແລະ ເກືອບຈະບໍ່ທັນການເດີນທາງທຸກຄັ້ງໄປ, ພໍເປັນແບບນີ້ຫຼາຍໆຄັ້ງມັນອາດຈະເປັນການສະສົມຄວາມບໍ່ພໍໃຈ ແລະ ເຮັດໃຫ້ຈິດໃຈເຈົ້າຮູ້ສຶກເກີດຄວາມອຸກອັ່ງໄດ້, ທຸກຄົນຄິດຄືກັນບໍ? ວ່າມັນຄວນພໍໄດ້ແລ້ວກັບການມາຊ້າ ຫຼື ເຮັດໃຫ້ໝູ່ທຸກຄົນຕ້ອງມາລໍຖ້າແບບນີ້. ແລ້ວພວກເຮົາຈະຈັດການກັບສະຖານະການນີ້ໄດ້ແນວໃດ? ເພື່ອບໍ່ຢາກໃຫ້ໝູ່ຮູ້ສຶກບໍ່ດີ ແລະ ຕ້ອງປັບປຸງເລື່ອງພຶດຕິກຳນີ້, ມື້ນີ້ມ່ວນເລີຍຊອກຫາວິທີຮັບມືດີໆມາແຊຣ໌ໃຫ້ທຸກຄົນລອງນຳໄປປັບໃຊ້ກັນເບິ່ງເດີ. 1....

Muan RelationTips

ເປັນຕິ່ງລະຜິດໃຜ? ເຫດໃດຈຶ່ງບອກໄຮ້ສາລະ? ຮັບມືແນວໃດເມື່ອຖືກວິຈານໃນດ້ານລົບ

ການເປັນແຟນຄລັບ ຫຼື “ຕິ່ງ” ສິລະປິນທີ່ເຮົາມັກ ເປັນຫຼາຍກວ່າການຕິດຕາມຜົນງານ ຫຼາຍຄັ້ງມັນສ້າງແຮງບັນດານໃຈ, ເປັນທີ່ເພິ່ງພາທາງໃຈ ແລະ ເປັນສ່ວນໜຶ່ງຂອງການໃຊ້ຊີວິດຢ່າງມີຄວາມສຸກ. ຫຼາຍຄັ້ງທີ່ເຮົາໄດ້ຍິນຄຳເວົ້າຈາກຄົນອ້ອມໂຕ ເຊັ່ນ: “ເປັນຫຍັງຈຶ່ງຕ້ອງຕິດຕາມຂະໜາດນັ້ນ?” ຫຼື “ມັນໄຮ້ສາລະໂພດຕິເບາະ?” ເຊິ່ງຄຳເວົ້າເຫຼົ່ານີ້ ອາດເຮັດໃຫ້ເຮົາຮູ້ສຶກບໍ່ໝັ້ນໃຈ ແລະ ເລີ່ມຕັ້ງຄຳຖາມກັບສິ່ງທີ່ເຮົາຮັກ. ແນວໃດກໍຕາມ ການເປັນແຟນຄລັບເປັນເລື່ອງຄວາມສຸກສ່ວນຕົວ. ການມີຄວາມສຸກຖືເປັນເລື່ອງທີ່ໄຮ້ສາລະຂະໜາດນັ້ນບໍ່? ຊີວິດນັ້ນສັ້ນເກີນກວ່າທີ່ຈະບໍ່ເຮັດໃນສິ່ງທີ່ເຮົາຮັກ ເຮົາບໍ່ຮູ້ວ່າຊີວິດເຮົາໃນມື້ອື່ນຈະເປັນແນວໃດ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.