ໜ້າຫຼັກ Gadzila FACEBOOK ມີອາຍຸຄົບຮອບ 21 ປີແລ້ວ ຈາກໂປຣເຈັກໃນຫໍພັກຮາວາດ ສູ່ຍັກໃຫຍ່ລະດັບໂລກ
Gadzila

FACEBOOK ມີອາຍຸຄົບຮອບ 21 ປີແລ້ວ ຈາກໂປຣເຈັກໃນຫໍພັກຮາວາດ ສູ່ຍັກໃຫຍ່ລະດັບໂລກ

ແບ່ງປັນ

21 ປີແລ້ວຜ່ານມາໄວແຮງ ຈາກໂປຣເຈັກໃນຫໍພັກຮາວາດ ຕອນນີ້ Facebook ກາຍມາເປັນຍັກໃຫຍ່ດ້ານເທັກໂນໂລຢີລະດັບໂລກ

ເປີດໂຕໃນປີ 2004 ໂດຍ ມາກ ຊັກເຄີເບີກ ໃນຖານະໂປຣເຈັກໜຶ່ງຂອງມະຫາວິທະຍາໄລຮາວາດ, Facebook ໃນຕອນຕົ້ນສາມາດໃຊ້ໄດ້ສະເພາະກຸ່ມນັກສຶກສາຂອງມະຫາວິທະຍາໄລນິ້ເທົ່ານັ້ນ ແຕ່ກໍໄດ້ມີການຂະຫຍາຍຕົວຢ່າງວ່ອງໄວສູ່ຜູ້ໃຊ້ອິນເຕີເນັດທົ່ວໄປທີ່ອາຍຸຫຼາຍກວ່າ 13 ປີ ໃນປີ 2006 ເຮັດໃຫ້ເກີດການເຕີບໃຫຍ່ແບບກ້າວກະໂດດ.

ການຂະຫຍາຍໂຕນີ້ເປັນຜົນມາຈາກການເຂົ້າຊື້ Instagram ໃນປີ 2012 ແລະ ໄດ້ມີການນຳສະເໜີຟີເຈີທີ່ສຳຄັນເຊັ່ນ: News Feed, Groups ແລະ Events ເສີມຄວາມເຂັ້ມແຂງໃນຖານະແພລດຟອມສູນກາງສຳລັບຜູ້ໃຊ້ຫຼາຍພັນລ້ານຄົນໃນແຕ່ລະມື້.

ເຖິງວ່າຈະປະສົບກັບຄວາມທ້າທາຍຕ່າງໆນານາ ເຊັ່ນ: ການຮ້ອງຟ້ອງທາງກົດໝາຍກ່ຽວກັບຊັບສິນທາງປັນຍາ ແລະ ການວິພາກວິຈານກ່ຽວກັບຄວາມເປັນສ່ວນຕົວຂອງຂໍ້ມູນຜູ້ໃຊ້, Facebook (ປັດຈຸບັນແມ່ນ Meta Platforms Inc.) ຍັງຄົງເປັນແພລດຟອມທີ່ມີຜູ້ໃຊ້ງານທີ່ເຄື່ອນໄຫວປົກກະຕິກວ່າ 3 ພັນລ້ານຄົນຕໍ່ເດືອນ ອີງຕາມຂໍ້ມູນຮອດວັນທີ 5 ມັງກອນ 2025 ເຊິ່ງນີ້ສົ່ງຜົນກະທົບຢ່າງມີຄວາມສຳຄັນຕໍ່ຂະບວນການທາງສັງຄົມ, ການເມືອງ ແລະ ເສດຖະກິດໃນທົ່ວໂລກ

ການຣີແບຣນທຸລະກິດໃນປັດຈຸບັນໄປເປັນ Meta ໄດ້ສະທ້ອນໃຫ້ເຫັນເຖິງການມຸ່ງໝັ້ນທີ່ຈະພັດທະນາ metaverse ເຊິ່ງເປັນພື້ນທີ່ຈຳລອງສຳລັບການປະຕິສຳພັນກັນຂອງຜູ້ໃຊ້ແບບ real-time, ເປັນບ່ອນທີ່ສະແດງໃຫ້ເຫັນເຖິງການວິວັດ ແລະ ຄວາມທະເຍີທະຍານໃນຕອນນີ້ ທີ່ຈະເປັນຜູ້ນຳດ້ານນະວັດຕະກຳເທັກໂນໂລຢີຂອງ Meta ເອງ ເຖິງວ່າຈະຖືກປັບໃໝຫຼາຍກວ່າ 797.7 ລ້ານຢູໂຣ ໂດຍຄະນະກຳມາທິການເອີຣົບ ຈາກການເຄື່ອນໄຫວທີ່ບໍ່ເໝາະສົມ.

ໂດຍ: ທີມ Gadzila

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

ອາວະສານສາຍແຄັບໜ້າຈໍ Messenger ອັບເດດໃໝ່ ໃຜແຄັບແຊັດລະບົບຈະແຈ້ງເຕືອນທັນທີ

Meta ອອກຟີເຈີໃໝ່ໃຫ້ສາມາດຕັ້ງຄ່າ Disappearing Messages ເພື່ອແຈ້ງເຕືອນໃຫ້ຮູ້ທັງສອງຝ່າຍວ່າໃຜທີ່ມັກແຄັບແຊັດເຮົາໃນ Messenger.

ເຕືອນໄພ: ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນ

ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນຜ່ານ Facebook ຫຼື WhatsApp ຮູ້ທັນກົນໂກງ, ຮັບມືດ້ວຍຄວາມມີສະຕິ ແລະ ການກວດສອບຂໍ້ມູນຢ່າງລະມັດລະວັງ.

OpenAI ເປີດໂຕ ChatGPT-5 ຜູ້ຊ່ວຍ AI ສ່ວນຕົວທີ່ສະຫຼາດຍິ່ງກວ່າເກົ່າ

ChatGPT-5 ອັບເດດໃໝ່ຈາກ OpenAI ທີ່ຍົກລະດັບຄວາມສະຫຼາດ ແລະ ຄວາມເຂົ້າໃຈເນື້ອຫາທີ່ຊັບຊ້ອນ ພ້ອມຄວາມສາມາດໃນການຂຽນ Code ແລະ Content ຢ່າງມືອາຊີບ.

NotebookLM: ແອັບ AI ສະຫຼຸບບັນທຶກ ແລະ ສ້າງ Podcast ສຽງເວົ້າຄືມະນຸດ

ພົບກັບຈຸດເດັ່ນທີ່ບໍ່ຄວນພາດ NotebookLM ແອັບ AI ຈາກ Google ຊ່ວຍສະຫຼຸບບັນທຶກ ແລະ ສ້າງເັປັນ Podcast ໃຫ້ສຽງເວົ້າຄືມະນຸດ ການໃຊ້ງານເໝາະກັບນັກຮຽນ,...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.