ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ເຈົ້າກຳລັງສູນເສຍຕົວຕົນ? ຖືກປິດບັງຄວາມເປັນຕົວເອງ ຊວນເອົາຊະນະພຶດຕິກຳ Overcoming Eclipsing
Muan RelationTips

ເຈົ້າກຳລັງສູນເສຍຕົວຕົນ? ຖືກປິດບັງຄວາມເປັນຕົວເອງ ຊວນເອົາຊະນະພຶດຕິກຳ Overcoming Eclipsing

ເຈົ້າກຳລັງສູນເສຍຕົວຕົນ? ຖືກປິດບັງຄວາມເປັນຕົວເອງ ຊວນເອົາຊະນະພຶດຕິກຳ Overcoming Eclipsing

ແບ່ງປັນ
Getting your Trinity Audio player ready...

Eclipses ແມ່ນຄຳສັບສະເພາະທີ່ເຫັນໃຊ້ກັນຫຼາຍໃນດ້ານດາລາສາດເຊັ່ນ ປະກົດການທີ່ວັດຖຸໜຶ່ງຢ່າງໂລກເຄື່ອນມາບັງແສງດວງຕາເວັນທີ່ຄວນສົ່ງໄປຮອດດວງຈັນ (Lunar Eclipse) ເຊິ່ງຫຼາຍໆຄົນໃນໂລກອອນລາຍກໍນຳມາປຽບທຽບກັບອາການທີ່ບຸກຄົນໜຶ່ງມັກສະແດງອອກວ່າສົນໃຈເລື່ອງດຽວກັນກັບຄົນທີ່ກຳລັງສົນໃຈຈົນຍອມຫຼຸດຄວາມເປັນຕົວເອງເພື່ອໃຫ້ອີກຄົນຫັນມາສົນໃຈ.

Overcoming Eclipsing ແມ່ນການສະແດງພຶດຕິກຳທີ່ເປັນ someone’s action/voice/identity ການທີ່ບາງຄົນເຮັດວ່າມັກສິ່ງດຽວກັນ ແລະ ປິດບັງຕົວຕົນຂອງຕົວເອງເພື່ອໃຫ້ຄວາມສຳຄັນກັບອີກຄົນ ເຊິ່ງມັນເປັນສິ່ງທີ່ດີໃນການສານຕໍ່ຄວາມສຳພັນ ແລະ ໃນສະຖານະການນັ້ນເຮັດໃຫ້ຮູ້ສຶກວ່າບົດສົນທະນາສາມາດພັດທະນາເປັນຢ່າງອື່ນໄດ້.

ຖ້າຫາກວ່າເຈົ້າເປັນຜູ້ໜຶ່ງທີ່ມັກໃຊ້ Eclipsing ໃນຄວາມສຳພັນເລື່ອຍໆມັນຈະສົ່ງຜົນກະທົບທີ່ບໍ່ຄ່ອຍດີປານໃດ ຖ້າເປັນການຖືກ “ປິດບັງຕົວຕົນ” ໃນຄວາມສຳພັນ ຫຼື ໃນຊີວິດປະຈຳວັນສາມາດເຮັດໃຫ້ເຈົ້າສູນເສຍຄວາມເປັນຕົວຕົນ, ເສຍຄຸນຄ່າໃນຄວາມຮູ້ສຶກ ຫຼື ຄວາມຝັນຂອງຕົວເອງ ເຈົ້າກໍຈະຖືກບົດບັງກືນຫາຍໄປໂດຍບໍ່ຮູ້ຕົວ ເພາະອີກຝ່າຍມີອິດທິພົນຫຼາຍກວ່າ.

ຄວາມສຳພັນທີ່ມີການ Eclipsing ບໍ່ໄດ້ໝາຍຄວາມວ່າເປັນເລື່ອງຮ້າຍສະເໝີ ແຕ່ຕ້ອງໃຊ້ໃຫ້ຖືກວິທີ ແລະ ເຈົ້າລອງສັງເກດວ່າຕົວຕົນຂອງເຈົ້າກຳລັງຫາຍໄປບໍ່ ໃຫ້ຖາມຕົວເອງວ່າ: ຂ້ອຍຍັງເປັນຕົວຂ້ອຍຢູ່ບໍ?, ສິ່ງທີ່ຂ້ອຍເຮັດຕອນນີ້ ເຮັດເພື່ອລາວ ຫຼື ເພື່ອຕົວຂ້ອຍເອງ?

ການຮູ້ຕົວຕົນ (Self-awareness):

ສັງເກດ-ເຂົ້າໃຈຄວາມຮູ້ສຶກທັງຄວາມຄິດ, ພຶດຕິກຳ ແລະ ແຮງຈູງໃຈຂອງຕົວເອງ, ພ້ອມທັງຮັບຮູ້ວ່າສິ່ງເຫຼົ່ານີ້ສົ່ງຜົນກະທົບຕໍ່ຕົວເຮົາເອງ ແລະ ຄົນອ້ອມຂ້າງແນວໃດ. ມັນເປັນພື້ນຖານທີ່ສຳຄັນຂອງການພັດທະນາຕົວຕົນ, ການຕັດສິນໃຈ ແລະ ການສ້າງຄວາມສຳພັນທີ່ດີ ເພື່ອຊ່ວຍນຳທາງໃຫ້ເຈົ້າບໍ່ຫຼົງທາງ ແລະ ກັບມາເປັນຕົວເອງໂດຍໄວ.

ກ້າທີ່ຈະປະກາຍແສງອີກຄັ້ງ:

ເຈົ້າບໍ່ຈຳເປັນຕ້ອງໂດດເດັ່ນກວ່າຄົນອື່ນແຕ່ເຈົ້າຕ້ອງ “ມີພື້ນທີ່ໃຫ້ຕົວເອງໄດ້ຫາຍໃຈ” ເຮັດສິ່ງທີ່ເຈົ້າຮັກ ຫຼື ເຄີຍເຮັດ ເພື່ອຫາຄວາມສະຫງົບໃນພື້ນທີ່ຂອງເຈົ້າເອງເຊັ່ນ: ແຕ້ມຮູບ, ຟັງເພງ, ໄປຄາເຟ່ ແລະ ລອງອອກໄປຍ່າງຫຼິ້ນ ຫຼື ທ່ຽວຄົນດຽວ. ໃຫ້ເຈົ້າລືມຄວາມຢ້ານການຖືກຕັດສິນ ຫຼື ການບໍ່ຖືກຍອມຮັບ ແລະ ກ້າສະແດງຄວາມຮູ້ສຶກ, ຄວາມຄິດຂອງເຈົ້າຢ່າງເປີດເຜີຍ ການກ້າທີ່ຈະເປັນຕົວເຈົ້າເອງຈະເຮັດໃຫ້ເຈົ້າມີຄວາມສຸກ ແລະ ເປັ່ງປະກາຍ

ອ່ານຕື່ມ:  Manifest Energy ປ່ຽນຕົວເອງໃຫ້ດີຂຶ້ນໃນ 21 ມື້ ລອງໃຊ້ທິດສະດີກົດຂອງແຮງດຶງດູດສິ່ງດີໆເຂົ້າມາໃນຊີວິດ

ສື່ສານດ້ວຍຄວາມຈິງໃຈ:

ໃຫ້ເຈົ້າສະແດງຄວາມຄິດເຫັນ ແລະ ບອກລາວໃນເລື່ອງທີ່ເຈົ້າມັກແທ້ໆຢ່າງເປີດເຜີຍໂດຍບໍ່ປິດບັງ, ບໍ່ປອມແປງ, ສິ່ງທີ່ເຈົ້າເຮັດຜ່ານມາອາດບໍ່ແມ່ນຕົວຕົນຂອງເຈົ້າ, ບໍ່ໃຫ້ກ່າວໂທດໃຜ ແລະ ໃຫ້ເປີດໃຈເຮັດສິ່ງທີ່ມັກຮ່ວມກັນ ເຊິ່ງມັນເປັນອີກວິທີການສື່ສານທີ່ສ້າງຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະ ການເຊື່ອມໂຍງທາງອາລົມກັບຄົນອ້ອມຂ້າງ ໂດຍສະເພາະໃນຄວາມສຳພັນທີ່ມີການຖືກປິດບັງ (Eclipsing) ສາມາດປຶກສາກັນເພື່ອປັບປຸງເຮັດໃຫ້ຄວາມສຳພັນດີຂຶ້ນ.

ການເອົາຊະນະພຶດຕິກຳ Overcoming Eclipsing ນີ້ບໍ່ແມ່ນການປ່ຽນຄົນອື່ນ, ແຕ່ເປັນການຄົ້ນພົບ ແລະ ເສີມສ້າງຕົວຕົນຂອງເຈົ້າເອງໃຫ້ສ່ອງສົດໃສຄືນ.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

Meet Dias Paragon: The Journey to Finding His Way in Laos

From the wide-open steppes of Kazakhstan to the vibrant streets of Vientiane,...

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.