ຮູ້ຈັກ “ອາໝິງ ໄຊຍະສາວ” ສາວນ້ອຍຍຸກໃໝ່ ທີ່ຢາກໃຫ້ໂລກໄດ້ສຳຜັດມົນສະເໜ່ຂອງຊົນເຜົ່າໄຕແຖງ

ແບ່ງປັນ

ຮູ້ຈັກ “ອາໝິງ ໄຊຍະສາວ” ສາວນ້ອຍຍຸກໃໝ່ ທີ່ຢາກໃຫ້ໂລກໄດ້ສຳຜັດມົນສະເໜ່ຂອງຊົນເຜົ່າໄຕແຖງ

ໂດຍ: Tonmai Phoutthasack Tonmai Phoutthasack
13 August 2026 12

ເມື່ອເວົ້າເຖິງເວທີປະກວດນາງງາມ ຫຼາຍຄົນອາດຈະຄິດເຖິງຄວາມສວຍງາມພາຍນອກ ແຕ່ສຳລັບເວທີ Miss Ethnic Laos ມັນຄືການປະກວດຂອງຄວາມງາມທີ່ມາພ້ອມກັບ “ຮາກເຫງົ້າ” ແລະ “ຄວາມພາກພູມໃຈ” ໃນຄວາມແຕກຕ່າງຂອງບັນດາຊົນເຜົ່າຕ່າງໆ.

ມື້ນີ້ມ່ວນຈະພາທຸກຄົນໄປເຮັດຄວາມຮູ້ຈັກກັບໜຶ່ງໃນສາວງາມທີ່ໜ້າຈັບຕາມອງ “ອາໝິງ ໄຊຍະສາວ” ຫຼື MEL 01 ຕົວແທນຈາກ ຊົນເຜົ່າໄຕແຖງ ສາວນ້ອຍໄວ 20 ປີ ທີ່ເຕັມໄປດ້ວຍໄຟຂອງການຮຽນຮູ້ ແລະ ຄວາມມຸ່ງໝັ້ນທີ່ຢາກຈະນຳເອົາເລື່ອງລາວຂອງເຜົ່າຕົນເອງອອກສູ່ສາຍຕາຊາວໂລກ.

ປັດຈຸບັນ ອາໝິງ ກຳລັງສຶກສາຢູ່ປີທີ 4 ຄະນະນິຕິສາດ ແລະ ລັດຖະສາດ ພາກວິຊາກົດໝາຍແພ່ງ ມະຫາວິທະຍາໄລແຫ່ງຊາດ. ນອກຈາກເລື່ອງຮຽນແລ້ວ ໃນເວລາວ່າງຍັງມັກອ່ານໜັງສື, ຫຼິ້ນກີຕ້າ, ຮ້ອງເພງ ແລະ ມັກອອກກຳລັງກາຍຕີແບັດມິນຕັນອີກດ້ວຍ.

ເມື່ອຖາມເຖິງ 3 ຄຳທີ່ອະທິບາຍຄວາມເປັນ “ອາໝິງ” ໄດ້ດີທີ່ສຸດຕອບດ້ວຍຄວາມໝັ້ນໃຈວ່າ “ຮຽນຮູ້ໄວ, ອົດທົນເກັ່ງ ແລະ ພະຍາຍາມ”.

ນ້ອງເຊື່ອວ່າ ຄຳວ່າ ‘ເກັ່ງຮອບດ້ານ’ ບໍ່ໄດ້ໝາຍຄວາມວ່າເຮົາຮູ້ທຸກຢ່າງມາຕັ້ງແຕ່ເກີດ ແຕ່ມັນຄືການທີ່ເຮົາມີ Passion ພ້ອມທີ່ຈະເປີດຮັບ ຮຽນຮູ້ສິ່ງໃໝ່ໆໄດ້ໄວ ແລະ ພັດທະນາໂຕເອງຢູ່ຕະຫຼອດເວລາ

ອາໝິງ ເຫັນວ່າຈຸດເດັ່ນຂອງຕົນເອງຄືການເປັນຄົນທີ່ບໍ່ເຄີຍຢຸດຮຽນຮູ້ ບໍ່ວ່າຈະເປັນການພັດທະນາບຸກຄະລິກກະພາບ, ການສື່ສານ ຫຼື ການແກ້ໄຂບັນຫາສະເພາະໜ້າ. ທັດສະນະຄະຕິແບບນີ້ນີ້ແຫຼະ ທີ່ເຮັດໃຫ້ພ້ອມແລ້ວສຳລັບທຸກຄວາມທ້າທາຍໃນເວທີແຫ່ງນີ້.

ອ່ານຕື່ມ:  ຮູ້ຈັກ ນິກກີ້ - ຂັນພະສິດ ຄ້າຍພົມ ນາງສາວລາວ 2024 ຈາກນະຄອນຫຼວງວຽງຈັນ

ໃນຖານະຕົວແທນຂອງຊົນເຜົ່າໄຕແຖງ ຄວາມພູມໃຈທີ່ສຸດຂອງອາໝິງ ບໍ່ແມ່ນພຽງແຕ່ຊື່ສຽງ ແຕ່ແມ່ນ “ການຍັງຮັກສາຮາກເຫງົ້າ” ບໍ່ວ່າຈະເປັນວິຖີການດຳລົງຊີວິດ, ພາສາສຳນຽງການປາກເວົ້າ ແລະ ທີ່ສຳຄັນທີ່ສຸດຄື “ຜູ້ຄົນ” ທີ່ເປັນມິດ ແລະ ພ້ອມຊ່ວຍເຫຼືອເຊິ່ງກັນແລະກັນສະເໝີ.

ຖ້າຫາກມື້ໜຶ່ງ ອາໝິງ ສາມາດພາຄົນທົ່ວໂລກມາຢ້ຽມຢາມຊົນເຜົ່າໄຕແຖງໄດ້ ສິ່ງທຳອິດທີ່ຢາກໃຫ້ທຸກຄົນໄດ້ສຳຜັດກໍຄື “ຄວາມຈິງໃຈ ແລະ ຮອຍຍິ້ມ” ພ້ອມກັບການຟັງສຽງແຄນ, ສຽງລຳແຖງ, ແລະ ຮັບຟັງເລື່ອງເລົ່າປະຫວັດຄວາມເປັນມາ ທີ່ຜູກພັນກັບທຳມະຊາດຢ່າງເລິກເຊິ່ງ.

ມົນສະເໜ່ຊົນເຜົ່າໄຕແຖງ ໃນມຸມມອງຂອງອາໝິງ “ບຸນກິນເຕດ” ປະເພນີສຳຄັນເຊິ່ງຈັດຂຶ້ນທຸກໆປີ ເພື່ອລຳລຶກເຖິງບັນພະບູລຸດ ເປັນຊ່ວງເວລາແຫ່ງການເຕົ້າໂຮມຍາດພີ່ນ້ອງ ແລະ ເຕັມໄປດ້ວຍກິດຈະກຳທີ່ສະໜຸກສະໜານ, ອາຫານທີ່ຢາກໃຫ້ທຸກຄົນ “ແກງໜໍ່ໄມ້” ແລະ “ຜັກກາດສົ້ມ” ທີ່ບໍ່ຄືໃຜ ແລະ ຍັງມີການປູກມອນ, ລ້ຽງມ້ອນ, ສາວໄໝ ແລະ ຕ່ຳແຜ່ນ ເຊິ່ງກວ່າຈະມາເປັນຜືນຜ້າແຕ່ລະຜືນ ຕ້ອງອາໄສສີມື ແລະ ຄວາມປານີດຢ່າງສູງ.

ແລະ ຖ້າເວົ້າເຖິງຊົນເຜົ່າແຖງ ສິ່ງທີ່ຂາດບໍ່ໄດ້ເລີຍຄື “ຊຸດປະຈຳເຜົ່າ” ທີ່ເອີ້ນກັນວ່າ “ສິ້ນເຫຼືອ ເສື້ອບໍ່ພໍ” ໝາຍເຖິງເສື້ອສັ້ນບໍ່ຮອດແອວ ເໜັບສິ້ນຂຶ້ນເທິງເອິກ ມາພ້ອມກັບຜ້າໂພກຫົວ, ແອ້ງມັດແອວ ແລະ ເຄື່ອງປະດັບເງິນ.

ຊຸດປະຈຳເຜົ່າແຖງ ບໍ່ແມ່ນພຽງແຕ່ເຄື່ອງແຕ່ງກາຍ ແຕ່ແມ່ນບົດບັນທຶກພູມປັນຍາຂອງແມ່ຍິງເຜົ່າແຖງ ທີ່ຕ້ອງຮຽນຮູ້ການເຂັນຝ້າຍ, ຕ່ຳຜ້າ ແລະ ປັກລວດລາຍມາຕັ້ງແຕ່ຍັງນ້ອຍ. ທຸກເຂັມ ທຸກເສັ້ນດ້າຍ ແມ່ນການຖ່າຍທອດຄວາມຮັກ, ຄວາມອົດທົນ ແລະ ສືບທອດອະລິຍະທຳຈາກຮຸ່ນແມ່ສູ່ຮຸ່ນລູກຢ່າງແທ້ຈິງ” ອາໝິງ ກ່າວດ້ວຍຄວາມພາກພູມໃຈ.

ການກ້າວເຂົ້າມາປະກວດ Miss Ethnic Laos 2026 ຂອງອາໝິງ ບໍ່ແມ່ນພຽງເພື່ອຢາກໄດ້ມົງກຸດ ແຕ່ຢາກ “ເອົາຊະນະໃຈໂຕເອງ” ແລະ ຢາກເປັນແຮງບັນດານໃຈໃຫ້ຄົນລຸ້ນໃໝ່ເຫັນວ່າ “ເຮົາເລີ່ມກ່ອນພ້ອມໄດ້ສະເໝີ ຂໍພຽງແຕ່ກ້າ ແລະ ເຮັດໃຫ້ເຕັມທີ່”

ຖ້າຫາກໄດ້ຮັບຕຳແໜ່ງອັນຊົງກຽດນີ້ ອາໝິງ ວາງເປົ້າໝາຍຊັດເຈນທີ່ຈະໃຊ້ເວທີນີ້ເປັນ ‘ກະບອກສຽງ’ ແລະ ‘ຂົວເຊື່ອມຕໍ່’ ໃນ 2 ດ້ານຫຼັກ ເພື່ອຊົນເຜົ່າ ຈະບໍ່ພຽງແຕ່ອະນຸລັກວັດທະນະທຳໄວ້ໃນຫໍພິພິທະພັນ ແຕ່ຈະ “ຕໍ່ຍອດ” ໃຫ້ກາຍເປັນມູນຄ່າທາງເສດຖະກິດ ຊຸກຍູ້ພູມປັນຍາທ້ອງຖິ່ນ ເຊັ່ນ: ງານຫັດຖະກຳ ຜ້າຕ່ຳ ໃຫ້ສ້າງອາຊີບທີ່ຍືນຍົງໄດ້ ແລະ ເພື່ອສັງຄົມ ຢາກໃຊ້ຕຳແໜ່ງນີ້ ເພື່ອຮຽກຮ້ອງ ແລະ ເພີ່ມໂອກາດທາງດ້ານ “ການສຶກສາ ແລະ ສາທາລະນະສຸກ” ໃຫ້ກັບເດັກນ້ອຍ ແລະ ແມ່ຍິງໃນພື້ນທີ່ຫ່າງໄກສອກຫຼີກ.

    ອ່ານຕື່ມ:  ສຸດໃຈ ຮັບໄຊທອງ ຕົວແທນຊົນເຜົ່າລາວ ທີ່ຢາກໃຫ້ໂລກເຫັນຄວາມງາມຫຼາກຫຼາຍຂອງປະເທດລາວ

    ດ້ວຍຄວາມທີ່ຮຽນມາດ້ານກົດໝາຍ ອາໝິງ ຍັງຝັນຢາກສ້າງໂຄງການ “ການຮຽນຮູ້ກົດໝາຍຂັ້ນຕົ້ນ ແລະ ໂຄງການຮຽນໜັງສືຂັ້ນພື້ນຖານ” ໃຫ້ກັບຊຸມຊົນໃນເຂດຊົນນະບົດ ທີ່ຍັງຂາດໂອກາດໃນການເຂົ້າເຖິງການສຶກສາອີກດ້ວຍ.

    Screenshot

    ສຳລັບແນວຄິດໃນການສືບສານວັດທະນະທຳໃຫ້ຄົນລຸ້ນໃໝ່ນັ້ນ ອາໝິງ ບອກວ່າ ຕ້ອງປ່ຽນຄວາມຮູ້ສຶກຈາກຄຳວ່າ “ໜ້າທີ່ ຫຼື ຂອງເກົ່າ” ໃຫ້ກາຍເປັນ “ຄວາມພູມໃຈ, ຄວາມເທ້ ແລະ ສິ່ງທີ່ແຕະຕ້ອງໄດ້” ຜ່ານການປະສົມປະສານຄວາມຮ່ວມສະໄໝ ເຊັ່ນ ການເອົາຜ້າຕ່ຳລາຍເກົ່າມາອັດເດດດີໄຊໃໝ່ໆ ແລະ ໃຊ້ສື່ດິຈິຕອນໃນການເລົ່າເລື່ອງລາວໃຫ້ໜ້າສົນໃຈ ແລະ ເຂົ້າໃຈງ່າຍຂຶ້ນ.

    ສຸດທ້າຍນີ້ ອາໝິງ ຢາກຝາກໃຫ້ທຸກຄົນຈື່ຈຳຊົນເຜົ່າໄຕແຖງໃນມຸມມອງຂອງ “ຜູ້ຄົນທີ່ເປັນມິດ ຍິ້ມແຍ້ມແຈ່ມໃສ ແລະ ມີວັດທະນະທຳທີ່ງົດງາມ”

    ນ້ອງ MEL 01 ອາໝິງ ໄຊຍະສາວ ຈະເຮັດເຕັມທີ່ ສຸດຄວາມສາມາດ, ຝາກທຸກຄົນເປັນກຳລັງໃຈ ແລະ ຕິດຕາມເສັ້ນທາງການປະກວດໃນຄັ້ງນີ້ດ້ວຍເດີ້ ຂອບໃຈຫຼາຍໆ

    ✨ ຮ່ວມເຊຍ ແລະ ຕິດຕາມເປັນກຳລັງໃຈໃຫ້ “ອາໝິງ” ໄດ້ທີ່:

    Facebook: A’ming Xys
    IG: ອາໝິງ__<3
    TikTok: Aming_890

    ກ່ຽວກັບພວກເຮົາ - About Muan

    ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.