ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ເຈາະເລິກພຶດຕິກຳ Agnes ມັກຮຽກຮ້ອງຄວາມສົນໃຈ ແລະ ການຮຽນແບບຄົນອື່ນເປັນຄື ເງົາ
Muan RelationTips

ເຈາະເລິກພຶດຕິກຳ Agnes ມັກຮຽກຮ້ອງຄວາມສົນໃຈ ແລະ ການຮຽນແບບຄົນອື່ນເປັນຄື ເງົາ

ຕົວລະຄອນ Agnes DeMil ໃນຊີຣີສ໌ Wednesday ຊີຊັນ 2 ໄດ້ເຮັດໃຫ້ເຫັນເຖິງພຶດຕິກຳທີ່ບໍ່ໜ້າຮັກຂອງຕົວລະຄອນນີ້ ເປັນຜົນມາຈາກຄວາມຮູ້ສຶກໂດດດ່ຽວ ແລະ ຢາກເປັນທີ່ຍອມຮັບຈາກສັງຄົມ.

ແບ່ງປັນ
Getting your Trinity Audio player ready...

ຫຼາຍຄົນທີ່ໄດ້ເບິ່ງຊີຣີສ໌ Wednesday ຊີຊັນ 2, ອາດຈະຮູ້ສຶກບໍ່ມັກ ແລະ ຮູ້ສຶກລຳຄານ Agnes DeMil ກັນຢ່າງແນ່ນອນ ເພາະໃນບົດບາດຂອງລາວແມ່ນໄດ້ສະແດງໃຫ້ເຫັນເຖິງພຶດຕິກຳຫຼາຍຢ່າງທີ່ບໍ່ໜ້າຮັກເລີຍເຊັ່ນ ການຄຸກຄາມຄວາມເປັນສ່ວນຕົວ (Stalker) ແລະ ການຮຽນແບບຕົວຕົນທຸກຢ່າງຂອງ Wednesday ທີ່ໃຜໆກໍຄົງຄິດວ່າໜ້າລຳຄານ ໂດຍພຶດຕິກຳເຫຼົ່ານີ້ທີ່ລາວເປັນ ກໍມັກຈະສ້າງຄວາມເດືອດຮ້ອນໃຫ້ຄົນອື່ນ ແລະ ສົ່ງຜົນກະທົບຕໍ່ຄວາມສຳພັນກັບຄົນອ້ອມຂ້າງໄດ້ (ເຊິ່ງກະທົບກັບ Wednesday ແລະ Enid ເຕັມໆເລີຍ).

ສຳລັບຕົວລະຄອນ Agnes ແມ່ນເຮັດໃຫ້ພວກໄດ້ເຫັນພາບຄວາມຈິງແຈ້ງຂຶ້ນ ແຖມຍັງສາມາດຖອດຖອນບົດຮຽນຈາກຕົວລະຄອນນີ້ໄດ້ ເພາະ ພຶດຕິກຳທີ່ອ້າງອີງຈາກຊີວິດຈິງຂອງຄົນທີ່ກຳລັງຄົ້ນຫາຕົວຕົນ ຫຼື ການເປັນ ພຽງເງົາທີ່ຕ້ອງການເປັນທີ່ຍອມຮັບ ແລະ ບໍ່ຢາກຖືກເບິ່ງຂ້າມຈາກສັງຄົມ.

ທຸກຄົນລອງສັງເກດຄົນອ້ອມຂ້າງຂອງພວກເຮົາເບິ່ງ ເພາະບາງທີ່ເຮົາອາດພົບເຫັນຄົນທີ່ມີພຶດຕິກຳແບບນີ້ຢູ່ (ບາງທີ່ອາດແມ່ນເຮົາເອງທີ່ເປັນຄື Agnes) ເຊິ່ງມັນບໍ່ແມ່ນເລື່ອງທີ່ຮ້າຍແຮງ (ແຕ່ຖ້າຂາດສະຕິ ກໍເປັນສິ່ງທີ່ເຮັດໃຫ້ຮຸນແຮງຂຶ້ນທັນທີ) ບາງຄັ້ງອາດເຮັດໃຫ້ລຳຄານ ຫຼື ອຶດອັດໃຈໄດ້, ບາງຄົນກໍສະແດງອອກຢ່າງຊັດເຈນ ຫຼື ບາງຄົນກໍຊົງຄືໆແຕ່ກໍບໍ່ຊັດເຈນ ເພາະຍັງສັບສົນ.

ລອງສຳຫຼວດຄວາມຫຍຸ້ງຍາກທາງດ້ານຈິດໃຈ ແບບເຈາະເລິກເຖິງພຶດຕິກຳແບບ Agnes ກັນຕື່ມ, ວ່າຍ້ອນຫຍັງລາວຈຶ່ງເປັນ “ເງົາທີ່ຕ້ອງການໃຫ້ຖືກແນມເຫັນ” ແລະ ສາເຫດໃດຈຶ່ງໄດ້ສະແດງພຶດຕິກຳແບບນີ້ອອກມາ ເພາະບົດຄວາມນີ້ອາດຈະເປັນຄຳຕອບທີ່ຄ້າງຄາໃນໃຈມາດົນໃຫ້ທຸກຄົນກໍໄດ້ ຮຽນຮູ້ໄປນຳກັນ ເພື່ອຫາວິທີແກ້ໄຂ ແລະ ດູແລສະພາບຈິດໃຈເພື່ອການຢູ່ຮ່ວມກັນກັບຄົນອື່ນໄດ້ດີຂຶ້ນ.

ສະຫຼຸບພຶດຕິກຳຂອງ Agnes DeMille

Agnes ມີຄວາມຕ້ອງການເປັນສ່ວນໜຶ່ງ ແລະ ການຖືກຍອມຮັບໃນສັງຄົມ (Social Validation) ເຊິ່ງລາວພະຍາຍາມເຮັດທຸກຢ່າງເພື່ອໃຫ້ຖືກຍອມຮັບຈາກ Wednesday, ອາການບໍ່ໝັ້ນໃຈໃນຕົນເອງ (Low Self-Esteem) ເລີຍຮຽນແບບພຶດຕິກຳຂອງ Wednesday ທຸກຢ່າງເພື່ອຮຽກຮ້ອງຄວາມສົນໃຈ ແລະ ຄິດລົບມີຄວາມຢ້ານທີ່ຈະຖືກຖິ້ມ ຄິດວ່າຕົນເອງເປັນພຽງເງົາບໍ່ສຳຄັນ ເຊິ່ງທັງ 3 ພຶດຕິກຳເຫຼົ່ານີ້ໄດ້ສະແດງອອກດ້ານການກະທຳທີ່ເຫັນໃນຊີຣີສ໌.

ອ່ານຕື່ມ:  ໃຈພັງບໍ່ໄຫວ? 5 ທຣິກງ່າຍໆ ເພື່ອຮັບມືກັບມື້ທີ່ທັງເມື່ອຍ ແລະ ຈິດຕົກ

ວິທີການດູແລຈິດໃຈ ແລະ ເຫັນຄຸນຄ່າໃນຕົນເອງ

  1. ຍອມຮັບ ແລະ ເຂົ້າໃຈ: ການທີ່ຮູ້ສຶກໂດດດ່ຽວ, ບໍ່ໝັ້ນໃຈ ຫຼື ຢາກໃຫ້ຄົນອື່ນມາສົນໃຈເປັນເລື່ອງປົກກະຕິຂອງຄົນ, ຢ່າຟ້າວຕັດສິນຕົວເອງ ຫຼື ດ້ອຍຄ່າ. ການທີ່ຍອມຮັບຄວາມຮູ້ສຶກເຫຼົ່ານີ້ໄດ້ ຄືຂັ້ນຕອນທຳອິດທີ່ຈະຊ່ວຍເຮົາດີຂຶ້ນ.
  2. ຄົ້ນຫາຕົນເອງ: ເຊົາຮຽນແບບຄົນອື່ນ ແລະ ລອງຊອກຫາສິ່ງທີ່ຕົນເອງມັກ ລອງຖາມຕົວເອງວ່າ: ມັກເຮັດຫຍັງ?, ສິ່ງໃດທີ່ເປັນເອກະລັກຂອງເຮົາ ຫຼື ຄວາມສຸກຂອງເຮົາແທ້ໆແມ່ນຫຍັງ?. ຖ້າພົບແລ້ວໃຫ້ໃຊ້ເວລາກັບສິ່ງນັ້ນໃຫ້ຫຼາຍຂຶ້ນ, ເລີ່ມຕົ້ນຈາກສິ່ງເລັກໆນ້ອຍໆທີ່ເຮັດໃຫ້ຮູ້ສຶກພູມໃຈໃນຕົນເອງ.
  3. ສ້າງຄວາມສຳພັນທີ່ຈິງໃຈ: ຢ່າສ້າງມິດຕະພາບເພື່ອໃຫ້ໄດ້ພຽງແຕ່ການຖືກຍອມຮັບ ແຕ່ໃຫ້ສ້າງເພາະຢາກເຂົ້າໃຈຄົນອື່ນ, ລອງເປີດໃຈກັບຄົນທີ່ໃຫ້ການຊ່ວຍເຫຼືອ, ສະໜັບສະໜຸນເຮົາໂດຍບໍ່ຕ້ອງປ່ຽນແປງຕົນເອງ ເພາະການມີໝູ່ທີ່ເຂົ້າໃຈຈະຊ່ວຍໃຫ້ຮູ້ສຶກມີຄຸນຄ່າ ແລະ ບໍ່ໂດດດ່ຽວອີກຕໍ່ໄປ.
  4. ຮູ້ຈັກທີ່ຈະຮັກຕົນເອງ: ຢ່າປຽບທຽບຕົນເອງກັບຊີວິດຄົນອື່ນ, ຍ້ອງຍໍໃນຄວາມຄວາມເກັ່ງຂອງຕົນເອງ ພ້ອມໃຫ້ກຳລັງໃຈວ່າເຮົາເປັນຄົນທີ່ມີຄຸນຄ່າ, ເບິ່ງແຍງສຸຂະພາບ ແລະ ຈິດໃຈໃຫ້ດີ.

ພວກເຮົາສາມາດເປັນຕົນເອງທີ່ມີເອກະລັກ ພ້ອມຄຸນຄ່າທີ່ບໍ່ຄືໃຜໄດ້ ແລະ ສາມາດເປັນທີ່ເພິ່ງພາໃຫ້ຄົນອື່ນ ໂດຍທີ່ບໍ່ຕ້ອງສ້າງຄວາມເດືອດຮ້ອນໃຫ້ໃຜ ເທົ່ານີ້ເຮົາກໍເປັນຄົນທີ່ດີ ແລະ ພູມໃຈໃນສິ່ງທີ່ເປັນກໍພຽງພໍແລ້ວ.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.