ບໍ່ດົນມານີ້ ລາຍການເຟັ້ນຫານາງແບບ-ນາຍແບບຢ່າງ Making of a Model ໄດ້ກາຍເປັນທີ່ເວົ້າເຖິງຢ່າງກວ້າງຂວາງ ຫຼັງຈາກທີ່ທາງລາຍການໄດ້ເລືອກເອົາແມ່ຂອງໜຶ່ງໃນຜູ້ເຂົ້າປະກວດມາເຊັນສັນຍາເປັນນາງແບບໃນສັງກັດ ທັງໆທີ່ໂຕແມ່ເອງບໍ່ໄດ້ຕັ້ງໃຈມາປະກວດຕັ້ງແຕ່ທຳອິດ!?
ເລື່ອງນີ້ເລີ່ມຕົ້ນຂຶ້ນຕອນທີ່ກຳມະການສຳພາດ Anya ເດັກສາວໄວ 15 ປີ ທີ່ມີຄວາມສູງ 167 ຊັງຕີແມັດ ເຊິ່ງເປັນລູກຊອດຈີນ-ຝຣັ່ງ (ແມ່ເປັນຄົນຈີນ ແລະ ພໍ່ເປັນຄົນຝຣັ່ງ). ຕອນທີ່ສຳພາດນ້ອງກໍໄດ້ບອກກັບກຳມະການວ່າ “ແມ່ເຄີຍເປັນນາງແບບມາກ່ອນ” ແລະ ບອກວ່າແມ່ໜ້າຈະສູງປະມານ 172 ຊັງຕີແມັດ. ພໍໄດ້ຍິນແນວນັ້ນ ກຳມະການກໍເລີ່ມສົນໃຈຈຶ່ງໃຫ້ທີມງານເອີ້ນ Sun Ting ແມ່ຂອງນ້ອງ Anya ເຂົ້າມາທາງໃນເພື່ອວັດແທກສ່ວນສູງ ແລະ ສັດສ່ວນ, ຈາກນັ້ນກຳມະການກໍຂໍໃຫ້ແມ່ລອງຍ່າງແບບໃຫ້ເບິ່ງ.
ແມ່ກໍມີທ່າທີເຂີນອາຍ ແຕ່ກໍລອງຍ່າງໃຫ້ກຳມະການເບິ່ງ. ທາງກຳມະການເອງກໍຮູ້ສຶກສົນໃຈໃນຕົວລາວ ຈຶ່ງຖາມວ່າ “ເຄີຍເປັນນາງແບບຢູ່ປະເທດໃດມາກ່ອນ?” ລາວຕອບວ່າ “ຢູ່ຈີນ, ເຄີຍເປັນນາງແບບອາຊີບມາ 4-5 ປີ, ຫຼັງຈາກນັ້ນກໍເລີ່ມຮູ້ສຶກວ່າຕົນເອງອາຍຸຫຼາຍແລ້ວສຳລັບວົງການນີ້ ແລະ ຮູ້ສຶກວ່າເຮົາອາດຈະຍຶດເປັນອາຊີບຫຼັກບໍ່ໄດ້ແລ້ວ ຈຶ່ງຕັດສິນໃຈອອກຈາກວົງການ.”
ກຳມະການຈຶ່ງເວົ້າຕໍ່ວ່າ “ຕອນນີ້ບໍ່ຄືແຕ່ກ່ອນແລ້ວເດີ້.” ຈາກນັ້ນກໍໄດ້ແນະນຳໝູ່ທີ່ເປັນເອເຈນຊີໃຫ້ກັບຜູ້ເປັນແມ່ ແລະ ແນະນຳໃຫ້ລາວລອງໄປເທສໜ້າກ້ອງເບິ່ງ, ຫຼັງຈາກມື້ນັ້ນ ທາງສື່ Mothership ກໍໄດ້ອອກມາຢືນຢັນແລ້ວວ່າ Ting ໄດ້ເຊັນສັນຍາກັບທາງເອເຈນຊີເປັນທີ່ຮຽບຮ້ອຍແລ້ວ.

Making of a Model ແມ່ນເວທີ “ແມວມອງ” ໃນຮູບແບບລາຍການ ທີ່ເປີດໂອກາດໃຫ້ຄົນທົ່ວໄປເຂົ້າມາອໍດິຊັນ ເພື່ອເຟັ້ນຫາຄົນທີ່ມີແວວເຂົ້າສູ່ສັງກັດເອເຈນຊີ ໂດຍຈະມີການບັນທຶກພາບເບື້ອງຫຼັງການຄັດເລືອກ, ການສຳພາດ ແລະ ການຝຶກຊ້ອມ ເພື່ອໃຫ້ຜູ້ຊົມໄດ້ເຫັນຂະບວນການປັ້ນຄົນທຳມະດາໃຫ້ກາຍເປັນນາງແບບ-ນາຍແບບມືອາຊີບ.
ແມ່ Ting ມີຊື່ແທ້ວ່າ ຊຸນ ຕິງ (Sun Ting) ປັດຈຸບັນອາຍຸ 50 ປີ (ບໍ່ແມ່ນ 40 ຕົ້ນໆ ຄືກັບທີ່ຫຼາຍຄົນເດົາຈາກໜ້າຕາເດີ້!) ເຄີຍເປັນນາງແບບອາຊີບຢູ່ຈີນປະມານ 4-5 ປີ ຕັ້ງແຕ່ຕອນເປັນໄວລຸ້ນ ແຕ່ໄດ້ຕັດສິນໃຈປ່ຽນເສັ້ນທາງອາຊີບ ເພາະຮູ້ສຶກວ່າຕົນເອງອາຍຸເລີ່ມຫຼາຍຂຶ້ນ ແລະ ເບິ່ງວ່າອາຊີບນາງແບບໃນຍຸກນັ້ນ “ບໍ່ຍັ່ງຍືນ”.
ເຖິງວ່າຈະຫ່າງເຫີນຈາກວົງການໄປດົນ ແຕ່ຕອນທີ່ຖືກເຊີນໃຫ້ລອງຍ່າງແບບ ລາວຍັງຄົງຄວາມສະຫງ່າງາມ, ຍ່າງໄດ້ເປະ ແລະ ມີຄວາມໝັ້ນໃຈ. ປະກອບກັບສ່ວນສູງ 172 ຊມ ແລະ ການດູແລຮູບຮ່າງມາຢ່າງດີ ກຳມະການຈຶ່ງປະທັບໃຈຈົນເກືອບຈະໃຫ້ຜ່ານຕັ້ງແຕ່ທຳອິດທີ່ເຫັນ.

ທາງເອເຈນຊີເປີດເຜີຍວ່າ ປັດຈຸບັນວົງການແຟຊັນໂລກ ແລະ ສິງກະໂປ ກຳລັງມີຄວາມຕ້ອງການ “ນາງແບບ-ນາຍແບບລຸ້ນໃຫຍ່” ຫຼື ທີ່ເອີ້ນກັນວ່າ Mature models ຫຼາຍຂຶ້ນ ແລະ ການທີ່ໄດ້ແມ່ Ting ມາເຊັນສັນຍາ ຈຶ່ງຖືວ່າຕອບໂຈດເທຣນແຟຊັນຍຸກໃໝ່ທີ່ເປີດກວ້າງເລື່ອງອາຍຸໄດ້ຢ່າງພໍດີ.
ສຳລັບນ້ອງ Anya ໄວ 15 ປີ ເຖິງຈະບໍ່ຜ່ານເຂົ້າຮອບໃນລາຍການນີ້ເນື່ອງຈາກຕາຕະລາງເວລາທີ່ບໍ່ລົງຕົວ ສ່ວນໃຫຍ່ແມ່ນຍ້ອນຕາຕະລາງຮຽນ ແຕ່ທາງເອເຈນຊີ ແລະ ຊາວເນັດຕ່າງກໍເຫັນເຖິງສັກກະຍະພາບຂອງນ້ອງ ແລະ ເຊື່ອວ່າໃນອະນາຄົດຖ້ານ້ອງພ້ອມ ປະຕູສູ່ວົງການນາງແບບກໍຍັງເປີດກວ້າງລໍຖ້າລາວຢູ່ສະເໝີແນ່ນອນ.
ບໍ່ວ່າແນວໃດກໍຕາມ ຕ້ອງຂໍສະແດງຄວາມດີໃຈນຳແມ່ແທ້ໆ ທີ່ໄດ້ກັບມາຮັນວົງການນາງແບບຕາມຄວາມຝັນອີກຄັ້ງ ເລີດອີ່ຫຼີ!

