ບໍ່ດົນມານີ້ ລາຍການເຟັ້ນຫານາງແບບ-ນາຍແບບຢ່າງ Making of a Model ໄດ້ກາຍເປັນທີ່ເວົ້າເຖິງຢ່າງກວ້າງຂວາງ ຫຼັງຈາກທີ່ທາງລາຍການໄດ້ເລືອກເອົາແມ່ຂອງໜຶ່ງໃນຜູ້ເຂົ້າປະກວດມາເຊັນສັນຍາເປັນນາງແບບໃນສັງກັດ ທັງໆທີ່ໂຕແມ່ເອງບໍ່ໄດ້ຕັ້ງໃຈມາປະກວດຕັ້ງແຕ່ທຳອິດ!? ເລື່ອງນີ້ເລີ່ມຕົ້ນຂຶ້ນຕອນທີ່ກຳມະການສຳພາດ Anya ເດັກສາວໄວ 15 ປີ ທີ່ມີຄວາມສູງ 167 ຊັງຕີແມັດ ເຊິ່ງເປັນລູກຊອດຈີນ-ຝຣັ່ງ (ແມ່ເປັນຄົນຈີນ ແລະ ພໍ່ເປັນຄົນຝຣັ່ງ). ຕອນທີ່ສຳພາດນ້ອງກໍໄດ້ບອກກັບກຳມະການວ່າ “ແມ່ເຄີຍເປັນນາງແບບມາກ່ອນ”...
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານ.