ແນະນຳ 4 ຮູບເງົາອາຊີຫ້າມພາດ ຈາກຜູ້ກຳກັບລະດັບອາຈານໃນ Cannes Film Festival 2026

ປີນີ້ເທດສະການຮູບເງົາລະດັບໂລກ Cannes Film Festival ເບິ່ງຄືວ່າຈະກາຍເປັນສະໜາມໂຊສີມືຂອງຜູ້ກຳກັບລະດັບອາຈານຈາກຝັ່ງອາຊີເຮົາໂດຍສະເພາະ ຫຼັງຈາກປີຜ່ານມາທີ່ເຮົາມັກຈະເຫັນແຕ່ໜັງກະແສຫຼັກຈາກສະຕູດີໂອຍັກໃຫຍ່ເປັນຫຼັກ. ແຕ່ປີນີ້ Cannes ເປີດທາງໃຫ້ລາຍເຊັນທີ່ຊັດເຈນໄດ້ສ່ອງແສງເຕັມທີ່.
ບໍ່ວ່າຈະເປັນດຣາມ່າທີ່ລະອຽດອ່ອນ, ໄຊໄຟປັດຊະຍາ ຫຼື ຄວາມສະຫຍອງຂວັນທີ່ແຝງຄວາມເປັນມະນຸດ, ປີນີ້ໜັງອາຊີມາແຮງແຊງໂຄ້ງແບບທີ່ຄົນຮັກໜັງຈະພາດບໍ່ໄດ້. ມື້ນີ້ ເຮົາຈຶ່ງຂໍຄັດເນັ້ນໆ 4 ເລື່ອງທີ່ເຮົາເຫັນແລ້ວຢາກບອກຕໍ່ ມາເລົ່າສູ່ທຸກຄົນຟັງ.
ໃນຝັ່ງອາຊີເຮົາປີນີ້, ມີໜັງຫຼາຍເລື່ອງທີ່ໜ້າຈັບຕາ ບໍ່ວ່າຈະເປັນ All of a Sudden ຂອງຜູ້ກຳກັບຍີ່ປຸ່ນ Ryusuke Hamaguchi, Hope ຈາກຜູ້ກຳກັບເກົາຫຼີໃຕ້ Na Hong-jin ທີ່ເປັນທີ່ຮູ້ຈັກຈາກຮູບເງົາ ຮ່າງຊົງ (The Medium) (2021), Sheep in the Box ຂອງ Hirokazu Kore-eda ແລະ Nagi Notes ຈາກ Koji Fukada.
ຮູບເງົາເຫຼົ່ານີ້ມີຄວາມແຕກຕ່າງຂອງເນື້ອເລື່ອງ ແລະ ຂະໜາດຂອງງານສ້າງ ຕັ້ງແຕ່ດຣາມ່າຊົນນະບົດ ໄປຈົນເຖິງລະທຶກຂວັນໄຊໄຟ. ແຕ່ສິ່ງໜຶ່ງທີ່ເປັນໄປໃນທິດທາງດຽວກັນແມ່ນ ຄວາມບໍ່ໝັ້ນຄົງທາງອາລົມຂອງຄົນ ແລະ ການສູນເສຍທີ່ຍັງບໍ່ໄດ້ຮັບການຢຽວຢາ ເຊິ່ງລ້ວນແລ້ວແຕ່ມີເອກະລັກສະເພາະຖິ່ນຢ່າງໜຽວແໜ້ນ ແລະ ກຳລັງໄດ້ຮັບຄວາມສົນໃຈໃນລະດັບໂລກ ຈາກການນຳໃຊ້ທີມນັກສະແດງຕ່າງປະເທດ ແລະ ຮ່ວມທຶນສ້າງຂ້າມແດນ.
ແຕ່ລະເລື່ອງມີຄວາມໜ້າສົນໃຈແນວໃດນັ້ນ ເຮົາຈະພາໄປຮູ້ຈັກພ້ອມກັນ.
1. All of a Sudden (ຍີ່ປຸ່ນ) – ຮູບເງົາດຣາມ່າຄວາມເຈັບປ່ວຍທີ່ສວຍງາມ ໂດຍ Ryusuke Hamaguchi
ຖ້າໃຜມັກງານຂອງ Ryusuke Hamaguchi (ຜູ້ກຳກັບ Drive My Car), ເລື່ອງນີ້ຕ້ອງຢູ່ໃນລາຍຊື່ໜັງທີ່ຕ້ອງເບິ່ງເລີຍ. ມັນເປັນໜັງດຣາມ່າທີ່ວ່າດ້ວຍການແພດ ແລະ ອາລົມ ທີ່ດຳເນີນເລື່ອງລະຫວ່າງປາຣີສ ແລະ ຍີ່ປຸ່ນ.
ເນື້ອເລື່ອງຂອງໜັງ ເປັນການພົບກັນລະຫວ່າງຜູ້ບໍລິຫານສະຖານເບິ່ງແຍງຜູ້ສູງອາຍຸ ກັບ ນັກຂຽນບົດລະຄອນທີ່ເປັນຄົນເຈັບໄລຍະສຸດທ້າຍ. ມັນບໍ່ແມ່ນໜັງທີ່ເວົ້າເລື່ອງຄວາມຕາຍແບບໂສກເສົ້າ ແຕ່ມັນຄືບົດສົນທະນາກ່ຽວກັບການມີຊີວິດຢູ່ ແລະ ສັກສີຂອງມະນຸດ ທີ່ດຳເນີນເລື່ອງຜ່ານບົດສົນທະນາອາການເຈັບປ່ວຍ, ພາວະເພິ່ງພາ ແລະ ຄວາມຕາຍ ທີ່ໄດ້ຮັບແຮງບັນດານໃຈຈາກບັນທຶກການແລກປ່ຽນຄວາມຄິດລະຫວ່າງນັກປັດຊະຍາທີ່ປ່ວຍເປັນມະເຮັງໄລຍະສຸດທ້າຍກັບນັກມານຸດວິທະຍາທາງການແພດ.
ລາຍເຊັນທີ່ໂດດເດັ່ນທີ່ສຸດຂອງ Hamaguchi ຄື ຄວາມງົດງາມຂອງບົດສົນທະນາ. ລາວມີຄວາມສາມາດໃນການປ່ຽນປະໂຫຍກເວົ້າທຳມະດາໃຫ້ກາຍເປັນອາວຸດທີ່ເຈາະເຂົ້າໄປໃນຫົວໃຈຂອງຜູ້ເບິ່ງ. ລາວບໍ່ເນັ້ນການສະແດງອອກທາງຮ່າງກາຍຫຼາຍ ແຕ່ເນັ້ນການໃຊ້ສາຍຕາ ແລະ ຈັງຫວະການເວົ້າ ເພື່ອເປີດເຜີຍຄວາມລັບຂອງຕົວລະຄອນ. ເບິ່ງໜັງຂອງລາວແລ້ວເຈົ້າຈະຮູ້ສຶກວ່າ ພາຍໃຕ້ຄວາມງຽບ ມີຄື້ນລົມແຮງຂອງອາລົມເຊື່ອງຢູ່ຕະຫຼອດເວລາ.
2. Hope (ເກົາຫຼີໃຕ້) – ເມື່ອ Na Hong-Jin ພາໄປເບິ່ງສິ່ງທີ່ບໍ່ຄວນເບິ່ງ
ໃຜທີ່ຍັງລືມຄວາມຫຼອນຈາກ The Medium (ຮ່າງຊົງ) ເມື່ອປີ 2021 ບໍ່ໄດ້, ມາຮອບນີ້ຕ້ອງກຽມໂຕໃຫ້ພ້ອມ ເພາະ Na Hong-Jin ກັບມາແລ້ວ ພ້ອມກັບເລື່ອງລາວຢູ່ເຂດປອດທະຫານ (DMZ) ຢູ່ເຂດຊາຍແດນເກົາຫຼີໃຕ້-ເໜືອ.
ຈາກເລື່ອງເສືອປ່າປາກົດຕົວ ເລື່ອງລາວຄ່ອຍໆນຳໄປສູ່ການປະເຊີນກັບສິ່ງມີຊີວິດຈາກນອກໂລກ. ເລື່ອງນີ້ຫຼິ້ນໃຫຍ່ຫຼາຍ ເພາະໄດ້ທັງ Hwang Jung-min, Jung Ho-yeon ມາປະຊັນບົດບາດກັບ Michael Fassbender, Alicia Vikander ແລະ Taylor Russell ມາຮັບບົດເປັນຕົວລະຄອນທີ່ບໍ່ແມ່ນຄົນ. ເປັນໜັງສືບສວນທີ່ປະສົມການສືບສວນສອບສວນ, ຄວາມເຊື່ອທາງສາສະໜາ ແລະ ການຫຼົ້ມສະຫຼາຍທາງສັງຄົມ ເຊິ່ງນຳໃຊ້ DMZ ຫຼື ເຂດປອດທະຫານ ເປັນສາກຫຼັງແຫ່ງການເຝົ້າລະວັງ ແລະ ຄວາມໂດດດ່ຽວ ເຊິ່ງນີ້ເປັນສະໄຕລ໌ການເລົ່າເລື່ອງທີ່ Na Hong-jin ມັກໃຊ້.
ເວົ້າເຖິງ ນາ ຮົງຈິນ ກໍຕ້ອງເວົ້າເຖິງການສ້າງຄວາມລະແວງແບບບີບຄັ້ນ ຫຼື Suffocating Tension. ລາຍເຊັນຂອງລາວຄືການໃຊ້ບັນຍາກາດທີ່ເບິ່ງຄືປົກກະຕິ ແຕ່ຄ່ອຍໆປ່ຽນໃຫ້ກາຍເປັນຝັນຮ້າຍ. ລາວມັກຫຼິ້ນກັບຄວາມເຊື່ອ ແລະ ຄວາມມືດມົນ ຂອງມະນຸດ ເຮັດໃຫ້ເຮົາຮູ້ສຶກໝົດທາງໄປ. ໃນ Hope, ລາວສືບຕໍ່ລາຍເຊັນນັ້ນດ້ວຍການປະສົມປະສານການສືບສວນເຂົ້າກັບຄວາມສະຫຍອງຂວັນທີ່ແຝງຄວາມເປັນປັດຊະຍາ ບອກເລີຍວ່າກຽມໃຈຮັບແຮງກະແທກໄດ້ເລີຍ.
3. Sheep in the Box (ຍີ່ປຸ່ນ) – ໄຊໄຟທີ່ຫົວໃຈອົບອຸ່ນ ໂດຍ Hirokazu Kore-eda
ນີ້ຄືໜັງໄຊໄຟເລື່ອງທຳອິດຂອງ Hirokazu Kore-eda ທີ່ຍັງຄົງກິ່ນອາຍຄວາມເປັນຄອບຄົວໄວ້ໄດ້ຢ່າງງົດງາມ.
ເນື້ອເລື່ອງເລົ່າກ່ຽວກັບຄູ່ຜົວເມຍທີ່ສູນເສຍລູກຊາຍ ຈົນຕັດສິນໃຈຮັບ ຫຸ່ນຮິວແມນນອຍ (Humanoid) ເດັກ ເຂົ້າມາເປັນສະມາຊິກໃນເຮືອນ.
ຖ້າເວົ້າເຖິງ Kore-eda, ເຮົາຈະນຶກເຖິງຄວາມອົບອຸ່ນທີ່ປົນເປື້ອນດ້ວຍຄວາມເຈັບປວດ. ລາຍເຊັນຂອງລາວຄືການສັງເກດການຊີວິດທີ່ລຽບງ່າຍ, ການໃຊ້ກ້ອງຖ່າຍພາບແບບຕາເຫັນ ແລະ ການເນັ້ນສາຍສຳພັນໃນຄອບຄົວທີ່ບໍ່ສົມບູນ.
ເຖິງວ່າເລື່ອງນີ້ຈະເປັນໄຊໄຟ, ແຕ່ລາວຍັງຄົງຮັກສາລາຍເຊັນໃນການເລົ່າເລື່ອງຜ່ານກິດຈະວັດໃນບ້ານ ທີ່ເຮັດໃຫ້ເຮົາຕັ້ງຄຳຖາມວ່າ ຖ້າຄອບຄົວບໍ່ໄດ້ເກີດຈາກສາຍເລືອດພຽງຢ່າງດຽວ ແຕ່ຍັງເກີດຈາກຄວາມຜູກພັນ… ແລ້ວຫຸ່ນຍົນໂຕໜຶ່ງ ຈະເອີ້ນວ່າ “ຄອບຄົວ” ໄດ້ບໍ່? ໜັງເລື່ອງນີ້ຈະເຮັດໃຫ້ເຈົ້າເບິ່ງເຕັກໂນໂລຊີໃນມຸມໃໝ່ໆອີກ.
4. Nagi Notes (ຍີ່ປຸ່ນ) – ການກັບມາຂອງຄວາມຊົງຈຳ ໂດຍ Koji Fukada
ຜົນງານດຣາມ່າຈາກ Koji Fukada ທີ່ຖ່າຍທອດຄວາມເປັນມະນຸດໄດ້ຢ່າງແທ້ຈິງທີ່ສຸດ. ໜັງເລື່ອງນີ້ເປັນການກັບມາພົບກັນຂອງຜູ້ຍິງສອງຄົນທີ່ມີຄວາມສຳພັນ ແລະ ຄວາມເຈັບປວດໃນອະດີດຝັງໃຈ ຜ່ານບັນຍາກາດຂອງການປະເຊີນໜ້າທາງອາລົມໃນເມືອງນາກິ. ມັນບໍ່ແມ່ນໜັງທີ່ເລົ່າເລື່ອງໄວ ແຕ່ມັນຄືໜັງທີ່ບາດເລິກລົງໄປໃນຄວາມຮູ້ສຶກຂອງຜູ້ເບິ່ງ.
Koji Fukada ມີລາຍເຊັນທີ່ເປັນເອກະລັກຄື ຄວາມແນ່ນອນໃນຄວາມບໍ່ແນ່ນອນ. ໜັງຂອງລາວມັກຈະເລົ່າເລື່ອງການເປີດເຜີຍຄວາມລັບ ຫຼື ບາດແຜໃນອະດີດທີ່ຄ່ອຍໆກັດກິນຕົວລະຄອນ.
ລາວບໍ່ໄດ້ໃຊ້ Dramatic Twist ທີ່ຮຸນແຮງ ແຕ່ໃຊ້ການສະແດງທີ່ນິ້ງສະຫງົບ ເພື່ອໃຫ້ຜູ້ອ່ານໄດ້ສຳຜັດໄປກັບຄວາມໂສກເສົ້າທີ່ຢຸດນິ້ງ. ພ້ອມນີ້, ລາວກໍເກັ່ງໃນເລື່ອງການສ້າງສາກທີ່ອຶດອັດໃຫ້ກັບຕົວລະຄອນ ເພື່ອບັງຄັບໃຫ້ເຂົາຕ້ອງປະເຊີນໜ້າກັບຄວາມຈິງທີ່ຫຼົບຫຼີກບໍ່ໄດ້.
ຈາກລາຍຊື່ໜັງຈາກຝັ່ງອາຊີຂອງເຮົາທັງ 4 ເລື່ອງນີ້ແລ້ວ, ປີນີ້ເຫັນໄດ້ຊັດເຈນວ່າ ເທດສະການໜັງລະດັບໂລກ ກຳລັງຫັນມາໃຫ້ຄ່າກັບງານສິລະປະທີ່ມີເອກະລັກຂອງຄົນອາຊີ.
ບໍ່ວ່າຈະເປັນໜັງແນວໃດ, ສິ່ງໜຶ່ງທີ່ທຸກເລື່ອງມີຮ່ວມກັນເປັນແກນກາງຄື ການສູນເສຍທີ່ຍັງບໍ່ຖືກຢຽວຢາ. ໃຜທີ່ມັກໜັງທີ່ເບິ່ງແລ້ວຕ້ອງໄດ້ນັ່ງຄິດໄປນຳ… ເກັບຊື່ເຫຼົ່ານີ້ໄວ້ເລີຍ, ເຂົ້າໂຮງມື້ໃດເຮົາຈະມາຣີວິວໃຫ້ຟັງແນ່ນອນ.