Year: 2024

164 ບົດຄວາມ
Muan RelationTips

ລວມຍາດພີ່ນ້ອງເທື່ອໃດມັກຖືກຍິງຄຳຖາມ ທີ່ເຮັດໃຫ້ບໍ່ສະບາຍໃຈຄວນເຮັດແນວໃດ?

ຮອດງານລວມຍາດພີ່ນ້ອງເທື່ອໃດກໍເຮັດໃຫ້ຮູ້ສຶກບໍ່ຢາກໄປທຸກຄັ້ງ, ແຕ່ກໍຫຼີກໜີບໍ່ໄດ້ ແລະ ຈຳເປັນຕ້ອງໄປຮ່ວມງານ ແຕ່ພໍໄປເຫັນກັນຄົບໜ້າເທື່ອໃດກໍ່ຈະຖືກຍິງຄຳຖາມທີ່ເຮັດໃຫ້ອຶດອັດໃຈໃສ່ກັນຕະຫຼອດເຊັ່ນ: ຕຸ້ຍຂຶ້ນຫວາ, ຮຽນຈົບແລ້ວຈະເຮັດຫຍັງຕໍ່, ໄດ້ເງີນເດືອນເທົ່າ, ປານໃດຈະມີແຟນ ຫຼື ປານໃດຈະແຕ່ງງານ ເປັນຕົ້ນ. ການທີ່ຕ້ອງປະເຊີນໜ້າກັບຄຳຖາມຈາກຍາດພີ່ນ້ອງທີ່ເຮັດໃຫ້ເຮົາຮູ້ສຶກບໍ່ສະບາຍໃຈເປັນສິ່ງທີ່ຫຼາຍຄົນມັກພົບໃນງານລ້ຽງຄອບຄົວ, ເຮົາຈະເຮັດແນວໃດດີເພາະບໍ່ຢາກພົບກັບສະຖານະການແບບນີ້ອີກແລ້ວ. ມື້ນີ້ມ່ວນມີ 4 ວິທີເພື່ອຮັບມືກັບບັນດາຍາດພີ່ນ້ອງໃນງານລວມຕົວຂອງຄອບຄົວມາແນະນຳໃຫ້ຟັງກັນ. 1. ກຽມຄຳຕອບລ່ວງໜ້າ ພະຍາຍາມມາກັບຄໍາຕອບທີ່ສັ້ນ ແລະ ສຸພາບ. ທີ່ສາມາດຕອບໄດ້ໂດຍບໍ່ຕ້ອງມີການອະທິບາຍລາຍລະອຽດຫຼາຍເຊັ່ນ:...

Muan RelationTips

ຮ້າຍຄົນສະໜິດເກັ່ງແຕ່ເວົ້າດີກັບຄົນອື່ນສຸດໆ ເປັນຫຍັງຈຶ່ງເປັນແບບນີ້

ເຄີຍສັງເກດໂຕເອງບໍ່ວ່າເປັນຫຍັງເຮົາຈຶ່ງມັກເວົ້າດີກັບຄົນອື່ນ, ແຕ່ມັກສະແດງຄວາມໃຈຮ້ອນອອກມາເມື່ອຢູ່ກັບຄອບຄົວ ແລະ ຄົນທີ່ຢູ່ໃກ້ໂຕເຮົາ? ມື້ນີ້ມ່ວນຈະມາອະທິບາຍໃຫ້ຟັງວ່າ ເປັນຫຍັງເຮົາຈຶ່ງມີພຶດຕິກໍາແບບນີ້. ບາງຄົນອາດຈະມີທັດສະນະຄະຕິວ່າເຮົາຢູ່ກັບຄອບຄົວ ຫຼື ຄົນໃກ້ໂຕແລ້ວເຮົາຈະເຮັດຫຍັງກໍໄດ້, ເພາະເຮົາໝັ້ນໃຈວ່າພວກເຂົາຈະບໍ່ຖິ້ມເຮົາໄປໃສແນ່ນອນ, ໃນບາງເທື່ອກໍເປັນຍ້ອນວ່າພວກເຂົາເຮັດໃຫ້ເຮົາຮູ້ສຶກປອດໄພ ເລີຍສາມາດສະແດງນິໄສທີ່ແທ້ຈິງຂອງຕົນອອກມາ. ບາງຄົນກໍໄປເຈິເຫດການຕ່າງໆທີ່ບໍ່ດີຈາກນອກບ້ານ, ເລີຍເຮັດໃຫ້ເກີດມີພາວະເກັບກົດ ແລ້ວມາລະບາຍກັບຄົນຢູ່ບ້ານທີ່ອາດຈະເປັນຄອບຄົວ ຫຼື ຄົນຮັກ ໂດຍການສະແດງຄວາມໂມໂຫຮ້າຍອອກໄປ. ພຶດຕິກໍາເຫຼົ່ານີ້ ເປັນກົນໄກການປ້ອງກັນທາງຈິດໃຈທີ່ມະນຸດມີໂດຍທໍາມະຊາດ, ແຕ່ເນື່ອງຈາກວ່າຄວາມອົດທົນຂອງແຕ່ລະບຸກຄົນນັ້ນບໍ່ເທົ່າກັນ ກໍເລີຍມີການລະບາຍອາລົມຮ້າຍອອກມາໃສ່ຄົນໃນບ້ານຂອງຕົນເອງ. ແນ່ນອນວ່າ...

Muan RelationTips

ເຫຍື່ອຈາກການລ່ວງລະເມີດຈຶ່ງກາຍເປັນຜູ້ທີ່ຖືກຕຳໜິ? ຄວນຢຸດ Victim Blaming

ນັກວິໄຈບອກວ່າ ການໂທດເຫຍື່ອເກີດຈາກກົນໄກການປ້ອງກັນຕົນເອງ ທີ່ບາງຄັ້ງເຮົາກໍບໍ່ທັນຮູ້ຕົວ. ແນວໃດກໍດີ ກົນໄກດັ່ງກ່າວ ຊ່ວຍໃຫ້ເກີດຄວາມຮູ້ສຶກດີກັບຕົວເອງ ເນື່ອງຈາກເຮົາຈະຮູ້ສຶກວ່າສາມາດປົກປ້ອງຕົວເອງໄດ້ຫຼາຍກວ່າ ແລະ ບໍ່ມີທາງທີ່ຈະປ່ອຍໃຫ້ເລື່ອງແບບນີ້ເກີດຂຶ້ນກັບຕົວເຮົາ ຕ່າງກັບເຫຍື່ອທີ່ກຳລັງປະເຊີນເລື່ອງເຫຼົ່ານີ້ຢູ່. ການທີ່ເວົ້າວ່າ “ຖ້າເປັນຂ້ອຍ ຂ້ອຍຄືຈະບອກເລື່ອງນີ້ກັບຄົນອື່ນໄວໆ”, “ເປັນຫຍັງຄືບໍ່ບອກຄົນອື່ນໄວກວ່ານີ້”, “ໄປຫາຢົ້ວເຂົາ ກະແນວນີ້ແຫຼະ” ລວມໄປເຖິງການທີ່ບອກວ່າເຫຍື່ອເປັນຜູ້ວາງແຜນເລື່ອງລາວທັງໝົດ ທັງໝົດນີ້ບໍ່ຕ່າງຫຍັງກັບການກ່າວຫາເຫຍື່ອວ່າເປັນຄົນບໍ່ດີ, ບໍ່ຮອບຄອບ ສະນັ້ນເລື່ອງບໍ່ດີຈຶ່ງເກີດຂຶ້ນກັບພວກເຂົາ. ຈຶ່ງອາດເວົ້າໄດ້ວ່າ ການຮັບຜິດຊອບເລື່ອງລາວທັງໝົດ ກາຍເປັນເຫຍື່ອເອງທີ່ຕ້ອງຮັບຜິດແທນ ເພາະສັງຄົມພາກັນເອົາຕົວເອງໄປປຽບທຽບ...

Muan RelationTips

ຜິດກັນຍາມໃດລະບອກເລີກ ຖ້າບໍ່ຢາກໃຫ້ຄວາມສຳພັນຂາດສະບັ້ນຈະຢຽວຢາຫົວໃຈກັນແນວໃດ?

ການຜິດຖຽງກັນລະຫວ່າງຄູ່ຮັກຖືເປັນເລື່ອງປົກກະຕິໃນຄວາມສໍາພັນແຕ່ສິ່ງສໍາຄັນຫຼັງຈາກການບໍ່ເຂົ້າໃຈ ຫຼື ຜິດຖຽງກັນນັ້ນມັນຍາກທີ່ຈະປັບຄວາມເຂົ້າໃຈ, ເພາະການບໍ່ຢາກເວົ້າຄືນ ແລະ ຢ້ານກັບມາຜິດກັນອີກ, ແລ້ວຄວາມຮູ້ສຶກທີ່ເສຍໄປແລ້ວຈະເອົາກັບຄືນມາກໍຍາກຫຼາຍ. ບາງຄັ້ງການທີ່ເຮົາໃຈຮ້ອນຈົນເກີນໄປ, ຍັງບໍ່ທັນໄດ້ໄຕ່ຕອງຫຍັງໃຫ້ຖີ່ຖ້ວນ ແລ້ວອອກປາກບອກ “ເຮົາເລີກກັນເທາະ” ກໍອາດເຮັດໃຫ້ເຮົາຕ້ອງມາກິນແໜງໃນພາຍຫຼັງ.ຖ້າຍັງຮັກກັນຢູ່ກໍຕ້ອງລົມກັນໃຫ້ເຂົ້າໃຈເດີ, ຊ່ວຍກັນເອົາຊະນະອຸປະສັກທີ່ເຂົ້າມາເພື່ອຜ່ານມັນໄປໃຫ້ໄດ້ເພື່ອເຮັດໃຫ້ຄວາມສຳພັນໝັ້ນຄົງ ແລະ ໜ້ຽວແໜ້ນຂຶ້ນ. ເຮົາຈະຮັກສາຄວາມສຳພັນນີ້ໄດ້ແນວໃດ? ມື້ນີ້ມ່ວນຈະມາແນະນຳຂັ້ນຕອນທີ່ຈະຊ່ວຍໃນການຟື້ນຟູຮັກສາຄວາມສໍາພັນຫຼັງ​ຈາກ​ການ​ຈາກຜິດຖຽງກັນດ້ວຍ 4 ວິທີນີ້. 1. ໃຫ້ທົບທວນບັນຫາ ແລະ ເປີດໃຈຍອມຮັບຄວາມຜິດພາດ...

Muan RelationTips

Black Cat vs Golden Retriever ຄູ່ຂອງເຈົ້າເປັນແນວໃດ? ລອງ Check Energy?

ໃຜເຄີຍໄດ້ຍິນຄວາມສຳພັນລະຫວ່າງ Black Cat energy ແລະ Golden Retriever energy ກັນແດ່? ເພາະຊ່ວງນີ້ຖືວ່າເປັນໄວຣັສກັນຢູ່ທີ່ຕິກຕ໋ອກ, ບັນດາ Creator ຈາກຕ່າງປະເທດ ເລີຍໄດ້ນຳທິດສະດີນີ້ມາເລົ່າໃຫ້ຟັງທີ່ໄດ້ຍິນເທື່ອໃດກໍມັກຈະມີຊື່ຄູ່ນີ້ມາພ້ອມກັນຕະຫຼອດເລີຍ. ເຊິ່ງມັນໄດ້ອີງຈາກທິດສະດີຈິດຕະວິທະຍາທີ່ກ່ຽວກັບຄວາມຮັກຂອງຄົນສອງປະເພດທີ່ກົງກັນຂ້າມກັນຂອງຄູ່ຮັກທີ່ມີພະລັງງານຂອງແມວດຳ ແລະ ນ້ອງໂກຣເດີລທີ່ເປັນເຄມີລົງຕົວສຸດໆ. ແລ້ວລະຫວ່າງ Black Cat vs Golden Retriever...

Muan RelationTips

ອົກຫັກດີກວ່າທົນກັບຄວາມຮັກແບ້ໆ ຄວາມສຳພັນທີ່ເປັນພິດ Move On ຍາກ ແຕ່ບໍ່ແມ່ນອອກມາບໍ່ໄດ້

ເຮົາອາດຈະເຄີຍເບິ່ງໃນລະຄອນ ຫຼື ໜັງທີ່ເຫຼົ່າຕົວລະຄອນມີຄວາມສຳພັນແບບຫວານຂົມປົນເປກັນໄປ ແລ້ວກໍສະເທືອນໃຈກັບເລື່ອງລາວເຫຼົ່ານັ້ນ ເຖິງຂະໜາດວ່າລຸ້ນ ແລະ ຈິນຕະນາການໄປວ່າ ຈະດີສໍ່າໃດຖ້າຫາກປາຍທາງຂອງຄວາມສຳພັນເຫຼົ່ານັ້ນຈະຈົບລົງແບບແຮັບປີ້ເອນດິ້ງ. ແນ່ນອນວ່າ ນັ້ນເປັນເລື່ອງຂອງລະຄອນ ຫຼື ໜັງ ທີ່ຜູ້ຂຽນບົດຂຽນມາເພື່ອເອົາໃຈຜູ້ເບິ່ງ. ເສັ້ນທາງຊີວິດຂອງຕົວລະຄອນທີ່ທົນທຸກທໍລະມານໃນຄວາມສຳພັນທີ່ເຈັບປວດ ສາມາດຫັກເຫເຂົ້າສູ່ຕອນຈົບທີ່ສວຍງານໄດ້ແບບງ່າຍໆດ້ວຍປາຍປາກກາ. ແຕ່ໃນຊີວິດຈິງມັນຈະເປັນແບບນັ້ນໄດ້ຢ່າງງ່າຍດາຍຄືກັນບໍ່? ໃນຊີວິດຈິງນັ້ນ ຄວາມສຳພັນທີ່ເປັນພິດ ຫຼື Toxic Relationship ທີ່ບັ່ນທອນທັງຄວາມຮູ້ສຶກ, ຄວາມສຸກໃນຊີວິດ...

Muan RelationTips

“ເຊົາລະເຊົາເດີ ເມົາແລ້ວມັກໂທຫາແຟນເກົ່າ” ວິທີຢຸດອາການເມົາແລ້ວມັກໂທຫາອະດີດຄົນຮັກເກົ່າ

ກົດເຫຼັກສຳລັບແລງມື້ນີ້ກໍຄື “ຈົ່ງເອົາມືຖືໜີໃຫ້ໄກຈາກຄົນເມົາ” ເພາະເຂົາເຈົ້າອາດກົດສົ່ງຂໍ້ຄວາມໄປຫາຄົນທີ່ບໍ່ຄວນສົ່ງຫາ ໂດຍສະເພາະຄົນໃນຄວາມສຳພັນເກົ່າໆ. ຫຼາຍຄັ້ງ ຮູ້ໂຕອີກເທື່ອກໍຕອນທີ່ສວ່າງເມົາ ແລ້ວເຈົ້າໂຕກັບໄປອ່ານແຊັດຄືນ ຈົນເຖິງຂັ້ນຕ້ອງອຸທານອອກມາວ່າ “ຈິບຫາຍ!” ອາການເມົາແລ້ວແຊັດໄປຫາເຂົາເຈົ້າໂດຍບໍ່ຕັ້ງໃຈ ນັບເປັນໜຶ່ງພິດຕິກຳທີ່ພົບເຫັນໄດ້ທົ່ວໄປ ຈົນເຖິງຂັ້ນຕ່າງປະເທດມາເຮັດວິໄຈກັນກ່ຽວກັບອາການແຊັດຕອນເມົານີ້. ໃນທາງພຶດຕິກຳ, ການດື່ມເຄື່ອງດື່ມມຶນເມົາມີຄວາມສຳພັນກັບຄວາມບອບບາງທາງຄວາມຮູ້ສຶກທີ່ເກີດຈາກການດື່ມ ແລະ ສຳພັນກັບການສົ່ງຂໍ້ຄວາມທາງອອນລາຍ. ເຫດຜົນກໍຍ້ອນພາວະແອວກໍຮໍໃນເລືອດສູງ ເຮັດໃຫ້ສະໝອງບາງສ່ວນເຮັດວຽກໄດ້ໜ້ອຍລົງ ໂດຍສະເພາະສ່ວນທີ່ຄວບຄຸມການຢັບຢັ້ງຊັ່ງໃຈ ສົ່ງຜົນໃຫ້ການຄິດໄຕ່ຕອງເຖິງຜົນຂອງການກະທຳເຮັດວຽກໄດ້ບໍ່ເທົ່າຕອນທີ່ບໍ່ເມົາ. ນອກຈາກນັ້ນ ຍັງມີຜົນການວິໄຈທີ່ວ່າ ແອວກໍຮໍຊ່ວຍເພີ່ມຄວາມໝັ້ນໃຈໃນຕົວເອງ...

Muan RelationTips

5 ສິ່ງທີ່ບໍ່ຄວນເວົ້າກັບຄົນເປັນຊຶມເສົ້າ ຄຳເວົ້າມີທັງຜົນດີ ແລະ ຜົນເສຍຕໍ່ພວກເຂົາ ສຸຂະພາບຈິດເປັນສິ່ງທີ່ຕ້ອງການຄວາມໃສ່ໃຈສູງ

ຄໍາເວົ້າມີບົດບາດສໍາຄັນໃນການໃຫ້ກໍາລັງໃຈຜູ້ທີ່ເປັນຊຶມເສົ້າ, ຄວາມໃສ່ໃຈຂອງເຮົາສາມາດເຮັດໃຫ້ພວກເຂົາຮູ້ສຶກດີທີ່ຍັງມີຄົນທີ່ເຂົ້າອົກເຂົ້າໃຈເຮົາ. ແຕ່ໃນທາງກົງກັນຂ້າມ, ການເວົ້າໂດຍທີ່ບໍ່ໄດ້ຄິດ ແລະ ກັ່ນກອງດີໆອາດເຮັດໃຫ້ເຂົາຮູ້ສຶກບໍ່ດີ ແລະ ເຮັດໃຫ້ພວກເຂົາມີອາການຊຶມເສົ້າໜັກກວ່າເກົ່າໄດ້. ເວົ້າງ່າຍໆຄືຄໍາເວົ້າມີຜົນກະທົບຕໍ່ຜູ້ທີ່ເປັນຊຶມເສົ້າສູງ ແລະ ມີຜົນຕໍ່ການຮັກສາອາການຊຶມເສົ້າຂອງພວກເຂົາອີກດ້ວຍ. ສະນັ້ນ, ມ່ວນຢາກມາບອກໝູ່ເພື່ອນໃຫ້ລະວັງ, ເອົາໃຈໃສ່ບຸກຄົນທີ່ເປັນຊຶມເສົ້າໃຫ້ຫຼາຍຂຶ້ນ ແລະ ຢ່າເວົ້າ 5 ສິ່ງນີ້ກັບພວກເຂົາ. 1. “ຊີວິດເຈົ້າດີແລ້ວເດ, ເປັນຫຍັງຕ້ອງຊຶມເສົ້ານໍາ?” ຄວາມເຂົ້າໃຈແບບຜິດໆທີ່ຫຼາຍຄົນມີແມ່ນ ‘ຄົນທີ່ຊຶມເສົ້າຕ້ອງມີຊີວິດທີ່ລໍາບາກ’...

Muan Specialty

ສະຫຼຸບ 10 Social Marketing Trends ປີ 2025 ກັບການປ່ຽນແປງທີ່ນັກການຕະຫຼາດຄວນຮູ້

ໝາຍເຫດ: ບົດຄວາມນີ້ແປຈາກ https://contentshifu.com/blog/social-media-marketing-trends ໂດຍໄດ້ຮັບອະນຸຍາດຈາກອ້າຍແບ້ງ Content Shifu ໃຫ້ເຜີຍແຜ່ຜ່ານ Muan Social Media ຢູ່ຄູ່ກັບໂລກອິນເຕີເນັດມາເກືອບໆ 30 ປີແລ້ວ ນັບຕັ້ງແຕ່ການກໍ່ຕັ້ງຂອງ SixDegrees ໃນປີ 1997 (ຂໍ້ມູນຈາກ Wikipedia). ມີ Platform ເກີດໃໝ່ ແລະ...

Muan RelationTips

ໃຜເປັນແດ່? ຫຼອນວຽກແຮງຈົນເກັບໄປຝັນ ວິທີແກ້ອາການເຄັ່ງຄຽດຈາກວຽກຈົນໃຫ້ນອນຫຼັບຝັນດີ

ເຄີຍບໍ່? ເຮັດວຽກໜັກຈົນກັບຮອດບ້ານຮອດເຮືອນ ຍາມນອນກໍຫຼອນແຮງ ແລະ ເກັບໄປຝັນ? ໃນແຕ່ລະມື້ເຮົາເຮັດວຽກ ກໍມີທັງມື້ທີ່ເບົາ ແລະ ມື້ທີ່ໜັກ. ບາງມື້ຕື່ນເຊົ້າມາກໍຟ້າວໄປສະສາງວຽກທີ່ຄ້າງຢູ່ ນັບແຕ່ເຊົ້າຈົນເທົ້າບ່າຍ ກາຍໄປຮອດຄໍ່າ ວຽກກໍຍັງບໍ່ແລ້ວ ກາຍເປັນຄວາມເມື່ອຍທີ່ເກາະກິນພະລັງກາຍ-ພະລັງໃຈ ລາມໄປຈົນຮອດໂມງນອນ. ກາຍເປັນວ່າ ຄວາມຄິດວົນວຽນຢູ່ນຳແຕ່ເລື່ອງວຽກຈົນຫຼອນ ເກັບໄປຄິດຕໍ່ໃນຄວາມຝັນ ເຮັດໃຫ້ເມື່ອຍຍິ່ງຂຶ້ນໄປອີກ. ແລ້ວເຮົາຈະເຮັດແນວໃດຈຶ່ງຈະບໍ່ໃຫ້ວຽກຕາມໄປຫຼອກຫຼອນໃນຄວາມຝັນ? ກ່ອນອື່ນຕ້ອງທຳຄວາມເຂົ້າໃຈກ່ອນວ່າ ຄວາມຝັນມີຫຼາຍແບບ ແຕ່ຄວາມຝັນທີ່ເຮົາກຳລັງເວົ້າເຖິງນີ້ເອີ້ນວ່າ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.