ຕ້ອງຍອມກະແສຂອງພວກເຂົາອີ່ຫຼີ! ເພາະໄວລຸ້ນດາວ TikTok ປະເທດໄທຮິດກັນຟັງເພງແຣັບຂອງສິລະປິນຢ່າງ 1X ທີ່ເປັນເດັກນ້ອຍຜູ້ມີຄວາມມັກໃນການເຮັດເພງສໄຕລ໌ຮິບຮອບເຊິ່ງເພງທີ່ມີການໃຊ້ແຜ່ນສຽງໃນຕິກຕອກກໍແມ່ນເພງ My Style
ຂໍບອກໝູ່ເພື່ອນໄວ້ກ່ອນວ່າເພງຂອງພວກເຂົາອາດຈະມີເນື້ອຫາທີ່ບໍ່ສຸພາບເລັກນ້ອຍ, ແຕ່ເພງຕ່າງໆກໍມີຍອດວິວໃນຢູທູບສູງຢູ່ຫຼາຍເພງ My Style (2021) ມີຍອດເຂົ້າເບິ່ງ 4 ແສນກວ່າ, ເງິນລ້ານ (2021) ມີຍອດເຂົ້າເບິ່ງ 5 ແສນກວ່າ ແລະ ເພງຫຼ້າສຸດ Come back FT. 1J (2023) ມີຍອດວິວເຖິງ 6 ແສນກວ່າ.
ປະເທດເພື່ອນບ້ານເວົ້າເປັນສຽງດຽວກັນວ່າເດັກນ້ອຍກຸ່ມນີ້ ໄປໄດ້ໄກແນ່ນອນ ເຊິ່ງມ່ວນກໍເຫັນເລີຍວ່າພວກເຂົາຈະສ້າງເພງຄັກໆອອກມາອີກຫຼາຍແທ້ໆ, ເຮົາສາມຕິດຕາມ 1X ໄປນໍາກັນ ແລະ ສະໜັບສະໜຸນຄວາມສາມາດຂອງໄວໜຸ່ມລາວກັນເທາະ!
ໂດຍ: ທີມບັນນາທິການ Muan