ໜ້າຫຼັກ ມ່ວນຊວນຟັງ ພ້ອມບໍ່ທີ່ຈະດຳດິ່ງສູ່ໂລກແຫ່ງຄວາມຝັນທີ່ບໍ່ເປັນຈິງກັບ ເພງ “ເປັນພຽງຝັນ” ຈາກ BAY6IX ແລະ LALA
ມ່ວນຊວນຟັງ

ພ້ອມບໍ່ທີ່ຈະດຳດິ່ງສູ່ໂລກແຫ່ງຄວາມຝັນທີ່ບໍ່ເປັນຈິງກັບ ເພງ “ເປັນພຽງຝັນ” ຈາກ BAY6IX ແລະ LALA

ແບ່ງປັນ

“ເປັນພຽງຝັນ” ເປັນການເດີນທາງຂອງຫົວໃຈທີ່ຈະພາເຮົາໄປສຳຜັດກັບຄວາມຮູ້ສຶກທີ່ເລິກເຊິ່ງ, ປະສົມກັບສຽງດົນຕີທີ່ຄ່ອຍໆດຶງຄວາມຮູ້ສຶກໃນໃຈອອກມາຢ່າງອ່ອນໂຍນ ແລະ ຈັງຫວະທີ່ຈະຕິດຢູ່ໃນໃຈຜູ້ຟັງຕະຫຼອດໄປ.

ໂດຍແນວເພງຈະເປັນເພງຊ້າທີ່ເຂົ້າໃຈງ່າຍເຮັດໃຫ້ຜູ້ຟັງຮູ້ສຶກຄືກັບກຳລັງດຳດິ່ງຢູ່ໃນໂລກແຫ່ງຄວາມຝັນ ແລະ ຄວາມຮັກ. ການຖ່າຍທອດເລື່ອງລາວຂອງຄວາມຮັກທີ່ງົດງາມແຕ່ເຕັມໄປດ້ວຍຄວາມເຈັບປວດ.

ເນື້ອເພງຍັງບອກເລົ່າເຖິງຄວາມຮັກທີ່ເລີ່ມຕົ້ນດ້ວຍຄວາມຫວັງ ແລະ ຄວາມຜູກພັນ, ແຕ່ກັບປ່ຽນເປັນຄວາມເຈັບປວດເມື່ອຄົນທີ່ຮັກຈາກໄປໂດຍບໍ່ມີການບອກລາ ພ້ອມກັບຄວາມໂສກເສົ້າທີ່ຕ້ອງປະເຊີນກັບຄວາມເປັນຈິງ.

ຕຽມຈິດຕຽມໃຈໃຫ້ພ້ອມກ່ອນໄປຕຳເພງຟິວຮັກທີ່ອັດແໜັ້ນດ້ວຍຄວາມເຈັບປວດຈາກຜົນງານໃໝ່ຂອງສິລະປິນລາວຢ່າງ BAY6IX ແລະ LALA.

ໂດຍ: ທີມບັນນາທິການມ່ວນ

ບົດຄວາມທີ່ໃກ້ຄຽງ
ມ່ວນຊວນຟັງ

“ບົວລະພາ” ເພງຮັກຕ້ອງຫ້າມ ທີ່ສະທ້ອນຄວາມເຈັບປວດ ແລະ ຄວາມງົດງາມຂອງຫົວໃຈ ຜົນງານຫຼ້າລຸດຂອງ AIILA และ Taiy Akard

ເມື່ອຄວາມຮັກບໍ່ເປັນພຽງຄວາມຮູ້ສຶກ ແຕ່ມີເສັ້ນແບງຂອງຖານະຄອບຄົວຂວາງກັ້ນໂຊກສະຕາໄວ້. ເພງນີ້ທີ່ຈະນຳພາເຫຼົ່າຜູ້ຟັງສູ່ເລື່ອງລາວຂອງຄູ່ຮັກທີ່ແມ່ນວ່າຈະມີຮັກແທ້ຕໍ່ກັນ ແຕ່ຕ້ອງພັດພາກຈາກກັນເພາະຄວາມແຕກຕ່າງທາງຖານະທາງຄອບຄົວ . “ບົວລະພາ” ທີ່ໝາຍເຖິງທິດຕາເວັນອອກ ໃນບໍລິບົດເພງນີ້ປຽບເປີຍເຖິງຄົນຮັກທີ່ຢູ່ສູງເກີນຄືດັ່ງ ດວງອາທິດທີ່ຂື້ນໃນທິດຕາເວັນອອກ ໄກເກີນທີ່ເອື້ອມເຖິງ ແມ່ນວ່າຈະຮັກແທ້ ແຕ່ຊອງວ່າງລະວ່າງຖານະທີ່ແຕກຕ່າງກັນຈຶ່ງເຮັດໃຫ້ຕ້ອງມືອອກຈາກກັນ....

ມ່ວນຊວນຟັງ

ເພງໄວຣໍຄອງໃຈຊາວ TikTok “ຮອຍຍິ້ມຂອງເຈົ້າມັນຫວານໄປ” ຈາກ Zixna ແລະ Ran_Dom

ເຊື່ອວ່າຫຼາຍໆຄົນທີ່ີຫຼິ້ນ TikTok ຄົງຕ້ອງເຄີຍໄດ້ຍິ່ນເພງນີ້ຜ່ານຫູກັນມາແນ່ ເພາະໃນທີ່ສຸດ Zixna ແລະ Ran_Dom ກໍໄດ້ປ່ອຍເພງເຕັມອອກມາແລ້ວ ຫຼັງຈາກທີ່ຖ້າຄອຍມາດົນກັບເພງເກົ່າເວີຊັນໃໝ່ມາໃນແນວແຣັປແບບໜ້າຮັກ “ຮອຍຍິ້ມຂອງເຈົ້າມັນຫວານໄປ” ທີ່ເປັນກະແສໃນຊ່ວງນີ້ ຈົນເຮັດໃຫ້ຊາວ...

ມ່ວນຊວນຟັງ

ເດັກຫຼຽວໂຕວ໌-ເພງເປີດໂຕຂອງ ALPHA ແຣັປເປີໄວເຍົາແຕ່ຄວາມສາມາດບໍ່ນ້ອຍ

ນ້ອຍເຜັດຂີ້ໜູ່ອີຫຼີສຳລັບແຣັປເປີໄວເຍົາ AKA ALPHA ທີ່ໄດ້ປ່ອຍເພງໃໝ່ “ເດັກຫຼຽວໂຕ (DEX LIEWTO)” ບອກເລີຍວ່າຟັງຮອບດຽວຮ້ອງໄດ້ເລີຍ. ເນື້ອຫາໃນເພງມີສ່ວນທີ່ບໍ່ສຸພາບແຕ່ດ້ວຍບີດແນວເດັກແທຣັບທີ່ມາພ້ອມສະກິວການແຣັປທີ່ລຽນໄຫຼ ບໍ່ທຳມະດາສຳລັບນ້ອງອາຍຸຍັງນ້ອຍຖືວ່າມີພອນສະຫວັນ ບອກໄດ້ເລີຍວ່າອານາຄົດຂອງນ້ອງສົດໃສ່ແນ່ນອນໃນເສັ້ນທາງວົງການຮິບຮັອບລາວ. ບໍ່ແປກໃຈເລີຍວ່າເປັນຫຍັງຫຼາຍຄົນໃນວົງການຮິບຮັອບລາວໂດຍສະເພາະແຣັປເປີລາວຈຶ່ງພາກັນແຊເພງນີ້ຕາມກັນໄປເພາະເດັກຫຼຽວໂຕບໍ່ໄດ້ມາຫຼິ້ນໆ...

ມ່ວນຊວນຟັງ

ແນ່ມ ປ່ອຍເພງວັນແມ່ ເປັນຕົວແທນໃຫ້ກຳລັງໃຈຄົນຫ່າງຄອບຄົວ ທີ່ຢາກກັບບ້ານໄປໃຫ້ແມ່ກອດຜ່ານບົດເພງ ແມ່ເອີ້ຍ

ແນ່ມ ປ່ອຍເພງວັນແມ່ ເປັນຕົວແທນໃຫ້ກຳລັງໃຈຄົນຫ່າງຄອບຄົວ ທີ່ຢາກກັບບ້ານໄປໃຫ້ແມ່ກອດຜ່ານບົດເພງ ແມ່ເອີ້ຍ