YouTube Shorts ໄດ້ປະກາດປັບປ່ຽນນະໂຍບາຍການນັບຍອດວິວ (View count) ໃໝ່, ເພື່ອໃຫ້ສອດຄ່ອງກັບແພລັດຟອມວິດີໂອສັ້ນທີ່ເປັນທີ່ນິຍົມຢ່າງ Instagram Reels ແລະ TikTok ໂດຍການນັບຍອດວິວຈະເກີດຂຶ້ນທັນທີທີ່ວິດີໂອເລີ່ມຫຼິ້ນ ຫຼື ມີການຫຼິ້ນຊ້ຳ, ເຊິ່ງມັນໄດ້ສອດຄ່ອງກັບວິທີການນັບຍອດວິວຂອງແພລັດຟອມອື່ນໆທີ່ນັບການຮັບຊົມທັນທີທີ່ວິດີໂອເລີ່ມຫຼິ້ນ.
ການປ່ຽນແປງນີ້ມີເປົ້າໝາຍເພື່ອໃຫ້ຜູ້ສ້າງເນື້ອຫາ (Content Creator) ມີຄວາມເຂົ້າໃຈທີ່ຊັດເຈນຍິ່ງຂຶ້ນກ່ຽວກັບປະສິດທິພາບຂອງວິດີໂອສັ້ນຂອງຕົນ ແລະ ຊ່ວຍໃນການວາງແຜນກົນລະຍຸດເນື້ອຫາໄດ້ດີຂຶ້ນ, ເຖິງວ່າຈຳນວນວິວອາດຈະເພີ່ມຂຶ້ນຫຼັງຈາກການປ່ຽນແປງເຫຼົ່ານີ້.
ແຕ່ຢ່າງກໍຕາມ YouTube ຍັງຈະສືບຕໍ່ຕິດຕາມເມຕຣິກ “ການຮັບຊົມທີ່ມີສ່ວນຮ່ວມ” (engaged views) ຊຶ່ງເປັນການຮັບຊົມທີ່ຜູ້ເບິ່ງວິດີໂອເກີນລະຍະເວລາທີ່ກຳນົດໄວ້, ເພື່ອໃຊ້ໃນການຄຳນວນລາຍໄດ້ ແລະ ການພິຈາລະນາຄຸນສົມບັດສຳລັບໂປຣແກຣມພາດເນີ (Partner Program) ຂອງ YouTube.
ເງື່ອນໄຂລາຍລະອຽດຂອງການນັບຍອດວິວ
- ນັບທັນທີເມື່ອວິດີໂອເລີ່ມຫຼິ້ນ
ລະບົບຈະນັບ “1 ວິວ” ທັນທີເມື່ອຜູ້ຊົມເລີ່ມເບິ່ງວິດີໂອໂດຍບໍ່ຈຳເປັນຕ້ອງເບິ່ງຈົນຈົບ ຫຼື ຢຸດເບິ່ງດົນໆຄືທີ່ຜ່ານມາ.
2. ການເບິ່ງຊ້ຳ (Repeat views) ກໍມີຜົນ
ຖ້າຜູ້ຊົມເບິ່ງວິດີໂອຊ້ຳໃນລະຍະເວລາທີ່ໃກ້ກັນ, ການເບິ່ງເຫຼົ່ານັ້ນອາດຖືກລວມເຂົ້າໄປໃນຍອດວິວອີກດ້ວຍ, ຄ້າຍຄືກັບລະບົບຂອງ TikTok.
3. ບໍ່ຈຳກັດພຽງຜູ້ໃຊ້ທີ່ລັອກອິນ
ການເບິ່ງວິດີໂອຈາກຜູ້ທີ່ຍັງບໍ່ໄດ້ເຂົ້າສູ່ລະບົບ ຫຼື ຈາກຜູ້ໃຊ້ທີ່ບໍ່ໄດ້ສະໝັກບັນຊີ YouTube ກໍຈະຖືກນັບລວມໃນຍອດວິວ.
4. ສົ່ງຜົນຕໍ່ການແນະນຳ (Algorithm)
ການນັບຍອດວິວແບບໃໝ່ຈະສົ່ງຜົນໃຫ້ວິດີໂອມີໂອກາດຖືກແນະນຳຫຼາຍຂຶ້ນ (suggested), ຖ້າຫາກວ່າຜູ້ເບິ່ງໄດ້ມີການໃຫ້ສ່ວນຮ່ວມທີ່ດີໃນຊ່ວງຕົ້ນຂອງວິດີໂອ (engagement).
ໂດຍ: ທີມບັນນາທິການ Gadzila