ຫຼັງຈາກການເປີດໂຕຂອງແອັບ DeepSeek ບໍ່ພຽງເທົ່າໃດມື້ກໍເຮັດໃຫ້ສ້າງສຽງຮືຮາກັນເປັນວົງກວ້າງໃນອຸດສາຫະກຳເຕັກໂນໂລຊີດ້ວຍການເປີດຕົວຮູບແບບ DeepSeek R1 ຖືກອອກແບບໃຫ້ເປັນ “Open Source”.
ມີລາຍງານຈາກບໍລິສັດຜູ້ຜະລິດວ່າຕົວຮູບແບບ R1 ຂອງ DeepSeek ຍັງມີການໃຊ້ທຶນໃນການເຝິກຝົນພຽງແຕ່ 5,6 ລ້ານດອລລາຣ໌ ເຊິ່ງເປັນຕົ້ນທຶນທີ່ຕຳກວ່າ ChatGPT ຂອງ Open AI.

DeepSeek R1 ມາພ້ອມຄວາມສາມາດສູງໃນການວິເຄາະເຊີງເລີກ, ມີຄວາມເຂົ້າເຖິງງ່າຍ ແລະ ມີປະສິດທິພາບໄວໃນການວິເຄາະພຽງເວລາສັ້ນໆ, ສາມາດໃຊ້ງານໄດ້ຟຣີທັງເວັບໄຊ ແລະ ແອັບພລິເຄຊັນ.
DeepSeek ຍັງມີຍອດດາວໂຫຼດຂຶ້ນເປັນອັບດັບໜຶ່ງໃນ App Store ຂອງ Apple ມາແຮງແຊງໜ້າ ChatGPT ຂອງ Open AI ທີ່ຕົກລົງມາເປັນອັບດັບສອງ.
ໂດຍ: ທີມ Gadzila