ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips 10/10 ວັນສໍາຄັນຂອງຄົນຄິດຫຼາຍ ຊວນດູແລສຸຂະພາບຈິດຕົນເອງເພື່ອພັດທະນາຄວາມສຳພັນ
Muan RelationTips

10/10 ວັນສໍາຄັນຂອງຄົນຄິດຫຼາຍ ຊວນດູແລສຸຂະພາບຈິດຕົນເອງເພື່ອພັດທະນາຄວາມສຳພັນ

ແບ່ງປັນ

ຄິດຫຼາຍ, ວິຕົກກັງວົນ ແລະ ໃສ່ໃຈຄວາມຮູ້ສຶກຄົນອື່ນຫຼາຍເກີນໄປ ທຸກຄົນເປັນແບບນັ້ນກັນບໍ່? ພ້ອມກັບມີຄວາມຮູ້ສຶກວ່າການໃຊ້ຊີວິດໃນແຕ່ລະມື້ມັນຄືເມື່ອຍແທ້? ຈົນເຮັດໃຫ້ຄວາມຮັກ, ຄວາມສຳພັນ ຫຼື ສິ່ງທີ່ຢູ່ອ້ອມຕົວເຮົາມັນສົ່ງຜົນກະທົບຕໍ່ຈິດໃຈຂອງເຮົາໂດຍບໍ່ຮູ້ຕົວ ແລະ ບໍ່ເປັນໄປຕາມໃຈຕ້ອງການ. ຍ້ອນພວກເຮົາມັກເບິ່ງຂ້າມສະພາບຈິດໃຈຂອງເຮົາເອງ ທາງອົງການສຸຂະພາບຈິດໂລກຈຶ່ງໄດ້ກຳນົດເອົາວັນທີ 10 ຕຸລາ ຂອງທຸກໆປີ ເປັນ “ວັນສຸຂະພາບຈິດໂລກ World Mental Health Day” ເພື່ອບອກເຕືອນວ່າຈິດໃຈຂອງເຮົານັ້ນມີຄ່າ ແລະ ມັນເປັນພື້ນຖານຂອງຄວາມສຸກ.

ສຸຂະພາບຈິດຂອງເຮົາສຳຄັນ (Mental Health)

ບັນຫາ ສຸຂະພາບຈິດ ບໍ່ແມ່ນເລື່ອງທີ່ຄວນເບິ່ງຂ້າມແຕ່ມັນຄື ພື້ນຖານຂອງທຸກຄວາມສຳພັນ ແລະ ການໃຊ້ຊີວິດຂອງເຮົາ, ຫຼາຍຄັ້ງທີ່ເຮົາກົດດັນຕົວເອງຫຼາຍເກີນໄປ, ຄິດຫຼາຍເກີນໄປຈົນລືມວ່າ ການດູແລຈິດໃຈຂອງເຮົາເອງ ຄືສິ່ງສຳຄັນທີ່ສຸດເຊັ່ນກັນ. “ການດູແລຕົນເອງ” ບໍ່ແມ່ນຄວາມເຫັນແກ່ຕົວ ແຕ່ມັນຄືການສ້າງພື້ນທີ່ປອດໄພໃນໃຈ ເພື່ອໃຫ້ເຮົາສາມາດຮັກຄົນອື່ນໄດ້ຢ່າງເຕັມທີ່ ແລະ ບໍ່ຝືນໃຈ.

ຖ້າເຮົາຕ້ອງການຄວາມສຳພັນທີ່ເຂັ້ມແຂງທີ່ບໍ່ໄດ້ເກີດຈາກການທຸ້ມເທຈົນໝົດແຮງ ແຕ່ເກີດຈາກການຮູ້ຈັກການໃຊ້ເວລາເພື່ອ ພັກຜ່ອນ, ຮູ້ຈັກຟັງສຽງຫົວໃຈຂອງຕົນເອງ. ຄວາມສຳຄັນຂອງ 10 ຕຸລາ ວັນສຸຂະພາບຈິດໂລກ ໄດ້ສ້າງຂຶ້ນເພື່ອປູກຈິດສໍານຶກການຮັບຮູ້ວ່າສຸຂະພາບຈິດກໍມີຄວາມສຳຄັນເທົ່າກັບສຸຂະພາບຮ່າງກາຍ, ເພື່ອຫຼຸດຜ່ອນອັກຄະຕິ ແລະ ການຕັດສິນຄຸນຄ່າຂອງຄົນ ພ້ອມທັງຊຸກດັນໃຫ້ຄົນເປີດໃຈ ແລະ ຮຽນຮູ້ທີ່ຈະຂໍຄວາມຊ່ວຍເຫຼືອ.

ການເລີ່ມຕົ້ນເບິ່ງແຍງຕົນເອງ (Self-Care Tips)

  1. The Power of Say No (ພະລັງແຫ່ງການປະຕິເສດ): ການຮູ້ຈັກທີ່ຈະເວົ້າຄຳວ່າ “ບໍ່” ກັບສິ່ງທີ່ເຮັດໃຫ້ເຮົາເມື່ອຍ ຫຼື ມັນເກີນຄວາມສາມາດຫຼາຍເກີນໄປ ສິ່ງນີ້ຄືການປົກປ້ອງຕົນເອງ ແລະ ຄວາມສຳພັນທີ່ດີຂອງທັງສອງຝ່າຍ ແມ່ນຕ້ອງໃຫ້ “ພື້ນທີ່ສ່ວນຕົວ” ກັນ ແລະ ກັນ ທີ່ຈະມີພື້ນທີ່ຫາຍໃຈຢ່າງສະບາຍອາລົມ.
  2. ຖ້າເມື່ອຍກໍຕ້ອງພັກ: ການພັກຜ່ອນບໍ່ແມ່ນຄວາມຂີ້ຄ້ານ ແຕ່ເປັນການລົງທຶນກັບຈິດໃຈ ເພື່ອຊ່ວຍໃຫ້ພວກເຮົາມີເວລາຟື້ນຟູພະລັງງານກັບມາເຮັດໃນສິ່ງຕ່າງໆໄດ້ດີຂຶ້ນ ພ້ອມທັງການດູແລຄົນທີ່ເຮົາຮັກ.
  3. ​ສ້າງພື້ນທີ່ປອດໄພໃນຄວາມສຳພັນ: ໃນທຸກຄວາມສຳພັນສັນຍາວ່າຈະບໍ່ຕັດສິນກັນ ໃຫ້ເປີດໃຈເຂົ້າໃຈຄວາມຮູ້ສຶກຂອງກັນ ແລະ ກັນ. ພ້ອມທີ່ຈະຮັບຟັງທຸກຄວາມຮູ້ສຶກ ເຖິງຈະເປັນເລື່ອງທີ່ຫຍຸ້ງຍາກກໍຕາມ ເພາະວ່າຄວາມປອດໄພທາງດ້ານອາລົມແມ່ນພື້ນຖານສໍາລັບຄວາມສໍາພັນທີ່ຈະເລີນເຕີບໃຫຍ່.
  4. ໃຫ້ເວລາກັບຄວາມສຳພັນ: ລອງສ້າງຄວາມທ້າທາຍຄວາມສຳພັນດ້ວຍການເຮັດ Social media detox ພ້ອມກັນໃນມື້ວັນສຸກ ຫຼື ວັນເສົາ, ເພື່ອໃຊ້ເວລານັ້ນໃຫ້ເຕັມທີ່ກັບຄົນທີ່ຢູ່ຕໍ່ໜ້າ ຫຼື ພຽງແຕ່ຢູ່ກັບຕົວເອງໂດຍບໍ່ມີໂທລະສັບ ເພື່ອໃຫ້ຕົວເຮົາເອງໄດ້ພັກຜ່ອນ ແລະ ປ່ອຍໃຫ້ມີເວລາໃນການສ້າງຄວາມສໍາພັນກັບຄົນອື່ນໆ.
ອ່ານຕື່ມ:  Toxic Relationship ຄວນຫຼີກລ້ຽງກ່ອນຈະຊ້າເກີນໄປ

ການດູແລສຸຂະພາບຈິດຂອງເຮົາເອງ ຄວນໃສ່ໃຈດູແລ ໂດຍບໍ່ຕ້ອງຖ້າໃຫ້ຮອດແຕ່ ວັນທີ 10 ຕຸລາ ແລະ ການຮັກສາຈິດໃຈກັນໃນທຸກໆມື້ ແມ່ນສາມາດສ້າງຄວາມສໍາພັນໄປໃນເຊີງບວກ, ການຮັກຕົນເອງ ແລະ ເຄົາລົບກັນ ເັຮດໃຫ້ສຸຂະພາບຈິດຂອງເຮົາແຂງແຮງ ເຮົາກໍສາມາດດຳລົງຊີວິດຢ່າງມີຄວາມສຸກ​.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ໂສດ 100% ເພາະມີ Self-Partnered ການສ້າງຄວາມສຳພັນທີ່ໝັ້ນຄົງຕ້ອງເລີ່ມຈາກໂຕເອງ

Self-Partnered ການມີຄວາມສຸກຢູ່ກັບໂຕເອງດ້ວຍຄວາມເຕັມໃຈ ບໍ່ແມ່ນວ່າຈະ "ປະຕິເສດທີ່ຈະຮັກ" ແຕ່ພວກເຂົາຮຽນຮູ້ວ່າ "ຄວາມສຳພັນທີ່ໝັ້ນຄົງທີ່ສຸດແມ່ນເລີ່ມຈາກໂຕເອງ".

ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ?

ໂສດຈົນເມື່ອຍລະເດີ! ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ? ນີ້ເປັນບັນຫາລະດັບຊາດສຳລັບຊາວເຮົາ ແລ່ວຈະເຮັດແນວໃດຈຶ່ງຈະມີແຟນຈັກເທື່ອ? ນີ້ແມ່ນວິທີແກ້ໄຂສຳລັບຄົນທີ່ມັກຢູ່ຕິດຢ້າວຕິດເຮືຶອນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.