ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ວັນຈັນອີກແລ້ວ? ວິທີເລີ່ມຕົ້ນອາທິດໃໝ່ແນວໃດບໍ່ໃຫ້ໝົດໄຟໄປກ່ອນ
Muan RelationTips

ວັນຈັນອີກແລ້ວ? ວິທີເລີ່ມຕົ້ນອາທິດໃໝ່ແນວໃດບໍ່ໃຫ້ໝົດໄຟໄປກ່ອນ

ແບ່ງປັນ

ເຊົ້າວັນຈັນອັນແສນສົດໃສຂອງໃຜຫຼາຍຄົນ, ແຕ່ມັນກໍບໍ່ແມ່ນສຳລັບບາງຄົນທີ່ຈະຮູ້ສຶກແບບນັ້ນ. ມີສາເຫດຫຼາຍຢ່າງທີ່ເຮັດໃຫ້ເຮົາບໍ່ມັກວັນຈັນຈາກທີ່ກຳລັງພັກໃນວັນເສົາ-ອາທິດດີໆ ຜ່ານໄປແປັບດຽວມື້ວັນຈັນກໍກັບມາອີກແລ້ວມັນຈະໄວເກີນໄປແລ້ວໃດ໋.

ທຸກຄົນຕ່າງຮູ້ດີເມື່ອວັນຈັນວົນກັບມາອີກຄັ້ງ ກໍເທົ່າກັບວຽກກຳລັງຖ້າເຮົາໂດຍກອງໃຫຍ່ເຕັມໂຕະ ເລື່ອງທີ່ຊວນເຈັບປະສາດກະຕາມມາອີກ! ບໍ່ວ່າຈະຈາກວຽກງານ, ຫົວໜ້າ ແລະ ເພື່ອນຮ່ວມງານ ຫຼື ອື່ນໆ. ຕ່າງກໍເຮັດໃຫ້ເຮົາໝົດໄຟເບື່ອໜ່າຍກັບອີຫຍັງແບບນັ້ນຈົນຢາກໜີໄປໄກໆ ແລະ ໄດ້ແຕ່ລໍຄອຍຖ້າໃຫ້ຮອດວັນສຸກໄວໆ.

ຄວາມຮູ້ສຶກເຫຼົ່ານັ້ນມັນສາມາດປ່ຽນກັນໄດ້ ມາລອງວິທີດັ່ງນີ້ເບິ່ງ ເພື່ອປ່ຽນມຸມມອງວັນຈັນຂອງພວກເຮົາໃຫ້ສົດໃສຍິ່ງຂຶ້ນ

1. ປ່ຽນທັດສະນະຄະຕິຕໍ່ວັນຈັນ

ປ່ຽນຄວາມຄິດທີ່ມີຕໍ່ວັນຈັນຈາກດ້ານລົບມາເປັນດ້ານບວກ ເລີ່ມຈາກໃຫ້ເຊື່ອວ່າວັນຈັນເປັນວັນແຫ່ງການເລີ່ມຕົ້ນທີ່ດີ ເລື່ອງໃດບໍ່ດີກໍປ່ອຍໄປມັນໄປເພື່ອເລີ່ມໃໝ່.

2. ເຮັດກິດຈະກຳທີ່ດີຕໍ່ໃຈ

ພັກຜ່ອນໃຫ້ພຽງພໍ ແລະ ຕື່ນໃຫ້ເຊົ້າກວ່າປົກກະຕິເພື່ອເຮັດກິດຈະກຳຕ່າງໆເຊັ່ນ: ການອາບນ້ຳອຸ່ນ, ການກິນອາຫານເຊົ້າແຊບໆ, ອອກກຳລັງກາຍໜ້ອຍໜຶ່ງກ່ອນໄປເຮັດວຽກ ເພາະມັນຈະຊ່ວຍໃຫ້ກາຍພ້ອມໃຈພ້ອມເພື່ອການເຮັດວຽກຢ່າງມີຄຸນນະພາບ.

3. ວາງແຜນໄວ້ໃນແຕ່ລະອາທິດ

ກຳນົດ ແລະ ວາງແຜນວຽກງານໃນແຕ່ລະອາທິດ ເພື່ອໃຫ້ງ່າຍຕໍ່ການລຳດັບຄວາມສຳຄັນຂອງແຕ່ລະວຽກງານວ່າວຽກໃດຄວນເຮັດກ່ອນ ວຽກໃດຈຶ່ງຄ່ອຍເຮັດເພື່ອປັບເລື່ອງການບໍລິຫານເວລາໃຫ້ເຮົາມີເວລາພັກ

4. ຄິດທົບທວນເຖິງອາທິດທີ່ຜ່ານມາ

ຄິດຍ້ອນເຖິງເລື່ອງລາວທີ່ຜ່ານມາ ເລື່ອງໃດທີ່ເຮັດໄດ້ດີ ເລື່ອງໃດທີ່ຕ້ອງປັບປຸງ ເລື່ອງໃດທີ່ຜິດພາດໄປ. ເຊິ່ງນັ້ນກໍນຳມາເພື່ອເປັນບົດຮຽນ ແລະ ພັດທະນາຕົນເອງໃຫ້ດີຂຶ້ນ.

ອາການໝົດໄຟເມື່ອຮອດວັນຈັນຈະຄ່ອຍໆຫາຍໄປ ເມື່ອເຮົານຳວິທີຂ້າງເທິງມາປັບໃຊ້ໃຫ້ເຂົ້າກັບການໃຊ້ຊີວິດຂອງເຮົາ ຖ້າຍັງຄຽດ ຫຼື ກົດດັນກໍໃຫ້ລາງວັນເລັກໆນ້ອຍໆ ເພື່ອໃຫ້ຕົວເອງຜ່ອນຄາຍ ແລະ ພ້ອມຕໍ່ການເຮັດວຽກໃນຄັ້ງຕໍ່ໄປ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ
Muan RelationTips

Doorway Effect: ຍ່າງຜ່ານປະຕູແລ້ວລືມເລື່ອງທີ່ຄິດ ຊວນເຂົ້າໃຈການຈັດລະບຽບຂອງສະໝອງ

ເຄີຍຍ່າງຜ່ານປະຕູແລ້ວລືມເລື່ອງທີ່ຈະເຮັດບໍ່? ທຳຄວາມເຂົ້າໃຈກັບ Doorway Effect ແລະ ວິທີທີ່ສະໝອງຈັດລະບຽບຄວາມຈຳໃນຊີວິດປະຈຳວັນ. ຊວນຮູ້ຈັກທິດສະດີ Doorway Effect ແລະ 3 ວິທີແກ້ໄຂງ່າຍໆ

Muan RelationTips

Trust Issues: ບັນຫາທີ່ເກີດຈາກຄວາມບໍ່ໄວ້ວາງໃຈເຮັດໃຫ້ຮັກເຈັບປວດ

ບັນຫາທາງຈິດໃຈທີ່ເຮັດໃຫ້ບໍ່ສາມາດໄວ້ວາງໃຈໃຜໄດ້ ມັກເກີດຈາກການຖືກທຳຮ້າຍທາງຈິດໃຈໃນອະດີດ ເຊິ່ງສົ່ງຜົນຕໍ່ຄວາມຄິດ, ອາລົມ ແລະ ພຶດຕິກຳໃນປັດຈຸບັນ.

Muan RelationTips

ຄວາມໝັ້ນໃຈສ້າງໄດ້: Self-Efficacy Theory ກຸນແຈສູ່ການສ້າງສະເໜ່ທີ່ດຶງດູດໃຈ

ຄວາມໝັ້ນໃຈບໍ່ໄດ້ເກີດຂຶ້ນທັນທີ ແຕ່ມາຈາກການຝຶກຝົນແລະການສ້າງຄວາມເຊື່ອໝັ້ນໃນໂຕເອງຢ່າງຕໍ່ເນື່ອງ. ເມື່ອເຮົາໝັ້ນໃຈໃນໂຕເອງ, ເຮົາຈະສົ່ງສະເໜ່ ແລະ ພະລັງງານບວກໃຫ້ກັບຄົນອ້ອມຂ້າງ ສະນັ້ນ, ສິ່ງນີ້ກໍຈະເຮັດໃຫ້ເຮົາເປັນທີ່ຈື່ຈຳ ແລະ ຊວນໃຫ້ປະທັບໃຈໃນສາຍຕາຂອງຄົນອື່ນ.

Muan RelationTips

ຮັກແບບນີ້ປົກກະຕິບໍ່? ໄຂທິດສະດີທີ່ຈະຊ່ວຍເລື່ອງຄວາມສຳພັນໃຫ້ດີຂຶ້ນ

ທິດສະດີຄວາມຜູກພັນ (Attachment Theory) ແມ່ນການອະທິບາຍຮູບແບບຄວາມສຳພັນຂອງມະນຸດ ທີ່ແບ່ງອອກເປັນ 4 ຮູບແບບ: ໝັ້ນຄົງ, ກັງວົນ, ຫຼີກໜີ ແລະ ຢ້ານຄວາມຜູກພັນ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.