ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ສາວໆມັກເກັບຄວາມລັບໄດ້ບໍ່ເກີນ 48 ຊົ່ວໂມງ ວິໄຈເຜີຍວ່າຜູ້ຍິງເກັບຄວາມລັບບໍ່ເກັ່ງ
Muan RelationTips

ສາວໆມັກເກັບຄວາມລັບໄດ້ບໍ່ເກີນ 48 ຊົ່ວໂມງ ວິໄຈເຜີຍວ່າຜູ້ຍິງເກັບຄວາມລັບບໍ່ເກັ່ງ

ແບ່ງປັນ
Getting your Trinity Audio player ready...

ແທ້ ຫຼື ບໍ່? ຜູ້ຍິງເກັບຄວາມລັບໄວ້ໄດ້ບໍ່ຄ່ອຍຢູ່ ແລະ ມັກຈະບອກຄົນອື່ນເມື່ອກາຍເວລາປະມານ 48 ຊົ່ວໂມງ.

ນັກວິໄຈ ໄດ້ທົດລອງເອົາຜູ້ຍິງ 3,000 ຄົນ ໃນຊ່ວງອາຍຸ 18-65 ປີ ມາທົດສອບກ່ຽວກັບການເກັບຄວາມລັບ, ແລ້ວຜົນປາກົດວ່າ 4 ສ່ວນໃນ 10 ບໍ່ສາມາດເກັບຄວາມລັບໄວ້ໄດ້ເລີຍ ບໍ່ວ່າຄວາມລັບນັ້ນຈະເປັນເລື່ອງສ່ວນໂຕປານໃດກໍຕາມ.

ຫຼາຍກວ່າເຄິ່ງຍອມຮັບວ່າ, ເຄື່ອງດື່ມມຶນເມົາເຮັດໃຫ້ພວກເຂົາຫຼຸດເວົ້າອອກມາແບບບໍ່ຮູ້ໂຕໄດ້ ແລ້ວສ່ວນຫຼາຍຄົນທີ່ພວກເຂົາຈະບອກຂໍ້ມູນຕ້ອງຫ້າມກໍຈະແມ່ນ ຄົນຮັກ, ໝູ່ສະໜິດ ແລະ ແມ່ຂອງພວກເຂົາ.

ຜູ້ຊ່ຽວຊານໄດ້ກ່າວວ່າ “ບໍ່ວ່າຂໍ້ມູນລັບຂອງພວກເຂົາຈະເປັນປະເດັນທີ່ອ່ອນໄຫວເທົ່າໃດ ມັນກໍສາມາດຖືກເປີດເຜີຍອອກມາໄດ້ພາຍໃນ 48 ຊົ່ວໂມງ, ພວກເຂົາພົບວ່າການເຜີຍຄວາມລັບໃນແວດວົງທີ່ບໍ່ມີສ່ວນກ່ຽວຂ້ອງກັບບັນຫາ ສາມາດເຮັດໃຫ້ພວກເຂົາສະບາຍໃຈໄດ້” ແລະ ໃນທາງດຽວກັນ 9 ໃນ 10 ຂອງຜູ້ຍິງກໍບອກວ່າຕົນເອງນັ້ນເຊື່ອຖືໄດ້.

ເຖິງວ່າຈະເປັນແບບນັ້ນ, ພວກເຂົາຈໍານວນຫຼາຍກໍຮູ້ສຶກຜິດ ຫຼັງຈາກທີ່ໄດ້ປ່ອຍໃຫ້ຄວາມລັບຮົ່ວໄຫລອອກໄປ ແຕ່ກໍຍັງມີບາງສ່ວນທີ່ຄິດວ່າການບອກຄວາມລັບກັບຄົນທີ່ໄວ້ເນື້ອເຊື່ອໃຈ ແລະ ບໍ່ໄດ້ກ່ຽວຂ້ອງຫຍັງກັບປະເດັນທີ່ພວກເຂົາເວົ້າ ເປັນສິ່ງທີ່ບໍ່ຜິດ, ແຕ່ກໍຍັງມີອີກປະມານ 27% ຂອງຄົນທີ່ໄດ້ຮູ້ຄວາມລັບບອກວ່າບໍ່ຈື່ຊໍ້າວ່າມັນແມ່ນເລື່ອງຫຍັງ.

ການເກັບຄວາມລັບບໍ່ໄດ້ສາມາດເກີດຂຶ້ນໄດ້ກັບທຸກເພດທຸກໄວ, ສິ່ງທີ່ຈະເຮັດໃຫ້ເຮົານັ້ນບໍ່ບອກຂໍ້ມູນໃຫ້ໃຜຮູ້ ຄືການໃຫ້ຄວາມສໍາຄັນຕໍ່ຜົນກະທົບທີ່ຈະຕາມມາຫາກເຮົາບອກຄົນອື່ນໃນສິ່ງທີ່ພວກເຂົາບໍ່ຄວນຮູ້, ແລ້ວຖ້າເຮົາທ່ຽວບອກຄວາມລັບໄປທົ່ວ ຄົນອື່ນກໍຈະເບິ່ງວ່າເຮົານັ້ນເປັນຄົນທີ່ເຊື່ອໃຈບໍ່ໄດ້.

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  ຍ້ອນຫຍັງ? ເວລາອົກຫັກຜູ້ຍິງຈຶ່ງມັກຕັດຜົມ
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.