ແອັບໜ້າຮັກດີຕໍ່ໃຈ ສົ່ງຕໍ່ພະລັງງານບວກດ້ວຍບົດຄວາມ ແລະ ຮູບພາບ

ແບ່ງປັນ

ແອັບໜ້າຮັກດີຕໍ່ໃຈ ສົ່ງຕໍ່ພະລັງງານບວກດ້ວຍບົດຄວາມ ແລະ ຮູບພາບ

13 March 2025● 264

WithU ແອັບພລິເຄຊັນສຸດໜ້າຮັກ ທີ່ສ້າງມາເພື່ອເນັ້ນການສົ່ງຕໍ່ພະລັງງານບວກ, ເສີມສ້າງກຳລັງໃຈ ແລະ ສ້າງຄວາມສຸກໃນຊີວິດປະຈຳວັນຂອງຜູ້ໃຊ້. ຕົວແອັບຈະນຳສະເໜີຜ່ານຂໍ້ຄວາມໃຫ້ກຳລັງໃຈ ແລະ ຮູບພາບແນວໜ້າຮັກສົດໃສຈາກສິລະປິນທ້ອງຖິ່ນຂອງປະເທດໄທ.

ປັດຈຸບັນ, ແອັບ WithU ນີ້ເປີດໃຫ້ໃຊ້ໄດ້ສະເພາະ iOS ພຽງເທົ່ານັ້ນ ສຳລັບຄົນທີ່ໃຊ້ Android ແມ່ນຍັງບໍ່ມີອັບເດດເພີ່ມຕື່ມເດີ.

ແອັບນີ້ຍັງມີຈຸດເດັ່ນຄື: ການໃຊ້ງານງ່າຍ, ໃຜທີ່ໄດ້ອ່ານຂໍ້ຄວາມແລ້ວກໍຮູ້ສຶກໄດ້ຮັບແຮງບັນດານໃຈ, ມີທັງເວີຊັນພາສາອັງກິດ ແລະ ໄທ ສາມາດຫຼີ້ນຟີເຈີຣ໌ Widget ທີ່ມີໃນ iOS ປັບຂະໜາດໃດ້ໃນຈໍ Home.

ມື້ໃດບໍ່ສະບາຍໃຈ, ຮູ້ສຶກບໍ່ດີ ກໍລອງເຂົ້າໄປໃນແອັບນີ້ເລີຍ ມັນໜ້າຮັກ ແລະ ຮິລໃຈສຸດໆ.

ໂດຍ: ທີມ Gadzila

ອ່ານຕື່ມ:  LinkedIn ຊຸກດັນ Short Video ແນວຕັ້ງ ສ້າງການມີສ່ວນຮ່ວມຂອງຜູ້ໃຊ້ງານກຸ່ມ Gen Z ແລະ Gen Y

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.