LinkedIn ສ້າງຟີເຈີຣ໌ໃໝ່ຢ່າງ Short Video ແນວຕັ້ງ ກໍເພື່ອເພີ່ມໂອກາດໃຫ້ກັບຜູ້ໃຊ້ງານໄດ້ສ້າງໂປຣໄຟລ໌ທີ່ໜ້າສົນໃຈ, ເຂົ້າເຖິງງ່າຍ ເພື່ອສ້າງການມີສ່ວນຮ່ວມຂອງຜູ້ໃຊ້ງານທັງກຸ່ມ Gen Z ແລະ Gen Y.
ສຳລັບໃຜທີ່ມີແບຣນສ່ວນຕົວກໍສາມາດເສີມສ້າງເອກະລັກ ຫຼື ການນຳສະເໜີວັດທະນະທຳອົງກອນເພື່ອເຊື່ອມໂຍງຜູ້ໃຊ້ໃນແພລັດຟອມ LinkedIn.

LinkedIn ຍັງຖືວ່າເປັນແພລັດຟອມທີ່ໄດ້ລວບລວມຜູ້ໃຊ້ງານແຕ່ລະສາຍອາຊີບທີ່ມີຄວາມຫຼາກຫຼາຍ ແລະ ນຳໃຊ້ພື້ນທີ່ນີ້ໃນການນຳສະເໜີເນື້ອຫາຢ່າງສ້າງສັນເພື່ອເພີ່ມໂອກາດໃນການເຂົ້າເຖິງຜູ້ໃຊ້ໃໝ່ໆ ເຊິ່ງເຮັດໃຫ້ຜູ້ທີ່ກຳລັງຫາວຽກ ແລະ ຜູ້ວ່າຈ້າງສາມາດສື່ສານກັນໄດ້.
ໂດຍ: ທີມ Gadzila