ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ເປັນຫຍັງຄົນທີ່ບໍ່ຢູ່ຊື່ໆຈຶ່ງໂຊກດີກວ່າຄົນອື່ນ? ຮູ້ຈັກຄຳວ່າ 走运 ໂຊກດີ ໃນພາສາຈີນ  ພ້ອມວິທີເປີດດວງໃຫ້ໂອກາດດີໆແລ່ນມາຫາ
Muan RelationTips

ເປັນຫຍັງຄົນທີ່ບໍ່ຢູ່ຊື່ໆຈຶ່ງໂຊກດີກວ່າຄົນອື່ນ? ຮູ້ຈັກຄຳວ່າ 走运 ໂຊກດີ ໃນພາສາຈີນ  ພ້ອມວິທີເປີດດວງໃຫ້ໂອກາດດີໆແລ່ນມາຫາ

ເຄີຍສົງໄສບໍ່ວ່າເປັນຫຍັງບາງຄົນຄືໂຊກດີຕະຫຼອດ? ມາຮູ້ຈັກຄຳວ່າ “走运” (Zou Yun) ປັດຊະຍາຈີນທີ່ບອກວ່າ: ຢາກເຮັງຕ້ອງບໍ່ຢູ່ຊື່ໆ! ໄປຖອດລະຫັດຮາກຄຳທີ່ຊ່ວຍປ່ຽນດວງໃຫ້ເປັນຂາຂຶ້ນຕະຫຼອດປີ ພ້ອມເຄັດລັບດຶງດູດໂອກາດດີໆໃຫ້ແລ່ນເຂົ້າຫາ.

ແບ່ງປັນ

ທຸກຄົນມີຄວາມເຊື່ອແນວໃດກ່ຽວກັບຄຳວ່າ “ໂຊກດີ”? ສຳລັບຄົນຈີນນັ້ນ ເຂົາເຈົ້າເຊື່ອວ່າ ໂຊກ ເປັນຄືກັບວົງລໍ້ທີ່ກຳລັງໝູນຢູ່ ແລະ ມັນຄືສິ່ງທີ່ເຮົາຕ້ອງໄດ້ອອກໄປຫາ ເພາະຊີວິດທີ່ມີການເຄື່ອນໄຫວປຽບດັ່ງການພາໂຕເອງເຂົ້າໄປຢູ່ໃນຈັງຫວະຂອງວົງລໍ້ນັ້ນ. ແລ້ວຢູ່ດີໆເປັນຫຍັງເຮົາຈຶ່ງຍົກເລື່ອງນີ້ມາເວົ້າ ດຽວເຮົາຈະມາເລົ່າສູ່ຟັງ.

ບັງເອີນໄປອ່ານເຈິບົດຄວາມໜຶ່ງກ່ຽວກັບພາສາຈີນ ແລ້ວໄປສະດຸດຕາກັບຄຳວ່າ “走运” (zǒu yùn) ທີ່ບອກເລີຍວ່າອ່ານແລ້ວມັກແຮງ ເພາະຮາກຄຳ ແລະ ຄວາມໝາຍທີ່ເຊື່ອງຢູ່ນັ້ນມັນໜ້າສົນໃຈ ແລະ ໃຫ້ແງ່ຄິດທີ່ດີຫຼາຍໆ ຈົນຕ້ອງຟ້າວເອົາມາຂຽນແຊຣ໌ໃຫ້ທຸກຄົນໄດ້ອ່ານກັນ.

ຄຳນີ້ບໍ່ໄດ້ແປວ່າໂຊກດີແບບທຳມະດາ, ແຕ່ມັນມີປັດຊະຍາການໃຊ້ຊີວິດທີ່ບອກວ່າ “ຖ້າຢາກໃຫ້ສິ່ງດີໆ ເຂົ້າມາຫາ… ເຮົາຕ້ອງບໍ່ຢຸດຢູ່ກັບທີ່”. ມັນຈະມີຄວາມໝາຍເລິກເຊິ່ງແນວໃດ ແລະ ເອົາໄປປັບໃຊ້ກັບຄວາມສຳພັນ ຫຼື ຊີວິດໄດ້ແນວໃດ? ມາເບິ່ງກັນເລີຍ.

走运 (Zǒu yùn) ໃນພາສາຈີນ ແປວ່າ “ໂຊກດີ” ແຕ່ຄວາມໝາຍແທ້ໆ ຄື “ໂຊກທີ່ກຳລັງຍ່າງ”.

ຖ້າເຮົາແຍກຄຳສັບນີ້ອອກມາເບິ່ງຈະເຫັນຄວາມໝາຍທີ່ໜ້າສົນໃຈຫຼາຍ ເຊັ່ນ:

走 (zǒu): ແປວ່າ ຍ່າງ ຫຼື ເຄື່ອນທີ່

运 (yùn): ແປວ່າ ໂຊກຊະຕາ ຫຼື ດວງ.

ເມື່ອເອົາມາມັດລວມກັນ ມັນບໍ່ໄດ້ແປວ່າໂຊກດີແບບບັງເອີນ ແຕ່ມັນໝາຍເຖິງ “ໂຊກຊະຕາທີ່ກຳລັງເຄື່ອນທີ່ມາຫາ” ຫຼື “ການຍ່າງໄປຫາໂຊກ” ນັ້ນເອງ. ສຳລັບເລື່ອງນີ້ ຄົນຈີນເຊື່ອວ່າ ໂຊກບໍ່ແມ່ນສິ່ງທີ່ຢຸດນິ້ງ ແຕ່ມັນຄືວົງລໍ້ທີ່ໝຸນວຽນຢູ່ຕະຫຼອດເວລາ.

4 ເຫດຜົນທີ່ບອກວ່າ “ຍິ່ງຍ່າງ ຍິ່ງເຄື່ອນໄຫວ ຍິ່ງໂຊກດີ”

ເປັນຫຍັງຄົນທີ່ບໍ່ຢູ່ຊື່ໆ ຈຶ່ງມັກຈະໂຊກດີກວ່າຄົນອື່ນ?

1. ພະລັງງານທີ່ໄຫຼວຽນຄືພະລັງງານທີ່ດີ (Flowing Water)

ໃນທາງຮວງຈຸ້ຍ ແລະ ປັດຊະຍາເຕົາ, ພະລັງງານ (ຊີ່ – 气) ທີ່ຢຸດນິ່ງຄືພະລັງງານທີ່ “ຕາຍແລ້ວ”. ການທີ່ເຮົາ “走” (ຍ່າງ/ເຄື່ອນທີ່) ອອກໄປຂ້າງນອກ, ໄປພົບປະຜູ້ຄົນ ຫຼື ປ່ຽນສະຖານທີ່ໃໝ່ໆ ຄືການເຮັດໃຫ້ພະລັງງານໃນຕົວເຮົາໄຫຼວຽນ. ເມື່ອພະລັງງານໄຫຼວຽນ, ໂອກາດດີໆ ກໍຈະໄຫຼເຂົ້າມາຫາເຮົາເອງ.

ອ່ານຕື່ມ:  Black Cat vs Golden Retriever ຄູ່ຂອງເຈົ້າເປັນແນວໃດ? ລອງ Check Energy?

2. “人遇走 运会开” – ເມື່ອຄົນຍ່າງ ດວງຈະເປີດ

ຄົນຈີນມີຄວາມເຊື່ອທີ່ວ່າ ຖ້າເຮົາເອົາແຕ່ໝົກໂຕຢູ່ແຕ່ໃນຫ້ອງ, ໂອກາດທີ່ດວງດີໆຈະແລ່ນມາຕຳເຮົາ ມັນຈະມີໜ້ອຍຫຼາຍ. ແຕ່ຖ້າເຮົາກ້າວຂາອອກຈາກບ້ານ, ໄປຮຽນຮູ້ສິ່ງໃໝ່, ໄປ Event, ຫຼື ໄປທ່ອງທ່ຽວ, ມັນຄືການເພີ່ມພື້ນທີ່ໃຫ້ໂຊກຊະຕາໄດ້ເຂົ້າມາສຳຜັດກັບເຮົາໄດ້ງ່າຍຂຶ້ນ.

3. ປ່ຽນດວງຮ້າຍໃຫ້ກາຍເປັນດີດ້ວຍການ “转运” (Zhuǎn yùn)

ຄຳວ່າ 转 (Zhuǎn) ແປວ່າ ໝຸນ ຫຼື ປ່ຽນທິດທາງ. ເມື່ອໃດທີ່ຮູ້ສຶກວ່າດວງຕົກ, ຄົນຈີນມັກຈະແນະນຳໃຫ້ “ເຄື່ອນເໜັງ” ຫຼື “ເຮັດຫຍັງບາງຢ່າງ” ເພື່ອປ່ຽນທິດທາງຂອງວົງລໍ້ຊີວິດ. ຖ້ານັ່ງເສົ້າຢູ່ບ່ອນເກົ່າ, ດວງກໍຈະຕິດຢູ່ບ່ອນເກົ່າ. ຢາກປ່ຽນດວງ (转运) ຕ້ອງເລີ່ມທີ່ການປ່ຽນແປງພຶດຕິກຳກ່ອນ.

4. ຄວາມໂຊກດີມັກມາຫາຄົນທີ່ “ກະຕືລືລົ້ນ”

ໃນທາງຈິດຕະວິທະຍາ, ຄົນທີ່ເຄື່ອນໄຫວ (Active) ມັກຈະມີສາຍຕາທີ່ເຫັນໂອກາດໄດ້ດີກວ່າຄົນທີ່ຢູ່ຊື່ໆ (Passive). ການຍ່າງ (走) ຈຶ່ງສື່ເຖິງຄວາມພະຍາຍາມ ແລະ ການສະແຫວງຫາ. ໂຊກດີບໍ່ໄດ້ເລືອກຄົນເກັ່ງສະເໝີໄປ ແຕ່ເລືອກຄົນທີ່ພ້ອມຈະອອກໄປເຈິມັນຕ່າງຫາກ.

ແລ້ວຈະເຮັດແນວໃດໃຫ້ “走运” (ໂຊກດີ) ແບບຊໍ້າໆ?

ຖ້າເຈົ້າຢາກໃຫ້ຄົນທັກວ່າ “走运走运!” (ເຮັງແທ້ໆ! ໂຊກດີສຸດໆ) ລອງເອົາ Tips ເຫຼົ່ານີ້ໄປໃຊ້:

1. ຢ່າປະຕິເສດຄຳຊວນ: ບາງຄັ້ງ “ໂຊກ” ອາດຈະມາໃນຮູບແບບຂອງການຊວນໄປກິນເຂົ້າ ຫຼື ໄປງານສັງສັນທີ່ເຮົາບໍ່ຢາກໄປ. ລອງໄປເບິ່ງ ແລ້ວເຮົາອາດຈະເຈິ Connection ໃໝ່ ຫຼື ເຈິຄົນທີ່ຖືກໃຈຢູ່ຫັ້ນກໍໄດ້.

2. ປ່ຽນເສັ້ນທາງໄປເຮັດວຽກ: ລອງຍ່າງ ຫຼື ຂັບລົດໄປທາງໃໝ່ໆ ເພື່ອປ່ຽນພະລັງງານ ແລະ ເປີດມຸມມອງໃໝ່ໃຫ້ສະໝອງ.

ອ່ານຕື່ມ:  4 ເຫດຜົນທີ່ຄວນເຂົ້າໃຈອາລົມຂອງຕົວເອງ

3. ຖ້າໂຊກດີແລ້ວ ໃຫ້ “ຖ່ອມຕົວ”: ເມື່ອມີຄົນຍ້ອງວ່າເກັ່ງ, ໃຫ້ຕອບວ່າ “走运走运” (Zǒu yùn zǒu yùn) ເພື່ອສື່ວ່າ “ໂຊກຊ່ວຍນຳແດ່”. ນີ້ບໍ່ແມ່ນພຽງແຕ່ການຖ່ອມຕົວ, ແຕ່ຄືການໃຫ້ກຽດຈັງຫວະຊີວິດ ແລະ ເຮັດໃຫ້ເຮົາເປັນຄົນທີ່ໜ້າຮັກໃນສາຍຕາຄົນອ້ອມຂ້າງ.

ຄວາມໂຊກດີ ບໍ່ແມ່ນເລື່ອງຂອງພົມລິຂິດ 100% ແຕ່ມັນຄື ການພາຕົວເອງໄປຢູ່ໃນຈັງຫວະທີ່ຖືກຕ້ອງ. ສະນັ້ນ, ຖ້າມື້ນີ້ຮູ້ສຶກວ່າຊີວິດມັນນິ້ງເກີນໄປ, ລອງລຸກຂຶ້ນແລ້ວ “走” (ຍ່າງ) ອອກໄປເຮັດອີ່ຫຍັງໃໝ່ໆເບິ່ງ. ເພາະບາງເທື່ອ… ໂຊກດີຂອງເຮົາອາດຈະກຳລັງຍ່າງສວນທາງມາກໍໄດ້.

ມື້ນີ້ໝູ່ເພື່ອນໄດ້ “ຍ່າງ” ອອກໄປຫາສິ່ງໃໝ່ໆ ແລ້ວຫຼືຍັງ? ລອງມາແບ່ງປັນເລື່ອງດີໆ ທີ່ເກີດຂຶ້ນຍ້ອນການ “ເຄື່ອນເໜັງ” ໃຫ້ Muan ຟັງແດ່.

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.