WhatsApp ອອກຄຳແຈ້ງເຕຶ່ອນກ່ຽວກັບສະປາຍແວຣ໌ທີ່ພັດທະນາໂດຍບໍລິສັດຈາກປະເທດອິດສະລາເອລ ເຊິ່ງມັນໄດ້ຖືກໃຊ້ໃນການເຈາະລະບົບຜູ້ໃຊ້ງານຈາກ 20 ປະເທດທົ່ວໂລກ.
ສະປາຍແວຣ໌ນີ້ສາມາດເຂົ້າເຖິງຂໍ້ມູນສ່ວນຕົວ ແລະ ຕິດຕາມພຶດຕິກຳຜູ້ໃຊ້ງານ ໂດຍທີ່ຜູ້ໃຊ້ບໍ່ຮູ້ຕົວ, ສະປາຍແວຣ໌ດັ່ງກ່າວຖືກຕິດຕັ້ງຜ່ານການການໂທ WhatsApp ທີ່ເຖິງວ່າຜູ້ໃຊ້ຈະບໍ່ໄດ້ຮັບສາຍກໍຍັງສາມາດຖືກໂຈມຕີໄດ້.
WhatsApp ແນະນຳໃຫ້ຜູ້ໃຊ້ອັບເດດແອັບເປັນເວີຊັນຫຼ້າສຸດເພື່ອຫຼຸດຄວາມສ່ຽງ ແລະ ເນັ້ນໄປທີ່ຄວາມສຳຄັນຂອງການປ້ອງກັນໄພຄຸກຄາມທາງໄຊເບີ.
ໂດຍ: ທີມ Gadzila